ຜູ້ທຸກຍາກຢູ່ໃນລາວ ຍາກຈະເຂົ້າເຖິງ ການປິ່ນປົວ
2022.01.26

ປະຊາຊົນລາວ ຜູ້ທຸກຍາກ ຢູ່ພາຍໃນປະເທດ ຍາກທີ່ຈະໄດ້ຮັບ ການປິ່ນປົວສຸຂພາບ ເວລາເຈັຍປ່ວຍ ເປັນຕົ້ນຊາວຊົນເຜົ່າ ທີ່ອາສັຍຢູ່ຕາມຊົນນະບົດ ຢູ່ຕາມເຂດພູດອຍ ຍັງປະສົບກັບຄວາມຫຍຸ້ງຍາກຫລາຍ ໃນການໄປຫາໝໍ ເພື່ອປິ່ນປົວເວລາເຈັບປ່ວຍ ແລະຕິດຕາມສຸຂພາບ ທັງຍ້ອນຂາດສານອາຫານ ແລະການສັກວັກຊິນ ປ້ອງກັນພະຍາດຕ່າງໆ ຍ້ອນບໍ່ມີເງິນ, ໂຮງໝໍຢູ່ໄກ, ຫົນທາງບໍ່ສະດວກ ໂດຍສະເພາະໃນລະດູເກັບກ່ຽວຜົລຜະລິດ ບໍ່ວ່າຈະເປັນເຂົ້າໄຮ່ ມັນຕົ້ນ ສາລີ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ເມືອງລະມາມ ແຂວງເຊກອງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ມົກກະຣານີ້.
“ກໍຣະນີເຂົາເຈົ້າ ຖືກຣະດູເກັບກ່ຽວບໍ່ ຫລືຖືກຣະດູ ການຜະລິດ ອີ່ຫຍັງຫັ້ນນ່າ ເຂົາເຈົ້າກໍມີຄວາມຫຍຸ້ງຍາກ ເຂົາເຈົ້າກໍບໍ່ມີ ຄວາມສາມາດ ຈະພົບເຮົາໄດ້ຈັ່ງຊີ້ນ່າ.”
ແຕ່ເຖິງຢ່າງໃດກໍຕາມ ພາຍຫລັງລະດູ ເກັບກ່ຽວຜົລຜະລິດໝົດໄປແລ້ວ ພວກເຂົາເຈົ້າກໍຈະໄປຫາ ທ່ານໝໍໄດ້. ຖ້າຫາກພວກເຂົາເຈົ້າ ບໍ່ໄປພົບທ່ານໝໍ ກໍຈະມີອາສາສມັກປະຈໍາກຸ່ມບ້ານ ລົງເຄື່ອນໄຫວເພື່ອກວດສຸຂພາບ ແລະສັກວັກຊິນໃຫ້, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ທ່ານນີ້.
ຢູ່ແຂວງບໍຣິຄໍາໄຊ ເຈົ້າໜ້າທີ່ຜແນກສາທາຣະນະສຸຂ ເມືອງບໍຣິຄັນເວົ້າວ່າ ເຄື່ອງມືທາງການແພດ ແລະຢາປິ່ນປົວພະຍາດຢູ່ຕາມສຸກສາລາ, ຢູ່ໂຮງໝໍເມືອງ ແລະໂຮງໝໍແຂວງ ແມ່ນມີຄວາມພ້ອມ ທີ່ແຕກຕ່າງກັນ ຄືໂຮງໝໍແຂວງ ຈະມີເຄື່ອງມືການແພດ ແລະຢາປິ່ນປົວພະ ຍາດຫລາຍກວ່າຢູ່ໂຮງໝໍເມືອງ ແລະສຸກສາລາ, ດັ່ງນັ້ນຈຶ່ງເຮັດໃຫ້ ຊາວລາວທີ່ທຸກຍາກ ແລະມີຖານະປານກາງ ບໍ່ມັກໄປປິ່ນປົວຢູ່ໂຮງໝໍເມືອງ ແລະສຸກສາລາຢູ່ບ້ານ, ເຮັດໃຫ້ພວກເຂົາເຈົ້າ ຕ້ອງປະສົບກັບບັນຫາ ເຣື່ອງການເຮັດເອກສານ ທີ່ຕ້ອງໄດ້ຜ່ານຫລາຍຂັ້ນຕອນ ກ່ອນທີ່ຈະໄດ້ໄປກວດສຸຂພາບ ຫລືໄປປິ່ນປົວ ຢູ່ໂຮງໝໍແຂວງ ຕາມທີ່ພວກເຂົາເຈົ້າຕ້ອງການ.
ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:
“ເມື່ອງອື່ນເນາະ ເຂົ້າມາບໍຣິການນີ້ແຫລະ ສ່ວນຫລາຍຄົນເຈັບດຽວນີ້ ເຂົາກໍຮູ້ຂໍ້ມູນຂ່າວສານ ສູງຫັ້ນນ່າ ເຂົາບໍ່ຢາກໄປບ່ອນນ້ອຍ ບ່ອນນ້ອຍຢາມັນກໍບໍ່ຮັບປະກັນ ເມືອງມັນໃຊ້ສໍ່ານີ້ ບາດນີ້ແຂວງມັນມີບ່ອນເອໂກ້ ມີບ່ອນກວດເລືອດ ມີບ່ອນກວດທຸກຢ່າງ ຈະແພງຂຶ້ນ. ແຕ່ສ່ວນຫລາຍ ຄົນມັນຢາກມາບ່ອນໃຫຍ່ຫັ້ນນ່າ.”
ຢູ່ແຂວງວຽງຈັນ ຊາວບ້ານຢູ່ບ້ານທ່າເຈົ້າ ເມືອງກາສີ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ມົກກະຣານີ້ວ່າ ຊາວບ້ານຢູ່ເຂດຫ່າງໄກ ມີເຮືອນຢູ່ຫ່າງຈາກໂຮງໝໍເມືອງ ແລະໂຮງໝໍແຂວງຫລາຍສິບຫລັກ, ການເດີນທາງໄປປິ່ນປົວ ສຸຂພາບຫຍຸ້ງຍາກ.
ດັ່ງນັ້ນຈຶ່ງເຮັດໃຫ້ພວກເຂົາເຈົ້າ ປິ່ນປົວເອົາເອງ ດ້ວຍຢາສມຸນພັຍທ້ອງຖິ່ນ ຕາມພູມປັນຍາ ມາແຕ່ດຶກດໍາບັນ ຫາກບໍ່ເຈັບປ່ວຍໜັກ ແລະຕູ້ຢາປະຈໍາບ້ານ ກໍໄດ້ລົ້ມລະລາຍໄປແລ້ວ.
“ເປັນບ້ານທີ່ຢູ່ໄກ ແລ້ວຕະກີ້ເຮົາກໍມີຕູ້ຢາປະຈໍາບ້ານ ທີ່ຈະແກ້ໄຂສຸກເສີນ ຊ່ວຍຄົນເຈັບ ກ່ອນສິມາຮອດໂຮງໝໍ. ແຕ່ວ່າດຽວນີ້ ຕູ້ຢາກໍລົ້ມລະລາຍໄປແລ້ວ ເລີຍບໍ່ມີຕູ້ຢາປະຈໍາບ້ານ ມັນຈຶ່ງເຮັດໃຫ້ປະຊາຊົນເຂົາຫຍຸ້ງຍາກ. ກໍຣະນີສຸກເສີນ ບໍ່ມີທາງແກ້ໄຂເຂົາເຈົ້າຫັ້ນນ່າ.”
ເຈົ້າໜ້າທີ່ພາກປະຊາສັງຄົມ ທີ່ເຮັດວຽກດ້ານສາທາຣະນະສຸຂ ເວົ້າໃນມື້ດຽວກັນນີ້ວ່າ ງົບປະມານໃນຊື້ຢາຂອງໂຮງໝໍເມືອງ, ໂຮງໝໍແຂວງ ແລະສຸກສາລາ ຈະຂຶ້ນຢູ່ກັບເງື່ອນ ໄຂສະພາບຕົວຈິງວ່າ ໃນແຕ່ລະບ່ອນນັ້ນ ມີປະຊາຊົນຈໍານວນເທົ່າໃດ, ຕ້ອງການໃຊ້ຢາປິ່ນປົວ ພະຍາດຕ່າງໆຈໍານວນເທົ່າໃດ ແລະກໍຂຶ້ນກັບການຮ່ວມມືຂອງປະຊາຊົນ ເປັນຕົ້ນຜູ້ທຸກຍາກແລະຢູ່ຫ່າງໄກ ທີ່ເຂົ້າມາຮັບການບໍຣິການ ຢາປິ່ນປົວຢູ່ໂຮງໝໍ.
“ສະນັ້ນ ຈະເປັນຂອດການຮ່ວມມືຂອງ ປະຊາຊົນຫລາຍກວ່າເດີ ແລະອີກຢ່າງ ເພິ່ນຈະຫ່ວງບໍຣິຫານ ເຣື່ອງຫ່ວງງົບປະມານ ບາງສ່ວນເທົ່ານັ້ນ ຂ້ອຍຄິດວ່າ ເພາະວ່າໃນທ້ອງຖິ່ນໃນເຂດນັ້ນ ມີປະຊາຊົນແຕ່ 300 ຄົນ ໂຕສິຊື້ຢາພັດວ່າມີ 5 ພັນ ມັນກໍຫລາຍເກີນໄປ ຊື້ມາກໍເສັຽດາຍ ແລ້ວບາງທີ່ໄດ້ຕັດຖອນງົບປະມານໂຕນັ້ນລົງ ຈໍານວນນຶ່ງແລ້ວເອົາໄປເປັນຄ່າບໍຣິຫານ ຫລືຄ່າລົງວິຊາການ ຕາມທີ່ເຫັນເນາະ ລັກສະນະແບບນີ້ຫັ້ນນ່າ.”
ທ່ານເວົ້າຕື່ມວ່າ ນອກຈາກນີ້ແລ້ວ ປະຊາຊົນທີ່ທຸກຍາກ ສ່ວນຫລາຍຈະມີແນວຄິດວ່າ ຫາກເຈັບເປັນໜ້ອຍດຽວ ຈະບໍ່ໄປຫາໝໍ ເພາະບໍ່ຕ້ອງການເສັຍເງິນ, ໄປຫາໝໍເທື່ອນຶ່ງ ຕ້ອງໄດ້ເສັຍຄ່າເດີນທາງໄປ-ກັບ ຍ້ອນໂຮງໝໍຕັ້ງຢູ່ໄກຫລາຍສິບຫລັກ. ແລະອີກຢ່າງນຶ່ງ ກໍບໍ່ຕ້ອງການປະວຽກໝົດມື້ເພື່ອໄປຫາໝໍ, ຫາກບໍ່ເຮັດວຽກ ກໍບໍ່ມີເງິນລ້ຽງຊີບ. ນັ້ນກໍເປັນອີກສາເຫດນຶ່ງ ທີ່ເຮັດໃຫ້ການໄປປິ່ນປົວຢູ່ໂຮງໝໍ ຂອງປະຊາຊົນທີ່ທຸກຍາກ ມີຂໍ້ຈໍາກັດ.
ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ພາກປະຊາສັງຄົມ ທີ່ເຮັດວຽກດ້ານສຸຂພາບ ທ່ານດຽວກັນນີ້ ແລ້ວແມ່ນວ່າ ຢູ່ທົ່ວປະເທດລາວ ການປິ່ນປົວ ພະຍາດຕ່າງໆ ຂອງປະຊາຊົນ ແມ່ນຕ້ອງໄດ້ເສັຍຄ່າ ພາຍຫລັງໄດ້ຮັບການປິ່ນປົວແລ້ວ ໃນແຕ່ລະຄັ້ງ ຄືຂັ້ນສຸກສາລາ 5 ພັນກີບ,ໂຮງ ໝໍເມືອງ 10 ພັນກີບ ແລະໂຮງໝໍແຂວງ ແຕ່ 15,000-30,000 ກີບ. ແຕ່ບໍ່ໄດ້ເສັຍຄ່າຢາ ຫາກພະຍາດທີ່ເປັນນັ້ນ ໃຊ້ຢາທີ່ໄດ້ຂຶ້ນບັນຊີໃນຣາຍການຢາ ທີ່ບໍ່ໄດ້ເສັຍຄ່າ ເພື່ອປິ່ນປົວໃຫ້ປະຊາຊົນ. ແຕ່ບັນຫາ ໜັກສໍາລັບພວກເຂົາເຈົ້າ ແມ່ນຄ່າແລ່ນເອກສານ ເພື່ອໄປປິ່ນປົວນໍາ ທ່ານໝໍຢູ່ແຕ່ລະບ່ອນມັນແພງ, ເມື່ອນອນປິ່ນປົວຢູ່ໂຮງໝໍ ກໍຈໍາເປັນຕ້ອງໄດ້ຈ່າຍຄ່າຢູ່, ຄ່າກິນ ເອົາເອງ, ດັ່ງນັ້ນຈຶ່ງເຮັດໃຫ້ປະຊາຊົນ ຜູ້ທຸກຍາກ ບໍ່ຢາກໄປໂຮງໝໍ ຫາກອາ ການເຈັບປ່ວຍ ຂອງຕົນບໍ່ເຖິງຂັ້ນຮຸນແຮງ.