ແພດເມີນເສີຍຕໍ່ຄົນເຈັບ
2018.11.27
ກ່ຽວກັບກໍຣະນີ ທີ່ ພີ່ນ້ອງຂອງຄົນເຈັບ ໄດ້ອອກມາເລົ່າເຖິງເຫດການ ທີ່ໂຮງໝໍເຊດຖາທິຣາຊ ບໍ່ປີ່ນປົວຄົນເຈັບນັ້ນ ທາງຝ່າຍເຈົ້າໜ້າທີ່ ກົມປີ່ນປົວ ກະຊວງສາທາຣະນະສຸຂ ໃຫ້ຄວາມເຫັນວ່າ ທຸກກໍຣະນີ ທີ່ເຈັບປ່ວຍກະທັນຫັນ ທີ່ເຂົ້າມາຂໍບໍຣິການ ຢູ່ ຜແນກສຸກເສີນ ປະຊາຊົນຕ້ອງໄດ້ຮັບ ການກວດຮ່າງກາຍເລັ່ງດ່ວນທີ່ສຸດ ເຊິ່ງເປັນໄປຕາມຫລັກການ ຂອງແຕ່ລະໂຮງໝໍ ຕ້ອງໄດ້ເອົາໃຈໃສ່ ປະຕິບັດ. ດັ່ງທ່ານໄດ້ກ່າວວ່າ:
"ອັນນີ້ເປັນໄປບໍ່ໄດ້ແລ້ວ ອັນນີ້ຕ້ອງກວດທຸກເຄສ ແລ້ວຄັນບໍ່ກວດກໍ່ຜິດຈັນຍາບັນ ຈັນຍາທັມແຫລ້ວເນາະ ກໍ່ແມ່ນຄວາມຜິດຂອງໝໍ ແຫຼະເນາະຄວາມຜິດຂອງຜູ້ຮັບຜິດຊອບຢູ່ Emergency ຢູ່ຫັ້ນແຫຼະເນາະ, ທັມມະດາແມ່ນສົງສັຍໃສ້ຕິ່ງ ແລ້ວມັນຍັງ ມາວ່າບໍ່ກວດໃຫ້ ມາຕັ້ງແຕ່ເຊົ້າຈຳແລງ ນີ້ແນ່ນອນອັນນີ້ ມັນຕ້ອງຜ່າຕັດດ່ວນແຫຼະເນາະ ມັນກໍ່ບໍ່ຖືກຈັນຍາບັນຈັນຍາທັມ ແຫຼະເນາະ."
ທ່ານກ່າວຕື່ມວ່າ ກໍຣະນີທີ່ເກີດຂຶ້ນ ອາດຈະຍັງບໍ່ໄດ້ຮັບການລົງມະຕິ ຢ່າງຊັດເຈັນເຖິງອາການເຈັບປ່ວຍ ຂອງທ່ານໝໍ ຫລືຍັງມີການ ຕິດຕາມຜົນກໍເປັນໄປໄດ້ ແຕ່ເຖິງແນວໃດ ທຸກກໍຣະນີ ທີ່ເຂົ້າມາປີ່ນປົວ ຜແນກສຸກເສີນ ຕ້ອງໄດ້ຮັບການກວດຢູ່ຫ້ອງ ICU ຢ່າງຣະອຽດ ຖ້າພົບວ່າເປັນໃສ້ຕິ່ງ ຄວນຜ່າຕັດດ່ວນ.
ເຫດການດັ່ງກ່າວເກີດຂຶ້ນ ເມື່ອວັນທີ 23 ພຶສຈິກາ ຜ່ານມາ ປະຊາຊົນທ່ານນຶ່ງໄດ້ເວົ້າເຖິງການໃຫ້ບໍຣິການ ຂອງໂຮງໝໍ ເຊດຖາທິຣາຊ ຜ່ານຊື່ສັງຄົມອອນລາຍ ວ່າ ຜູ້ກ່ຽວໄດ້ພາພີ່ນ້ອງ ເຂົ້າໄປປີ່ນປົວໂດຍໝໍບໍ່ເອົາໃຈໃສ່ ປີ່ນປົວຄົນເຈັບ ທີ່ມີອາການ ເຈັບທ້ອງຢ່າງຮຸນແຮງ ຊໍ້າບໍ່ພໍຍັງໃຫ້ລໍຖ້າເຖິງ 9 ຊົ່ວໂມງ ເຮັດໃຫ້ຜູ້ກ່ຽວຕ້ອງຕັດສິນໃຈ ຍ້າຍໄປໂຮງໝໍ 103. ດັ່ງທ່ານໄດ້ກ່າວວ່າ:
"ເຈັບທ້ອງແຮງນັ່ງຖ້າຈົນຈຸກ ເພິ່ນກໍ່ຍັງບໍ່ເອົາໄປກວດ ຢາກໃຫ້ໜ່ວຍງານກວດກາ ພະນັກງານ ເມື່ອວັນທີ 23 ນີ້ເນາະ ຍື່ນໃບຕັ້ງແຕ່ 11 ໂມງເນາະ ມາຖ້ານີ້ 9 ໂມງແລ້ວ ຢູ່ຫ້ອງສຸຂເສີນເນາະ ເພິ່ນໃຫ້ໄປຖ້າລໍຄີວ ວ່າໃຫ້ຖ້າຄີວເອົາເດີ້ ເປັນຫຍັງເຖິງ ໃຫ້ຄີວ ທັງທີ່ຄົນນັ້ນ ສິຕາຍແລ້ວ ຄືບໍ່ເອັກໂຄ ເບີ່ງກ່ອນວ່າຂ້າງ ໃນມັນເປັນຫຍັງ ຄັນຫາກຜ່າຕັດ ຖ້າຄີວຂ້ອຍກໍ່ບໍ່ວ່າ ຢາກຮູ້ວ່າເປັນຫຍັງ ໂຮງໝໍເຊຖາທິຣາຊ ເດີ້ ຢູ່ດອນກອຍເນາະ ຢາກໃຫ້ລົງກວດເບິ່ງແນ່ຈັກນ່ອຍເນາະ."
ຫລັງຈາກຜູ້ກ່ຽວຍ້າຍພີ່ນ້ອງ ໄປກວດຢູ່ໂຮງໝໍ 103 ເຊິ່ງໂຮງໝໍດັ່ງກ່າວໄດ້ກວດຢ່າງວ່ອງໄວ ແລະ ໝໍໄດ້ແຈ້ງຜົລ ຂອງການກວດວ່າ ພີ່ນ້ອງຜູ້ກ່ຽວເຈັບໃສ້ຕິ່ງ. ຕໍ່ກໍຣະນີດັ່ງກ່າວນີ້ ວິທຍຸ ເອເຊັຍເສຣີ ໄດ້ພຍາຍາມສອບຖາມ ໄປຍັງໂຮງໝໍ ເຊດຖາທິຣາຊ ແຕ່ບໍ່ມີເຈົ້າໜ້າທີ່ ກ່ຽວຂ້ອງ ອອກມາໃຫ້ຄຳຕອບ.