ກະຊວງ ສາທາຣະນະສຸຂ ຈະປັບປຸງ ການບໍຣິການ ໂຮງໝໍຣັຖ

ຈຳປາທອງ
2023.03.17
ກະຊວງ ສາທາຣະນະສຸຂ ຈະປັບປຸງ ການບໍຣິການ ໂຮງໝໍຣັຖ ການໃຊ້ບໍຣິການຂອງຄົນເຈັບ ທີ່ໂຮງໝໍ ແມ່ແລະເດັກ ແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ, ເດືອນກຸມພາ ປີ 2023.
ນັກຂ່າວ ພົລເມືອງ

ດຣ. ບຸນແຝງ ພູມມະໄລສິດ ຣັຖມົນຕຣີ ກະຊວງສາທາຣະນະສຸຂ ກ່າວຕໍ່ກອງປະຊຸມ ສາທາຣະນະສຸຂປະຈໍາປີ 2023 ໃນມື້ວັນທີ 16 ມິນານີ້ວ່າ ຈະປັບປຸງ ພັທນາ ແລະຍົກລະດັບຄວາມສາມາດ ໃນການບໍຣິການ ດ້ານສາທາຣະນະສຸຂ ໃຫ້ສາມາດບັນລຸເປົ້າໝາຍ 11 ຕົວຊີ້ບອກ ທີ່ສະພາແຫ່ງຊາດໄດ້ຮັບຮອງ ແລະຍົກລະດັບ ຄຸນນະພາບຂອງການບໍຣິການ ຕາມນະໂຍບາຍ 5 ດີ 1 ພໍໃຈ ເພື່ອຕອບ ສນອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ ເປັນຕົ້ນ ການຮັບຕ້ອນຄົນທີ່ມາໃຊ້ບໍຣິການດີ, ໄດ້ຮັບຄວາມສະດວກ, ການປິ່ນປົວດີ, ວ່ອງໄວ.

ວຽກງານດັ່ງກ່າວ ທາງກະຊວງ ສາທາຣະນະສຸຂ ກໍໄດ້ປະຕິບັດມາແລ້ວຫລາຍປີ ໂດຍເຮັດເທື່ອລະກ້າວ ແຕ່ກໍຍັງບໍ່ທັນໄດ້ 100%.

ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂ ຢູ່ນະຄອນຫລວງວຽງຈັນ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສ ຣີໃນມື້ວັນທີ 17 ມິນານີ້ວ່າ:

“ເປັນນະໂຍບາຍຂອງຣັຖບານ ກ່ຽວກັບການປັບປຸງ ຂອດບໍຣິການ ດ້ານສາທາຣະນະສຸຂນີ້ ແຫລະ ເຣື່ອງການຮັບຕ້ອນ ເຣື່ອງການປິ່ນປົວ ການລົງມະຕິດີ ສະດວກດີແລ້ວກະສະອາດດີ ເຮັດໄດ້ຫລາຍປີແລ້ວເດ໋ ບໍຣິການໃຫ້ມັນດີຂຶ້ນ ກໍໄດ້ປັບປຸງໄປເທື່ອລະຢ່າງ ເທື່ອລະໜ້ອຍ ຈະປັບປຸງໃຫ້ 100% ບາດດຽວ ມັນກໍບໍ່ໄດ້.”

ໃນຂະນະດຽວກັນ ເຈົ້າໜ້າທີ່ຢູ່ໂຮງໝໍ ໃນແຂວງຈໍາປາສັກ ທ່ານນຶ່ງກໍເວົ້າໃນມື້ດຽວກັນນີ້ວ່າ ເຣື່ອງການປັບປຸງການບໍຣິການ ດ້ານສາທາຣະນະສຸຂ ໃຫ້ດີຂຶ້ນນີ້ ກໍໄດ້ມີການຊຸກຍູ້ໃຫ້ມີການປັບປຸງ ມາຕລອດ ເພື່ອໃຫ້ປະຊາຊົນ ຜູ້ເຈັບປ່ວຍ ທີ່ມາໃຊ້ບໍຣິການມີຄວາມພໍໃຈກ

“ໝາຍເຖິງການບໍຣິການດີເນາະ ສຸພາບດີ ເວົ້າຈາ ການນຸ່ງຖື ເພິ່ນກໍປັບປຸງໃຫ້ດີຂຶ້ນ ທາງຄະນະຫ້ອງການເພິ່ນກະຊຸກຍູ້ ໃຫ້ປະຕິບັດໃຫ້ມັນໄດ້ ໃຫ້ບໍຣິການດີຂຶ້ນ ໃຫ້ປະຊາຊົນພໍໃຈ.”

ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນລາວຢູ່ນະຄອນຫລວງວຽງຈັນຜູ້ນຶ່ງເວົ້າວ່າ ເຖິງພາກສ່ວນທີ່ກ່ຽວຂ້ອງຈະປັບປຸງ ມາຫລາຍປີແລ້ວກໍຕາມ ແຕ່ໃນປັດຈຸບັນ ຫລາຍຄົນກໍຍັງເວົ້າວ່າ ການບໍຣິການຂອງເຈົ້າໜ້າທີ່ສາທາຣະນະສຸຂຕາມໂຮງໝໍ ຕ່າງໆຍັງບໍ່ທັນເປັນທີ່ໜ້າພໍໃຈ ເທົ່າທີ່ຄວນ ເປັນຕົ້ນການເວົ້າຈາຂອງເຈົ້າໜ້າທີ່ບາງຄົນບໍ່ດີ, ການບໍຣິການຊ້າ ແລະມີການລັດຄີວ ບໍ່ເປັນຣະບຽບ ຜູ້ມາຕາມຫລັງໄດ້ເຂົ້າກ່ອນ.

“ປັບປຸງເຣື່ອງ... ການບໍຣິການຢາກໃຫ້ມັນທັນໃຈຫັ້ນນ່າ ຢາກໃຫ້... ແບບວ່າວ່ອງໄວ ຖ້າຄິວຍາວ ມັນຈະດົນໜ້ອຍນຶ່ງ ແຕ່ວ່າຢາກໃຫ້ໄວກວ່ານີ້ຫັ້ນນ່າ ຄົນທີ່ມັນເຈັບມັນກໍເຈັບ ອັນນີ້ສົມມຸດວ່າເຂົາຮູ້ຈັກກັນ ມາຫລັງໄດ້ໄປກ່ອນຊີ້ນ່າ.”

ໃນຂະນະດຽວກັນ ປະຊາຊົນຜູ້ນຶ່ງ ຢູ່ແຂວງຫລວງພຣະບາງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 17 ມິນານີ້ວ່າ  ການບໍຣິການຢູ່ໂຮງໝໍຕ່າງໆຂອງຣັຖ ດີຂຶ້ນກວ່າແຕ່ກ່ອນຫລາຍ, ແຕ່ບາງເທື່ອ ກໍຍັງມີເຈົ້າໜ້າທີ່ສາທາຣະນະສຸຂບາງຄົນ ເວົ້າຈາບໍ່ມ່ວນ, ບໍ່ເອົາໃຈໃສ່ກວດຄົນເຈັບປ່ວຍ, ຄົນເຈັບປ່ວຍໄດ້ລໍຄິວດົນຫລາຍ, ຢາກໃຫ້ມີການປັບປຸງເຣື່ອງນີ້.

“ບໍຣິການຂອງເຂົາເຈົ້ານີ້ ມັນກໍມີບາງສ່ວນເນາະ ບາງບຸກຄົນ ເຣື່ອງປາກເວົ້າຈາຫັ້ນນ່າ ຄັນວ່າຄົນຫລາຍກໍຕ້ອງໄດ້ລໍຫັ້ນແຫລະເນາະ ເພາະວ່າແພດໝໍມັນກະບໍ່ທັນຫັ້ນແຫລະ ກໍຢາກໃຫ້ປັບປຸງໃຫ້ມັນດີກວ່າເກົ່າຕື່ມຫັ້ນແຫລະເນາະ ການກວດສຸຂພາບບໍ່ແມ່ນຫຍັງຫັ້ນນ່າ ຢາກໃຫ້ເພີ່ມໂຕນີ້ຂຶ້ນຕື່ມ ເພາະວ່າຜູ້ເຈັບມັນກໍລໍດົນນານຫລາຍຫັ້ນນ່າ.”

ທ່ານກ່າວຕື່ມວ່າ ໃນໄລຍະນີ້ ຜູ້ເຈັບປ່ວຍຫລາຍຄົນ ບໍ່ໄດ້ໄປປິ່ນປົວຢູ່ໄທຍຄືແຕ່ກ່ອນ ຍ້ອນຫຍຸ້ງຍາກທາງດ້ານການເງິນ, ເງິນກີບກໍອ່ອນຄ່າ, ແຕ່ສໍາລັບຜູ້ມີເງິນຫລາຍ ກໍຍັງໄປປິ່ນປົວທີ່ປະເທດໄທຍຢູ່.

ແລະຢູ່ແຂວງສວັນນະເຂດ ປະຊາຊົນລາວຜູ້ນຶ່ງ ກໍເວົ້າວ່າ ຖ້າເວົ້າເຖິງເຣື່ອງການບໍຣິການ ຂອງເຈົ້າໜ້າທີ່ຢູ່ໂຮງໝໍ ກໍຮູ້ສຶກວ່າ ດີຂຶ້ນກວ່າທີ່ຜ່ານມາຢູ່, ແຕ່ກໍຍັງຢາກໃຫ້ປັບປັງຫລາຍຢ່າງ, ອັນສໍາຄັນທີ່ຄວນເອົາໃຈໃສ່ປັບປຸງໃຫ້ໄວ ຄືຄວາມສະອາດຂອງຫ້ອງນໍ້າ ແລະເຮັດໃຫ້ມີຫ້ອງນໍ້າພຽງພໍ.

“ຢາກໃຫ້ປັບປຸງຫລາຍຈຸດເນາະ ພາກສຸຂອະນາມັຍ ຍັງບໍ່ສະອາດເປັນຕົ້ນວ່າ ໂຄງໝໍນີ້ກໍຕ້ອງມີຫ້ອງນໍ້າ ໃຫ້ໃຊ້ບໍຣິການ ໃຫ້ມັນຄົບຖ້ວນ ແຕ່ໃນປັດຈຸບັນນີ້ກະ ມີບໍ່ ມີຢູ່ແຕ່ຫາກຍັງບໍ່ທັນຄົບຖ້ວນ ປານໃດຫັ້ນນ່າ.”

ແຕ່ເຖິງຢ່າງໃດກໍຕາມ ດຣ. ບຸນແຝງ ພູມມະໄລສິດ ກໍໄດ້ກ່າວໃນກອງປະຊຸມທີ່ວ່ານັ້ນວ່າ ເຖິງຈະພົບຄວາມຫຍຸ້ງຍາກ ຫລາຍດ້ານ ໃນການພັທນາລະບົບສາທາຣະນະສຸຂ ຖ່າມກາງຄວາມຫຍຸ້ງຍາກ ທາງດ້ານເສຖກິຈ-ການເງິນ ຂອງປະເທດ, ການແພ່ຣະບາດຂອງ ໂຄວິດ-19 ແລະພະຍາດຕາມຣະດູການ, ແຕ່ມັນເປັນໂອກາດທີ່ດີ ທີ່ຈະປັບປຸງກົລໄກຕ່າງໆ ສ້າງຄວາມເຂັ້ມແຂງ ຂອງຣະບົບສາທາຣະນະສຸຂ ໃນແຕ່ລະຂັ້ນໃຫ້ດີຍິ່ງຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.