ສໍາພາດ ດຣ.ສິດທິພັນ ທົດສະກັນ
ສຸພັດຕາ
2018.11.26
2018.11.26

ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ແຕກ ເມື່ອວັນທີ 23 ກໍຣະກະດາ ນັ້ນ ມາຮອດວັນທີ 20 ພຶສຈິກາ 2018 ນີ້ ກໍໄດ້ 118 ວັນ ແລ້ວ, ເຫດການ ດັ່ງກ່າວ ເຮັດໃຫ້ຄົນລາວ ທັງປະເທດ ແລະຊາວໂລກ ຈະຈື່ຈຳໄປຕລອດການ ເຖິງຄວາມເສັຽຫາຍຄັ້ງໃຫຍ່ ທັງຊີວິດ ແລະ ຊັພສິນ ຂອງປະຊາຊົນ ຊາວເມືອງສນາມໄຊ ທີ່ບ້ານເຮືອນ, ໄຮ່ນາ, ຮົ້ວສວນ ຖືກນໍ້າຖ້ວມ ເສັຽຫາຍໜັກໜ່ວງ ປະຊາຊົນເສັຽຊີວິດ, ຫາຍສາບສູນ ແລະບາດເຈັບເປັນຈຳນວນ ຫຼວງຫຼາຍ.
ດຣ. ໂກ້ ສິດທິພັນ ທົດສະກັນ ຊຶຶ່ງເປັນ ດຣ. ປະຈຳ ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແລະ ໄດ້ມາເຮັດວຽກ ເປັນອາສາສມັກ ຢູ່ທີ່ ໂຮງໝໍ ເມືອງສນາມໄຊ ເພື່ອປິ່ນປົວ ຜູ້ປະສົໍບພັຍ ເຂື່ອນແຕກ ທີ່ມີເຖິງຮ້ອຍປາຍຄົນ ໃນແຕ່ລະມື້ ແລະ ດຣ ຍັງເປັນຜູ້ນຶ່ງ ທີ່ຣະດົມ ການຊ່ອຍເຫຼືອ ຈາກຫຼາຍພາກສ່ວນ ເພື່ອຢາ ແລະຊື້ ອຸປກອນຕ່າງໆ ມາຮັບໃຊ້ ໃນໂຮງໝໍນັ້ນ ນຳດ້ວຍ ... ເຊີນທ່ານຟັງການສໍາພາດ.