ຊາວລາວຫຼາຍແຂວງ ຍັງບໍ່ພໍໃຈ ເມື່ອໃຊ້ບໍຣິການ ທີ່ໂຮງໝໍຣັຖ
2023.08.31

ປະຊາຊົນລາວ ຫຼາຍຄົນ ໃນຫຼາຍແຂວງ ຍັງບໍ່ພໍໃຈ ໃນການປິ່ນປົວ ແລະ ການບໍຣິການ ຂອງໂຮງໝໍຣັຖ ບໍ່ວ່າຈະເປັນເຣື່ອງ ການປິ່ນປົວຊັກຊ້າ, ຕ້ອງໄດ້ລໍຖ້າດົນ, ບໍ່ມີຢາປິ່ນປົວພະຍາດຕ່າງໆ ໃຫ້ຄົນເຈັບພຽງພໍ ເຮັດໃຫ້ຄົນເຈັບ ຕ້ອງໄປຫາຊື້ຢາ ຢູ່ຂ້າງນອກເອງ, ເຊິ່ງຕ້ອງເສັຽເງິນແພງຂຶ້ນ ລວມໄປເຖິງການເວົ້າຈາ ຂອງທ່ານໝໍ ແລະ ເຈົ້າໜ້າທີ່ບາງຄົນ ກໍຍັງເວົ້າຈາບໍ່ມ່ວນ ກັບຄົນເຈັບ ແລະ ຜູ້ມາໃຊ້ບໍຣິການ.
ດັ່ງຊາວລາວ ໃນເມືອງອະນຸວົງ ແຂວງໄຊສົມບູນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 31 ສິງຫາ ນີ້ວ່າ:
“ກະຫຼາຍຜູ້ທ້ວງຢູ່ ຢຸກຢາມັນບໍ່ມີ, ຢູ່ໃນໂຮງໝໍ ບໍ່ພຽງພາສາ. ອັນນີ້, ອັນນີ້ບໍ່ມີ ອອກໄປຊື້ຢູ່ນອກ ຕາມເອກຊົນ ມັນກໍດີກວ່າ. ມັນປິ່ນປົວໄວ, ແຕ່ເວົ້າເຣື່ອງລາຄາ ມັນກໍແພງ. ບາດໄປໂຮງໝໍຣັຖ ປິ່ນປົວກະຊັກຊ້າ ບາງທ່ານໝໍຫັ້ນ ພັດເວົ້າບໍ່ເຂົ້າຫູ ຢາກໍບໍ່ພຽງພໍປານໃດ. ສເນີ, ເຂົາກໍບໍ່ມີຄຳຕອບ.”
ຂະນະດຽວກັນ, ຊາວລາວໃນເມືອງເຊບັ້ງໄຟ ແຂວງຄຳມ່ວນ ທ່ານນຶ່ງ ກໍກ່າວເຊັ່ນດຽວກັນວ່າ ທ່ານເອງ ກໍບໍ່ພໍໃຈເຊັ່ນກັນ ເມື່ອເວລາໄປໂຮງໝໍຣັຖ ກໍບໍ່ມີຢາປິ່ນປົວ ໃຫ້ຄົນເຈັບພຽງພໍ ເຮັດໃຫ້ຊາວບ້ານ ທີ່ບໍ່ມີເງິນ ທີ່ຫວັງຈະເພິ່ງພາພາກຣັຖ ເພື່ອຊື້ຢາລາຄາຖືກ ກໍຕ້ອງໄປຫາຊຶ້ຢາ ຢູ່ຂ້າງນອກເອງ ທີ່ມີລາຄາແພງກວ່າເກົ່າ ແລະ ກໍຍັງມີເຈົ້າໜ້າທີ່ ຫຼືທ່ານໝໍ ບາງຄົນ ທີ່ໃຫ້ບໍຣິການ ກໍເວົ້າຈາບໍ່ມ່ວນປານໃດ.
“ໄປໂຮງໝໍ ຫຼັກການຢາ ໄດ້ຊື້ຂ້າງນອກໝົດ. ພາກສ່ວນທີ່ທຸກຍາກ ຂາດເຂີນແນ່ ກະຝືດເຄືອງແຫຼະ. ຄ່າໃຊ້ຈ່າຍນີ້ແຫຼະ ບໍ່ມີເງິນ ກໍກັບບ້ານແຫຼະ. ກໍມີບາງພາກສ່ວນ ການບໍຣິການ ກະຖືວ່າ ບໍ່ຢາກນິ້ມນວນປານໃດ.”
ແຕ່ຊາວລາວ ໃນເມືອງງອຍ ແຂວງຫຼວງພຣະບາງ ກ່າວວ່າ ການບໍຣິການ ກໍຂຶ້ນຢູ່ທີ່ບາງຄົນ ທີ່ມັກເວົ້າຮ້າຍກໍມີ. ບາງຄົນ ກໍບໍຣິການດີ, ເຊິ່ງເມື່ອເວລາຕົນເອງ ໄປຫາທ່ານໝໍ ຢູ່ສຸຂສາລາ ກໍຮູ້ສຶກວ່າ ການບໍຣິການ ກໍທັມມະດາ, ເສັຽເງິນຄ່າກວດ 5,000 ກີບ. ແຕ່ປັດຈຸບັນ, ຕາມໂຮງໝໍ ກໍບໍ່ມີຢາບາງຊນິດ ກໍຍັງຕ້ອງໄປເສັຽເງິນ ຫາຊື້ຂ້າງນອກຢູ່. ຄົນທີ່ບໍ່ພໍໃຈ ກໍຈະເປັນຄົນ ທີ່ບໍ່ຄ່ອຍມີເງິນ ເພາະທີ່ໄປໂຮງໝໍຣັຖ ກໍຫວັງຈະເພິ່ງພາຣັຖ ເພື່ອບໍ່ໃຫ້ເສັຽເງິນຫຼາຍ.
“ຢູ່ສຸຂສາລານີ້ ຄັນວ່າເຮົາໄປກວດ ມີສັມມະໂນຄົວໄປນຳ ແລ້ວກວດເທື່ອນຶ່ງ ເພິ່ນເອົາ 5,000 ກີບ. ບາງສິ່ງບາງຢ່າງ ກໍບໍ່ມີເນາະ, ວ່າຊັ້ນສາ ໃຫ້ມັນຄົບ ມັນກໍບໍ່ຄົບ, ຫັ້ນນ່າເນາະ ກະໄດ້ຊື້ນອກເອົາ. ກະຜູ້ທີ່ຍາກຈົນຫັ້ນ ກໍບໍ່ຢາກພໍໃຈປານໃດ ບໍ່ມີເງິນ. ການບໍຣິການ ກະຕາມລະບຽບ ຂອງແພດຫັ້ນລະ. ເອີ່, ກະທັມມະດາຫັ້ນແຫຼະ.”
ຈາກຜົລສຳຣວດ ແລະ ຮິບໂຮມຂໍ້ມູນ ຂອງສະພາແຫ່ງຊາຕລາວ ໃນເດືອນເມສາ 2023 ທີ່ຜ່ານມາ ຢູ່ໂຮງໝໍຂັ້ນສູນກາງ 3 ແຫ່ງ ໄດ້ເຮັດແບບສອບຖາມ ກັບຜູ້ມາໃຊ້ບໍຣິການໂຮງໝໍ ຈຳນວນ 150 ຄົນ ພົບວ່າ ລະດັບຄວາມພໍໃຈ ຕໍ່ການບໍຣິການ ຢູ່ໃນລະດັບດີ ພຽງ 20%. ສ່ວນຄວາມບໍ່ພໍໃຈ ຫຼືບໍ່ທັນດີ ມີເຖິງ 66% ແລະ ຄວາມບໍ່ພໍໃຈ ຕໍ່ການຕ້ອນຮັບ, ທ່າທີ ແລະ ການເວົ້າຈາບໍ່ເໝາະສົມ ຂອງແພດ ແລະ ໝໍ ມີເຖິງ 48%, ອີງຕາມການຣາຍງານ ຂອງຍານາງ ທຸມມາລີ ວົງພະຈັນ, ປະທານກັມມາທິການ ວັທນະທັມ-ສັງຄົມ ສະພາແຫ່ງຊາຕລາວ ທີ່ໄດ້ຣາຍງານ ໃນກອງປະຊຸມສໄມສາມັນເທື່ອທີ 5 ຂອງສະພາແຫ່ງຊາຕຊຸດທີ 9 ທີ່ຫາກໍອອກຂ່າວ ຈາກສຳນັກຂ່າວທ້ອງຖິ່ນໃນລາວ ໃນວັນທີ 29 ສິງຫາ 2023 ທີ່ຜ່ານມານີ້.
ກ່ຽວກັບເຣື່ອງນີ້, ທ່ານໝໍ ຢູ່ເມືອງລ້ອງຊານ ແຂວງໄຊສົມບູນ ທ່ານນຶ່ງ ກ່າວວ່າ ປັດຈຸບັນ ກໍຍອມຮັບວ່າ ການບໍຣິການ ຂອງໂຮງໝໍ ກໍບໍ່ໄດ້ດີເທົ່າທີ່ຄວນ ຍ້ອນວ່າ ຣັຖບານ ບໍ່ມີງົບປະມານທີ່ພຽງພໍ ທີ່ຈະສນອງໃຫ້ໂຮງໝໍແຫ່ງຕ່າງໆ ໃນແຕ່ລະແຂວງ. ທ່ານເອງ ກໍເຄີຍສເນີໄປຍັງຣັຖບານ, ແຕ່ກໍບໍ່ເຫັນແກ້ໄຂ ຕອບສນອງງົບປະມານ ໃຫ້ພຽງພໍເທື່ອ ເຮັດໃຫ້ໂຮງໝໍ ກໍບໍ່ມີເງິນຊື້ຢາປິ່ນປົວ ລວມເຖິງການພັທນາ ການບໍຣິການ ໃຫ້ດີຂຶ້ນ.
“ຍັງຂາດແຄນຢູ່ເດີ້, ຢາບໍ່ພຽງພໍ ທົ່ວປະເທດເລີຍເດີ້. ບໍ່ສະເພາະແຕ່ເມືອງ ແຂວງເຮົາເນາະ, ແຕ່ປີກາຍນີ້ມາແລ້ວນ່າ. ນ້ຳຢາກວດວິເຄາະ ກໍຂາດແຄນຄືກັນ ບໍ່ມີເງິນຊື້ເດ້. ກອງທຶນຂາດງົບປະມານ ບໍ່ມີເງິນຈ່າຍ ລະຖືວ່າບໍ່ໄດ້ຢາ ເຂົ້າໂຮງໝໍແຫຼະ. ຄັນບໍ່ເຈັບໜັກແທ້ ເຂົາບໍ່ໄປແລ້ວ. ເຂົາກໍໂຈມຕີຕລອດນ່າ, ຄັນບໍ່ມີຢານີ້ ໂຮງໝໍຍົກເລີກສາ.”
ໃນຂະນະດຽວກັນ, ທ່ານໝໍ ຢູ່ເມືອງສນາມໄຊ ແຂວງອັດຕະປື ທ່ານນຶ່ງ ກໍກ່າວວ່າ ບັນຫາການບໍຣິການ ເຣື່ອງຢາປິ່ນປົວຂາດແຄນ ຕາມໂຮງໝໍຣັຖນີ້ ກໍເປັນຄືກັນໝົດທົ່ວປະເທດ, ເຊິ່ງຂາດບາງຊນິດ. ສາເຫດ ກໍຍ້ອນວ່າ ບໍ່ມີງົບປະມານ ຈະສນອງໃຫ້ພຽງພໍ ຈຶ່ງເຮັດໃຫ້ການບໍຣິການ ກວດສຸຂພາບ ບໍ່ທັນໄດ້ດີ. ຖ້າມີຄົນເຈັບ ມາໂຮງໝໍ ຢາຊນິດໃດບໍ່ມີ ໂຮງໝໍກໍຕ້ອງໃຫ້ເຂົາເຈົ້າ ໄປຊື້ຢາຢູ່ຂ້າງນອກແທນ.
“ມັນເປັນທົ່ວປະເທດນ່າ ແບບດຽວກັນ ຂາດບາງຈຳນວນ ມັນບໍ່ໄດ້ຂາດໝົດດອກ. ບາງຢ່າງກໍມີເນາະ ພໍໄດ້ແກ້ໄຂ, ຫັ້ນນ່າ. ມີສ່ວນເນາະ ເຣື່ອງງົບປະມານ ເພາະວ່າບໍ່ທັນຕາມເວລາ ທີ່ເຂົາກຳນົດໄວ້. ກໍຣະນີໂຕໃດທີ່ວ່າ ຢູ່ໂຮງໝໍເຮົາ, ກໍຣະນີມັນຂາດ ອີ່ຫຼີອີຫຼໍ ເຮົາກໍຈຳເປັນ ຕ້ອງໄດ້ຊື້ເອົາທາງນອກ.”
ແຕ່ຫຼ້າສຸດນີ້, ໃນວັນທີ 22 ສິງຫາ 2023 ທີ່ຜ່ານມາ, ຣັຖບານລາວ ກໍໄດ້ຈັດສັນງົບປະມານ ໃຫ້ກອງທຶນປະກັນສຸຂພາບແຫ່ງຊາຕ 180 ປາຍຕື້ກີບຕໍ່ປີ, ເຊິ່ງອີງຕາມຂໍ້ມູນ ໃນປີ 2022 ການເກັບເງິນສົມທົບ ຂອງປະຊາຊົນ ເວລາມາໃຊ້ບໍຣິການ ຍັງຕ່ຳ, ມີພຽງ 6.4% ຂອງມູລຄ່າທົດແທນ, ອີງຕາມການຣາຍງານ ຂອງທ່ານ ດຣ. ບຸນແຝງ ພູມມະໄລສິດ, ຣັຖມົນຕຣີ ກະຊວງສາທາຣະນະສຸຂ ໄດ້ຣາຍງານຕໍ່ກອງປະຊຸມ ປະເມີນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍ ການປະກັນສຸຂພາບ ທີ່ແຂວງຈຳປາສັກ, ເຊິ່ງບວກກັບສະພາບພັຍເງິນເຟີ້, ມູນຄ່າການປິ່ນປົວ, ໂດຍສະເພາະຄ່າຢາ ແລະ ອຸປະກອນການແພດ ກໍສູງຂຶ້ນ ເຮັດໃຫ້ຣັຖບານ ມີໜີ້ສະສົມ ໃນແຕ່ລະປີ ເປັນຈຳນວນຫຼາຍ.
ເຖິງຢ່າງໃດກໍຕາມ, ການຈ່າຍເງິນງົບປະມານ 180 ປາຍຕື້ກີບຕໍ່ປີ ໃນຈຳນວນດັ່ງກ່າວ ຂອງຣັຖບານ ໃຫ້ແກ່ໂຮງໝໍຣັຖ ນີ້, ກໍຍັງບໍ່ພຽງພໍ ຈຶ່ງເຮັດໃຫ້ໂຮງໝໍຣັຖ ບໍ່ມີເງິນໄປຊື້ຢາ ເພື່ອປິ່ນປົວ ແລະ ບໍ່ມີງົບປະມານ ໃນການປັບປຸງ ການບໍຣິການ ໃຫ້ດີຂຶ້ນໄດ້.