ສາທາຣະນະສຸຂ ເຕືອນ ເຫັດເບື່ອ
2019.06.05

ເຈົ້າໜ້າທີ່ສາທາຣະນະສຸຂ ເຕືອນປະຊາຊົນ ໃນຣະຍະດູຝົນນີ້ ໃຫ້ຣະວັງເຫັດເບື່ອ ຕ້ອງເບິ່ງໃຫ້ດີກ່ອນ ທີ່ຈະນໍາມາປຸງແຕ່ງ ເປັນອາຫານ ເພາະມັນອາດເປັນອັນຕະຣາຍ ຕໍ່ຊີວິດໄດ້.
ໃນມື້ວັນທີ 29 ພຶສພາ ຜ່ານມານີ້ ຢູ່ບ້ານດັກຕຽມ ເມືອງດາກຈຶ້ງ ແຂວງເຊກອງ ໄດ້ມີຄອບຄົວນຶ່ງ ໄປເກັບເຫັດ ທີ່ເກີດຕາມທັມມະຊາດມາ ແຕ່ງກິນ ແລະບໍ່ຮູ້ວ່າ ເຫັດທີ່ເກັບມານັ້ນເປັນເຫັດເບື່ອ ຍ້ອນເຫັດນັ້ນມີລັກສນະຄືກັບ ເຫັດທີ່ເຄີຍກິນມາກ່ອນ ເຮັດໃຫ້ຄົນພາຍໃນຄອບຄົວ 5 ຄົນ ທີ່ກິນເຫັດດັ່ງກ່າວ ເກີດອາການວິນຫົວ, ເມື່ອຍ ແລະ ຮາກ, ແຕ່ປັດຈຸບັນ ທັງ 5 ຄົນນັ້ນ ໄດ້ເຊົາເປັນປົກກະຕິແລ້ວ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ອາຫານແລະຢາ ແຂວງເຊກອງ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 4 ມິຖຸນານີ້:
“ມີການຣາຍງານຢູ່ ກິນເຫັດເບື່ອ ແຕ່ເຖິງມືໝໍ ໝໍກໍສາມາດແກ້ໄຂໄດ້ ຂະເຈົ້າກໍສາມາດສູ້ຊີວິດຄືນໄດ້ ມັນກໍອາການບໍ່ແມ່ນຈະຊ໊ອກບາດດຽວ ມັນກໍເຣີ້ມປັ່ນປ່ວນທາງຣະບົບກະເພາະອາຫານ, ລໍາໃສ້ ມັນກໍຈະມີອາການຮາກ ມັນຈະມີອາການວິນຫົວ ແບບວ່າອາການມັນຈະໜັກກວ່າ ນັ້ນອີກ.”
ຢູ່ແຂວງວຽງຈັນ ກໍມີຣາຍງານວ່າ ເມື່ອເດືອນພຶສພາ ຜ່ານມາ ມີຄົນກິນເຫັດເບື່ອ 3 ຄົນ ຊຶ່ງເຂົາເຈົ້າໄປເກັບເຫັດ ຈາກປ່າມາແກງກິນ ແລະມີອາການວິນຫົວ, ຮາກ ແຕ່ໂຊກດີ ທ່ານໝໍ ສາມາດປິ່ນປົວໄດ້ທັນ, ດັ່ງເຈົ້າໜ້າທີ່ ອາຫານແລະຢາ ແຂວງວຽງຈັນ ກ່າວວ່າ:
“ຢູ່ແຂວງວຽງຈັນເດືອນແລ້ວນີ້ ມັນກະມີ 3 ກໍຣະນີ ເຫັດເບື່ອມາແຕ່ປ່າ ການເບື່ອແບບເບື່ອອາຫານ ນີ້ແຫຼະ ວິນວຽນ ແລະຮາກ ແລະຫຍັງ ວິນວຽນແມ່ນຫຍັງຕ່າງໆນີ້ແຫຼະ ມາຮອດໂຮງໝໍແຂວງ ນີ້ແກ້ໄດ້ ຖ້າກິນຫຼາຍກະເຖິງເສັຽຊີວິດໄດ້ຄືກັນ.”
ແລະໃນມື້ວັນທີ 4 ມິຖຸນາ ນີ້ສື່ທາງການລາວຣາຍງານວ່າ ຢູ່ແຂວງຊຽງຂວາງ ກໍມີຄົນເບື່ອເຫັດ 15 ຄົນ, ຊຶ່ງຄົນທີ່ເບື່ອເຫັດທັງ 15 ຄົນນັ້ນ ເປັນຄົນຈີນ ທີ່ໄປຊື້ເຫັດ ຢູ່ຕະຫຼາດ ມາແຕ່ງກິນ ແລ້ວພາກັນເບື່ອ ປັດຈຸບັນ ຍັງບໍ່ຮູ້ວ່າ ເຫັດທີ່ພວກເຂົາເຈົ້າ ຊື້ມາແຕ່ງກິນນັ້ນແມ່ນເຫັດ ຊນິດໃດເທື່ອ.
ກ່ຽວກັບການປ້ອງກັນ ການກິນເຫັດເບື່ອນີ້ ເຈົ້າໜ້າທີ່ອາຫານແລະຢາ ແຂວງວຽງຈັນ ບອກວ່າ ເຫັດເບື່ອນັ້ນຈະມີກິ່ນແຮງ ແລະທີ່ສໍາຄັນ ເຫັດນັ້ນມີຄວາມຄ້າຍຄືກັບເຫັດ ທີ່ກິນໄດ້. ສະນັ້ນ, ປະຊາຊົນຕ້ອງເບິ່ງໃຫ້ດີ ຫາກບໍ່ຮູ້ຫຼືບໍ່ແນ່ໃຈ ວ່າເຫັດນັ້ນ ແມ່ນເຫັດທີ່ເຄີຍກິນຫຼືບໍ່ ກໍບໍ່ຄວນເກັບມາແຕ່ງກິນ ເພື່ອປ້ອງກັນບໍ່ໃຫ້ເກີດອັນຕະຣາຍ ຕໍ່ຕົນເອງແລະຄອບຄົວ.
ທ່ານກ່າວຕື່ມວ່າ ສໍາລັບອາການຂອງຄົນທີ່ກິນເຫັດແລ້ວເບື່ອນັ້ນ ຈະເກີດຂຶ້ນຈາກກິນໄດ້ 3 ຊົ່ວໂມງ ໂດຍຈະມີອາການເມື່ອຍ, ວິນຫົວ, ປຸ້ນທ້ອງຮາກ ແລະອາການຈະຮຸນແຮງຂຶ້ນ ຖ້າຫາກໄປປິ່ນປົວບໍ່ທັນສາມາດຊ໊ອກ ແລະເສັຽຊີວິດໄດ້.