ຊາວບ້ານ ລັກປູກຝິ່ນໃນເຂດຫ່າງໄກ ເພື່ອສົ່ງຂາຍໃຫ້ນາຍທຶນ ຕ່າງປະເທດ
2024.04.12

ໃນລະຫວ່າງຕົ້ນເດືອນກຸມພາ ຫາເດືອນມີນາ 2024 ທີ່ຜ່ານມາ ເຈົ້າໜ້າທີ່ ປກສ ເມືອງລອງ ແຂວງຫລວງນ້ໍາທາ ໄດ້ລົງສົມທົບ ກັບພາກສ່ວນກ່ຽວຂ້ອງ ທໍາລາຍສວນຝິ່ນປະມານ 5 ເຮັກຕ້າຣ໌ປາຍ ມີຈໍານວນ 4 ຈຸດ 16 ຕອນ, ເນື້ອທີ່ທັງໝົດ 52 ປາຍຕາແມັດ ໃນ 2 ກຸ່ມບ້ານ ຄື ກຸ່ມ ຈົງກາ ແລະ ກຸ່ມສີວິໄລ ໃນນັ້ນມີ 3 ບ້ານ ຄືບ້ານ ຫ້ວຍຫລວງ, ບ້ານນໍ້າໂບ, ແລະ ບ້ານພິນຫໍ ໂດຍເຈົ້າໜ້າທີ່ ໃຊ້ໄມ້ຟາດ ຫັກຕົ້ນອ່ອນ ແລະ ໃຊ້ພ້າຖາງ ເພື່ອບໍ່ໃຫ້ຕົ້ນຝິ່ນປົ່ງ ແລະ ບໍ່ສາມາດເກັບກູ້ຄືນໄດ້ ເຊິ່ງສວນຝິ່ນດັ່ງກ່າວ ເປັນຂອງຊາວບ້ານ ທີ່ເຂົາເຈົ້າລັກລອບປູກ ເບື້ອງຕົ້ນຄາດວ່າ ເພື່ອຂາຍໃຫ້ນາຍທຶນພະມ້າ ແລະ ຈີນ.
ດັ່ງເຈົ້າໜ້າທີ່ຕຳຫຼວດໃນແຂວງຫລວງນໍ້າທາ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍ່າແໜ່ງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 3 ເມສາ ນີ້ວ່າ:
“ທາງເຈົ້າໜ້າທີ່ ພວກເຮົາລົງກວດກາ ແລ້ວກະເຫັນເຂົາປູກເນາະ ກໍໄດ້ລະດົມ ລົງໄປທໍາລາຍຫັ້ນແຫລະ ເປັນຊາວບ້ານນີ້ແຫລະ ມີຫລາຍເຕີບ ຢູ່ຫ້ວຍ ຢູ່ພູພຸ້ນແຫລະ. ສ່ວນຫລາຍມັນຢູ່ລຽບຊາຍແດນເນາະ ບາງທີກໍເຂົາເຈົ້າອາດຈະສົ່ງອອກ ໄປພະມ້າບໍ່ ໄປຈີນບໍ່ ຈັ່ງຊີ້ແຫລະ ໂຕນີ້ກໍແນ່ນອນແຫລະ ສໍ່ທີ່ທາງໄປວ່າ. ເອີ ນາຍທຶນຫັ້ນແຫລະ ກໍລາຄາເອົາສູງ ວ່າຊັ້ນສາ.”
ທາງ ປກສ ເມືອງລອງ ກໍສາມາດຈັບຊາວບ້ານໄດ້ 3 ຄົນ ແລະກໍມີການ ນໍາມາສຶກສາອົບຮົມ ພ້ອມອະທິບາຍຄືນ ດ້ານລະບຽບກົດໝາຍ ເຖິງຜົນຮ້າຍຈະຕາມມາ ແຕ່ກໍບໍ່ໄດ້ປັບໃໝເຂົາເຈົ້າ ເພາະເປັນກຸ່ມຊົນເຜົ່າ ທີ່ເປັນຄົນທຸກຍາກ ມີຄວາມຮູ້ເທົ່າບໍ່ເຖິງການ.
ດັ່ງ ທ່ານກ່າວຕື່ມວ່າ:
“ໄດ້ຊາວບ້ານຈໍານວນນຶ່ງເນາະ ສ່ວນຫລາຍບໍ່ໄດ້ປັບເດ້ ເພາະວ່າ ເອີ້ນວ່າ ຄວາມຮູ້ເທົ່າບໍ່ເຖິງການ. ກຸ່ມຊົນເຜົ່າທີ່ເຮັດນ່າສ່ວນຫລາຍ ກະລະແມ່ນຄົນທຸກຍາກ ຫັ້ນແຫລະ.”
ຂະນະທີ່ ເຈົ້າໜ້າທີ່ທ້ອງຖິ່ນ ທ່ານນຶ່ງກໍກ່າວວ່າ ທີ່ຜ່ານມາພາກລັດ ກໍພະຍາຍາມລົບລ້າງ ປາບປາມຝິ່ນມາໂດຍຕະຫລອດ ຫ້າມປູກໃນລາວ ເພາະພືດດັ່ງກ່າວນີ້ ເປັນໄພອັນຕະລາຍ ແລະ ສານເສບຕິດ ເຊິ່ງເປັນສານກະຕຸ່ນອອກລິດ ຮຸ່ນແຮງ ຕໍ່ລະບົບປະສາດ ເປັນສານຕັ້ງຕົ້ນ ໃນການຜະລິດ ຢາເສບຕິດ ປະເພດຕ່າງໆ ທີ່ຜິດກົດໝາຍ.
ປັດຈຸບັນ ໃນເມືອງລອງນີ້ ກໍພົບວ່າ ເປັນຊາວບ້ານ ຊົນເຜົ່າ ຈໍານວນໜ້ອຍເທົ່ານັ້ນ ທີ່ເຂົາເຈົ້າຍັງລັກລອບກັນຢູ່ ເພາະຕ້ອງການໄດ້ເງິນ ມາລ້ຽງຄອບຄົວ ຄາດວ່າ ລາຄາຂ້ອນຂ້າງສູງ ເຊິ່ງທ່ານກໍບໍ່ຮູ້ລາຄາ ແລະສ່ວນນຶ່ງ ກໍຄາດວ່າ ມີນາຍທຶນໜຸນຫລັງນໍາດ້ວຍ ເຂົາເຈົ້າຈຶ່ງຍັງລັກປູກກັນໄດ້ ແລະຈະໄປປູກບ່ອນຊອກຫລີກຫ່າງໄກ ເທິງພູ ເທິງປ່າ ທີ່ເຈົ້າໜ້າທີ່ ເຂົ້າເຖິງຍາກ.
“ເອີ! ຊາວບ້ານ ນອກລະບຽບກົດໝາຍຫັ້ນແຫລະ. ເຮັດຢູ່ປ່າ ຢູ່ນັ້ນ ເຂົາເຈົ້າກໍລັກ ສ່ວນຫລາຍແມ່ນຊົນເຜົ່າ ມັນເຮັດຢູ່ບ່ອນໄກ. ເຮົາຢ່າງ ຂີ້ຮ້າຍກໍ 11-12 ຊົ່ວໂມງພຸ້ນແຫລະ. ຍ່າງໄປຮອດບ່ອນເຂົເເຮັດຫັ້ນນ່າ ມັນມີພວກນາຍທຶນໜຸນຫລັງເຂົາ ເອົາເງິນໃຫ້ເຂົາ ແລ້ວໃຫ້ເຂົາເຈົ້າລັກປູກນ່າ. ລາຄາຂ້ອນຂ້າງສູງຢູ່ ທີ່ເຂົາເຈົ້າລັກປູກຫັ້ນນ່າ ແຕ່ກໍບໍ່ໄດ້ຮູ້ລາຄາມັນ.”
ກ່ຽວກັບເລື້ອງດັ່ງກ່າວນີ້ ຊາວບ້ານເມືອງລອງ ທ່ານນຶ່ງ ກໍກ່າວວ່າ ປັດຈຸບັນໃນເມືອງລອງ ຫລາຍບ້ານນີ້ ກໍມີການປູກຝິ່ນແລ້ວ ສ່ວນໃຫຍ່ຈະເປັນຄົນຊົນເຜົ່າ ທີ່ເຂົາເຈົ້າຍັງໄປລັກລອບປູກຝິ່ນຢູ່ ຄິດວ່າເຂົາເຈົ້າໜ້າຈະຮູ້ກົດໝາຍ ຫ້າມປູກຝິ່ນແລ້ວ ແຕ່ແບບວ່າ ຢາກໄດ້ເງິນຢູ່ ກໍລັກປູກສ່ວນໃຫຍ່ຈະລັກປູກຝິ່ນ ຢູ່ເທິງພູ ບ່ອນທີ່ເຈົ້າໜ້າທີ່ ເຂົ້າເຖິງຍາກລໍາບາກ.
“ພາກລັດເພິ່ນນີ້ ໃຫ້ປູກແລ້ວ ສະໄມນີ້ນ່າ ແຕ່ວ່າເຂົາລັກປູກນີ້ ມັນເປັນຄົນຊົນເຜົ່າມົ້ງຫັ້ນເດ້. ຢູ່ພູ, ຢູ່ປ່າພຸ້ນແຫລະ ເຂດໃນເມືອງນີ້ບໍ່ມີ ພຸ້ນແຫລະແລ້ວກໍຜົນຜະລິດອອກມາ ກໍເອົາໄປຂາຍໃຫ້ປະຊາຊົນ ຜູ້ທີ່ກິນຢາຝິ່ນຢູ່ ເຂົານີ້ ຢ້ານແຕ່ວ່າ ເຂົາກໍຢາກໄດ້ເງິນ.”
ໃນຂະນະດຽວກັນ ຊາວບ້ານເມືອງລອງ ອີກຍານາງນຶ່ງ ກໍກ່າວວ່າ ປັດຈຸບັນນີ້ ບໍ່ເຫັນຊາວບ້ານ ຫລາຍບ້ານປູກກັນແລ້ວ ພືດປະເພດຝິ່ນ ເພາະປັດຈຸບັນນີ້ ບ່ອນທີ່ສາມາດເຮັດກະສິກຳໄດ້ ສ່ວນໃຫຍ່ຊາວບ້ານ ປູກມັນຕົ້ນ ປູກອ້ອຍ ທົດແທນຝິ່ນກັນຫລາຍ.
“ຄັນເປັນໄປໄດ້ ກໍບໍ່ຢາກໃຫ້ມີຫັ້ນແຫລະ ດຽວນີ້ສ່ວນຫລາຍ ຢູ່ນີ້ ເຂົາປູກແຕ່ມັນຕົ້ນກັບອັນອ້ອຍ ແຕ່ວ່າສ່ວນຫລາຍ ເຂົາມັກປູກອ້ອຍຫັ້ນນ່າ ຢ່າງອື່ນກໍບໍ່ເຫັນເຂົາປູກ.”
ສໍາລັບເມືອງລອງ ແຂວງນ້ໍາທາ ແມ່ນເມືອງນຶ່ງທີ່ມີການລົງທຶນ ຈາກປະເທດຈີນເຂົ້າມາລົງທຶນຫລາຍ ໃນດ້ານກະສິກັມເຊັ່ນປູກກ້ວຍ, ມັນຕົ້ນ, ໝາກອຶ, ແຕງໂມ, ອ້ອຍ ເພື່ອສົ່ງອອກໄປປະເທດຈີນ ໂດຍມີບໍລິສັດຮັບຊື້ ກັບຊາວບ້ານໂດຍກົງ ແລະ ທາງອ້ອມ,
ໂດຍສະເພາະ ແມ່ນການສົ່ງເສີມປູກອ້ອຍໄດ້ເລີ້ມມາແຕ່ປີ 2007 ຈົນປັດຈຸບັນມີທັງໝົດ 32 ບ້ານ ໃນ 5 ກຸ່ມບ້ານຄືກຸ່ມບ້ານຊຽງກົກ, ກຸ່ມບ້ານຈໍ່ໝອກ, ກຸ່ມບ້ານຈະເລີນໄຊ, ກຸ່ມບ້ານຈອນແຈ້ງ, ກຸ່ມບ້ານສີວິໄລ ແລະ ກຸ່ມບ້ານທາດ ຈໍານວນ 1,700 ຄອບຄົວ ທີ່ໄດ້ປູກອ້ອຍຂາຍໃຫ້ບໍລິສັດຈີນ ລວມເນື້ອທີ່ທັງໝົດ 1,300 ເຮັກຕ້າຣ໌ ສາມາດສ້າງລາຍຮັບ ໃຫ້ປະຊາຊົນ ໃຫ້ພໍມີພໍກິນໄດ້, ເຊິ່ງຜົນຜະລິດ 1 ເຮັກຕ້າຣ໌ ໄດ້ປະມານ 80 ຫາ 116 ໂຕນ ລາຄາຂາຍ ໂຕນລະ 347 ຢວນ ຄິດເປັນເງິນກີບ 451,100 ກີບຕໍ່ໂຕນ ໃນປີ 2019.
ເຖິງແມ່ນວ່າ ຈະມີການສົ່ງເສີມ ປູກພືດທົດແທນ ການປູກຝິ່ນ ໃຫ້ປະຊາຊົນລາວໃນເມືອງລອງຫລາຍບ້ານແລ້ວກໍຕາມ ແຕ່ກໍຍັງບໍ່ທົ່ວເຖິງທົ່ວທຸກເຂດກຸ່ມບ້ານ ຈຶ່ງເຮັດໃຫ້ມີຊາວບ້ານຈໍານວນນຶ່ງ ຍັງລັກລອບປູກຝິ່ນຂາຍໃຫ້ນາຍທຶນຄືເກົ່າ, ເຊິ່ງຄາດວ່າຈະໄດ້ເງິນລາຄາຂ້ອນຂ້າງດີ ຈຶ່ງເຮັດໃຫ້ເຂົາເຈົ້າຍັງລັກລອບປູກຝິ່ນ ທັງທີ່ພາກລັດມີກົດໝາຍຫ້າມ.
ກ່ອນໜ້ານີ້ ວັນທີ 31 ມັງກອນ 2024 ພະແນກກວດກາແລະຄອບຄຸມຢາເສບຕິດ ປກສ ແຂວງຫລວງນ້ໍາທາ ກໍໄດ້ລົງທໍາລາຍສວນຝິ່ນທີ່ຊາວບ້ານລັກລອບປູກ ຢູ່ເຂດບ້ານນ້ໍາຂຸນເມືອງຫລວງນ້ໍາທາ ປະມານ 5 ຕອນ ເນື້ອທີ່ ປະມານ 2 ປາຍຕາແມັດ ແລະ ນໍາເຈົ້າຂອງສວນມາສ້າງບົດບັນທຶກ ແລະ ສືກສາອົບຮົມກ່າວເຕືອນ.
ໃນປີ 2022 ທີ່ຜ່ານມາ ພັນໂທ ສິງຄໍາ ອຸດົມພອນ ຮອງຫົວໜ້າ ຫ້ອງຕໍາຣວດ ກອງບັນຊາການ ປ້ອງກັນຄວາມສະງົບແຂວງຫລວງນ້ໍາທາ ໄດ້ເຄີຍລາຍງານວ່າການລົບລ້າງການປູກຝິ່ນໃນແຂວງຫລວງນ້ໍາທາ ກໍຍັງມີປະກົດການ ໃຫ້ເຫັນຢ່າງຕໍ່ເນື່ອງເຊິ່ງໃນສົກປີ 2021-2022 ມີປະຊາຊົນ 8 ກຸ່ມບ້ານ ໃນນັ້ນມີ 20 ບ້ານ ຈໍານວນ 181 ຄອບຄົວ ຍັງລັກລອບປູກຝິ່ນປະມານ 232 ຕອນດິນລວມປະມານ 90 ປາຍເຮັກຕ້າຣ໌ ແລະໃນແຂວງຫລວງນ້ໍາທາ ນີ້ ມີເມືອງສິງ ເມືອງດຽວເທົ່ານັ້ນ ທີ່ບໍ່ມີການລັກລອບປູກຝິ່ນແລ້ວ ສ່ວນອີກ 4 ເມືອງທີ່ເຫລືອ ແມ່ນຍັງມີການລັກລອບປູກຝິ່ນກັນຢູ່ ໂດຍກວດພົບເມືອງລອງ 181 ຕອນດິນເນື້ອທີ່ 53 ເຮັກຕ້າຣ໌, ເມືອງພູຄາ 29 ຕອນດິນປະມານ 29 ເຮັກຕ້າຣ໌, ເມືອງນາແລ 16 ຕອນດິນ ປະມານ 7 ເຮັກຕ້າຣ໌, ແລະ ເມືອງຫລວງນ້ໍາທາ 6 ຕອນດິນ ປະມານ 1 ເຮັກຕ້າຣ໌.