ການພັທນາ ສາທາຣະນະສຸຂ ພົບອຸປສັກ
2021.10.07
ອົງການ ສຫະປະຊາຊາດ ໄດ້ອອກແນວທາງ ໃນການສົ່ງເສີມ ໃຫ້ປະເທດຕ່າງໆທົ່ວໂລກ ດໍາເນີນການພັທນາ ແລະ ປັບປຸງ ລະບົບການ ໃຫ້ບໍຣິການ ດ້ານສຸຂພາບ ໂດຍອີງຕາມເປົ້າໝາຍທີ່ 3 ທີ່ມີຈຸດປະສົງ ເພື່ອສົ່ງເສີມສຸຂພາບ ແລະ ສວັດດິພາບ ໃຫ້ແກ່ປະຊາຊົນ ທຸກຊ່ວງອາຍຸ ໃຫ້ສໍາເຣັດພາຍໃນປີ 2030 ນີ້ ແຕ່ຢ່າງໃດກໍຕາມ ເປົ້າໝາຍ ດັ່ງກ່າວນີ້ ມີຄວາມ ຫຍຸ້ງຍາກ ທີ່ປະເທດລາວ ຈະສາມາດບັນລຸໄດ້ ເນື່ອງຈາກ ຣັຖບານລາວ ຍັງຂາດເຂີນດ້ານງົບປະມານ ແລະ ບຸຄລາກອນ ຢ່າງໜັກ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ຫ້ອງການສາທາຣະນະສຸຂ ເມືອງຊໍາເໜືອ ແຂວງຫົວພັນ ນາງນຶ່ງກ່າວວ່າ ເປົ້າໝາຍ ໃນການພັທນາ ທີ່ຍືນຍົງດ້ານສາຣະນະສຸຂ ທີ່ຈະເຮັດໃຫ້ປະຊາຊົນ ມີສຸຂພາບດີທົ່ວໜ້າ ແລະ ມີຊີວິດການເປັນຢູ່ ທີ່ດີນັ້ນ ເປັນເຣື່ອງຍາກ ທີ່ຈະບັນລຸໄດ້ພາຍໃນປີ 2030 ນີ້ ເນື່ອງຈາກ ຍັງມີບັນຫາ ເຣື່ອງຈໍານວນ ບຸຄລາກອນ ທາງການແພດ ບໍ່ພຽງພໍ ໃນຫຼາຍໂຕເມືອງ, ດັ່ງຍານາງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 5 ຕຸລາ 2021 ນີ້ວ່າ:
“ແຕ່ວ່າເຣື່ອງ ບຸຄລາກອນນີ້ ບໍ່ພຽງພໍເນາະ ເພາະວ່າແຕ່ລະແຫ່ງ ໂຮງໝໍນ້ອຍ ຫຼືວ່າສຸຂສາລາ ມີພຽງແຕ່ 2 ຄົນເນາະ ເປັນພະນັກງານ ປະຈໍາຢູ່ຫັ້ນນ່າ ແຕ່ວ່າພົບພໍ້ແທ້ ເຣື່ອງໂຮງໝໍນ້ອຍນີ່ ບໍ່ຢາກພໍເນາະ ເຮົາມີແຕ່ 11 ແຫ່ງ ຄັນຖ້າພໍເປັນໄປໄດ້ ຖ້າມີອີກຈັກແຫ່ງ ກະຄືຊິດີຢູ່ ເພາະພົລເມືອງ ກໍຫຼາຍກວ່າ ເມືອງອື່ນຫັ້ນນ່າ.”
ທາງດ້ານເຈົ້າໜ້າທີ່ ຫ້ອງການ ສາທາຣະນະສຸຂ ເມືອງດາກຈຶ້ງ ແຂວງເຊກອງ ອີກນາງນຶ່ງກ່າວວ່າ ການບັນລຸເປົ້າໝາຍ ວ່າດ້ວຍການ ພັທນາທີ່ຍືນຍົງ ດ້ານສາທາຣະນະສຸຂ ຂອງປະເທດລາວ ຍັງເປັນໄປໄດ້ຂ້ອນຂ້າງຍາກ ເນື່ອງຈາກ ໃນໄລຍະບໍ່ດົນ ທີ່ຜ່ານມານີ້ ໂຮງໝໍ ແລະ ສຸຂສາລາ ໃນຫຼາຍເມືອງ ຢູ່ແຂວງເຊກອງ ຍັງປະສົບບັນຫາ ຂາດເຂີນອຸປກອນ ທາງການແພດ ໂດຍສະເພາະ ໃນພື້ນທີ່ຫ່າງໄກສອກຫຼີກ, ດັ່ງຍານາງ ກ່າວໃນ ມື້ດຽວກັນນີ້ວ່າ:
“ແຕ່ວ່າເຣື່ອງ ຂາດເຂີນນີ້ ຄິດວ່າ ພວກເຮົາ ຜ່ານມາກໍບາງອັນ ຍັງມີຄວາມຕ້ອງການ ໂດຍສະເພາະ ອຸປກອນ ການແພດ ທີ່ຈໍາເປັນຈໍານວນນຶ່ງ ແຕ່ບາງອັນ ທາງກະຊວງ ພວກເຮົາກໍສນອງໃຫ້ ໂດຍສະເພາະແມ່ນ ຢູ່ຂັ້ນແຂວງ ຂັ້ນເມືອງແຕ່ວ່າ ອັນທີ່ວ່າບໍ່ທົ່ວເຖິງ ກໍອາຈຢູ່ຫ່າງໄກ ສອກຫຼີກ ບໍ່ທີ່ວ່າ ສຸຂສາລາເນາະ ຢູ່ໄກໆ ຫັ້ນ.”
ໃນຂນະທີ່ ເຈົ້າໜ້າທີ່ ອົງການ ສະຫະປະຊາຊາດ ກອງທຶນ ສໍາລັບເດັກ ເຮັດວຽກເພື່ອສົ່ງເສີມ ແລະ ປົກປ້ອງສິດທິຂອງເດັກ ແລະ ແມ່ຍິງ (ຢູນິເຊັຟ) ຫຼື (United Nations Children’s Fund/United Nations International Children’s Emergency Fund (UNICEF)) ປະຈໍາ ປະເທດລາວ ນາງນຶ່ງ ກ່າວວ່າ ການບັນລຸ ເປົ້າໝາຍການພັທນາ ທີ່ຍືນຍົງ ດ້ານ ສາທາຣະນະສຸຂ ເປັນສິ່ງ ທ້າທາຍ ຂອງປະເທດລາວ ເນື່ອງຈາກ ການບໍຣິຫານຈັດການ ດ້ານສາທາຣະນະສຸຂ ພາຍໃນປະເທດລາວ ຍັງມີບັນຫາຫຼາຍຢ່າງ ໂດຍສະເພາະເຣື່ອງງົບປະມານ ເຊິ່ງທີ່ຜ່ານມາ ປະເທດລາວ ຍັງຕ້ອງໄດ້ ລໍຖ້າຮັບການຊ່ອຍເຫຼືອ ຈາກຕ່າງປະເທດຢູ່ເລື້ອຍໆ, ດັ່ງຍານາງ ກ່າວວ່າ:
“ງົບປະມານກໍມີ ແຕ່ວ່າພວກເຮົາ ກໍໄດ້ຮັບການ ຊ່ອຍເຫຼືອ ຈາກຫຼາຍ ພາກສ່ວນຄືກັນ ແລ້ວກໍ ທາງຣັຖບານ ກໍທຸ້ມທຶນໄປປະກອບ.”
ຍານາງ ກ່າວຕື່ມວ່າ ທາງໜ່ວຍງານ ຂອງທ່ານ ກໍໄດ້ສນັບສນູນ ໃຫ້ບັນດານັກຮຽນ ແລະນັກສຶກສາແພດ ລົງໄປເຮັດວຽກ ກ່ຽວກັບການ ໃຫ້ບໍຣິການ ດ້ານສາທາຣະນະສຸຂ ແບບເຄື່ອນທີ່ ໃນພື້ນທີ່ຫ່າງໄກສອກຫຼີກ ເປັນຈໍານວນຫຼາຍຂຶ້ນ ເພື່ອແກ້ບັນຫາ ຈໍານວນບຸຄລາກອນ ທາງການແພດບໍ່ພຽງພໍ.
ກ່ຽວກັບເຣື່ອງນີ້ ຊາວບ້ານ ຢູ່ນະຄອນປາກເຊ ແຂວງຈໍາປາສັກ ທ່ານນຶ່ງ ກ່າວວ່າ ປັດຈຸບັນ ໂຮງໝໍ ແລະ ສຸຂສາລາ ຈໍານວນຫຼາຍແຫ່ງ ຢູ່ນະຄອນປາກເຊ ຍັງຂາດເຂີນ ອຸປກອນ ທາງການແພດ ທີ່ທັນສມັຍ ເຮັດໃຫ້ເຈົ້າໜ້າທີ່ ສາທາຣະນະສຸຂ ບໍ່ສາມາດປິ່ນປົວ ຊາວບ້ານ ໃນພື້ນທີ່ ໄດ້ຢ່າງຄົບຖ້ວນ ແລະຍັງບໍ່ສາມາດ ປິ່ນປົວຊາວບ້ານ ໄດ້ດີເທົ່າທີ່ຄວນ, ດັ່ງທ່ານກ່າວວ່າ:
“ອຸປກອນ ການແພດຕ່າງໆ ກໍບໍ່ທັນສມັຍ ເພື່ອກວດພວກ ເອັກເຊີເຣ (X-rays) ປອດ, ບາງເມືອງຫັ້ນນ່າ ມັນຍັງບໍ່ມີ ຢ່າງເຊັນ ສົມມຸດວ່າ ເປັນໄອ, ເປັນໄຂ້ ບໍ່ຮູ້ວ່າໄຂ້, ໄອນີ້ລົງປອດບໍ່ ກໍມີແຕ່ໃຫ້ແຕ່ຢາແກ້ໄອ ແຕ່ກໍບໍ່ເຄີຍກວດເບິ່ງ ເອັກເຊີເຣ (X-rays) ເບິ່ງປອດ ເບິ່ງຫຍັງ.”
ທາງດ້ານຊາວບ້ານ ຢູ່ເມືອງຕະໂອ້ຍ ແຂວງສາຣະວັນ ອີກທ່ານນຶ່ງ ກ່າວວ່າ ປັດຈຸບັນ ໂຮງໝໍ ແລະ ສຸຂສາລາ ໃນຫຼາຍບ້ານ ກໍຍັງບໍ່ມີອຸປກອນ ທາງການແພດ ແລະເຄື່ອງກວດ ສຸຂພາບແບບພຽງພໍ ຍ້ອນງົບປະມານບໍ່ພຽງພໍ, ດັ່ງທ່ານກ່າວວ່າ:
“ເປັນຕົ້ນກໍເຣື່ອງ ເຄື່ອງການກວດ ຂອງເຂົາເຈົ້າ ມັນບໍ່ພຽງພໍ ແບບວ່າ ມັນບໍ່ຄົບຫັ້ນນ່າ ເວົ້າງ່າຍໆ ມັນບໍ່ຄົບປານໃດ ບາງສຸຂສາລາ, ບາງແພດ ບໍ່ມີເລີຍກໍມີ ສຸຂສາລາ ຍັງບໍ່ມີເຄື່ອງ ກວດເລີຍ ຍ້ອນງົບປະມານ ບໍ່ພຽງພໍຫັ້ນແຫຼະ.”
ໃນຂນະທີ່ ເຈົ້າໜ້າທີ່ ໃນຄະນະຄວບຄຸມ ການແຜ່ຣະບາດ ຂອງໂຄວິດ-19 ທ່ານນຶ່ງ ກ່າວວ່າ ໃນໄລຍະການແຜ່ຣະບາດ ຂອງໂຄວິດ-19 ນີ້ ຖືວ່າທາງການລາວ ໄດ້ພົບອຸປະສັກ ແລະ ສິ່ງທ້າທາຍ ອັນໜັກໜ່ວງ ໃນວຽກງານ ສາທາຣະນະສຸຂ ໂດຍສະເພາະ ເຣື່ອງງົບປະມານ ແລະ ບຸຄລາກອນ ທາງການແພດບໍ່ພຽງພໍ, ດັ່ງທ່ານກ່າວວ່າ:
“ແຕ່ ທັມມະດາແລ້ວ ຊິໃຫ້ມັນພຽງພໍ ນີ້ກະຍາກ ຊ່ວງໄລຍະ ມັນຣະບາດ ພຍາດໂຄວິດ-19 ນີ້ແຫຼະ ມັນເປັນວຽກ ນອກແຜນ ມັນເປັນວຽກ ທີ່ມີຄວາມຈໍາເປັນ ຕ້ອງໄດ້ເລັ່ງ ຫາການຈັດຊື້ ວັດຖຸອຸປກອນ ຄວາມຕ້ອງການ ຫຼາຍອັນ ການແກ້ໄຂ ຕໍ່ວຽກງານຫັ້ນນີ້ນ່າ ແຕ່ແນ່ນອນວ່າ ອາຈບໍ່ພຽງພໍ ກັບສະຖານະການ.”
ອີງຕາມພາຣະກິຈ ຂອງອົງການ ຢູນິເຊັຟ ລະບຸວ່າ 17 ເປົ້າໝາຍການ ພັທນາທີ່ຍືນຍົງ ໄດ້ຮັບການຮັບຮອງ ໂດຍບັນດາ ຜູ້ນໍາຂອງປະເທດຕ່າງໆ ທົ່ວໂລກໃນປີ 2015 ແລະ ຖືກນໍາໃຊ້ກັບທຸກປະເທດ ຮວມເຖິງ ປະເທດລາວ ມີຈຸດປະສົງ ເພື່ອຮັບປະກັນ ໃຫ້ທຸກຄົນ ໃນທຸກປະເທດ ບໍ່ວ່າຈະເປັນປະເທດ ທີ່ຮັ່ງມີ ຫຼື ທຸກຍາກ ໃຫ້ໄດ້ຮັບການ ປົກປ້ອງ ແລະໄດ້ຮັບໂອກາດ ຢ່າງເທົ່າທຽມກັນ ເມື່ອຮອດປີ 2030.
ໃນໄລຍະ ທີ່ຜ່ານມາ ຣັຖບານລາວ ໄດ້ໃຫ້ຄວາມ ສໍາຄັນໃນການ ພຍາຍາມບັນລຸ 2 ເປົ້າໝາຍຫຼັກ ຄື ເປົ້າໝາຍທີ່ 3 ວ່າດ້ວຍການ ສ້າງຫຼັກປະກັນ ໃຫ້ປະຊາຊົນ ພາຍໃນ ປະເທດ ມີສຸຂພາບທີ່ດີ ແລະໄດ້ຮັບສວັດດີການ ສັງຄົມແບບທົ່ວເຖິງ ແລະເປົ້າໝາຍທີ່ 4 ວ່າດ້ວຍການ ສ້າງຫຼັກປະກັນ ໃຫ້ທຸກຄົນສາມາດເຂົ້າເຖິງ ການຈັດການ ການສຶກສາ ທີ່ມີຄຸນນະພາບ ຢ່າງເທົ່າທຽມ ແລະສນັບສນູນ ໃຫ້ເກີດການຮຽນຮູ້ດ້ວຍ ໂຕເອງຕລອດຊີວິດ, ອີງຕາມຂໍ້ມູນ ຈາກຄນະ ຄວບຄຸມການ ແຜ່ຣະບາດຂອງ ໂຄວິດ-19 ຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 5 ຕຸລາ 2021.