ໂມລາໂກເວັຽ ປົວໂຄວິດ-19 ວາງຈຳໜ່າຍ, ແຕ່ມີຈຳກັດ
2022.01.06

ຢາປິ່ນປົວໂຄວິດ-19 ໂມລາໂກເວັຽ ທີ່ທາງການລາວ ໄດ້ຜລິຕເອງ ແລະ ວາງຈຳໜ່າຍ ນັບແຕ່ວັນທີ 29 ທັນວາ 2021 ທີ່ຜ່ານມານັ້ນ ຍັງວາງຂາຍບໍ່ໄດ້ທົ່ວເຖິງ ແລະ ຊາວລາວທົ່ວໄປ ກໍຫາຊື້ບໍ່ໄດ້ງ່າຍ, ເຊິ່ງຈະຫາຊື້ໄດ້ ຕາມຮ້ານຂາຍຢາໃຫຍ່ໆເທົ່ານັ້ນ. ສາເຫດຍ້ອນວ່າ ທາງໂຮງງານຜລິຕຢາເລຂ 3 ໄດ້ຮັບໂຕຢາມາ ເປັນຈຳນວນຈຳກັດ ຈຶ່ງຜລິຕຢາອອກໄປ ຊຸດທຳອິດກ່ອນ ແລະ ຍັງສົ່ງໄປອີກ 3 ແຂວງນຳດ້ວຍ ຄືແຂວງຈຳປາສັກ, ແຂວງວຽງຈັນ, ແຂວງຫຼວງພຣະບາງ, ແຕ່ໃນວັນທີ 6 ມົກກະຣາ ນີ້ ທາງໂຮງງານຜລິຕຢາເລຂ 3 ໄດ້ຜລິຕຊຸດທີ 2 ແລ້ວ ແລະ ຕຣຽມຈະສົ່ງໃຫ້ ບັນຫາຮ້ານຂາຍຢາ ທີ່ເປັນໂຕແທນ ເພື່ອນຳໄປຂາຍໃຫ້ປະຊາຊົນຕື່ມ. ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໂຮງງານຜລິຕຢາເລຂ 3 ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ກ່າວໃນວັນທີ 6 ມົກກະຣາ ນີ້ວ່າ:
“ລ໊ອທທຳອິດ ກໍຜລິຕຫຼາຍຢູ່, ແຕ່ເຮົາກໍກະຈາຍໄປຕ່າງແຂວງແດ່ ຈຳປາສັກ, ແຂວງວຽງຈັນ ແລະ ກະຫຼວງພຣະບາງ ເພາະວ່າ ໄລຍະລ໊ອທທຳອິດຫັ້ນ ຢາເພິ່ນຍັງບໍ່ເຂົ້າ, ແຕ່ຕອນນີ້ເຂົ້າແລ້ວ ເຮົາກໍຜລິຕອອກໄດ້ເລື້ອຍໆ. ຕອນນີ້ລ໊ອທ 2 ເຮົາກໍຫາກໍ່ແລ້ວ ກຳລັງປ່ອຍອອກ.”
ທ່ານກ່າວຕື່ມວ່າ ເບື້ອງຕົ້ນ ໃນນະຄອນຫຼວງວຽງຈັນ ຈະຫາຊື້ໄດ້ ຕາມຮ້ານຂາຍຢາໃຫຍ່ໆເທົ່ານັ້ນ ເຊັ່ນ ຮ້ານຂາຍຢາໃສສະອາດ, ຮ້ານຂາຍຢາໂຊກດີ, ຮ້ານຂາຍຢາໜູເຜືອກ ແລະ ຮ້ານຂາຍຢາມະນີວອນ. ສຳລັບຢາປິ່ນປົວໂຄວິດ-19 ໂມລາໂກເວັຽ ທາງການລາວ ກຳນົດລາຄາຂາຍ 4 ແສນກີບ ຕໍ່ກະປຸກ ລາຄາສເລັ່ຽເມັດລະ 10 ພັນກີບ ແລະ ສາມາດໃຊ້ໄດ້ພຽງ 1 ຄົນ ຕໍ່ກະປຸກ, ເຊິ່ງຈະໃຊ້ສຳລັບຜູ້ຕິດໂຄວິດ-19 ເທົ່ານັ້ນ, ແຕ່ຫ້າມໃຊ້ກັບຄົນອາຍຸ ຕ່ຳກວ່າ 18 ປີ. ຜູ້ຕິດໂຄວິດ-19 ຈະຕ້ອງກິນຢາໂຕນີ້ ມື້ລະ 2 ຄັ້ງ, ຄັ້ງລະ 4 ເມັດ ກິນຫ່າງກັນ 12 ຊົ່ວໂມງ ແລະ ກິນຕິດຕໍ່ກັນເປັນເວລາ 5 ມື້.
ສ່ວນຢູ່ແຂວງຫຼວງພຣະບາງ ກໍຈະມີຂາຍ ຢູ່ຮ້ານຂາຍຢາໃຫຍ່ໆເຊັ່ນກັນ, ແຕ່ຢາໂມລາໂກເວັຽ ດັ່ງກ່າວນີ້ ຈະຊ່ອຍໃຫ້ເຊົາ ຈາກອາການຕິດເຊື້ອໂຄວິດ-19 ອາຈບໍ່ໄດ້ 100%, ແຕ່ກໍຫຼຸດຄວາມສ່ຽງ ທີ່ຈະເສັຽຊີວິດໄດ້ 50%. ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງຫຼວງພຣະບາງ ທ່ານນຶ່ງ ກ່າວວ່າ:
“ເພິ່ນກໍບໍ່ໄດ້ວ່າ ຈະປິ່ນປົວໄດ້ 100% ໄດ໋, ເພິ່ນວ່າມັນມີຕ້ານ ບໍ່ໃຫ້ມັນຮຸນແຮງເທົ່ານັ້ນ. ອາການໜັກກໍກິນໄດ້.”
ນອກຈາກນີ້, ທ່ານ ດຣ. ບຸນຊູ ແກ້ວຫາວົງ, ຫົວໜ້າກົມອາຫານ ແລະ ຢາ, ກະຊວງສາທາຣະນະສຸຂ ໄດ້ກ່າວຜ່ານການຖແລງຂ່າວ ໃນວັນທີ 5 ມົກກະຣາ 2022 ວ່າ ຢາປິ່ນປົວໂຄວິດ-19 ດັ່ງກ່າວ ອາຈບໍ່ປິ່ນປົວໄດ້ 100%, ແຕ່ກໍສາມາດຄວບຄຸມ ການແຜ່ເຊື້ອໄດ້ ແລະ ຢາກໃຫ້ປະຊາຊົນ ຊື້ຢາປິ່ນປົວໂຄວິດ-19 ມາຈາກແຫຼ່ງທີ່ຖືກຕ້ອງ ທີ່ຜ່ານກະຊວງສາທາຣະນະສຸຂ ເທົ່ານັ້ນ. ດັ່ງທ່ານກ່າວວ່າ:
“ຖືວ່າເປັນປະກອບສ່ວນອັນດີ ໃຫ້ແກ່ການປິ່ນປົວ ເຖິງວ່າຈະບໍ່ສາມາດປິ່ນປົວ ດ້ວຍຢາດັ່ງກ່າວ ແບບ 100%, ແຕ່ພວກເຮົາກໍສາມາດ ຕັດບັນຫາໄດ້ ໃນໄລຍະເຣີ່ມຕົ້ນ, ແຕ່ຕ້ອງມາຈາກ ແຫຼ່ງທີ່ຖືກຕ້ອງ ແລະ ຄວບຄຸມໂດຍລະບຽບຫຼັກການ ຂອງກະຊວງສາທາຣະນະສຸຂ.”
ແຕ່ເຖິງຢ່າງໃດກໍຕາມ, ຢາໂມລາໂກເວັຽ ກໍບໍ່ແມ່ນຢາ ທີ່ປະຊາຊົນ ຈະຫາຊື້ໄດ້ງ່າຍ ເພາະອາທິດທີ່ຜ່ານມາ ຢາກໍຍັງຂາດຕລາດ, ເຊິ່ງບໍ່ມີຢາມາຂາຍ ມາແຕ່ຕົ້ນປີ 2022 ເນື່ອງຈາກຢາທີ່ໄດ້ຮັບມາ ກໍຂາຍໝົດ ຕ້ອງລໍຖ້າຊຸດຕໍ່ໄປ. ດັ່ງພະນັກງານ ທ່ານນຶ່ງ ຜູ້ຂໍສງວນຊື່ ປະຈຳຢູ່ຮ້ານຂາຍຢາແຫ່ງນຶ່ງ ທີ່ເປັນໂຕແທນຈຳໜ່າຍ ກ່າວວ່າ:
“ໄດ້ຂາຍດີ ເພາະວ່າເຮົາສັ່ງມາແຕ່ໂຮງງານ, ໂຮງງານເຂົາຜລິຕໃຫ້ເຮົາບໍ່ທັນ. ຮ້ານຂາຍຢາທົ່ວໄປ ບໍ່ທັນເຂົ້າເທື່ອ, ເຂົ້າແຕ່ຮ້ານໃຫຍ່ ລູກຄ້າເຂົາມາຊື້ໄປຍົກຊຸດເລີຍ, ແຕ່ວ່າ ຄວາມຄິດກໍຄືວ່າ ຢ້ານເຂົາເຈົ້າ ຊື້ໄປຂາຍຕໍ່.”
ບັນດາຮ້ານຂາຍຢາ ທີ່ຮັບຢາໂມລາໂກເວັຽ ມາຂາຍໃນສັປດາທີ່ຜ່ານມາ ກໍຂາຍອອກຈົນໝົດ ເນື່ອງຈາກບາງເທື່ອ ມີໂຕແທນ ມາຮັບໄປຈຳໜ່າຍຕໍ່ອີກ. ພະນັກງານຮ້ານຂາຍຢາ ອີກແຫ່ງນຶ່ງ ກ່າວວ່າ:
“ກະມີຄົນຈອງຫຼາຍຢູ່ ຫາຍາກເດ້ ໂຕແທນທີ່ເຮົາຈຳໜ່າຍ ຂາຍໄປແລ້ວ ກະຍັງມີໃນໂຕແທນເຮົາຢູ່ ທີ່ເຂົາຂາຍບໍ່ທັນອອກໝົດ.”
ກ່ຽວກັບເຣື່ອງດັ່ງກ່າວນີ້, ຊາວບ້ານ ໃນແຂວງຫຼວງພຣະບາງ ທ່ານນຶ່ງ ກໍກ່າວວ່າ ລາວເອງ ກໍໄດ້ຍິນວ່າ ຫຼວງພຣະບາງ ມີຢາໂມລາໂກເວັຽ ວາງຈຳໜ່າຍແລ້ວ, ແຕ່ກໍເຫັນວ່າ ມີວາງຈຳໜ່າຍ, ແຕ່ຮ້ານຂາຍຢາໃຫຍ່ໆ ຢູ່ໃນນະຄອນຫຼວງພຣະບາງ, ເຊິ່ງກໍບໍ່ໄດ້ມີຫຼາຍຮ້ານ. ແນ່ນອນວ່າ ກໍຫາຊື້ບໍ່ໄດ້ງ່າຍເລີຍ. ດັ່ງທ່ານກ່າວວ່າ:
“ແມ່ນແຫຼະ ມັນກະຊື້ໄດ້ບໍ່ງ່າຍ ເຂົາເຈົ້າເອົາລົງ ແຕ່ຮ້ານຈຳໜ່າຍໃຫຍ່ໆເລີຍນ່າ. ທີ່ວ່າຂອງບໍຣິສັດຢາ ໃຫ້ຂາຍໃຫ້ຫັ້ນ ເຂົາເຈົ້າໃຫ້ຂາຍໂຕນີ້ກ່ອນ, ຫັ້ນນ່າ, ຮ້ານນ້ອຍ ຍັງບໍ່ໄດ້ຂາຍເທື່ອ”
ຊາວບ້ານ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍກ່າວວ່າ ຢາໂມລາໂກເວັຽ ດັ່ງກ່າວ ທາງການຍັງວາງຈຳໜ່າຍ ບໍ່ທົ່ວເຖິງເທົ່າທີ່ຄວນ, ແຕ່ຄິດວ່າ ທາງການ ຕ້ອງຜລິຕອອກມາອີກ.
“ເພິ່ນຜລິຕອອກມາ ຍັງບໍ່ໄດ້ທົ່ວເຖິງ ວ່າຊັ້ນສາ. ມັນມີແຕ່ຢູ່ໃນຂອບເຂດຈຳກັດ ເພິ່ນຍັງຈະຜລິຕຮອບ 2 ອີກຢູ່ເດ້.”
ມາຮອດວັນທີ 6 ມົກກະຣາ 2022, ປະເທດລາວ ພົບຜູ້ຕິດໂຄວິດ-19 ເພີ່ມໃໝ່ 1,083 ຄົນ. ປັດຈຸບັນ, ມີຜູ້ຕິດໂຄວິດ-19 ສະສົມ ຈຳນວນ 115,870 ຄົນ, ເສັຽຊີວິດສະສົມ 411 ຄົນ.
ສ່ວນການສັກວັກຊິນ ປ້ອງກັນໂຄວິດ-19, ມາຮອດວັນທີ 5 ທັນວາ 2022, ມີຜູ້ໄດ້ຮັບການສັກວັກຊິນ ປ້ອງກັນໂຄວິດ-19 ເຂັມທີ 1 ຈຳນວນ 4,593,945 ຄົນ ກວມເອົາ 62%, ສ່ວນຜູ້ສັກຄົບໂດສ ມີຈຳນວນ 3,658,585 ຄົນ ກວມເອົາ 49%.