ຜູ້ຕິດເຊື້ອ HIV/AIDS ສະສົມໃນລາວ ຍັງເພີ່ມຂຶ້ນ

ໄຊຍາ
2022.01.27
ຜູ້ຕິດເຊື້ອ HIV/AIDS ສະສົມໃນລາວ ຍັງເພີ່ມຂຶ້ນ ໂຮງໝໍ ທີ່ຮັບປີ່ນປົວ ຄົນປ່ວຍເປັນໂຣຄເຮັສໄອວີແລະເອດສ ຢູ່ ນະຄອນຫລວງວຽງຈັນ
ນັກຂ່າວ ພົລເມືອງ

ນັບແຕ່ ເດືອນມົກກະຣາ ຫາ ເດືອນມິຖຸນາປີ 2021 ຜ່ານມາ ປະເທດລາວ ມີຜູ້ຕິດເຊື້ອ HIV ທັງໝົດ 818 ຄົນ, ໃນນີ້ເພດຊາຍ 558 ຄົນ ຍິງ 260 ຄົນ ແລະ ໃນ 818 ຄົນມີຜູ້ຕິດ ເຊື້ອ HIV ແລ້ວເປັນພະຍາດເອດສ໌ແລ້ວເສັຽຊີວິດ 182 ຄົນ, ທຽບໃສ່ປີ 2020 ຜູ້ຕິດເຊື້ອ HIV ຫຼຸດລົງ 761 ຄົນ ແລະມີຜູ້ເສັຽຊີວິດຫຼຸດລົງ 160 ຄົນ.

ໂຕເລຂຜູ້ຕິດເຊື້ອ HIV ໃນປີ 2021 ແມ່ນຫຼຸດລົງ ເມື່ອທຽບໃສ່ປີຜ່ານມາ ແລະເມື່ອທຽບໃສ່ 3 ປີທີ່ຜ່ານມາ, ແຕ່ຂະນະດຽວກັນນັ້ນ ໂຕເລຂຜູ້ຕິດເຊື້ອ HIV ແລະ ເປັນພະຍາດເອດສ໌ ສະສົມແຕ່ ປີ 1990 ຫາປີ 2021 ແມ່ນຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງຄືຕັ້ງແຕ່ປີ 1990 ຈົນຮອດເດືອນມິຖຸນາ 2021 ມີຜູ້ຕິດເຊື້ອ HIV ສະສົມໃນລາວ ທັງໝົດ 16,132 ຄົນ, ໃນນັ້ນຍັງມີຊີວິດຢູ່ 11,120 ຄົນ ແລະເສັຽຊີວິດຍ້ອນພະຍາດເອດສ໌ ສະສົມທັງໝົດ 4,931 ຄົນ.

ຄົນເສັຽຊີວິດ ຍ້ອນເປັນພະຍາດເອດສ໌ ໃນປີ 2021 ທີ່ຜ່ານມານັ້ນ ສ່ວນໃຫຍ່ເປັນກຸ່ມເພດຊາຍ ທີ່ມີທັດສະນະຄະຕິ ວ່າຖ້າອາການບໍ່ໜັກຫຼາຍ ຈະບໍ່ໄປໂຮງໝໍ ຍ້ອນຫຼາຍເຫດຜົລ ເປັນຕົ້ນບໍ່ຍອມຮັບໂຕເອງອາຍສັງຄົມ ຈຶ່ງເຮັດໃຫ້ຈາກຜູ້ຕິດເຊື້ອ HIV ສາມາດກິນຢາຕໍ່ອາຍຸ ໃຫ້ຢູ່ໄດ້ດົນ ກັບກາຍວ່າ ໂຕລາວເປັນພະຍາດເອດສ໌ ຂັ້ນສຸດທ້າຍ ຍ້ອນອາຍບໍ່ໄປຮັບຢາ ກັບທ່ານໝໍ ແລະເສັຽຊີວິດ ໃນເວລາຕໍ່ມາ. ຕາມຄຳເວົ້າຂອງເຈົ້າໜ້າທີ່ ສູນຕ້ານເອດສ໌ ແລະພະຍາດເພດສັມພັນ ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາຣະນະສຸຂ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 21 ມົກກະຣາ ນີ້ວ່າ:

ເຂົາເຈົ້າ ເຂົ້າມາບໍຣິການ ປິ່ນປົວຊ້າເນາະປ່ວຍຫຼາຍ ປ່ວຍແຮງໜັກແລ້ວເຂົາ ຈຶ່ງມາເນາະກໍຈະມີຫຼາຍກໍລະນີແຫຼະ ອັນນຶ່ງກໍຍ້ອນອາຍ ບໍ່ຍອມຮັບໂຕເອງ ບໍ່ຢາກເຂົ້າມາ ອັນທີສອງ ມາເພິ່ນ ກໍບໍ່ຮູ້ວ່າໂຕເອງຕິດເຊື່ອ ອັນນີ້ຈຶ່ງໄປປິ່ນປົວ ແບບອື່ນ ການປິ່ນປົວຈຶ່ງບໍ່ໄດ້ຜົລ.

ທ່ານກ່າວຕື່ມວ່າ ປີນີ້ປະເທດລາວ ຍັງມີຜູ້ເປັນພະຍາດເອດສ໌ ຢູ່ນັ້ນກໍຍ້ອນວ່າຜູ້ກ່ຽວ ບໍ່ວ່າຈະເປັນຍິງ ຊາຍ ກະເທີຍ ຊາຍຮັກຊາຍ ແມ່ນຍັງມີເພດສັມພັນ ແບບບໍ່ໃສ່ຖົງຢາງ ອນາມັຍ ແລະມີຄູ່ລັບນອນຫຼາຍຄົນໂດຍສະເພາະ ກຸ່ມຊາຍຮັກຊາຍທີ່ບໍ່ມັກ ໃສ່ຖົງຢາງອານາມັຍຊຶ່ງມີຄວາມສ່ຽງເປັນ HIV ແລະ ເອດສ໌.ສຳລັບ ແຂວງຫຼວງພຣະບາງ ຜູ້ຕິດເຊື້ອ HIV ເປັນພະຍາດເອດສ໌ແລ້ວເສັຽຊີວິດນັ້ນ ກໍຍ້ອນວ່າຈຳນວນນຶ່ງ ເປັນກຸ່ມປະຊາກອນ ທີ່ເປັນແຮງງງານ ມາຈາກປະເທດໄທຍ ແລ້ວກັບມາຢູ່ລາວ ຂາດຢາປິ່ນປົວເຊື້ອ HIV ຈາກໄທຍມາກິນຢູ່ລາວ ພັດຈະເອົາຢາປິ່ນປົວເຊື້ອ HIV ຢູ່ລາວກໍຕ້ອງໄດ້ເດີນທາງ ຈາກບ້ານໂຕເອງ ມານະຄອນຫຼວງວຽງຈັນ ກໍມີຄວາມຫຍຸ້ງຍາກ ດ້ານເສຖກິຈ ເຮັດໃຫ້ບໍ່ໄດ້ຮັບຢາປິ່ນປົວ ເຊື້ອ HIV ຈຶ່ງກາຍເປັນພະຍາດເອດສ໌ ຂັ້ນທີ 4 ແລ້ວເສັຽຊີວິດ.

ອີກຈຳນວນນຶ່ງ ເປັນກຸ່ມປະຊາກອນ ທີ່ອອກແຮງງານ ຕາມສວນກ້ວຍ, ສວນຢາງພາຣາ ໃນເຂດຫ່າງໄກກໍບໍ່ມີເງື່ອນໄຂ ດ້ານເສຖກິຈ ທຸກຍາກບໍ່ສາມາດ ໄປຮອດໂຮງໝໍ ເພື່ອຮັບຢາປິ່ນປົວເຊື້ອ HIV ໄດ້ແລ້ວຈຶ່ງເປັນພະຍາດເອດສ໌ ແລະຊີວິດໃນເວລາຕໍ່ມາ.

ດັ່ງເຈົ້າໜ້າທີ່ສູນຕ້ານເອດສ໌ແລະເພດສັມພັນແຂວງວຽງຈັນກ່າວໃນມື້ດຽວກັນນີ້ວ່າ.

ອີກຢ່າງກຸ່ມເປົ້າໝາຽ ຂອງເຮົາເຮົາຮັກເປັນຄົນຕ່າງເມືອງແດ່ ຢູ່ຊົນນະບົດເນາະຫ່າງໄກສອກຫຼີກນ່າ ກວ່າຊິເດີນທາງມາຮອດແຂວງ ກໍໃຊ້ເວລາດົນບາດນີ້ພັດຊິມາ ກໍໄດ້ຢາກໍມືບາງຄົນກໍອາດ ຊິບໍ່ມີງົບປະມານມາແດ່ແລ້ວຊ່ວງນີ້ ເຮົາຮູ້ກັນຈະເດີນທາງໄປ ໃສ່ກໍຢາກຫາກໍເຣີ້ມ ຜ່ອນຄາຍໄດ້ 2-3 ເດືອນຍ້ອນຫຼັງມານີ້ຈັ້ງຊິນ່າ.

ຂະນະທີ່ ແຂວງຫຼວງພຣະບາງ ມີຜູ້ຕິດເຊື້ອ HIV ແລ້ວເປັນພະຍາດເອດສ໌ແລ້ວ ຊີວິດນັ້ນເນື່ອງຈາກວ່າຜູ້ກ່ຽວມີພະຍາດແຊກຊ້ອນ ເປັນຕົ້ນວັນນະໂຣກ ພາຍຫຼັງໂຕຜູ້ກ່ຽວເອງ ກິນຢາປິ່ນປົວເຊື້ອ HIV ບໍ່ຕໍ່ເນື່ອງ ຍ້ອນວ່າຮັບໂຕເອງບໍ່ໄດ້ ທີ່ເປັນຜູ້ຕິດເຊື້ອ HIV ຂາດຄວາມຮູ້, ຄວາມເຂົ້າໃຈໃນການປິ່ນປົວ ເຊື້ອ HIV ຂາດກຳລັງໃຈ ຈາກຄົນຮອບຂ້າງ ແລະສັງຄົມ.

ດັ່ງເຈົ້າໜ້າທີ່ ສູນຕ້ານເອດສ໌ ແລະເພດສັມພັນແຂວງຫຼວງພຣະບາງ ກ່າວໃນມື້ດຽວກັນວ່າ:

ເຂົາຍອມຮັບບໍ່ໄດ້ ເຂົາບໍ່ຮັບເຂົາວ່າ ເຂົາບໍ່ເປັນເດ້ ບາງເທື່ອມາກວດພົບ ຕອນທີ່ວ່າຍັງແຂງແຮງຢູ່ ກໍວ່າບໍ່ສົນ ບໍ່ແມ່ນ ບາງເທື່ອກໍຮູ້ຢູ່ວ່າ ໂຕເອງປ່ວຍໜ້ອຍນຶ່ງ ມາກິນຢາດີ ວ່າໂຕດີແລ້ວ ແລ້ວບໍ່ກິນຢາຕໍ່ ພໍມາກິນຢາຕລອດ ເຂົາຄ້ານກິນດູ້

ວຽກງານຕ້ານເອດສ໌ ໃນລາວຍັງໜ້າເປັນຫ່ວງ ເນື່ອງຈາກງົບປະມານ ຈາກພາກຣັຖ ທີ່ປະກອບສ່ວນໃນວຽກງານ ຕ້ານພະຍາດເອດສ໌ນີ້ ຍັງມີຈຳນວນຈຳກັດ ໃນຫຼາຍພື້ນທີ່ທົ່ວປະເທດລາວ ເປັນຕົ້ນງົບຈຳກັດດ້ານຈຸດບໍຣິການ ແຈກຈ່າຍຢາປິ່ນປົວ ຜູ້ຕິດເຊື້ອ HIV ແລະ ເອດສ໌ ແລະ ສູນປິ່ນປົວ ຜູ້ຕິດເຊື້ອ HIV ແລະ ພະຍາດເອດສ໌ ທີ່ຈະກະຈຸກຢູ່ແຕ່ໃນໂຕເມືອງ ແລະເຂດເທສບານ ແຕ່ບໍ່ໄດ້ກະຈາຍໄປຮອດສຸກສາລາ ຫຼືໂຮງໝໍນ້ອຍ ຈຶ່ງເຮັດໃຫ້ຜູ້ຕິດເຊື້ອ HIV ແລະເປັນພະຍາດເອດສ໌ ໃນເຂດຫ່າງໄກ ທີ່ສ່ວນໃຫຍ່ ມີຖານະທຸກຍາກ ບໍ່ສາມາດເຂົ້າເຖິງ ການບໍຣິການເພື່ອປົກປ້ອງ ຊີວິດໄດ້.

ສ່ວນງົບດ້ານໂຄສະນາ ໃຫ້ຄວາມຮູ້ກ່ຽວກັບວຽກງານ ຕ້ານເອດສ໌ກໍຈຳກັດ ບໍ່ເຂົ້າເຖິງໃນກຸ່ມປະຊາກອນ ທີ່ອອກແຮງງານ ແລະກຸ່ມໄວລຸ້ນ ຈຶ່ງເຮັດໃຫ້ທັສນະຄະຕິ ທີ່ມີຕໍ່ເຊື້ອ HIV ຍັງຢູ່ໃນເຊິງລົບ ຄືອາຍບໍ່ຍອມຮັບ ແລະເຮັດໃຫ້ຄວາມຮູ້ ເທົ່າບໍ່ເຖິງການ ໃນກຸ່ມດັ່ງກ່າວຕໍ່ການປິ່ນ ປົວເຊື້ອ HIV ຍັງຕໍ່າຈະເຂົ້າໃຈ ແຕ່ວ່າຕິດເຊື້ອ HIV ແລ້ວປົວບໍ່ໄດ້ຈະຕາຍໄວ ແຕ່ໃນຄວາມເປັນຈິງ ຫາກກິນຢາປົວຢ່າງຕໍ່ເນື່ອງໝັ່ນເບິ່ງແຍງ ສຸຂພາບໃຫ້ແຂງແຮງ ກໍສາມາດຢູ່ໃຊ້ ຊີວິດໄດ້ອີກດົນ.

ດັ່ງເຈົ້າໜ້າທີ່ ໃນໂຄງການຄວບຄຸມ ການຣະບາດ ແລະເຊື່ອມສານ ວຽກງານຕ້ານເອດສ໌ ໃນກຸ່ມປະຊາກອນສ່ຽງ ແຂວງໄຊຍະບູລີ ກ່າວໃນມື້ດຽວກັນນີ້ວ່າ:

ຄັນເລັ່ງໃສ່ ເປັນພິເສດນີ້ ຢາກໃຫ້ມີງົບປະມານ ຈັດກິຈກັມ ໃຫ້ຄວາມຮູ້ກັບກຸ່ມເປົ້າໝາຽ ບາງບ່ອນມັນກໍເຂົ້າບໍ່ຮອດ ບໍ່ເຖິງບາງຄົນ ມັນກໍບໍ່ຮູ້ເນາະ ວ່າໂຕເປັນຈັ່ງຊິນ່າ ເຮົາພາມາກວດເລືອດ ຈັ່ງຮູ້ຄວາມໝາຽນ່າ.

ທ່ານກ່າວຕື່ມວ່າ ເພື່ອໃຫ້ວຽກງານ ຕ້ານເອດສ໌ດີຂຶ້ນ ເທື່ອລະກ້າວ ພາກຣັຖຕ້ອງໄດ້ມີງົບປະມານ ດ້ານໂຄສະນາ ດ້ານຈຸດບໍຣິການ ແຈກຈ່າຍຢາປິ່ນປົວ ແລະດ້ານສູນປິ່ນປົວ ຜູ້ຕິດເຊື້ອ HIV ແລະ ພະຍາດເອດສ໌ ຢ່າງທົ່ວເຖິງ ນອກຈາກນີ້ພາກຣັຖ ຍັງຕ້ອງມີນະໂຍບາຍແຈກຈ່າຍຢາ PrEP ຫຼື Pre-Exposure Prophylaxis ຊຶ່ງເປັນຢາ ທີ່ໃຊ້ປ້ອງກັນເຊື້ອ HIV ກ່ອນສຳພັດເຊື້ອ ໃຫ້ທົ່ວປະເທດຄືກັນເນື່ອງຈາກ ຢາ PrEP ນີ້ ແມ່ນມີແຕ່ ຢູ່ນະຄອນຫຼວງວຽງຈັນ ຊຶ່ງເບິ່ງສະພາບໂຕຈິງແລ້ວ ກໍມີຫຼາຍຄົນທີ່ບໍ່ສາມາດເດີນທາງໄປຮອດ ນະຄອນຫຼວງວຽງຈັນ ໄດ້.

ຂະນະທີ່ຜ່ານມາ ວຽກງານຕ້ານເອດສ໌ ແລະປິ່ນປົວ ຜູ້ຕິດເຊື້ອເອດສ໌ ໃນປະເທດລາວ ກໍຖືວ່າເຮັດໄດ້ດີຂຶ້ນ ເນື່ອງຈາກກ່ອນໜ້ານີ້ ຫຼາຍປີບໍ່ຄ່ອຍມີໂຄງການ ຕ້ານເອດສ໌ຫຼາຍຄື ໃນ 3 ປີຜ່ານມາ ຈຶ່ງເຮັດໃຫ້ວຽກງານ ໂຄສະນາເຜີຍແຜ່ ຄວາມຮູ້ກ່ຽວກັບວິທີປ້ອງກັນ ໂຕເອງຫ່າງໄກຈາກ ເຊື້ອ HIV ແລະ ເອດສ໌, ຄວາມສ່ຽງຕິດເຊື້ອ HIV ແລະ ເອດສ໌, ການປິ່ນປົວ ຜູ້ຕິດເຊື້ອ HIV ແລະ ເອດສ໌ໄດ້ເຂົ້າເຖິງ ປະຊາຊົນລາວຫຼາຍຂຶ້ນ ບໍ່ມີການຈຳແນກຜູ້ຕິດເຊື້ອ HIV ແລະ ເອດສ໌ ຄືແຕ່ກ່ອນຫຼາຍ.

ດັ່ງເຈົ້າໜ້າທີ່ ໃນໂຄງການຄວບຄຸມ ການຣະບາດ ແລະເຊື່ອມສານວຽກງານ ຕ້ານເອດສ໌ ໃນກຸ່ມປະຊາກອນສ່ຽງ ແຂວງໄຊຍະບູຣີ ຜູ້ດຽວກັນໄດ້ກ່າວ ມ້ວນທ້າຍ.

ນອກຈາກນີ້ໃນປີ 2018 ມີຜູ້ຕິດເຊື້ອ HIV ທັງໝົດ 1,424 ຄົນ, ໃນນັ້ນມີຜູ້ຕິດເຊື້ອ HIV ແລ້ວເປັນພະຍາດເອດສ໌ ແລ້ວເສັຽຊີວິດ 275 ຄົນ, ຂະນະທີ່ໃນປີ 2019 ມີຜູ້ຕິດເຊື້ອ HIV 1,392 ໃນນັ້ນມີຜູ້ຕິດເຊື້ອ HIV ແລ້ວ ເປັນພະຍາດເອດສ໌ແລ້ວ ເສັຽຊີວິດ 290 ຄົົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.