ລາວຕັ້ງເປົ້າໝາຍ ໃຫ້ປອດຈາກ ການຕິດເອດສ໌ ໃນປີ 2030

ໄຊຍາ
2021.12.15
ລາວຕັ້ງເປົ້າໝາຍ ໃຫ້ປອດຈາກ ການຕິດເອດສ໌ ໃນປີ 2030 ຄົນງານປະມົງລາວ ໃນປະເທດມາເລເຊັຽ, ວັນທີ 3 ທັນວາ 2020.
RFA

ສຳລັບປີ 2021 ນີ້ການສລອງ ວັນຕ້ານເອດສ໌ສາກົລໃນລາວ ໄດ້ຈັດຂຶ້ນໃນວັນທີ 1 ທັນວາ 2021 ຜ່ານມາ ທ່າມກາງທີ່ລາວກຳລັງປະເຊີນກັບເຊື້ອ ໂຄວິດ-19 ຣະບາດ. ໂດຍການສລອງດັ່ງກ່າວນັ້ນ ແມ່ນໄດ້ຈັດຂຶ້ນແບບລຽບງ່າຍ ແລະພາຍໃຕ້ຫົວຂໍ້ “ຄວາມບໍ່ເທົ່າທຽມກັນ ແລະຄວາມບໍ່ສະເໝີພາບກັນ. ຜ່ານມາການປິ່ນປົວຜູ້ຕິດເຊື້ອ ຍັງປະເຊີນກັບຄວາມຫຍຸ້ງ ຈຶ່ງເປັນທີ່ມາຂອງຫົວຂໍ້ໃນການສລອງ.  

ນອກຈາກນີ້ການສລອງ ໃນວັນດັ່ງກ່າວ ຍັງໄດ້ຣາຍງານເຖິງຄວາມຄືບໜ້າ ແຜນຍຸທສາດແຫ່ງຊາດປີ 2021-2030 ແລະ ແຜນດຳເນີນງານ 2021-2025 ຕໍ່ວຽກງານ ການປ້ອງເຊື້ອ HIV/AIDS ແລະ ຊອກຫາຊ່ອງທາງ ການເຮັດວຽກຮ່ວມກັນ ເພື່ອຫຼຸດຜ່ອນການຕິດເຊື້ອໃໝ່ ແລະ ຜົລກະທົບຕໍ່ກັບສຸຂພາບ. ດັ່ງເຈົ້າໜ້າທີ່ ຂໍສງວນຊື່ ໄດ້ກ່າວໃນວັນທີ 8 ທັນວາ ທີ່ຜ່ານມາ ຍຸທະສາດນີ້ໄດ້ກຳນົດບູຣິມະສິດປະຕິບັດແລ້ວ.

ທາງກະຊວງສາທາຣະນະສຸກ ໄດ້ພັທນາແລະຮັບຮອງເອົາກຸ່ມສ່ຽງ ເປັນກຸ່ມທີ່ວ່າມີເພີ່ນຈັດຢູ່ໃນສາມກຸ່ມ. ກຸ່ມທີນຶ່ງກາແມ່ນກຸ່ມຊາຍ ມີເພດສັມພັນກັບຊາຍ, ກຸ່ມທີສອງແມ່ນສາວບໍຣິການ, ກຸ່ມທີ່ສາມແມ່ນກຸ່ມໃຊ້ຢາເສບຕິດ. ສາມກຸ່ມນີ້ເປັນກຸ່ມຫຼັກໆ ທີ່ທາງນະໂຍບາຍແຫ່ງຊາດຖືວ່າ ເປັນກຸ່ມບູຣິມະສິດໃນການເຮັດວຽກງານໃນບັນຫາໂຣກເອດສ໌ເນາະ ຮວມທັງມີຊາວໜຸ່ມໄວໜຸ່ມ ແລະປະຊາກອນເຄື່ອນຍ້າຍອື່ນໆ.

ສຳລັບໂຄງການຍຸທສາດຢຸດຕິເອດສ໌ ຜ່ານມາການປະຕິບັດໃນໄລຍະທີນຶ່ງນັບແຕ່ປີ 2015-2020 ເຈົ້າໜ້າທີ່ທີກ່ຽວຂ້ອງໄດ້ຣະບຸວ່າ. ວຽກງານປ້ອງກັນຖືວ່າເຮັດໄດ້ດີ ສ່ວນວຽກງານການ ປິ່ນປົວຜູ້ຕິດເຊື້ອ ຍັງເຂົ້າບໍ່ເຖິງຊຶ່ງມັນຍັງບໍ່ມີຄວາມສະເໝີພາບ ໃນການເຂົ້າເຖິງ.

ຊ່ວງປີ 2020 ເພີ່ນກຳນົດເອົາປະຊາກອນກຸ່ມສ່ຽງ 90% ເຂົ້າເຖິງ ການບໍຣິການເນາະແຕ່ຄັນເຮົາ ໂຕຊີ້ບອກອັນນຶ່ງທີ່ຢູ່ໃນຫຼາຍ ໆ ໂຕຊີ້ບອກເຮົາກາເຫັນໄດ້ ວ່າລາວເຮົາກໍຍັງ ເຮັດບໍ່ທັນໄດ້ດີເທົ່າທີ່ຄວນ. ມັນກໍສະທ້ອນ ໃຫ້ເຫັນຄວາມບໍ່ເທົ່າທຽມ ທາງດ້ານຄວາມຮູ້ ຄວາມບໍ່ເທົ່າທຽມ ທາງດ້ານພື້ນທີ່ໃຫ້ການບໍຣິການທີ່ຈຳກັດບໍ່ເທົ່າທຽມ ທາງດ້ານເຂົ້າເຖິງແຫຼ່ງຂ່າວສານຂໍ້ມູນ.

ຕໍ່ກັບການຈັດຕັ້ງຍຸທສາດຢຸດເອດສ໌ ປີ 2030 ໃນລາວ ນັກວິຊາການ ທີ່ເຮັດວຽກກ່ຽວ ກັບການໂຄສະນາປະຊາສັມພັນ ໃນການເຂົ້າເຖິງການປິ່ນປົວເອດສ໌ ທີ່ຂໍສງວນຊື່ແລະສຽງ ໄດ້ໃຫ້ເຫັນຜົລວ່າລາວຕ້ອງໄດ້ບືນປະຕິບັດໃຫ້ບັນລຸເປົ້າໝາຽ 95-95-95 ເພາະຍັງເຫຼືອ ເວລາອີກພຽງ 12 ປີ. ຊຶ່ງເປັນໄລຍະທີ່ທ້າຫຼາຍ. ເພາະບັນຫາການແຜ່ຣະບາດໂຣກເອດສ໌ ຖ້າທຽບໃສ່ປະເທດອື່ນແມ່ນລາວມີອັດຕຣາຕໍ່າ. ແຕ່ການປະຕິບັດແຜນການ ປິ່ນປົວແມ່ນພົບ ບັນຫາຫຼາຍທີ່ສຸດ.

ສ່ວນທ່ານໝໍ ທີ່ສູນປິ່ນປົວເອດສ໌ແຫ່ງນຶ່ງ ທີ່ຢູ່ຕ່າງແຂວງກໍປະສົບບັນຫາ ເຣື່ອງການແຈກຢາ ARV ໃຫ້ກັບຜູ້ຕິດເຊື້ອທີ່ຢູ່ເຂດຫ່າງໄກສອກຫຼີກ. ຍ້ອນວ່າຜູ້ປ່ວຍບາງເຂດໃນເຂດຊົນ ນະບົດຍັງຕິດມາຕການລ໊ອກດ໋າວນ໌, ບາງຄົນບໍ່ມີເງິນຈ້າງຣົຖມາຮັບຢາ ແລະ ບາງຄົນກໍປິດບັງໂຕຕົນຢ້ານສັງຄົມຮູ້. ດັ່ງທ່ານໝໍບໍ່ປະສົງອອກສືແລະຕຳແໜ່ງກ່າວຕໍ່ນັກຂ່າວເອເຊັຽເສຣີໃນວັນທີ 14 ທັນວາ ນີ້ວ່າ. ມີແຜນຈະກະຈາຍສູນແຈກຢາ ARV ໃຫ້ໄກ້ທີ່ກັບ ຜູ້ຕິດເຊື້ອໄກ້ທີ່ສຸດເທົ່າທີ່ເຮັດໄດ້.

ເພາະວ່າຢາ ARV ສ່ວນຫຼາຍຕ້ອງໄປເອົາຢູ່ໂຮງໝໍເຮັດແນວໃດເພື່ອໃຫ້ອາສາສະມັກ ວໍລັນເທຍ ສາມາດໄປສົ່ງຢາໄດ້. ປີ 2022 ພວກເຮົາກາຂໍໃຫ້ເພີ່ນເປີດຢ່າງໜ້ອຍກາໃຫ້ໄດ້ 5 ສູນຈາກຣະດັບແຂວງ ຮອດຣະດັບເມືອງເນາະ.

ເຣື່ອງການປິ່ນປົວວິຊາການ ທີ່ບໍ່ປະສົງອອກຊື່ແລະສຽງໃຫ້ຄຳເຫັນວ່າ ໄລຍະຜ່ານມາເປັນຫຍັງຄົນຕິດເຊື້ອບໍ່ກ້າເຂົ້າໄປກວດທີ່ສູນປິ່ນປົວເອດສ໌ ຍ້ອນວ່າຂໍ້ມູນຂ່າວສານກະຈາຍບໍ່ທົ່ວເຖິງ, ບາງກຸ່ມຢູ່ຫ່າງໄກຫຼາຍ, ບາງກຸ່ມບໍ່ຮູ້ສະຖານທີ່ຈະໄປກວດຢູ່ໃສ, ບໍ່ມີເງິນເສັຽຄ່າປິ່ນປົວ, ຍ້ອນຍັງຄິດວ່າຕົນເອັງແຂງແຮງເລີຍຖືເບົາ. ສະເພາະຜູ້ທີ່ໄປລົງທະບຽນ ເຂົ້າຮັບ ການປິ່ນປົວສະເພາະໂຮງໝໍ ເສຖຖາທິຣາຊສະເລັ່ຽເດືອນລະ 40-50 ຄົນ ແລະນຶ່ງປີປະມານ 400-500 ຄົນ.

ນັກວິຊາການ ໄດ້ຣະບຸຕື່ມວ່າຜົລດີ ຂອງການເຂົ້າໄປກວດຫາເຊື້ອ ນັ້ນກໍຄືເຮົາໄດ້ຮູ້ກ່ອນວ່າເຮົາຕິດເຊື້ອແລະໄດ້ຮັບຢາປິ່ນປົວທັນເວລາ ຈະສົ່ງຜົລເຮັດໃຫ້ສຸຂພາບແຂງແຮງຂຶ້ນ ໂດຍບໍ່ມີໂອກາດເປັນເອດສ໌ ແລະ ບໍ່ມີໂອກາດແຜ່ເຊື້ອ. ທີ່ຜ່ານມາມີບາງກໍຣະນີ ເປັນໜັກແລ້ວຈຶ່ງພາກັນເອົາມາໂຮງໝໍ ຊຶ່ງແພດເອງກໍບໍ່ສາມາດປິ່ນປົວ ໃຫ້ເຊົາໄດ້ມີຫຼາຍລາຍຕ້ອງເສັຽຊີວິດ.

ອີງຕາມບົດຣາຍງານ ຂອງສູນຕ້ານເອດສ໌ທີ່ໄດ້ອອກຣາຍງານໃນປີ 2020 ທີ່ຜ່ານມາ ໃນໂອກາດສລອງວັນຕ້ານເອດສ໌ສາກົລ ທີ່ຣະບຸວ່າ ປະເທດລາວກໍໄດ້ສຸມໃສ່ ປະຕິບັດວຽກງານສະກັດກັ້ນ ແລະຕ້ານເຊື້ອ ເອັຈໄອວີ (HIV) ແລະ ພະຍາດຕິດຕໍ່ ທາງເພດສຳພັນ ຄືນັບແຕ່ປີ 1990-2020 ມີຜູ້ຕິດເຊື້ອເອັຈໄອວີ14,460 ຄົນ. ເປັນໂຣກເອດສ໌ 5,912 ຄົນ ແລະ ເສັຽຊີວິດ 4,760 ຄົນ. ໃນປີ 2020 ມີຜູ້ລົງທະບຽນກິນຢາ 12,860 ຄົນ ແລະ ມີຜູ້ກິນຢາໂຕຈິງ 7,920 ຄົນ.

ບົດຣາຍງານຣະບຸຕື່ມວ່າ ການຕິດເຊື້ອສ່ວນຫຼາຍ ແມ່ນທາງເພດສຳພັນ ໂດຍກຸ່ມທີ່ມີຄວາມສ່ຽງ ໄດ້ແກ່ກຸ່ມສາວບໍຣິການ, ຊາຍມີເພດສຳພັນກັບຊາຍ, ກຸ່ມສັກຢາເສບຕິດເຂົ້າທາງເສັ້ນເລືອດ. ນັບມາຮອດປີ 2020 ກຸ່ມປະຊາກອນທົ່ວໄປອາຍຸແຕ່ 15-49 ປີ ມີຜູ້ຕິດເຊື້ອເທົ່າກັບ 0.3%, ສາວບໍຣິການ 1% ແລະ ຊາຍມີເພດສຳພັນກັບຊາຍ 2.5% ແລະ ກະເທີຍ 3.3%.

ໃນການຈັດຕັ້ງປະຕິບັດການ ສະກັດກັ້ນແລະຕ້ານເຊື້ອເອັຈໄອວີ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຂອງກະຊວງສາທາຣະນະສຸຂ ບໍ່ປະສົງອອກຊື່ແລະສຽງກ່າວວ່າ. ປັດຈຸບັນອົງການຈັດຕັ້ງສາກົລ ຜູ້ໃຫ້ທືນສນັບສນູນງົບປະມານ ເຂົ້າໃນວຽກງານຕ້ານເອດສ໌ນັບມື້ໜ້ອຍລົງ, ຊຶ່ງເຮັດໃຫ້ປະເທດລາວ ປະສົບກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍດ້ານ ໂດຍສະເພາະດ້ານງົບປະມານ ແລະການຕອບໂຕ້ຕໍ່ເຊື້ອເອັຈໄອວີ/ເອດສ໌ ເປັນຕົ້ນແຮງງານເຄື່ອນຍ້າຍ ຍັງມີຫຼາຍ, ເຮັດໃຫ້ມີຄວາມສ່ຽງ ການຕິດເຊື້ອເອັຈໄອວີ.

ເຈົ້າໜ້າທີ່ຣະບຸຕື່ມວ່າ ແຕ່ລະປີຍັງມີຜູ້ຕິດເຊື້ອບໍ່ຕໍ່າກວ່າ 1,000 ຄົນ. ຜູ້ຊາຍທີ່ມີເພດສຳພັນກັບຊາຍ ຍັງຕິດເຊື້ອສູງ, ການແຜ່ເຊື້ອຈາກແມ່ຫາລູກ ກໍເຫັນວ່າມີທ່າທີສູງຂຶ້ນ, ນໍ້າຢາກວດເລືອດ ຊອກຫາການຕິດເຊື້ອເອັຈໄອວີ ຍັງບໍ່ທັນພຽງພໍ, ຜູ້ຕິດເຊື້ອເອັຈໄອວີ ແລະເປັນໂຣກເອດສ໌ຍັງຂາດການຕິດຕາມຫຼາຍ ແລະການກິນຢາກບໍ່ທັນຕໍ່ເນື່ອງ ແລະເປັນປົກກະຕິ ຍ້ອນມີຂໍ້ຫຍຸ້ງຍາກດ້ານ ສະພາບໂຄວິດ-19 ແລະ ຂາດງົບປະມານ ມາຮັບການບໍຣິການກວດສຸຂພາບ ແລະມາຮັບຢາ. ຊຶ່ງເຮັດໃຫ້ແຕ່ລະປີີມີຜູ້ຕ້ອງການປິ່ນປົວດ້ວຍຢາ ARV ຫຼາຍກວ່າ 7 ພັນຄົນ.

ນອກຈາກນີ້ ການເຂົ້າເຖິງກຸ່ມສ່ຽງ ມີຄວາມຫຍຸ້ງຍາກ, ຄວາມຮູ້, ຄວາມເຂົ້າໃຈກ່ຽວກັບ ເຊື້ອເອັຈໄອວີແລະໂຣກເອດສ໌ຂອງສັງຄົມ, ຊຸມຊົນ ແລະບຸກຄົນຍັງບໍ່ທັນສູງ, ພ້ອມນີ້ການຈຳແນກ, ລັງກຽດຜູ້ຕິດເຊື້ອດັ່ງກ່າວ ຍັງມີຢູ່ໃນສັງຄົມ, ຊຸມຊົນ, ຜູ້ບໍຣິການ ແລະຜູ້ຮັບບໍຣິການ, ພະນັກງານທີ່ເຮັດວຽກງານ ຍັງບໍ່ພຽງພໍ.

ສະມາຄົມເຄືອຂ່າຍຜູ້ຕິດເຊື້ອເອັຈໄອວີ/ເອດສ໌ ໄດ້ອອກບົດຣາຍງານ ເຖິງການຈັດຕັ້ງ ປະຕິບັດຍຸທສາດຢຸດຕິເອດສ໌ວ່າ. ໂດຍແຜນຍຸທສາດແຕ່ປີ 2021-2025 ມີເປົ້າໝາຍຊ່ອຍເຫຼືອ ສົ່ງເສີມການເຂົ້າເຖິງ ການບໍຣິການຮອບດ້ານ, ສົ່ງເສີມການເຂົ້າເຖິງ ຂໍ້ມູນຂ່າວສານ ດ້ານສຸຂພາບ, ເອັຈໄອວີ/ເອດສ໌ ທີ່ຖືກຕ້ອງ ແລະ ການປະກອບສ່ວນ ເຂົ້າໃນຍຸທສາດແຫ່ງຊາດ ກ່ຽວກັບການຫຼຸດຜ່ອນ ອັດຕຣາການເພີ່ມຂຶ້ນຂອງຜູ້ຕິດເຊື້ອລາຍໃໝ່ໃນ ສປປ ລາວ.

ປັດຈຸບັນສູນບໍຣິການ ປິ່ນປົວຜູ້ຕິດເຊື້ອເອັຈໄອວີ/ເອດສ໌ ຢູ່ປະເທດລາວມີ 11 ແຫ່ງ, ໃນນີ້ຕັ້ງຢູ່ແຂວງບໍ່ແກ້ວ 2 ແຫ່ງ, ຫົວພັນ, ຫຼວງນໍ້າທາ, ຫຼວງພຣະບາງ, ນະຄອນຫຼວງວຽງຈັນ 3 ແຫ່ງ, ຄຳມ່ວນ, ສວັນນະເຂດ ແລະ ຈຳປາສັກ. ໂດຍການປິ່ນປົວດ້ວຍຢາຕ້ານ ARV ແລະ ຄ່າກວດບາງຢ່າງຕາມສູນບໍຣິການ ປິ່ນປົວຜູ້ຕິດເຊື້ອທັງ 11 ແຫ່ງ ແມ່ນບໍ່ເສັຽຄ່າ ເພາະຣັຖບານລາວໄດ້ຮັບການຊ່ອຍເຫຼືອ ຈາກກອງທຶນໂລກ ຫຼື Global Fund.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.