ຣັຖບານລາວ ຫ້າມນຳເຂົ້າ ສິນຄ້າ ຫຼາຍປະເພດ

ສຸພັດຕາ
2022.01.19
ຣັຖບານລາວ ຫ້າມນຳເຂົ້າ ສິນຄ້າ ຫຼາຍປະເພດ ໂຕຢ່າງງົວໃຫຍ່ ສາຍພັນບຣາມັນ ທີ່ໄດ້ນ້ຳໜັກມາຕຖານ ທີ່ຕລາດຈີນຕ້ອງການ ແລະ ສາມາດສົ່ງໄປຈີນໄດ້, ເດືອນທັນວາ 2021.
ຮູບພາບ: ຟາຣ໌ມງົວໃຫຍ່ ໂພນເລົາ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກຣົຖຕຣີ, ຣັຖມົນຕຣີກະຊວງແຜນການ ແລະ ການລົງທຶນ ໄດ້ຣາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ ດ້ານເສຖກິຈ-ການເງິນ ຕໍ່ກອງປະຊຸມຣັຖບານເປີດກວ້າງ ຄັ້ງທີ II ປີ 2021 ເມື່ອທ້າຍປີທີ່ຜ່ານມາວ່າ:

ຣັຖບານ ຫ້າມນໍາເຂົ້າສິນຄ້າຈາກຕ່າງປະເທດ ຫຼາຍຢ່າງ ປະເພດ: ພືດ, ສັດ ແລະ ປາ ຫ້າມນໍາເຂົ້າມາຈໍາໜ່າຍ ແລະບໍຣິໂພຄ ຢູ່ພາຍໃນ ໂດຍເດັດຂາດ ເພື່ອເປັນການສົ່ງເສີມການຜລິດພາຍໃນ ໃຫ້ປະຊາຊົນລາວ ສາມາດທໍາມາຫາກິນກຸ້ມຕົນເອງໄດ້ ສິນຄ້າກະສິກັມທີ່ຫ້າມນໍາເຂົ້າ ມີ 6 ຊນິດ ຄື: ຜັກກະລໍ່າປີດອກຂຽວ, ຜັກກະລໍ່າປີດອກຂາວ, ຜັກກະລໍ່າປີ, ຜັກກາດຂາວ, ຫົວຜັກທຽມ, ຫົວຜັກບົ່ວ, ໝາກເຜັດ, ຜັກສະຫຼັດ ແລະ ຜັກເຊີນາລີ.

ດ້ານສັດລ້ຽງ ແລະການປະມົງ ທີ່ຫ້າມນໍາເຂົ້າ ປະກອບມີ ງົວ, ໝູ, ແບ້, ໄກ່ສຸດໄຂ່, ເປັດ, ຫ່ານ ສ່ວນປະເພດ ຜລິດຕະພັນສັດ ແລະສັດນໍ້າ ທີ່ຫ້າມນໍ້າເຂົ້າ ປະກອບມີ ໄຂ່ໄກ່, ຊີ້ນໝູ, ຊີ້ນງົວ, ຊີ້ນແບ້, ຊີ້ນເປັດ, ຊີ້ນຫ່ານ, ຊິ້ນສ່ວນ ແລະເຄື່ອງໃນສັດທຸກປະເພດ.

ສ່ວນປາ ທີ່ຫ້າມນໍາເຂົ້າປະກອບມີ ປານິນ, ປາໄນ, ປານໍ້າຈືດທຸກຊະນິດ ຫາກເຈົ້າໜ້າທີ່ພົບເຫັນ ວ່າມີການລັກລອບນໍາເຂົ້າສິນຄ້າດັ່ງກ່າວນັ້ນ ຈະຕ້ອງຖືກປັບໃໝ ແລະດໍາເນີນການ ຕາມລະບຽບການທັນທີ.

ດັ່ງເຈົ້າໜ້າທີ່ ກົມລ້ຽງສັດ ແລະການປະມົງ ກະຊວງກະສິກັມແລະປ່າໄມ້ ທ່ານນຶ່ງທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວໃນວັນທີ່ 19 ມົກກະຣາ ນີ້ວ່າ:

ມີແຈ້ງການມາເພິ່ນເລີ່ມໂລດ ພວກເຮົາຈະເຂັ້ມງວດຂຶ້ນ ເພື່ອຊຸກຍູ້ການຜລິດພາຍໃນເຮົາ  ຊຸກຍູ້ຜລິດຕະພັນພາຍໃນ ເພື່ອຫຼຸດຜ່ອນການນໍາເຂົ້າ ບໍ່ພຽງພໍ ພວກເຮົາກໍຊຸກຍູ້ໃຫ້ຜລິດຫຼາຍໆຄົນ ມີສະພາບຫຍັງກໍກຸ້ມຕົນເອງໄດ້ ໃຫ້ເງິນລາວເຂັ້ມແຂງໄດ້ ຫ້າມບໍ່ໄດ້ດອກ ເລື່ອງລັກ ຜູ້ໃດຖືກເຂົາຈັບໄດ້ ເຂົາກະໃສ່ລະບຽບ ກໍຕ້ອງປະຕິບັດວິນັຍ.”

ກ່ຽວກັບເຣື່ອງດັ່ງກ່່າວນີ້ ຖືວ່າ ຍັງເປັນເຣື່ອງທີ່ປະຕິບັດໄດ້ຍາກ ບໍ່ໄດ້ 100% ແນ່ນອນ ເນື່ອງຈາກການຜລິດຂອງຊາວລາວ ຍັງໜ້ອຍ ແລະ ຜລິດໄດ້ບາງຢ່າງ ເທົ່ານັ້ນ ແລະສ່ວນນຶ່ງຕ້ອງມີການລັກລອບນໍາເຂົ້າມາແນ່ນອນ.

ດັ່ງເຈົ້າໜ້າທີ່ ກະສິກັມ ແລະປ່າໄມ້ ນະຄອນຫຼວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງກ່າວວ່າ:

“ສ່ວນຫຼາຍ ມັນກໍໄດ້ແຕ່ໂຕເລຂຊື່ໆ ແຕ່ເລື່ອງຜົລຜລິດແທ້ ກໍບໍ່ນັ້ນເທົ່າໃດ ໃຫ້ລ້ອຍແທ້ມັນກໍຊິລ້ອຍດອກ ຕ້ອງມີສ່ວນນຶ່ງ ກໍມີການເລັດລອດເຂົ້າມາຫັ້ນນ່າ ປົນເປກັບສິນຄ້າລາວເຮົາເນາະ.”

ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນແຂວງບໍ່ແກ້ວ ທ່ານນຶ່ງ ກໍກ່າວວ່າ ເຣື່ອງດັ່ງກ່າວນີ້ ຍັງບໍ່ເຫັນແຈ້ງການຢ່າງເປັນທາງການເທື່ອ ເຫັນແຕ່ຂ່າວເທົ່ານັ້ນ ຖ້າຫາກທາງການ ແຈ້ງການມາ ແນ່ນອນ ກໍຕ້ອງໄດ້ປະຕິບັດຢູ່ແລ້ວ ເນື່ອງຈາກຊາວລາວເຮົາສ່ວນນຶ່ງ ກໍມີພື້ນຖານແລະຜລິດເອງຢູ່ແລ້ວ.

“ແຕ່ວ່າ ມັນມີແຈ້ງການ ຂອງທາງຂັ້ນເທິງລົງມາ ມັນກໍໜ້າຈະປະຕິບັດໄດ້ ມັນກໍເຂັ້ມແຂງໄດ້ ຖ້າວ່າເພິ່ນເກືອດຫ້າມເນາະ ກະກຸ້ມຕົນເອງໄດ້ຫັ້ນນ່າ ຈໍານວນນຶ່ງ ກໍຜລິດຢູ່ພາຍໃນກໍມີຢູ່ເດ້ ໄລຍະຜ່າມາຫັ້ ກໍມີແຕ່ ນໍາເຂົ້າຈາກຕ່າງປະເທດ ຈໍານວນນຶ່ງເນາະ.”

ຂະນະທີ່ ຜູ້ປະກອບການທີ່ຄ້າຂາຍສິນຄ້າ ທ່ານນຶ່ງ ກໍກ່າວວ່າ ເປັນໄປໄດ້ຍາກ ທີ່ຈະບໍ່ໃຫ້ມີການນໍາເຂົ້າສິນຄ້າ ປະເພດດັ່ງກ່າວ ຈາກປະເທດໄທຍ ຍ້ອນວ່າການຜລິດສິນຄ້າ ດ້ານອາຫານພາຍໃນລາວ ກໍຍັງຜລິດໄດ້ໜ້ອຍ ແລະມີຕົ້ນທຶນການຜລິດສູງ ບາງຄົນ ກໍຍັງທໍາມາຫາກິນບໍ່ກຸ້ມຕົນໂຕເອງ ຖ້າຫາກສິນຄ້າບໍ່ພຽງພໍ ແນ່ນອນຜູ້ຂາຍສິນຄ້າ ກໍຕ້ອງໄດ້ຂຶ້ນລາຄ້າສິນຄ້າໃຫ້ແພງຂຶ້ນ ເຊິ່ງກໍຍັງຕ້ອງໄດ້ຈໍາເປັນຈະຕ້ອງ ນໍາເຂົ້າສິນຄ້າປະເພດດັ່ງກ່າວຈາກໄທຍຢູ່ດີ ເນື່ອງຈາກສິນຄ້າລາວ ແລະໄທຍ ມີຄວາມແຕກຕ່າງກັນຫຼາຍ ເພາະເຂົາເຈົ້າມີສູນວິຈັຍຕ່າງໆ ແລະຜູ້ຊ່ຽວຊານແນະນໍາ ເຮັດໃຫ້ມີຄຸນນະພາບດີ ກວ່າຢູ່ລາວ.

“ໂອ້ ຈໍາເປັນແທ້ ສໍາລັບຂ້ອຍ ກໍາລັງຜລິດຂອງເຮົາ ມັນຍັງໜ້ອຍນ່າ ມັນບໍ່ສາມາດຕອບສນອງໄດ້ໝົດດອກ ຄັນສິນຄ້າຂາດຕລາດເນາະ ລາຄາເຮົາຕ້ອງໄດ້ຂຶ້ນແມ່ນບໍ່ ແຕ່ວ່າຜັກພວກນີ້ ບໍ່ແມ່ນຜັກບ້ານເຮົາແດ່ ປູກກໍຍັງຍາກ ສົມມຸດວ່າ ຢາກວິໃຈເມັດພັນຈັ່ງຊີ້ ບ້ານເຮົາຍັງບໍ່ມີ ບໍ່ເຫັນ ບໍ່ມີຊໍ້າເນາະ ພວກເຮົານີ້ ມີແຕ່ເມັດທັມມະດາ ຖ້າເຮົາມີມະຫາວິທຍາລັຍ ແມ່ນຫຍັງຈັ່ງຊີ້ ມີຜູ້ຊ່ຽວຊານຄອຍຊ່ວຍຊິນ່າ ແນວນັ້ນກະຄືຊິດີ.”

ຜູ້ປະກອບການຂາຍປາຕ່າງໆ ອີກທ່ານນຶ່ງ ກໍກ່າວວ່າ ເຣື່ອງດັ່ງກ່າວນີ້ ເປັນໄປໄດ້ຍາກ ທີ່ຈະບໍ່ໃຫ້ມີການນໍາເຂົ້າສິນຄ້າຈາກໄທຍ ເຊິ່ງທຸກມື້ນີ້ ຕົນເອງກໍຍັງນໍາລູກພັນປາມາຈາກໄທຍ ມາລ້ຽງຈໍາໜ່າຍຢູ່ ເນື່ອງຈາກຂອງໄທຍ ມີຄຸນນະພາບດີຫຼາຍກວ່າຂອງລາວ ແລະກໍມີການໃຫ້ຄໍາແນະນໍາ ໃນການລ້ຽງການຂາຍ ສ່ວນຢູ່ລາວ ບໍ່ເຫັນເຈົ້າໜ້າທີ່ ເຂົ້າມາສົ່ງເສີມຫຼືແນະນໍາເລີຍ.

“ບ້ານເຮົາມັນຍັງເຮັດບໍ່ໄດ້ ເຈົ້າໜ້າທີ່ລາວບໍ່ເຫັນມາແນະນໍາ ມັນຍັງຜລິດບໍ່ໄດ້ ຢູ່ບ້ານເຮົາກໍມີ ແຕ່ຫາກວ່າມັນບໍ່ຫຼາຍ ຄືບ້ານເຂົາເຈົ້າ ຜລິດໄດ້ເປັນບາງຢ່າງ ມັນຕ້ອງນໍາເຂົ້າ.”

ກ່ຽວກັບເຣື່ອງການຫ້າມນໍາເຂົ້າສິນຄ້າ ຈາກຕ່າງປະເທດ ໃນປະເພດດັ່ງກ່າວນີ້ ກໍມີຂໍດີ ທີ່ຊາວລາວຈະມີລາຽໄດ້ເພີ່ມຂຶ້ນ ແລະມີຕລາດຮອງຮັບ ສາມາດສົ່ງໄປຂາຍໃຫ້ແຂວງຕໍ່ແຂວງໄດ້ຫຼາຍຂຶ້ນ ໂດຍບໍ່ຕ້ອງລໍຖ້າສົ່ງອອກໄປ ຕ່າງປະເທດຢ່າງດຽວ ຄືດັ່ງໄລຍະເກີດການ ແຜ່ຣະບາດຂອງເຊື້ອໂຄວິດ-19 ກໍຍັງບໍ່ສາມາດສົ່ງອອກໄປຂາຍຕ່າງປະເທດໄດ້ ເຮັດໃຫ້ເກີດການເໜົ່າເສັຍ ແລະຕ້ອງຖິ້ມໄປລ້າໆ.

ສ່ວນຂໍ້ເສັຍ ແນ່ນອນວ່າ ຈະຕ້ອງມີຜູ້ລັກລອບນໍາເຂົ້າສິນຄ້າປະເພດດັ່ງກ່າວ ເຂົ້າມາຫຼາຍຂຶ້ນ ເພາະການຜລິດຍັງບໍ່ທັນທົ່ວເຖິງ ເຖິງແມ່ນວ່າມີການຜລິດກໍຕາມ ເຊິ່ງໄລຍະໂຄວິດ-19 ຣະບາດຢູ່ນີ້ ທາງການລາວ ກໍຈະສາມາດຄວບຄຸມໄດ້ຢູ່ ເພາະຍັງບໍ່ໄດ້ເປີດປະເທດ.

ດັ່ງນັກວິຊາການ ທີ່ກ່ຽວຂ້ອງທ່ານນຶ່ງ ກ່າວວ່າ:

“ຖານການຜລິດເຮົາກໍມີຢູ່ ຊິເຮັດໃຫ້ການເປີດຕລາດ ແຂວງຕໍ່ແຂວງຫັ້ນນ່າ ກວ້າງຂຶ້ນຕື່ມ ແຕ່ວ່າການສົ່ງເສີມ ການຈາລະຈອນສິນຄ້າ ພາຍໃນປະເທດເຮົານີ້ ມັນບໍ່ທັນແຂງແຮງຫັ້ນນ່າ ຜ່ານມາມັນສົ່ງຂ້າມເບື້ອງໄທຍ ຫຼືວ່າບໍ່ມີຕລາດ ການລັກລອບນີ້ ມັນກໍອາຈມີ ເພາະຊາຍແດນເຮົາມັນຍາວເນາະ ແຕ່ໃນຊ່ວງໂຄງວິດ-19 ນີ້ ທາງຣັຖບານ ກໍມີມາຕການຄວບຄຸມ.”

ປະເທດລາວ ຍັງຂາດດຸນການຄ້າຫຼາຍຢູ່ ເນື່ອງຈາກປັດຈັຍການຜລິດ ຍັງບໍ່ກຸ່ມຕົນເອງຫຼາຍຢ່າງ ຈຶ່ງເຮັດໃຫ້ຕ້ອງມີການນໍາເຂົ້າສິນຄ້າເຂົ້າມາໃນປະເທດລາວ ຫຼາຍກວ່າສົ່ງສິນຄ້າອອກ ແລະ ໃນເດືອນທັນວາ ປີ 2021 ທີ່ຜ່ານມາ ປະເທດລາວ ມີມູນຄ່າການສົ່ງອອກ 552 ລ້ານໂດລາສະຫະຣັຖ ແລະການນໍາເຂົ້າມີປະມານ 632 ລ້ານໂດລາສະຫະຣັຖ ແລະຂາດດຸນການຄ້າ ປະມານ 80 ລ້ານໂດລາສະຫະຣັຖ.

ສ່ວນເດືອນທັນວາ ປີ 2020 ປະເທດລາວ ມີມູນຄ່າການສົ່ງອອກ 468 ລ້ານໂດລາສະຫະຣັຖ ນໍາເຂົ້າ 546 ລ້ານໂດລາສະຫະຣັຖ ແລະຂາດດຸນການຄ້າ 78 ລ້ານໂດລາສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.