ຜົລກະທົບ ຂອງໂຄວິດ-19 ຕໍ່ການສຶກສາ ໃນລາວ
2022.01.10

ຜົລກະທົບການຣະບາດ ຂອງເຊື້ອໂຄວິດ-19 ໃນປະເທດລາວ ສົ່ງຜົລໃຫ້ການສຶກສາ ຂອງລາວຕ້ອງປະເຊີນກັບຄວາມຫຍຸ້ງຍາກ. ຕົ້ນປີ 2020 ຣັຖບານໄດ້ ສັ່ງຢຸດການຮຽນ-ການສອນ. ພໍມາເຖິງກາງປີ ແລະທ້າຍປີ ຣັຖບານກໍໄດ້ສັ່ງໃຫ້ເປີດ ການຮຽນ-ການສອນ, ແຕ່ກໍສະເພາະບາງຣະດັບ. ເຖິງວ່າໃນໄລຍະຕົ້ນປີ ຣັຖບານຄາດຫວັງວ່າ ຈະສອນຜ່ານທາງສື່ອ໋ອນລາຍ໌, ແຕ່ປະຕິບັດບໍ່ໄດ້ ເນື່ອງຈາກຄວາມແຕກຕ່າງ ທາງດ້ານຖານະຄອບຄົວ ທີ່ມີຄວາມ ແຕກຕ່າງກັນຫຼາຍ.
ນັບແຕ່ຕົ້ນປີ 2020 ເປັນຕົ້ນມາ ເຊື້ອໂຄວິດ-19 ໄດ້ຣະບາດ ໃນປະເທດລາວໜັກຂຶ້ນເຣື້ອຍໆ, ໂຕເລກຜູ້ຕິດເຊື້ອໃໝ່ແມ່ນເພີ່ມຂຶ້ນທຸກມື້. ຣັຖບານໄດ້ປະກາດ ໃຊ້ມາຕການຕ້ານ ແລະ ສະກັດກັ້ນການຕິດຕໍ່ ຈຶ່ງເຮັດໃຫ້ຂແນງການສຶກສາ ກາຍເປັນຂແນງບໍຣິການ ທີ່ໄດ້ຮັບຜົລກະທົບໄປພ້ອມໆ ກັບຂແນງການອື່ນໆ .
ຜ່ານຈາການສະຫຼຸບ ພາຍຫຼັງທີ່ທາງການລາວ ໄດ້ປະກາດຢຸດ ການຮຽນ-ການສອນ ແຕ່ວັນທີ 19 ມີນາ 2020, ມີນັກຮຽນໄດ້ຮັບຜົລກະທົບປະມານ 1.7 ລ້ານຄົນ ທົ່ວປະເທດ ໃນສົກຮຽນປີ 2019-2020. ໃນນີ້ມີ ຂັ້ນປະຖົມ, ມັທຍົມຕົ້ນ, ມັທຍົມປາຍ ແລະ ໂຮງຮຽນວິຊາຊີບ. ເຖິງວ່າຈະມີການເປີດ ການຮຽນ-ການສອນ ຄືນໃນທ້າຍປີແຕ່ກໍເປີດສະເພາະຂັ້ນທີ່ຈຳເປັນ.
ດັ່ງເຈົ້າໜ້າທີ່ ຣະດັບສູງຂອງກະຊວງສຶກສາທິການ ແລະກິລາ ໄດ້ຖແລງຕໍ່ສື່ມວນຊົນພາຍໃນ, ເມື່ອກາງເດືອນ ກັນຍາ 2021 ບາງຕອນຣະບຸວ່າ:
“ພາຍຫຼັງ ທີ່ຣັຖບານອະນຸຍາດແລ້ວ ພວກຂ້າພະເຈົ້າ ໄດ້ກະກຽມ ໄດ້ອອກແຈ້ງການແນະນຳ ໃຫ້ສະຖານການສຶກສາ ທົ່ວປະເທດໃຫ້ຜູ້ບໍຣິຫານ ແລະຄຣູທົ່ວປະເທດກະກຽມ. ເຫດຜົລກໍເພາະວ່າເຝົ້າຣະວັງຄົນຈຳນວນຫຼາຍບໍ່ສາມາດມາຮຽນພ້ອມກັນໄດ້ທຸກ ໂຮງຮຽນທຸກສະຖາບັນໃຫ້ກະກຽມປະຕິບັດໄລຍະຫ່າງ, ການອານາມັຍ, ການກະກຽມໂຕະ ຕັ່ງທັມຄວາມສະອາດສີດຢາທຸກສີ່ງທຸກຢ່າງທີ່ຄນະສະເພາະກິຈແກ້ໃຫ້.”
ວັນທີ 14 ພືສຈິກາ 2021 ຜ່ານມາ, ຫ້ອງວ່າການສຳນັກງານນາຍົກຣັຖມົນຕຣີ ໄດ້ອອກແຈ້ງການສະບັບເລກທີ 1494/ຫສນຍ ປະກາດໃຫ້ທົ່ວປະເທດ ເປີດການ ຮຽນ-ການສອນ ຄືນໃນສະຖານະການທີ່ປອດພັຍ. ໃນເຂດທີ່ມີການຣະບາດຂອງ ເຊື້ອໂຄວິດ-19 ແລະ ໄດ້ຮັບອະນຸມັດນຳ ໃຊ້ຢ່າງເປັນທາງການ ຈາກຄະນະສະເພາະກິຈ ຂັ້ນສູງກາງ ໂດຍອີງໃສ່ 10 ມາຕການ ແລະ 40 ຂໍ້ແນະນຳ ໂດຍກະຊວງສາທາຣະນະສຸກ, ອົງການອານາມັຍໂລກ ແລະ ອົງການຢູນິເຊັບ ໃຫ້ການຮ່ວມມື ໃນການສ້າງມາຕການ ແລະຂໍ້ແນະນຳ.
ຕໍ່ກັບການເປີດ ການຮຽນ-ການສອນ ແບບເຊີ່ງໜ້ານີ້ ທັງພໍ່, ແມ່, ນັກຮຽນ ກໍຍັງເປັນກັງວົນ ຍ້ອນສະພາບການການຣະບາດ ທີ່ຍັງຖືວ່າມີຄວາມສ່ຽງສູງ. ສ່ວນສະພາບແວັດລ້ອມ ແຕ່ລະໂຮງຮຽນ ກໍມີຄວາມແຕກຕ່າງກັນ. ຖ້າເປັນໂຮງຮຽນພາກເອກະຊົນ ທີ່ພໍ່-ແມ່ ມີຖານະແດ່ກໍອາດຈະມີຄວາມພ້ອມ, ແຕ່ໂຮງຮຽນຣັຖ ແລະໂຮງຮຽນທີ່ຢູ່ຫ່າງໄກສອກຫຼີກ ອາດຈະບໍ່ມີຄວາມພ້ອມ ປະຕິບັດມາຕການປ້ອງກັນ. ຊຶ່ງບັນຫານີ້ມັນເປັນບັນຫາ ຄວາມບໍ່ເທົ່າທຽມ ທີ່ຣັຖຕ້ອງແກ້ໄຂ.
ດັ່ງປະຊາຊົນຊາວນະຄອນຫຼວງວຽງຈັນກ່າວຕໍ່ RFA ໃນວັນທີ 8 ມົກຣານີ້ວ່າ:
“ຄືຈັ່ງວ່າຣັຖບານລາວ ເຮົາຊິໄປເຮັດໄປເປີດຄືປະເທດອື່ນເນາະ ກາຕ້ອງ ໄດ້ສັກຢາໃຫ້ພົລເມືອງລາວເຮົາໃຫ້ໄດ້ຢ່າງໜ້ອຍ 60-70% ເຮົາກາຈັ່ງເປີດໄດ້ປະເທດເຮົາ ຍັງເປັນປະເທດທີ່ທຸກຍາກບ່ອນແອອັດ ຖ້າມັນເປັນ Cluster ຂຶ້ນມາລະລູກຫຼານຂອງເຮົາຊິ ເຮັດຈັ່ງໃດ.”
ໃນຂະນະທີ່ໂຮງຮຽນ ຫຼາຍແຫ່ງທັງຢູ່ໃນນະຄອນຫຼວງວຽງຈັນ ແລະຕ່າງແຂວງ ກຳລັງກະກຽມເປີດ ການຮຽນ-ການສອນ ຕາມແຈ້ງການສະບັບດັ່ງກ່າວ. ໂດຍສະເພາະແມ່ນ ໃນນະຄອນຫຼວງວຽງຈັນ ທີ່ມີເງື່ອນໄຂ ອຳນວຍໃນການເປີດສອນ.
ດັ່ງເຈົ້າໜ້າທີ່ຂອງໂຮງຮຽນ ພາກຣັຖແຫ່ງນຶ່ງໃນນະຄອນຫຼວງວຽງຈັນຜູ້ຂໍສງວນສື່ໄດ້ກ່າວວ່າ:
“ອີງຕາມການແນະນຳ ໃນຊ່ວງພະຍາດຣະບາດນີ້ ເພີ່ນກາຊິໃຫ້ມາຮຽນຄືນເພີ່ນກາເວົ້າ ເຣື່ອງການຮັກສາໄລຍະຫ່າງ, ຜ້າປິດປາກປິດດັງ, ເຈວລ້າງມື ແລະ ເຄື່ອງ ວັດອຸນຫະພູມ ຈັດສະຖານທີ່ແລະກໍໃຫ້ໜ່ວຍງານວິຊາການຈັດແບ່ງຕາຕະລາງໃຫ້ແກ່ຄຣູ.”
ທ່ານໄດ້ກ່າວຕື່ມວ່າ ການກະຕຽມເພື່ອຮອງຮັບ ການເປີດສອນຄືນໃໝ່ ບັນຫາເລັ່ງດ່ວນກໍຄື ມາຕການປ້ອງກັນ. ທາງໂຮງຮຽນຣັຖໃນເຂດ ນະຄອນຫຼວງວຽງຈັນ ກໍຕ້ອງໄດ້ເພີ່ມງົບປະມານໃນການຈັດຊື້ທັງໜ້າກາກ, ເຈວລ້າງມື ແລະ ການກຳນົດຕາຕະລາງຮຽນ ເພື່ອບໍ່ໃຫ້ເກີດຄວາມແອອັດ.
ຕໍ່ກັບຄວາມທ້າທາຍຜ່ານມາ ຂອງສຶກສາລາວ ທີ່ເກີດຈາກຜົລກະທົບ ຂອງໂຄວິດ-19 ນັ້ນ ນັກວິຊາການດ້ານການສຶກສາ ທີ່ຂໍສງວນຊື່ແລະສຽງໄດ້ໃຫ້ຄຳເຫັນວ່າ ອີງຕາມການຣາຍງານຢ່າງເປັນທາງການ ຂແນງການສຶກສາ ໄດ້ກາຍເປັນນຶ່ງໃນບັນດາຂແນງການບໍຣິການ ໄດ້ຮັບ ຜົລກະທົບຈາກມາຕການຕ້ານ ແລະສະກັດກັ້ນຂອງການຣະບາດໂຄວິດ-19.
ໂຮງຮຽນໃນຂອບເຂດທົ່ວປະເທດ ໄດ້ຢຸດການຮຽນ-ການສອນ ຕັ້ງແຕ່ ເດືອນມີນາປີ 2020 ເປັນຕົ້ນມາອັນສົ່ງຜົລກະທົບ ຕໍ່ນັກຮຽນຈຳນວນ ປະມານ 1.7 ລ້ານຄົນ ທົ່ວປະເທດ. ໃນນີ້ມີຂັ້ນປະຖົມ, ມັທຍົມຕົ້ນ, ມັທຍົມປາຍ ແລະ ໂຮງຮຽນວິຊາຊີບ. ອີງຕາມອົງການຢູເນັສໂກ ໄດ້ຣາຍງານກ່ຽວກັບການເປີດໂຮງຮຽນຄືນໃໝ່ ໂດຍຜ່ານແຜນພັທນາ ແຜນງານເປີດສົກຮຽນໃໝ່.
ນັກວິຊາການໄດ້ຣະບຸຕື່ມວ່າ ໃນລະຫວ່າງໄດ້ຢຸດການຮຽນ-ການສອນຊົ່ວຄາວນັ້ນ, ໄດ້ສ້າງຜົລກະທົບໃຫ້ນັກຮຽນລາວ. ທັງນີ້ກໍຍ້ອນບັນຫາຄວາມບໍ່ເທົ່າທຽມກັນ ຂອງການໄດ້ຮັບການສຶກສາ. ນອກຈາກນີ້ຜູ້ທີ່ອາສັຍຢູ່ເຂດຫ່າງໄກ ສອກຫຼີກ, ຊົນນະບົດທີ່ຂາດໂອກາດ ເຂົ້າເຖິງແຫຼ່ງຂໍ້ມູນ, ຂາດຄຣູສອນທີ່ມີຄຸນນະພາບ ຮວມໄປເຖິງຄວາມຮູ້ທາງດ້ານເທັກໂນໂລຈີ ຈຳກັດ. 25% ຂອງໂຮງຮຽນ ທີ່ຂາດອຸປະກອນລ້າງມື. ນອກຈາກນີ້ຍັງມີຜົລກະທົບ ຈາກພັຍທັມມະຊາດ ທີ່ເປັນປັດຈັຍຂອງຄວາມບໍ່ເທົ່າທຽມກັນ.
ສ່ວນບັນຫາການຮຽນອ໋ອນລາຍ໌ ຢູ່ເຮືອນ ຄວາມຈິງແລ້ວ ປະຊາຊົນລາວສ່ວນຫຼາຍ ປະເຊີນກໍຄືພວກເຂົາບໍ່ມີອິນເຕີຣ໌ເນັດ ຫຼືເຄື່ອງມືເຂົ້າເຖິງການຮຽນ. ອັດຕຣາການນໍາໃຊ້ ອິນເຕີຣ໌ເນັດ ມີພຽງ 50% ເທົ່ານັ້ນ.
ທາງດ້ານອົງການ ຢູນິເຊັບ ໄດ້ປະເມີນວ່າ ສື່ສິ່ງພີມຕ່າງໆ ເຊັ່ນແຜ່ນພັບ, ວິທຍຸ ແລະ ຣະບົບອ໋ອນລາຍ໌ ມີຄວາມຈຳເປັນ ເພື່ອຊຸກຍູ້ໃຫ້ການຮຽນ ຢູ່ເຮືຶອນພາຍໃຕ້ການດູແລ ຂອງ ອາຈານ, ພໍ່-ແມ່ ຜູ້ປົກຄອງ. ໂດຍການນຳໃຊ້ເຄື່ອງມືດັ່ງກ່າວ ຍັງເປັນການນຳສເນີພາບຮວມ ອັນສຳຄັນກ່ຽວກັບຄວາມບໍ່ເທົ່າທຽມກັນທາງດ້ານການສຶກສາ ໂດຍສະເພາະຕໍ່ໍຊົນເຜົ່າສ່ວນນ້ອຍ, ກຸ່ມຄົນດ້ອຍໂອກາດ ເຊັ່ນແມ່ຍິງ ແລະເດັກນ້ອຍໃນປະເທດລາວ.
ວິທີການ ເປີດໂຮງຮຽນຄືນໃໝ່ນັ້ນ ໃນບົດຣາຍງານຂອງອົງການ ຢູນີເຊັບ ບາງຕອນ ແນະນຳວ່າ ເວລາຄັດເລືອກໂຮງຮຽນ ເພື່ອເປີດໂຮງຮຽນຄືນໃໝ່ຕ້ອງກຳນົດໄປຕາມ 6 ມິຕິ ທີ່ສຳຄັນ ເພື່ອປະເມີນຄວາມພ້ອມ ໃນການຖແລງການ ແລະແຈ້ງໃຫ້ຮູ້ກ່ຽວກັບແຜນການເປີດໂຮງຮຽນ ຊຶ່ງມີນະໂຍບາຍການເງິນ, ການປະຕິບັດເພື່ອຄວາມປອດພັຍ, ການຮຽນຮູ້, ການເຂົ້າເຖິງຜູ້ທີ່ມີຄວາມສ່ຽງທີ່ສຸດ ແລະ ການເປັນຢູ່ທີ່ດີ. ການພິຈາຣະນາດ້ານນະໂຍບາຍ ແລະຄວາມຕ້ອງການດ້ານການເງິນ, ຄວນພ້ອມກັນສ້າງສະພາບແວັດລ້ອມ ທີ່ຈຳເປັນເພື່ອໃຫ້ແຕ່ລະມິຕິມີຄວາມສອດຄ່ອງກັນ.
ການສຶກສາ ໃນປະເທດລາວ ແມ່ນມີຄວາມສຳຄັນທີ່ນອນຢູ່ໃນເປົ້າໝາຽ ການພັທນາແບບຍືນຍົງ 4 ຫຼື SDG-4 ທີ່ເວົ້າເຖິງການສຶກສາ ມີຄຸນນະພາບ ມີຈຸດປະສົງແນ່ໃສ່ຮັບປະກັນການສຶກສາ ທີ່ມີຄຸນນະພາບທີ່ທົ່ວເຖິງ ແລະເທົ່າທຽມ. ພ້ອມທັງສົ່ງເສີມໂອກາດດ້ານການຮຽນຮູ້ ຕລອດຊີວິດ ສຳລັບທຸກຄົນ. ໂດຍຮວມມີ 10 ເປົ້າໝາຽ ແລະ 11 ໂຕຊີ້ວັດ ດັ່ງເຊັ່ນ ພັທນາການສຶກສາຊັ້ນປະຖົມ ແລະ ມັທຍົມໂດຍບໍ່ຕ້ອງເສັຽຄ່າຮຽນ, ມີຄວາມເທົ່າທຽມ ແລະ ມີຄຸນນະພາບ, ການເຂົ້າເຖິງການສຶກສາໃນໄວເດັກ, ການເບິ່ງແຍງລ້ຽງດູ ແລະ ການສຶກສາ ກ່ອນຊັ້ນປະຖົມທີ່ມີຄຸນນະພາບ, ເສີມຂຍາຍທັກສະສຳລັບ ປະກອບອາຊີບ, ມີວຽກເຮັດ ງານທຳທີ່ດີ ແລະ ການປະກອບທຸຣະກິຈ ທີ່ີດີ ແລະ ທີ່ສຳຄັນແມ່ນກ່ຽວກັບການຕອບສນອງ ຄຣູອາຈານທີ່ມີຄຸນນະພາບ ໃຫ້ພຽງພໍສຳລັບການສຶກສາ ໃນແຕ່ລະຣະດັບ.