ບໍ່ອະນຸຍາດເປີດ ໂຮງຮຽນ ໃນເຂດພື້ນທີ່ ສີແດງ

ສຸພັດຕາ
2021.11.17
ບໍ່ອະນຸຍາດເປີດ ໂຮງຮຽນ ໃນເຂດພື້ນທີ່ ສີແດງ ນັກຮຽນໂຮງຮຽນແຫ່ງນຶ່ງໃນ ສປປ ລາວ, ວັນທີ 24 ສິງຫາ 2021
RFA

ປັດຈຸບັນ ກະຊວງສຶກສາທິການ ແລະກິລາ ຍັງບໍ່ອະນຸຍາດໃຫ້ພື້ນທີ່ ທີ່ມີການຣະບາດຂອງເຊື້ອໂຄວິດ-19 ເປີດການຮຽນການສອນໄດ້ ຍ້ອນເດັກນ້ອຍ ຍັງບໍ່ໄດ້ຮັບການສັກວັກຊີນ ປ້ອງກັນໂຄວິດ-19 ຊຶ່ງຈະມີຄວາມສ່ຽງສູງ ທີ່ຈະຕິດເຊື້ອໂຄວິດ-19 ໄດ້ງ່າຍ, ດັ່ງນັ້ນ ຈຶ່ງຈໍາເປັນຕ້ອງໃຫ້ການຮຽນ ການສອນນັ້ນ ຮຽນຜ່ານລະບົົບອອນລາຍນ໌ໄປກ່ອນ ສ່ວນຜູ້ທີ່ບໍ່ມີອຸປະກອນ ໃນການຮຽນອອນລາຍນ໌ ທາງພາກສ່ວນທີ່ກ່ຽວຂ້ອງ ກໍຈະເຮັດເປັນຣະບົບ ຕູ້ເອກສານ ແລ້ວໃຫ້ນັກຮຽນ ຫຼືຜູ້ປົກຄອງ ໄປຮັບເອົາເອກສານ ການຮຽນນັ້ນຢູ່ໂຮງຮຽນ ແລ້ວໃຫ້ເອົາໄປຮຽນຢູ່ເຮືອນ, ດັ່ງເຈົ້າໜ້າທີ່ ຜແນກສຶກສາທິການ ແລະກິລາ ທ່ານນຶ່ງ ໃນ ແຂວງວຽງຈັນ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ່ 17 ພຶສຈິກາ ນີ້ວ່າ:

ນັກຮຽນສ່ວນຫຼາຍ ແມ່ນບໍ່ໄດ້ສັກຢາ ເວລາໄປຮຽນຢູ່ຮ່ວມກັນ ໂອກາດທີ່ຈະແຜ່ຣະບາດ 90% ແຫຼະ ພວກເຮົາກໍມີວິທີແກ້ຢູ່ ສໍາລັບນັກຮຽນ ຜູ້ທີ່ມີສະມາດໂຟນນໍາໃຊ້ ຫຼືວ່າໂນດບຸກ ໃຊ້ຣະບົບອອນລາຍ ນັກຮຽນທີ່ມີຄວາມຫຍຸ້ງຍາກ ຂາດເຂີນ ພວກເຮົາເຮັດເປັນຣະບົບ ຕູ້ເອກສານ ແລະໃຫ້ຜູ້ປົກຄອງ ຫຼືນັກຮຽນ ມາເອົາເອກສານໄປຮຽນຢູ່ບ້ານ.”

ພ້ອມດຽວກັນນີ້ ເຈົ້າໜ້າທີ່ ຜແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍກ່າວວ່າ ຫຼາຍໂຮງຮຽນ ໃນນະຄອນຫຼວງວຽງຈັນ ກໍຍັງບໍ່ສາມາດເປີດການຮຽນ ການສອນແບບພົບໜ້າໄດ້ ເພາະໃນແຕ່ລະມື້ ຍັງມີຜູ້ຕິດເຊື້ອໂຄວິດ-19 ເປັນຈໍານວນຫຼາຍ ແຕ່ທາງການ ຍັງໃຫ້ເດັກນ້ອຍສາມາດຮຽນທາງອອນລາຍນ໌ໄດ້ ຫາກຜູ້ໃດບໍ່ມີອຸປະກອນ ຫຼືເຄື່ອງມືໃນການຮຽນ ອອນລາຍນ໌ ຄຣູ-ອາຈານ ກໍຈະມີບົດຮຽນ ແລະຄໍາຖາມໃຫ້ ແລ້ວໃຫ້ນັກຮຽນ ໄປເອົາມາຮຽນຢູ່ເຮືອນ, ດັ່ງທ່ານກ່າວວ່າ:

“ພວກເຮົາຍັງບໍ່ກ້າເປີດນ່າ ເພາະວ່າມີຄວາມສ່ຽງ ເກືອບໝົດແຫ່ງພຸ້ນແຫຼະ ທີ່ບໍ່ສາມາດຈະເປີດ ການຮຽນການສອນແບບເຊິ່ງໜ້າໄດ້ ແຕ່ວ່າເຮົາກໍໃຊ້ ລະບົບການຮຽນທາງໄກເນາະ ຫຼາຍວິທີ ຜະສົມ ຜະສານກັນ ເຖິງບໍ່ໄດ້ຮຽນເຕັມເມັດ ເຕັມໜ່ວຍ ກໍຂໍໃຫ້ໄດ້ຮຽນວ່າຊັ້ນສາ ໂຮງຮຽນບາງແຫ່ງເນາະ ບາງເຂດ ພວກເຮົາກໍໄດ້ໃຫ້ຄຣູອາຈານນີ້ເຮັດບົດຮຽນ ຄໍາຖາມໃຫ້ ໃຫ້ເຂົາເຈົ້າແບ່ງກັນມາເອົາ.”

ອີງຕາມການຣາຍງານ ຂອງກະຊວງສຶກສາທິການ ແລະກິລາ ແຈ້ງການ ໃນວັນທີ່ 16 ພຶສຈິກາ 2021 ນີ້ວ່າ ໃຫ້ສືບຕໍ່ປິດການຮຽນການສອນທຸກຊັ້ນ ໃນເມືອງ ແລະເຂດ ທີ່ມີການຣະບາດຂອງເຊື້ອໂຄວິດ-19 ສ່ວນເຂດທີ່ບໍ່ມີການຣະບາດ ແມ່ນສາມາດເປີດການຮຽນ ການສອນແບບເຊິ່ງໜ້າໄດ້ ແຕ່ຕ້ອງປະຕິບັດຕາມມາຕການປ້ອງກັນ ໂຄວິດ-19 ຢ່າງເຂັ້ມງວດ.

ໃນຂະນະດຽວກັນ ເດັກນ້ອຍທີ່ມີອາຍຸ 12 ປີຂຶ້ນໄປ ກໍສາມາດໄປຮັບ ການສັກວັກຊີນ ປ້ອງກັນໂຄວິດ-19 ໄດ້ແລ້ວ ຊຶ່ງເປັນວັກຊີນ ຍີ່ຫໍ້ ຊິໂນຟາມ (Sinopharm) ແລະ ແອສຕ້າເຊນິກ້າ (AstraZeneca) ຊຶ່ງສ່ວນໃຫຍ່ຈະເປີດບໍຣິການສັກ ຢູ່ໂຮງໝໍເມືອງ ແລະໂຮງໝໍໃຫຍ່ ທີ່ມີຄວາມພ້ອມ ເປັນຕົ້ນ ໂຮງໝໍເສດຖາທິຣາດ, ດັ່ງເຈົ້າໜ້າທີ່ ກະຊວງ ສາທາຣະນະສຸຂ ທ່ານນຶ່ງ ກ່າວວ່າ:

“ເປີດແລ້ວເດີ້ ຢູ່ໂຮງໝໍໃຫຍ່ ໂຮງໝໍເມືອງ ໂຮງໝໍເສດຖາ ເພິ່ນກໍແຈ້ງລົງເຟສຢູ່ ແລ້ວກໍວັດຈີນ ກໍແລ້ວແຕ່ເມືອງ ແຕ່ຄວາມພ້ອມເນາະ ບາງເທື່ອເຂົາເຈົ້າກໍບໍ່ມີຄວາມພ້ອມ ດຽວນີ້ວຽກງານເຂົາເຈົ້າກໍຫຼາຍ ລົງເກັບຂໍ້ມູນອິຫຍັງແດ່ຫັ້ນນ່າ ແຕ່ວ່າເພິ່ນກໍເຣີ່ມເປີດແລ້ວ.”

ທາງດ້ານເຈົ້າໜ້າທີ່ ທີ່ສັກວັກຊີນປ້ອງກັນໂຄວິດ-19 ຢູ່ໂຮງໝໍເມືອງໄຊທານີ ນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າ ໃນມື້ນີ້ ໂຮງໝໍເມືອງໄຊທານີ ໄດ້ເປີດສັກວັກຊີນ ປ້ອງກັນໂຄວິດ-19 ໃຫ້ແຕ່ຜູ້ທີ່ມີອາຍຸ 16 ປີຂຶ້ນໄປ ແລະຫຼາຍຄົນທີ່ສັກວັກຊີນໄປແລ້ວນັ້ນ ກໍບໍ່ໄດ້ມີຜົນຂ້າງຄຽງຫຍັງຮ້າຍແຮງ ມີພຽງແຕ່ເຈັບແຂນ ແລະເປັນໄຂ້ເລັກໜ້ອຍຊື່ໆ, ດັ່ງທ່ານກ່າວວ່າ:

“ເພິ່ນວ່າອະນຸຍາດໃຫ້ ມ.7 ເຮົາກໍໄດ້ສັກ ມ.7 ຫັ້ນແຫຼະ ຢູ່ໃນເກນອາຍຸ 16 ປີ 17 ປີ ກໍສມາດສັກໄດ້ ທີ່ຜ່ານມາເຮົາກໍສັກຫັ້ນນ່າ ມີແຕ່ເຈັບແຂນ ປວດຕົນໂຕ ຄີງໄຂ້ເລັກໜ້ອຍ ແລະກະເຊົາໄປ ແຕ່ວ່າຍັງບໍ່ມີເປັນຫຍັງຮ້າຍແຮງເທື່ອ.”

ສ່ວນຢູ່ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກໍຍັງບໍ່ໄດ້ເປີດບໍຣິການ ສັກວັກຊີນໃຫ້ ເດັກນ້ອຍທີ່ມີອາຍຸ 12 ປີນັ້ນເທື່ອ ມີພຽງແຕ່ເປີດສັກໃຫ້ ຜູ້ທີ່ມີອາຍຸ 16-17 ປີຂຶ້ນໄປ ໂດຍເບື້ອງຕົ້ນ ມີເດັກນ້ອຍອາຍຸຕາມເກນດັ່ງກ່າວ ມາຮັບການສັກວັກຊີນ ຈໍານວນຫຼາຍ ແລະຍັງບໍ່ເຫັນວ່າ ຜູ້ໃດມີຜົນຂ້າງຄຽງຮຸນແຮງ, ດັ່ງເຈົ້າໜ້າທີ່ ທີ່ສັກວັກຊີນປ້ອງກັນໂຄວິດ-19 ຢູ່ເມືອງນາຊາຍທອງ ທ່ານນຶ່ງ ກ່າວວ່າ:

“ວັກຊີນ 12 ປີ ຍັງບໍ່ໄດ້ສັກ ສັກແຕ່ 16 ປີຂຶ້ນໄປ ແອສຕ້າເຊນິກ້າ ກັບຊິໂນຟາມ ບາງຄົນກະໂອ້ຍໄຂ້ ອໍເປັນນໍາຢາເລັກໜ້ອຍ ເຈັບແຂນກໍມີເລັກໜ້ອຍ ນັ້ນນ່າ ເຂົາເຈົ້າກໍເຊົາແລ້ວ.”

ກ່ຽວກັບ ເຣື່ອງດັ່ງກ່າວນີ້ ພໍ່ແມ່ຜູ້ປົກຄອງຫຼາຍຄົນ ບໍ່ໄດ້ກັງວົນຫຍັງ ທີ່ຈະພາລູກຫຼານ ໄປສັກວັກຊີນປ້ອງກັນໂຄວິດ-19 ເພາະຖືວ່າເປັນເຣື່ອງທີ່ດີ ທີ່ເດັກນ້ອຍຈະມີພູມຕ້ານທານ, ດັ່ງຜູ້ປົກຄອງທ່ານນຶ່ງ ກ່າວວ່າ:

“ມັນກໍມີຜົນດີຫັ້ນແຫຼະ ມີພູມຕ້ານທານເດ້ ສົມມຸດວ່າ ເຮົາບໍ່ໄດ້ສັກຫັ້ນນ່າ ມັນກໍມີຄວາມສ່ຽງ ດີກວ່າທີ່ເຮົາບໍ່ໄດ້ໄປສັກອີກຫັັ້ນນ່າ ລູກເຮົາສອງຄົນ ກັບນ້ອງເຮົາກໍໄປສັກເດ້ ກໍບໍ່ໄດ້ມີຜົນຫຍັງ.”

ຜູ້ປົກຄອງ ອີກທ່ານນຶ່ງກໍກ່າວວ່າ ກໍຮູ້ສຶກຍິນດີ ທີ່ລູກຫຼານໄດ້ໄປສັກ ວັກຊີນປ້ອງກັນໂຄວິດ-19 ໂດຍບໍ່ໄດ້ຮູ້ສຶກກັງວົນຫຍັງ ໃນເຣື່ອງຂອງຜົນຂ້າງຄຽງ ຍ້ອນຕົນເອງ ກໍໄປສັກມາແລ້ວ ມີພຽງແຕ່ເຈັບແຂນ ແລະ ເປັນໄຂ້ເທົ່ານັ້ນ ຊຶ່ງເດັກນ້ອຍເອງ ກໍຄົງຈະມີອາການ ທີ່ບໍ່ຕ່າງກັນ, ດັ່ງທ່ານກ່າວວ່າ:

“ບໍ່ຄຶດກັງວົນອິຫຍັງ ສັກດີກວ່າບໍ່ໄປສັກ ເພາະວ່າເຮົາກໍໄປສັກມາແລ້ວເດ້ ຫວ່າງເດືອນທີ່ແລ້ວນີ້ ໄຂ້ເຈັບຫົວໜ້ອຍນຶ່ງເທົ່ານັ້ນແຫຼະ ບໍ່ເປັນຫຍັງຫຼາຍ ບໍ່ມີຜົນຮ້າຍແຮງອິຫຍັງ ກິນຢາກິນຫຍ້ງແລ້ວກໍເຊົາ.”

ໃນມື້ວັນວັນທີ່ 17 ພຶສຈິກາ 2021 ນີ້ ທາງການລາວ ກວດພົບຜູ້ຕິດ ເຊື້ອໂຄວິດ-19 ທັງໝົດ 1,073 ຄົນ ໃນນີ້ ຕິດເຊື້ອໃນຊຸມຊົນ 1,072 ຄົນ ແລະຕິດເຊື້ອ ຈາກກໍຣະນີນໍາເຂົ້າ 1 ຄົນ ມາຮອດປັດຈຸບັນ ສປປ.ລາວ ມີຜູ້ເສັຽຊີວິດ ສະສົມຈາກການຕິດເຊື້ອ ໂຄວິດ-19 ທັງໝົດ 112 ຄົນ ແລະຕິດເຊື້ອສະສົມ ທັງໝົດ 57,397 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.