ລະເບີດແຕກໃສ່ ລະຫວ່າງ ເກັບກູ້ ເສັຽຊີວິດ 3

ຈຳປາທອງ
2022.01.18
ລະເບີດແຕກໃສ່ ລະຫວ່າງ ເກັບກູ້ ເສັຽຊີວິດ 3 ໂຕຢ່າງ ກອງກວດກູ້ລະເບີດເພື່ອມະນຸດສະທໍາ 58 ກອງທັບ ໄດ້ລົງເຄື່ອນໄຫວສຳຫຼວດ-ກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ (ລບຕ) ດັ່ງກ່າວ ຢູ່ທີ່ບ້ານນາຊູ, ບ້ານໂພນສີດາ, ບ້ານນ້ຳແກ່ນ, ບ້ານຫົວເມືອງ, ບ້ານຫິນໂງນ ເມືອງກາສີ, ເມືອງວັງວຽງ ແຂວງວຽງຈັນ.
ຮູບພາບຈາກ: UNDP Lao PDR

ພະນັກງານເກັບກູ້ລະເບີດ ຖືກລະເບີດແຕກໃສ່ ໃນສວນກາເຟຂອງປະຊາຊົນ ຢູ່ເຂດບ້ານຫລັກ 38 ເມືອງປາກຊ່ອງ ແຂວງຈໍາປາສັກ ໃນຂະນະທີ່ກໍາລັງປະຕິບັດໜ້າທີ່ ເກັບກູ້ລະ ເບີດທີ່ບໍ່ທັນແຕກ ເມື່ອວັນທີ 3 ທັນວາ 2021 ທີ່ຜ່ານມາ, ເຮັດໃຫ້ມີຜູ້ເສັຍຊີວິດທັນທີ 3 ຄົນແລະບາດເຈັບອີກ 2 ຄົນ. ພວກເຂົາເຈົ້າ ບໍ່ມີຊຸດເກັບກູ້ລະເບີດ ທີ່ໄດ້ມາຕຖານໃສ່ ໃນໄລຍະປະຕິບັດໜ້າທີ່ ດັ່ງເຈົ້າໜ້າທີ່ທີ່ເຮັດວຽກ ກ່ຽວກັບຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ຢູ່ແຂວງພາກໃຕ້ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ມົກກະຣານີ້ວ່າ:

ຊຸດປ້ອງກັນກໍຍັງບໍ່ທັນພຽງພໍ ຫັ້ນນະ ກໍຢາກໃຫ້ມັນດີກວ່າເກົ່າ ກວດລູກລະເບີດ ມັນກໍເອີ້ນວ່າ ໃຊ້ເຄື່ອງນຸ່ງທັມດານີ້ລະ ແລ້ວກໍກວດເນາະ. ຖ້າວ່າມັນພົບ ມັນເຕືອນມັນຫຍັງຫັ້ນນ່າ ຂະເຈົ້າກໍໄດ້ທຸບກ່ອນ ຫລືວ່າເຈາະຈີ້ມ ໄລຍະນັ້ນມັນຈະບໍ່ທັນ ເຄື່ອງປ້ອງກັນມີແຕ່ວ່າ ຢູ່ໃນໄລຍະຈະທໍາລາຍ ກໍເອີ້ນວ່າຍັງບໍ່ທັນພຽງພໍຕໍການ ປ້ອງກັນເພື່ອຮັບປະກັນ ຊີວິດຂອງຂະເຈົ້າ.

ທ່ານກ່າວຕື່ມວ່າ ໃນໄລຍະຜ່ານມາ ຜູ້ທີ່ເຂົ້າມາເຮັດວຽກເກັບກູ້ລະເບີດບໍ່ທັນແຕກນີ້ ສ່ວນຫລາຍເປັນປະຊາຊົນທົ່ວໄປ ບໍ່ມີຄວາມຮູ້ພື້ນຖານ ດ້ານການເກັບກູ້ມາກ່ອນ. ພວກເຂົາເຈົ້າໄດ້ຮັບການຝຶກອົບຮົມ ວີທີການເກັບກູ້ລະເບີດພຽງໜ້ອຍດຽວ ກໍໄປປະຕິບັກງານໃນພາກຕົວຈີງ ແລະພາຍຫລັງຊິ້ນສຸດໂຄງການເກັບກູ້ແລ້ວ ກໍຈະເປີດຮັບເອົາພະນັກງານໃໝ່ເຂົ້າມາ. ດັ່ງນັ້ນ ຈຶ່ງເຮັດໃຫ້ຜູ້ທີ່ເຂົ້າມາເຮັດວຽກ ບໍ່ມີຄວາມຊໍານານໃນການເກັບກູ້ລະເບີດພໍເທົ່າໃດ ທັງໆທີ່ເປັນອາຊີບ ທີ່ມີຄວາມສ່ຽງສູງ ຊຶ່ງຕ້ອງໄດ້ຝຶກອົບຮົມ ຕາມຫລັກວິຊາການ ຄັກແນ່ຢ່າງຈິງຈັງ.

ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ ເຖິງແມ່ນກໍລະນີພະນັກງານເກັບກູ້ລະເບີດ ໄດ້ບາດເຈັບ ແລະເສັຽຊີວິດ ຍ້ອນລະເບີດແຕກໃສ່ນັ້ນ ຈະໄດ້ລ່ວງເລີຍມາ 1 ເດືອນປາຍແລ້ວ, ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍຍັງບໍ່ຮູ້ເຣື່ອງຄ່າຊົດເຊີຍໃຫ້ຄອບຄົວ ຂອງຜູ້ເສັຍຊີວິດ ແລະຜູ້ບາດເຈັບ ເນື່ອງຈາກບໍຣິສັດເຈົ້າຂອງໂຄງ ການເກັບກູ້ລະເບີດໃນພື້ນທີ່ດັ່ງກ່າວ ເປັນຜູ້ຮັບຜິດຊອບ, ແຕ່ເພິ່ນກໍມີນະໂຍບາຍຢູ່ ດັ່ງທີ່ທ່ານກ່າວວ່າ:

ເພິ່ນກໍມີນະໂຍບາຍຂອງເພິ່ນ ອົງການຈັດຕັ້ງຂອງເພິ່ນເນາະ ເຮົາກໍໃຫ້ຂໍ້ມູນບໍ່ໄດ້ ເພາະທາງນັ້ນເພິ່ນກໍຫາກ ມີນະໂຍບາຍຂອງເພິ່ນ ປະກັນສຸຂພາບບໍ່ ປະກັນພັຍອີ່ຫຍັງຫັ້ນນ່າ ເພາະວ່າທາງເຮົາກໍມີແຕ່ສົງເຄາະ ໃຫ້ພວກຂະເຈົ້າຊື່ໆ ເຮົາກໍມີແຜນກວດແຕ່ລະປີເນາະ ແຕ່ລະເດືອນເນາະ ເອີລົງເປັນເດືອນ.

ຜູ້ຖືກເຄາະຮ້າຍເສັຍຊີວິດ 3 ຄົນ ຄື ທ້າວ ວົງໄຊ ອາຍຸ 50 ປີ, ທ້າວ ຄອນວິໄລ ອາຍຸ 35 ປີ ແລະທ້າວ ສິນນະຄອນ ອາຍຸ 42 ປີ. ສ່ວນ 2 ຄົນ ທີ່ບາດເຈັບ ຄືທ້າວ ວັດທອງ ອາຍຸ 35 ປີ ຢູ່ບ້ານ ພູດິນແດງ ແລະທ້າວ ພຸດທະໄຊ ອາຍຸ 32 ປີ ຢູ່ບ້ານປາກຊ່ອງ ຊຶ່ງທັງໝົດເປັນຜູ້ຫາເງິນລ້ຽງຄອບຄົວ.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໂດຍກົລກັບການເກັບກູ້ລະເບີດບໍ່ທັນແຕກ ອີກຜູ້ນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ມົກກະຣານີ້ວ່າ ໃນໄລຍະຜ່ານມາ ກໍມີຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ດົນໆມີເທື່ອນຶ່ງ ເປັນຕົ້ນຊາວບ້ານ ທີ່ເຂົ້າໄປເຮັດໄຮ່ເຮັດນາ ຢູ່ໃນເຂດປ່າ ເຂດພູ ແລະພະນັກງານເກັບກູ້ລະເບີດກໍມີ. ຜູ້ທີ່ໄດ້ຮັບບາດເຈັບ ເປັນຕົ້ນ ເສັຍຕາ, ພິການແຂນ ຂາ ທາງສະມາຄົມຊ່ອຍເຫລືອ ຜູ້ລອດຊີວິດຈາກລະເບີດບໍ່ທັນແຕກ ຂອງພາກປະຊາສັງຄົມ ກໍໃຫ້ເງິນຊ່ອຍເຫລືອ ໃນການປິ່ນປົວ. ສໍາລບຜູ້ເສັຍຊີວິດຈາກລະເບີດບໍ່ທັນແຕກ ມາເຖິງປັດຈຸບັນ ທາງການລາວ ກໍຍັງບໍ່ທັນມີນະໂຍບາຍ ຫລືກອງທຶນຊ່ອຍເຫລືອ ຢ່າງເປັນທາງການເທື່ອ.

ຊາວບ້ານຫລັກ 38 ເມືອງປາກຊ່ອງນາງນຶ່ງເວົ້າວ່າ ຊາວບ້ານ ຕ່າງກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຈັດສັນງົບປະມານຊື້ຊຸດເກັບກູ້ລະເບີດ ທີ່ໄດ້ມາຕຖານ ໃຫ້ພະນັກງານໃນໄລຍະປະຕິບັດງານ ເພື່ອຫລຸດຜ່ອນຄວາມສ່ຽງ ຕໍ່ການບາດເຈັບ ແລະເສັຍຊີວິດ.

ຄືຂະເຈົ້າຢູ່ກຸ່ມສ່ຽງ ກະນ່າຈະມີຊຸດທີ່ປ້ອງກັນ ກໍນ່າຈະດີຄືກັນເດ້ ເຫັນຂະເຈົ້ານຸ່ງແນວນັ້ນ ກໍອິຕົນຂະເຈົ້າຢູ່ ຄັນຖ້າມີຄວາມປອດພັຍອີ່ຫລີ ກໍນ່າຈະມີຊຸດຄຸມເນາະ ຄຸມປ້ອງກັນຂະເຈ້າຫັ້ນນ່າ ຄືຄົນທີ່ຢູ່ກຸ່ມສ່ຽງ ກໍນ່າຈະມີຊຸດປ້ອງກັນໃຫ້ເຂົາ ກໍນ່າຈະດີຄືກັນແມ່ນບໍ່ລະ.

ຊາວບ້ານຢູ່ແຂວງຈໍາປາສັກອີກນາງນຶ່ງ ກໍເວົ້າວ່າ ຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ມັກເສັຍຊີວິດຫລາຍກວ່າພິການ ແລະສ່ວນໃຫຍ່ກໍເປັນຊາວກະສິກອນ ທີ່ມີອາຍຸໃນລະຫວ່າງ 25 ປີຫາ 45 ປີ ຊຶ່ງອອກໄປເຮັດໄຮ່ ເຮັດນາ ໃນເຂດພູ ເຂດປ່າ ຊຶ່ງເປັນພື້ນທີ່ທີ່ມີຜູ້ຖືກລະເບີດແຕກໃສ່ຫລາຍກວ່າໝູ່, ສະເພາະແຂວງຈໍາປາສັກ ກໍແມ່ນເມືອງປາກຊ່ອງ ທີ່ມີລະເບີດບໍ່ທັນແຕກຕົກຄ້າງຢູ່ຫລາຍ ຍ້ອນເປັນເຂດສົງຄາມເກົ່າ ແລະເຈົ້າໜ້າທີ່ກໍຍັງບໍ່ທັນໄດ້ລົງເກັບກູ້ຫລາຍເທື່ອ.

ເອີ ກໍເຂດສົງຄາມເກົ່າ ເມືອງປາກຊ່ອງ ພື້ນທີ່ທີ່ແບບວ່າເຂົາໄປພັທນາຫັ້ນເດ້ ມັນເປັນປ່າ ໃນເຂດສົງຄາມເກົ່າ ມັນເກັບບໍ່ເມີດ ແມ່ນຢູ່ໃນປ່າ ພະນັກ ງານເກັບກູ້ລະເບີດ ເຄີຍເຫັນຢູ່ ກໍເພິ່ນໄປປະຕິບັດງານ ເກັບລະເບີດຫັ້ນແຫລະ ກູ້ລະເບີດແຕ່ວ່າມີພາດ.

ສາເຫດສໍາຄັນ ທີ່ເຮັດໃຫ້ການເກັບກູ້ລະເບີດບໍ່ທັນແຕກຢູ່ແຂວງຕ່າງໆຂອງລາວ ຍັງພົບຄວາມຫຍຸ້ງຍາກນັ້ນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກັບການເກັບກູ້ລະເບີດຢູ່ແຂວງພາກເໜືອ ທ່ານນຶ່ງເວົ້າວ່າ ສ່ວນນຶ່ງກໍເປັນຍ້ອນອຸປກອນການເກັບກູ້ ທີ່ນໍາໃຊ້ບໍ່ມີປະສິດທິພາບດີພໍ ສໍາລັບເກັບກູ້ລະເບີດ ທີ່ຝັງຢູ່ເລິກຈາກໜ້າດິນກວ່າ 50 ເຊັນຕີແມັດ.

ລະ ເບີດຕົກຢູ່ໃນນໍ້າ ຕົກຢູ່ໃນພູ ແລ້ວຖືກດິນເຊາະເຈື່ອນ ຖືກດິນທັບຖົມມາຫລາຍຊັ້ນເນາະ ແລ້ວບາດນີ້ເຄື່ອງກວດຂອງຂະເຈົ້າຫັ້ນ ມັນບໍ່ລົງໄປເຖິເນາະ ເຊັ່ນວ່າເຄື່ອງກວດ ກວດໄດ້ແຕ່ເລິກລົງໄປເຖິງຂີ້ດິນ ພຽງແຕ່ 50 ເຊັນຕີແມັດເນາະ ຖ້າເລິກລົງໄປເຖິງ 1 ແມັດ 1 ແມັດກວ່າ ຈະບໍ່ສາມາດກວດເຫັນໄດ້ເນາະ ລະເບີດຫັ້ນມັນຢູ່ເລິກຫລາຍ ຝົນຕົກເຮັດໃຫ້ດິນເຊາະ ດັ່ງນັ້ນແຕ່ລະປີ ມັນຈຶ່ງເປັນການກວດທີ່ບໍ່ແລ້ວຈັກເທື່ອ.

ອີງຕາມບົດຣາຍງານ ຂອງຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ປະເທດລາວ ປະຈໍາປີ 2021, ຊຽງຂວາງ ເປັນພື້ນທີ່ ທີ່ລະເບີດບໍ່ທັນແຕກ ຕົກຄ້າງຢູ່ຫລາຍກວ່າແຂວງອື່ນໆ. ໃນໄລຍະ 27 ປີປາຍທີ່ຜ່ານມາ ສະເພາະແຂວງຊຽງຊວາງ ມີຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ເກືອບເຖິງ 7,000 ຄົນ; ຮອງລົງມາກໍແມ່ນແຂວງສວັນນະເຂດ, ​ອັດຕະປຶ, ສາລະວັນ, ແຂວງເຊກອງ. ​ປັດຈຸບັນ ມີພື້ນທີ່ທີ່ເປັນອັນຕະລາຍຈໍານວນ 146,312 ເຮັກຕາ ແລະໄດ້ທໍາລາຍລະເບີດໄປແລ້ວປະມານ 1,698,880 ປາຍລູກ.  

ໃນໄລຍະສົງຄາມ ແຕ່ປີ 1964 ຫາປີ 1973 ອາເມຣິກາ ຖິ້ມລະເບີດຢູ່ລາວ ທັງລູກໃຫຍ່ ແລະນ້ອຍ: ລະເບີດລູກຫວ່ານ ຫລື ບົມບີ  2 ລ້ານປາຍຕັນ, ຊຶ່ງໃນນັ້ນປະມານ 30%  ຍັງບໍ່ທັນແຕກ.

ທາງການລາວ ໄດ້ລົງນາມໃນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລຸູກຫວ່ານ ໃນປີ 2010 ທີ່ຫ້າມຜລິດ, ຫ້າມຄຸ້ມຄອງ, ຫ້າມເຄື່ອນຍ້າຍ ແລະຫ້າມນໍາໃຊ້.

ຢູ່ປະເທດລາວ ປີ 2010 ມີຜູ້ບາດເຈັບ ແລະເສັຍຊີວິດຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ 119 ຄົນ, ປີ 2019 – 25 ຄົນ, ປີ 2020 – 18 ຄົນ ແລະປີ 2021 ເພິ່ມຂຶ້ນເປັນ 55 ຄົນ ຍ້ອນການຣະບາດຂອງໂຄວິດ-19 ທີ່ເຮັດໃຫ້ ການປະຕິບັດງານພາກສນາມ ໃນການເກັບກູ້ລະເບີດ ຕ້ອງໄດ້ຢຸດຊົ່ວຄາວ.   

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.