ຄົນຂັບຣົຖ ຢູ່ປະເທດລາວຈໍານວນນຶ່ງ ບໍ່ມີໃບຂັບຂີ່
2022.01.14

ອີງຕາມຣາຍງານ ຂອງກະຊວງໂຍທາທິການ ແລະຂົນສົ່ງ ໃນກອງປະຊຸມ ຄະນະກັມມະການ ດ້ານຄວາມປອດພັຍທາງຫລວງ ໃນມື້ວັນທີ 13 ມົກກະຣານີ້ວ່າ ໃນໄລຍະ 6 ປີທີ່ຜ່ານມາ ປະເທດລາວມີຜູ້ບາດເຈັບ ແລະເສັຍຊີວິດຍ້ອນອຸບັດຕິເຫດ ຕາມທ້ອງຖນົນ ສເລັ່ຍ 1,000 ຄົນຕໍ່ປີ, ຊຶ່ງສ່ວນຫລາຍ ເປັນຍ້ອນພວກເຂົາບໍ່ມີໃບຂັບຂີ່, ດື່ມສິ່ງມືນເມົາ, ຂັບຂີ່ຣົຖໄວ ແລະບໍ່ຮູ້ກົດຈະຣາຈອນ. ດັ່ງນັ້ນ ຈຶ່ງຄວນມີກົດໝາຍຫ້າມອອກມາ.
ດັ່ງພະນັກງານໂຮງຮຽນສອນຂັບຣົຖ ຢູ່ແຂວງໄຊຍະບູຣີ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 14 ມົກກະຣານີ້ວ່າ:
“ແຕ່ປັດຈຸບັນນີ້ ຍັງບໍ່ເຖິງແນວນັ້ນ ເພາະວ່າທາງເຮົາກໍເຄີຍສເນີ ສເນີໃຫ້ທາງຮ້ານຂາຍຣົຖຕ່າງໆ ໃຫ້ມີມາຕການ ກໍທາງກະຊວງພຸ້ນແຫລະ ຂົນສົ່ງພຸ້ນແຫລະ ຕັ້ງກົດບັງຄັບອອກມາໃຫ້ມີ ໂຕນີ້. ຄົນທີ່ຈະໄປຊື້ຕ້ອງມີໃບຂັບຂີ່ ບໍ່ແມ່ນວ່າຜູ້ໃດມີເງິນແລ້ວ ສິໄປຊື້ຣົຖໄດ້ໂລດ. ສເນີໃຫ້ຂັ້ນເທິງໃນການປັບປຸງ ໂຕຂໍ້ກົດໝາຍໂຕນີ້. ປັດຈຸບັນນີ້ກໍຍັງ ຂີ່ຣົຖໂດຍບໍ່ມີໃບຂັບຂີ່ ໄດ້ຢູ່ ກໍຈະມີບາງປະກັນພັຍ ເວລາເຂົາຈະຊື້ປະກັນພັນ ເຂົາຕ້ອງຫາໃບຂັບຂີ່ໜ້ອຍນຶ່ງ.”
ແລະເຈົ້າຂອງໂຮງຮຽນຂັບຣົຖ ກໍເວົ້າໃນມື້ດຽວກັນນີ້ວ່າ ສໍາລັບຜູ້ທີ່ມີອາຍຸ 15 ປີຂຶ້ນໄປ ກໍສາມາດເສງເອົາໃບຂັບຂີ່ຣົຖເກັງທໍາມະດາໄດ້. ສ່ວນຣົຖໃຫຍ່ ຈະຕ້ອງມີອາຍຸ 18 ປີຂຶ້ນໄປ. ການເສັງເອົາໃບຂັບຂີ່ ຢູ່ລາວ ເຊັ່ນຢູ່ນະຄອນຫລວງວຽງຈັນ ເປີດໃຫ້ຄົນເສງເອົາໃບຂັບຂີ່ໄດ້ປະມານ 100-200 ຄົນຕໍ່ອາທິດ. ສ່ວນຢູ່ຕ່າງແຂວງ ຈະເປີດຮັບເສງເດືອນລະເທື່ອ ບໍ່ຮອດ 100 ຄົນ. ໃນໄລຍະການແຜ່ຣະບາດຂອງເຊື້ອໂຄວິດ-19 ນີ້ ໂຮງຮຽນສອນຂັບຣົຖຫລາຍບ່ອນ ໄດ້ຖືກປິດຊົ່ວຄາວ ດັ່ງທີ່ທ່ານກ່າວວ່າ”:
“ອ໋າເດືອນນຶ່ງກໍປະມານ 70 ກວ່າຄົນຊ່ວງນີ້ເປັນຊ່ວງ ໂຄວິດ-19 ເຮົາໄດ້ຍຸຕິ ໂຈະການສອນການຮຽນ ສ່ວນຫລາຍມັນກໍຈະມາແຕ່ເຂດຊົນນະບົດ ຈະບໍ່ມີໃບຂັບຂີ່ ຖ້າວ່າຢູ່ເຂດນອກ ເຂົາບໍ່ໄດ້ເຂົ້າໃນເມືອງ ເຣື່ອງຖນົນກໍລຸງລັງເນາະ ແລ້ວບາດນີ້ ກໍຂະເຈົ້າບໍ່ມີໃບຂັບ ເຂົາຂັບຂີ່ນີ້ກໍບໍ່ສົນໃຈ ບໍ່ມີເຈົ້າໜ້າທີ່ຕໍາຣວດ ກວດກາເດ໋ເນາະ.”
ປະຊາຊົນຢູ່ແຂວງອຸດົມໄຊ ເວົ້າວ່າ ເຖິງແມ່ນຜແນກໂຍທາທິການ ແລະຂົນສົ່ງ ຂອງແຕ່ລະແຂວງ ຈະມີການຝຶກອົບຮົມໃຫ້ຄວາມຮູ້ກ່ຽວກັບກົດຈະຣາຈອນ ແລະການສອບເສງເອົາໃບຂັບຂີ່ ແຕ່ກໍຍັງບໍ່ທັນກວ້າງຂວາງ, ແລະຄົນຈໍານວນນຶ່ງທີ່ຢາກຮຽນຂັບຣົຖ, ຢາກໄປສອບເສງ ກໍບໍ່ໄດ້ຮຽນ ບໍ່ໄດ້ໄປສອບເສງ ຍ້ອນບໍ່ມີເງິນ.
“ເປັນຍ້ອນບໍ່ມີເງິນ ມີຄໍາຫັ້ນແຫລະ ເປັນຍ້ອນເສຖກິດນີ້ແຫລະ ກໍຫາເງິນຍາກຫັ້ນນ່າ ຣົຖຈັກຫັ້ນມັນ 4 ແສນກີບຕໍ່ຄົນ. ຖ້າເປັນຣົຖໜັກກໍຈະແມ່ນ 8 ແສນກີບ ລວມກັນເລີຍຄ່າໃຊ້ຈ່າຍຮຽນ ແລະກໍເສັງ ກໍຢູ່ຫັ້ນແຫລະ ບ້ານ ນອກກໍກວ່າຈະຮຽນໄດ້ ຫັ້ນແຫລະກໍຂາຍງົວຂາຍຄວາຍ ມາຫັ້ນແຫລະ.”
ຄ່າໃຊ້ຈ່າຍ ໃນການຮຽນຂັບຣົຖ ແລະຄ່າເອກກະສານສອບເສງເອົາໃບຂັບຂີ່ ຣົຖປະເພດ A: ຣົຖຈັກ, ຣົຖສາມລໍ້ເຄື່ອງ 200,000 ກີບ. ຣົຖປະເພດ B ຫລືຣົຖເບົາ: ຣົຖເກັງ ຣົຖກະບະ ຣົຖຕູ້ 700,000 ກີບ; ຣົຖປະເພດ C ຫລືຣົຖບັນທຸກ 6 ລໍ້ ຫລື 10 ລໍ້ຂຶ້ນໄປ, ຣົຖໂດຍສານ ຫລືຣົຖເມ 850,000 ພັນກີບ. ຄົນຕ່າງປະເທດ ສາມາດສອບເສງໃບຂັບຂີ່ປະເພດ A ແລະປະເພດ B ໄດ້ ຊຶ່ງທາງການມີເອກກະສານເປັນພາສາລາວ, ຈີນ, ວຽດ ນາມ, ໄທ ແລະອັງກິດໃຫ້.
ເຈົ້າໜ້າທີ່ທີ່ກ່ຽວຂ້ອງກັບເຣື່ອງນີ້ ເວົ້າໃນມື້ວັນທີ 13 ມົກະຣານີ້ວ່າ ເຖິງແມ່ນ ທາງສໍານັກງານນາຍົກຣັຖມົນຕຣີ ຈະໄດ້ອອກດໍາຣັຖວ່າດ້ວຍການປັບໃໝ ແລະມາຕການຕ່າງໆຕໍ່ຜູ້ຣະເມີດ ຣະບຽບກົດໝາຍ ກ່ຽວກັບການຈະຣາຈອນທາງບົກ ແລະການປົກປັກຮັກສາທາງຫລວງ ສະບັບເລກທີ 188/ນຍ ລົງວັນທີ 3 ກໍຣະກະດາ 2007 ວ່າ ຜູ້ຂັບຂີ່ຣົຖ ຈະຕ້ອງມີເອກສານຄົບຖ້ວນ, ແຕ່ມາເຖິງປັດຈຸບັນ ກໍຍັງມີການອະນຸໂລມໃຫ້ກັນຢູ່ ດັ່ງທີ່ທ່ານກ່າວວ່າ:
“ກໍຂັບໃນລັກສະນະໃກ້ໆນີ້ກໍໄດ້ຢູ່ ປະມານກິໂລບໍ່ 5 ກິໂລ 10 ກິໂລບໍ່ ໄປໆມາໆໄດ້ ບໍ່ເປັນຫຍັງ. ຄັນໄປຫລາຍໆກິໂລບໍ່ ໄປຕ່າງແຂວງໄປຫຍັງຫັ້ນນ່າ ຂະເຈົ້າກໍບໍ່ສູ້ສິໄປ ເພາະວ່າບໍ່ມີໃບຂັບຂີ່ນ່າ. ແຕ່ກໍຣະນີດ່ານເຈົ້າໜ້າທີ່ ຕໍາຣວດກວດກາ ມັນມີແຕ່ລະແຂວງແຕ່ລະຈຸດດ້ວຍ.”
ປັດຈຸບັນ ຢູ່ປະເທດລາວ ມີຜູ້ມີໃບຂັບຂີ່ 1,077,025 ໃບ. ໃນນັ້ນ ໃບຂັບຂີ່ປະເພດຣົຖຈັກ 400,082 ໃບ, ຣົຖສາມລໍ້ 4,548 ໃບ, ຣົຖເບົາ 476,148 ໃບ, ຣົຖບັນທຸກ 173,476 ໃບ, ຣົຖໂດຍສານ 22,761 ໃບ ແລະປະເພດຣົຖພ່ວງ 10 ໃບ.
ຜູ້ຂັບຂີ່ຣົຖທີ່ບໍ່ມີເອກກະສານຄົນບຖ້ວນ ຈະຖືກປັບໃໝ. ຫລາຍພາກສ່ວນ ສເນີໃຫ້ທາງການລາວໃຫ້ຄວາມຮູ້ ກ່ຽວກັບກົດຈະຣາຈອນຢູ່ໃນໂຮງຮຽນ ແຕ່ຍັງບໍ່ສາມາດປະຕິບັດໄດ້ຢ່າງຈິງຈັງ ຍ້ອນຂາດເຂີນງົບປະມານ ແລະບຸຄລາກອນ.
ດັ່ງເຈົ້າໜ້າທີ່ທີ່ເຮັດວຽກ ກ່ຽວກັບການສຶກສາຊາວໜຸ່ມລາວ ກ່າວວ່າ:
“ເຣື່ອງຂອງການໃຫ້ຄວາມຮູ້ບໍ່ ຢູ່ໃນໂຮງຮຽບໍ່ ບາງໂຮງຮຽນບໍ່ເປັນແຜ່ຫລາຍ ກວ້າງຂວາງຫລາຍປານໃດ ກໍຍ້ອນເປັນເຣື່ອງບັນຫາງົບປະມານແດ່ບໍ່ ເພິ່ນເວົ້າເລື້ອຍໆກໍເຣື່ອງ ງົບປະມານນີ້ລະເນາະ ອັນນີ້ຮອງມາກໍເປັນເຣື່ອງ ຂອງຄວາມເປັນໄປໄດ້ໃນການເຮັດວຽກ ບາງບ່ອນກໍມີເວລາໃຫ້ ບາງບ່ອນກໍບໍ່ມີເວລາ.”
ອີງຕາມການສໍາຣວດຂອງທະນາຄານໂລກ ເມື່ອວັນທີ 19 ພຶສຈິກາ 2021, ເຣື່ອງການລະເມີດກົດຈະຣາຈອນ ໃນນະຄອນຫລວງວຽງຈັນ ປະມານ 73% ແມ່ນຂັບຂີ່ຣົຖໄວເກີນກໍານົດ ຊຶ່ງສ່ວນໃຫຍ່ແມ່ນວັຍໜຸ່ມ, ປະມານ 1 ໃນ 3 ແມ່ນດື່ມສິ່ງມືນເມົາ.
ທາງການລາວ ເວົ້າວ່າ ຈະແກ້ໄຂບັນຫາອຸບັດຕິເຫດຕາມທ້ອງຖນົນ, ຈະເຮັດໃຫ້ຈໍານວນຜູ້ບາດເຈັບ ແລະເສັຍຊີວິດ ຫລຸດລົງປະມານ 50% ໃນປີ 2030, ອີງຕາມຍຸທສາດແຫ່ງຊາດດ້ານຄວາມປອດພັຍທາງຫລວງໃນໄລຍະປີ 2021-2030.