ເຣື້ອງທີ່ເກັບບັນທຶກໄວ້
2023-05-30
ປະຊາຊົນ ຢູ່ບ້ານດອນໄຊ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ເບື່ອເຫັດປ່າ ເຮັດໃຫ້ ມີຄົນເສັຽຊີວິດ 2 ຄົນ ແລະ ອີກ 5 ຄົນຍັງເຝົ້າຕິດຕາມອາການ ຢູ່ໂຮງໝໍແຂວງ ຊຶ່ງທັງໝົດເປັນຄອບຄົວດຽວກັນ ໂດຍເຫດການດັ່ງກ່າວນີ້ ແມ່ນເປັນຄັ້ງທຳອິດໃນປີນີ້ ທີ່ມີຊາວບ້ານເບື່ອເຫັດ.
2023-05-30
ຊາວເມືອງໂຂງຈຽມ ແຂວງອຸບົນຣາຊທານີ ຂອງໄທຍ ຄັດຄ້ານ ການສ້າງເຂື່ອນໄຟຟ້າ ພູງອຍ ຂນາດ 728 ເມກາວັດ ຢູ່ແມ່ນໍ້າຂອງ ແຂວງຈໍາປາສັກ ທີ່ສົ່ງຜົລກະທົບ ຕໍ່ຊາວບ້ານຢູ່ 6 ເມືອງ, 86 ບ້ານ ຂອງແຂວງ ຈໍາປາສັກ ແລະ ປະຊາຊົນ 6 ບ້ານຢູ່ເມືອງໂຂງຈຽມ.
2023-05-26
ເຫດການປາຕາຍ ຢູ່ສາຍນ້ຳຊຳ ສ່ວນນຶ່ງ ເກີດມາຈາກການລ້າງອຸໂມງ ຂອງໂຄງການເຂື່ອນໄຟຟ້າ ແລະ ອ່າງນ້ຳເສັຽ ຈາກໂຄງການຂຸດຄົ້ນແຮ່ທາດ ຫາຍາກ ເຮັດໃຫ້ຊາວບ້ານ ທີ່ຫາປາຈາກແມ່ນ້ຳສາຍນີ້ ບໍ່ກ້າກິນປາ ຂະນະທີ່ທາງເຈົ້າຂອງໂຄງການ ຊົດເຊີຍແນວພັນປາ ເພື່ອປ່ອຍລົງນ້ຳຊຳຄືນ ໃຫ້ຊາວບ້ານ.
2023-05-26
ວາຣະແຫ່ງຊາຕ ແກ້ໄຂບັນຫາ ຢາເສບຕິດ ຂອງຣັຖບານລາວ ຍັງພົບຄວາມຫຍຸ້ງຍາກ ເຊິ່ງຫຼາຍໜ່ວຍງານ ທີ່ກ່ຽວຂ້ອງ ກັບການຈັດຕັ້ງ ປະຕິບັດ ຍັງປະຕິບັດໜ້າທີ່ ດ້ວຍຄວາມຍາກ ລຳບາກ ດ້ວຍເຫດຜົລຫຼາຍຢ່າງ ເປັນຕົ້ນເຣື່ອງບຸກຄະລາກອນ.
2023-05-26
ວັນທີ 25 ພຶສພາ ທີ່ຜ່ານມາ ເກີດເຫດຊາວບ້ານ ປີນຮົ້ວທາງຣົຖໄຟລາວ-ຈີນ ແລ້ວແລ່ນຕັດໜ້າ ຣົຖໄຟ ຈົນເສັຍຊີວິດຄາທີ່ ຢູ່ເຂດບ້ານ ປ່ອງຊອງ ເມືອງຫິນເຫີບ ແຂວງວຽງຈັນ ເຊິ່ງທີ່ຜ່ານມາ ເຂດເມືອງຫິນເຫີບ ມັກມີເຫດການ ຊາວບ້ານປີນຮົ້ວຂ້າມ ແລ້ວຍ່າງລັດທາງຣົຖໄຟ ລາວ-ຈີນ ເປັນປະຈຳ.
2023-05-24
ພົບແປ້ງນົວປອມ ຂາຍຢູ່ຕາມຮ້ານ, ຕລາດໃນຫຼາຍເມືອງ ເຊິ່ງລັກສະນະ ຂອງແປ້ງນົວປອມ ທີ່ລາວຊື້ນັ້ນ ແມ່ນ ເມັດແປ້ງນົວ ຈະເປັນເມັດນ້ອຍໆ ຄືກັບເມັດນ້ຳຕານຊາຍ ຫຼື ເມັດເກືອມີຣົສຊາດເຄັມ ຫຼາຍກວ່າ ຣົສຊາດນົວ, ລັກສະນະຂອງຖົງ ຈະເປັນຖົງແຂງກວ່າຖົງແປ້ງນົວແທ້.
2023-05-24
ປະຊາຊົນ ຢູ່ຫຼາຍບ້ານ ໃນແຂວງເຊກອງ ບໍ່ສາມາດເຂົ້າເຖິງ ລະບົບນ້ຳປະປາ ເນື່ອງຈາກວ່າ ພາກຣັຖມີຂໍ້ຈຳກັດ ໃນການໃຫ້ບໍຣິການ ຢ່າງທົ່ວເຖິງ ເຮັດໃຫ້ຊາວບ້ານ ຕ້ອງໄດ້ເພິ່ງພາ ນ້ຳຕາມລຳຫ້ວຍ ເພື່ອໃຊ້ເຂົ້າໃນການ ອຸປະໂພກ ແລະບໍຣິໂພກ ເຊິ່ງກໍເປັນບັນຫາຕໍ່ສຸຂພາບ.
2023-05-23
ສູນບຳບັດ ຜູ້ຕິດຢາເສບຕິດ ແຫ່ງທຳອິດ ຂອງແຂວງໄຊຍະບູຣີ ຈະຖືກສ້າງຂຶ້ນ ເພື່ອຮອງຮັບ ຜູ້ຕິດຢາເສບຕິດທີ່ມີຈຳນວນເພີ່ມຂຶ້ນ ພາຍໃນແຂວງ, ເຊິ່ງຊາວລາວ ໃນແຂວງດັ່ງກ່າວ ເຫັນວ່າ ເປັນສິ່ງທີ່ດີ ເພາະຈະເປັນອີກແຮງນຶ່ງ ຊ່ອຍຫຼຸດຜ່ອນ ບັນຫາຢາເສບຕິດ ພາຍໃນແຂວງໄດ້.
2023-05-22
ຄົນງານລາວ ຈາກແຂວງຫົວພັນ ປະມານ 10 ຄົນ ທີ່ເຮັດວຽກ ຢູ່ສວນຢາງພາຣາ ຂອງຈີນ ແຫ່ງນຶ່ງ ໃນແຂວງອັດຕະປື ຖືກພະນັກງານ ຂອງສວນຢາງພາຣາ ດັ່ງກ່າວຂົ່ມເຫັງ ເຮັດໃຫ້ທົນບໍ່ໄດ້ ຈຶ່ງຕຣຽມເດີນທາງກັບຄືນເມືອບ້ານ ແຕ່ຖືກພະນັກງານຊາວຈີນ ຂອງສວນຢາພາຣາ ດັ່ງກ່າວຂັດຂວາງ.
2023-05-22
ຊາວໜຸ່ມລາວ ເສບສິ່ງເສບຕິດ ຫຼາຍຂຶ້ນຍ້ອນ ບໍ່ມີວຽກເຮັດ ແລະຢາເສບຕິດ ຫາຊື້ໄດ້ງ່າຍ ເຊິ່ງຕໍາຣວດບໍ່ສາມາດຄວບຄຸມໄດ້, ໂດຍສະເພາະຢາບ້າ, ນໍ້າກະທ່ອມ, ຢາສູບໄຟຟ້າ, ກາເຟ ດີດກະຕຸ້ນປະສາດ ແລະໝາກປູມເປົ້າ ເປັນຈໍານວນຫຼາຍ ແລະກໍາລັງຣະບາດຫຼາຍ ໃນປັດຈຸບັນ.
2023-05-17
ການບໍຣິການ ທາງການແພດ ຢູ່ໂຮງໝໍນ້ອຍຫຼາຍແຫ່ງ ໃນພື້ນທີ່ເຂດນອກ ຂອງແຂວງຊຽງຂວາງ ແລະ ແຂວງຫົວພັນ ຍັງຄົງປະສົບບັນຫາ ຫຼາຍດ້ານ ໂດຍສະເພາະຂາດງົບປະມານ ເພື່ອສັນຫາອຸປະກອນການແພດ ແລະຍິ່ງກວ່ານັ້ນ ຄືຂາດບຸກຄະລາກອນ ພ້ອມກັບການບໍຣິການ ທີ່ບໍ່ໄດ້ຄຸນນະພາບ.
2023-05-15
ການເກັບກູ້ລະເບີດ ບໍ່ທັນແຕກ ຢູ່ 3 ແຂວງພາກໃຕ້ ຂອງລາວ ຕ້ອງຢຸດສະງັກ ມາໄດ້ 1 ປີແລ້ວ ຍ້ອນບໍ່ມີງົບປະມານ, ພະນັກງານ 35 ຄົນ ບໍ່ໄດ້ຮັບເງິນເດືອນ ມາໄດ້ 4 ເດືອນແລ້ວ, ແລະ ຍັງລໍຖ້າການເງິນຊ່ວຍເຫຼືອ 800 ລ້ານເຢັນ ຂອງຍີ່ປຸ່ນຢູ່.
2023-05-12
ຊາວລາວກຳລັງ ປະເຊີນກັບອາກາດຮ້ອນທີ່ສຸດ ໂດຍຫຼາຍພື້ນທີ່ ຮ້ອນເຖິງ 38-41 ອົງສາ ແລະຄາດວ່າ ຄ່າໄຟ ຈະເພີ່ມຂຶ້ນ ຍ້ອນການໃຊ້ເຄື່ອງປັບອາກາດ ເຊັ່ນພັດລົມ ແລະແອ ເພື່ອບັນເທົາຄວາມຮ້ອນ, ຍັງສ້າງຄວາມກັງວົນ ໃຫ້ຊາວບ້ານ ກັບຄ່າໄຟຟ້າທີ່ສູງຢູ່ແລ້ວ ຈະສູງຂຶ້ນໄປຫຼາຍກວ່າເກົ່າອີກ.
2023-05-11
ຍ້ອນມີການປູກມັນຕົ້ນ, ກ້ວຍຫອມ ແລະ ພືດອື່ນໆ ຫຼາຍຂຶ້ນ ຈຶ່ງເຮັດໃຫ້ເນື້ອທີ່ດິນ ທຳການກະເສດ ເສື່ອມໂຊມລົງຫຼາຍ ໃນເຂດເມືອງປາກຊ່ອງ ແຂວງຈຳປາສັກ, ຍ້ອນແນວນັ້ນ ອຳນາດການປົກຄອງ ຂອງແຂວງ ຈຶ່ງອອກຂໍ້ຕົກລົງ ຫ້າມປູກພືດກຸ່ມນັ້ນ.
2023-05-10
ໂຮງງານຈີນ ແລະ ວຽດນາມ ຢູ່ເຂດພັທນາກວມລວມ ໄຊເສດຖາ ນະຄອນຫຼວງວຽງຈັນ ປ່ອຍນໍ້າເສັຍ ເປັນພິດ ລົງໃສ່ຫ້ວຍ, ໃສ່ຮ່ອງ, ສົ່ງກິ່ນເໝັນຮຸນແຮງ ໃຫ້ຊາວບ້ານມາໄດ້ຫຼາຍປີແລ້ວ, ແຕ່ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ສາມາດແກ້ໄຂ ບັນຫາດັ່ງກ່າວ ໃຫ້ຊາວບ້ານໄດ້ເທື່ອ ຂະນະທີ່ຊາວບ້ານ ບໍ່ກ້າຈົ່ມ, ໄດ້ແຕ່ອົດທົນເອົາ.