ວຽກງານເກັບກູ້ລະເບີດ ຢູ່ພາກໃຕ້ ຕ້ອງຢຸດສະງັກ ເພາະຂາດງົບປະມານ
2023.05.15
ອົງການເກັບກູ້ລະເບີດແຫ່ງຊາຕ 3 ແຂວງພາກໃຕ້ຂອງລາວ ຄືແຂວງສາຣະວັນ, ເຊກອງ ແລະຈໍາປາສັກ ຂາດງົບປະມານ ໃນການເກັບກູ້ລະເບີດ ບໍ່ທັນແຕກ ເຮັດໃຫ້ວຽກງານດັ່ງກ່າວ ຢຸດສະງັກມາໄດ້ 1 ປີແລ້ວ ຄືແຕ່ເດືອນພຶສພາ ປີກາຍ ມາເຖິງປັດຈຸ ບັນ, ພະນັກງານ 35 ຄົນຢູ່ 3 ແຂວງນີ້ບໍ່ໄດ້ຮັບເງິນເດືອນມາໄດ້ 4 ເດືອນແລ້ວ ຄືແຕ່ເດືອນມົກກະຣາ 2023 ນີ້ມາ.
ສະເພາະແຂວງເຊກອງ ທິມເກັບກູ້ລະເບີດບໍ່ທັນແຕກ 11 ທິມ ທີ່ປະກອບດ້ວຍຫລາຍໜ້າວຽກ ຮວມທັງທິມສໍາຣວດ ແລະໂຄສະນານັ້ນ ບໍ່ໄດ້ເຄື່ອນໄຫວວຽກງານມາໄດ້ 1 ປີ ຍ້ອນທຶນຊ່ອຍເຫລືອຂອງຍີ່ປຸ່ນ ເຟສ 3 ນັ້ນໝົດ, ຍັງລໍຖ້າການຊ່ອຍເຫລືອເຟສ 4 ຢູ່. ການຂາດເຂີນງົບປະມານທີ່ວ່ານີ້ ເຮັດໃຫ້ພະນັກງານ ທີ່ມີປະສົບການຈໍານວນນຶ່ງລາອອກ ໄປຫາເຮັດວຽກອື່ນ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງເຊກອງ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 12 ພຶສພານີ້.
“ຕອນນີ້ກະບໍ່ທັນໄດ້ເຄື່ອນໄຫວວຽກ ກໍພໍດີປີນຶ່ງເພາະວ່າ ທຶນເຮັດເຟສທີ 3 ຫັ້ນໝົດເນາະ ມັນໝົດ ລໍຖ້າການຕໍ່ສັນຍາ ເຟສ 4 ອັນນຶ່ງກໍຖືວ່າ ເຮົາເສັຽພະນັກງານຜູ້ທີ່ປະສົບການໄປ ອັນທີ 2 ມາ ຄືລະເບີດນີ້ແຫລະ ປະຊາຊົນຣາຍງານທຸກມື້ ເຮົາບໍ່ສາມາດແກ້ໄຂໃຫ້ເຂົາໄດ້.”
ທ່ານກ່າວຕື່ມວ່າ ຫາກທຶນຊ່ວຍເຫລືອ ເຟສ 4 ຂອງຍີ່ປຸ່ນ ຖືກໂອນມາໃຫ້ ກໍຈະຖືກນໍາໃຊ້ເຂົ້າໃນວຽກງານບໍຣິຫານ, ເປັນເງິນເດືອນພະນັກງານ ແລະໃຊ້ຈ່າຍໃນການບໍຣິຫານວຽກງານຕ່າງໆ ຮວມທັງເປັນຄ່ານໍ້າມັນ ແລະຄ່າຢູ່ ຄ່າກິນ.
ຢູ່ແຂວງເຊກອງ ມີພະນັກງານ ປະຈໍາຫ້ອງການ ປະສານງານໂຄງການ ເກັບກູ້ລະເບີດແຫ່ງຊາຕ 16 ຄົນ ທີ່ຍັງບໍ່ທັນໄດ້ຮັບເງິນເດືອນມາໄດ້ 4 ເດືອນນັ້ນ ກໍປະຕິ ບັດງານຕາມປົກກະຕິຢູ່, ແຕ່ມີຄວາມຫຍຸ້ງຍາກ ໃນການດໍາລົງຊີວິດ, ບາງຄົນກໍໄດ້ກູ້ຢືມເງິນມາໃຊ້ຈ່າຍ ປະຈໍາວັນ.
ດັ່ງພະນັກງານ ຫ້ອງການປະສານງານ ໂຄງການດັ່ງກ່າວ ເວົ້າໃນມື້ດຽວກັນນີ້ວ່າ:
“ພວກອ້າຍກໍເຮັດວຽກ ກໍບໍ່ທັນໄດ້ ລໍຖ້າງົບປະມານຄືກັນນີ້ກໍໄດ້ ກໍຖືວ່າເຮົາຢູ່ປະຈໍາການ ນຶ່ງມາກໍເປັນການປົກປັກຮັກສາວັດຖຸ ພາຫານະຂອງໂຄງການ. ອັນທີ 2 ເປັນການປະສານງານ ກັບອໍານາດການປົກຄອງຂັ້ນແຂວງ ຂັ້ນບ້ານ ຫລືວ່າອໍານວຍຄວາມສະດວກ ໃຫ້ປະຊາຊົນ ທີ່ມາຣາຍງານ ລະເບີດ ຫລືວ່າມີຂໍ້ຂ້ອງໃຈ ກ່ຽວກັບການແກ້ໄຂລະເບີດ ທີ່ໄດ້ມາພົວພັນໄທເຮົາ ກໍຊີ້ແຈງໃຫ້ເຂົາ ລໍາບາກນີ້ ກໍໄດ້ຈັບໜ້າປີ້ນຫລັງ ໄດ້ຢືມຫັ້ນຢືມນີ້ຢູ່.”
ທ່ານກ່າວຕື່ມວ່າ ພະນັກງານປະຈໍາທັງໝົດທີ່ວ່ານີ້ ບໍ່ໄດ້ເປັນຣັຖກອນ, ເປັນພະນັກງານ ຕາມສັນຍາຈ້າງຂອງໂຄງການ ຊຶ່ງມີທັງຕໍາແໜ່ງຫົວໜ້າ ແລະຜູ້ຮອງ ໂຄງການ, ການເງິນ, ຄຸ້ມຄອງພາຫະນະ, ຮັກສາຄວາມປອດພັຍ, ແມ່ບ້ານ ແລະອື່ນໆ.
ຢູ່ແຂວງສາຣະວັນ ມີທິມເກັບກູ້ລະເບີດ ບໍ່ທັນແຕກ ທີ່ໄດ້ຮັບທຶນຊ່ອຍເຫລືອ ຈາກຍີ່ປຸ່ນ 3 ທິມ ທີ່ບໍ່ໄດ້ເຄື່ອນໃຫວວຽກງານ ຄືກັນນັ້ນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍເວົ້າໃນມື້ດຽວກັນນີ້ວ່າ ທາງຂັ້ນເທິງເພິ່ນ ກໍຮູ້ແລ້ວວ່າ ເປັນຍ້ອນຂາດເຂີນງົບປະມານ.
“ເອີ! ໂຕນີ້ເພິ່ນຮູ້ດີແລ້ວ ເພາະວ່າເງິນພວກເຮົານີ້ມັນ ເຂົາເອີ້ນວ່າເງິນຂາດງົບປະມານ ແລ້ວກໍ ເພິ່ນກໍຮູ້ມາໝົດ ແລ້ວເຟສ 3 ນີ້ ໝາຍຄວາມວ່າ ອ້າຍນ້ອງພວກເຮົາ ໃຫ້ພໍມັນບໍ່ພໍແຫລະ. ອ້າຍນ້ອງບຸຕິການປະຕິບັດເກັບກູ້ ຊົ່ວຄາວມານີ້ມາເປັນປີ.”
ທ່ານກ່າວວ່າ ປັດຈຸບັນ ເງິນຊ່ອຍເຫລືອ ເຟສ 3 ຂອງຍີ່ປຸ່ນ ທີ່ຍັງເຫລືອ ຈະຖືກນໍາໃຊ້ເກັບກູ້ລະເບີດສຸກເສີນ ໃນເດືອນພຶສພາ ແລະເດືອນມິຖຸນາ 2023 ນີ້ ຢູ່ແຂວງສາຣະວັນ 1 ທິມ, ຢູ່ແຂວງເຊກອງ 3 ທິມ ແລະຢູ່ແຂວງຈໍາປາສັກ 1 ທິມ. ພິເສດກວ່າໝູ່ ແມ່ນແຂວງສາຣະວັນ ທີ່ມີທິມຊ່ອຍເຫລືອ ຈາກສະຫະຣັຖອາເມຣິກາ ເຮັດໃຫ້ການເກັບກູ້ລະເບີດ ບໍ່ທັນແຕກຂອງ 8 ທິມ ເຄື່ອນໄຫວໄດ້ຕາມປົກກະຕິ ໃນປີນີ້.
ທ່ານ ທອງເບີຍ ສິງຂາວເພັດ ຫົວໜ້າຫ້ອງການ ປະສານງານໂຄງການ ເກັບກູ້ລະເບີດແຫ່ງຊາຕລາວ ປະຈໍາແຂວງສາຣະວັນ ໃຫ້ສຳພາດ ສື່ມວນຊົນ ວັນທີ 8 ພຶສພາ ນີ້ວ່າ ໃນໄລຍະ 1 ປີທີ່ຜ່ານມາ ແຂວງສາຣະວັນ ກວດ ແລະເກັບກູ້ລະເບີດ ບໍ່ທັນແຕກໄດ້ໃນເນື້ອທີ່ 333 ເຮັກຕ້າຣ໌ ຄືປະຕິບັດໄດ້ເກືອບ 100% ຊຶ່ງຕາມແຜນແມ່ນ 337 ເຮັກຕ້າຣ໌.
ຢູ່ແຂວງສາຣະວັນ ມີພະນັກງານ ປະຈໍາຫ້ອງການ ປະສາງານໂຄງການ ຫລາຍຄົນ ຖ້ານັບທັງເດືອນພຶສພານີ້ ບໍ່ໄດ້ຮັບເງິນເດືອນມາໄດ້ 5 ເດືອນແລ້ວ, ຍັງລໍ້ເງິນຊ່ອຍເຫລືອ ເຟສ 4 ຂອງຍີ່ປຸ່ນຢູ່.
ດັ່ງພະນັກງານ ຫ້ອງການປະສານງານ ໂຄງການເກັບກູ້ລະເບີດ ແຫ່ງຊາຕ ປະຈໍາແຂວງສາຣະວັນ ເວົ້າ ໃນມື້ວັນທີ 12 ພຶສພານີ້ວ່າ:
“ກໍບໍ່ໄດ້ຮັບເງິນ 5 ເດຶອນແຕ່ເດືອນ 1 ຮອດເດືອນ 5 ພວກຜູ້ປະສານງານ ຮອງປະສານງານ ຫົວໜ້າທີມ ຄົນຣົຖ ກົງຈັກຕັດຫຍ້າ ອິຫຍັງຕ່າງໆ ວິຊາການການເງິນອີ່ສັງ ກໍບໍ່ທັນໄດ້ເງິນ 5 ເດືອນ ແລ້ວສ່ວນພວກເຂົ້າມາ 2 ເດືອນນີ້ບໍ່ທັນເວົ້າເງິນເດືອນ ແຕ່ເງິນປະຕິບັດງານນີ້ ຄ່ານໍ້າມູກນໍ້າມັນ ກໍໄດ້ຢືມເອົາ ເພິ່ນກໍວ່າລໍຖ້າ ມື້ໃດທາງເບື້ອງເທິງເພິ່ນຕົກລົງ ເພິ່ນອະນຸມັດ ແລ້ວສິຈ່າຍໃຫ້ເພິ່ນກໍວ່າແນວນັ້ນ.”
ສໍາລັບຢູ່ແຂວງຈໍາປາສັກ ພະນັກງານ 4 ຄົນ ເວົ້າຄືກັນວ່າ ຢູ່ຫ້ອງການປະສານງານ ໂຄງການເກັບກູ້ລະເບີດແຫ່ງຊາຕ ປະຈໍາແຂວງຈໍາປາສັກນີ້ ກໍມີພະນັກງານ 15 ຄົນ ທີ່ເຮັດວຽກບໍ່ໄດ້ເງິນເດືອນ ຕັ້ງແຕ່ເດືອນມົກກະຣາ ເຖິງປັດຈຸບັນຄືກັນ.
ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸ ເອເຊັຽ ເສຣີ ໄດ້ພະຍາຍາມຕິດຕໍ່ ໄປຫາຫ້ອງການປະສານງານ ໂຄງການເກັບກູ້ລະເບີດ ແຫ່ງຊາຕ ປະຈໍາແຂວງດັ່ງກ່າວ ແຕ່ບໍ່ສາມາດຕິດຕໍ່ໄດ້.
ແຕ່ເຖິງຢ່າງໃດກໍຕາມ ເພື່ອປະກອບສ່ວນເຂົ້າ ໃນການແກ້ໄຂບັນຫາດັ່ງກ່າວ ຢູ່ພາກໃຕ້ຂອງລາວ ຣັຖບານຍີ່ປຸ່ນ ກໍໃຫ້ການຊ່ອຍເຫລືອ ຣັຖບານ ສປປ ລາວ ຕື່ມອີກ ເປັນມູນຄ່າ 800 ລ້ານເຢັນ ຕາມເອກກະສານ ແລກປ່ຽນຮັບເອົາການຊ່ອຍເຫລືອ ຈາກຣັຖບານຍີ່ປຸ່ນ ສໍາລັບໂຄງການ ທ້ອງຖິ່ນ ຜ່ານການເລັ່ງລັດວຽກງານ ແກ້ໄຂບັນຫາລະເບີດ ບໍ່ທັນແຕກຢູ່ເຂດພາກໃຕ້ ຂອງ ສປປ ລາວ ທີ່ໄດ້ລົງນາມກັນຣະຫວ່າງ ຜູ້ຕາງໜ້າຂອງຣັຖບານ 2 ປະເທດ ຢູ່ນະຄອນຫລວງວຽງຈັນໃນມື້ວັນ 27 ເມສາທີ່ຜ່ານມາ, ອີງຕາມການຣາຍງານ ຂອງສໍານັກຂ່າວສານ ປະເທດລາວ.
ເພື່ອຂໍຮູ້ກ່ຽວກັບ ເຣື່ອງທຶນ ທີ່ຣັຖບານຍີ່ປຸ່ນຊ່ອຍນັ້ນ, ວິທຍຸ ເອເຊັຽ ເສຣີ ໄດ້ພະຍາຍາມຕິດ ຕໍ່ໄປຫາຄະນະກັມມະການ ຄຸ້ມຄອງແຫ່ງຊາຕ ເພື່ອແກ້ໄຂບັນຫາລະເບີດ ບໍ່ທັນແຕກ ທີ່ຕົກຄ້າງຢູ່ລາວ ແຕ່ກໍບໍ່ສາມາດຕິດຕໍ່ໄດ້.