ເກີດເຫດ ຄົນປີນຮົ້ວ ແລ່ນຕັດໜ້າ ຣົຖໄຟລາວ-ຈີນ ເສັຽຊີວິດ

ວັນທີ 25 ພຶສພາ ທີ່ຜ່ານມາ ເກີດເຫດຊາວບ້ານ ປີນຮົ້ວທາງຣົຖໄຟລາວ-ຈີນ ແລ້ວແລ່ນຕັດໜ້າ ຣົຖໄຟ ຈົນເສັຍຊີວິດຄາທີ່ ຢູ່ເຂດບ້ານ ປ່ອງຊອງ ເມືອງຫິນເຫີບ ແຂວງວຽງຈັນ ເຊິ່ງທີ່ຜ່ານມາ ເຂດເມືອງຫິນເຫີບ ມັກມີເຫດການ ຊາວບ້ານປີນຮົ້ວຂ້າມ ແລ້ວຍ່າງລັດທາງຣົຖໄຟ ລາວ-ຈີນ ເປັນປະຈຳ.
ສຸພັດຕາ
2023.05.26
ເກີດເຫດ ຄົນປີນຮົ້ວ ແລ່ນຕັດໜ້າ ຣົຖໄຟລາວ-ຈີນ ເສັຽຊີວິດ ສະຖານີຣົຖໄຟລາວ-ຈີນ ແຫ່ງນຶ່ງ, ວັນທີ 25 ສິງຫາ 2022.
RFA

ວັນທີ 25 ພຶສພາ ທີ່ຜ່ານມາ ເກີດເຫດຊາວບ້ານ ຈາກແຂວງອື່ນ ເປັນຄົນສະຕິບໍ່ດີ ປີນຮົ້ວ ແລ້ວແລ່ນຕັດໜ້າຣົຖໄຟ ລາວ-ຈີນ ເຮັດໃຫ້ເສັຍຊີວິດຄາທີ່ ຢູ່ເຂດບ້ານ ປ່ອງຊອງ ເມືອງຫິນເຫີບ ແຂວງວຽງຈັນ. ເຖິງແມ່ນ ເຂດດັ່ງກ່າວມີຮົ້ວກັ້ນ ແລະມີເຈົ້າໜ້າທີ່ຮັກສາຄວາມປອດພັຍ ເຈົ້າໜ້າທີ່ຕໍາຣວດ-ທະຫານ ຄອຍກວດກາ ຮັກສາຄວາມເປັນລະບຽບຮ້ອຍ ຢ່າງເຂັ້ມງວດແລ້ວກໍຕາມ ຊາວບ້ານຄົນດັ່ງກ່າວ ກໍເຣັດລອດສາຍຕາເຈົ້າໜ້າທີ່ ບຸກປີນຮົ້ວ ໄປເຂດທາງຣົຖໄຟແລ່ນ ແລ້ວຣົຖໄຟກໍຕໍາ ຈົນເຂົາເສັຍຊີວິດຄາທີ່. ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ປກສ ເມືອງຫິນເຫີບ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 26 ພຶສພາ ນີ້ວ່າ:

“ຄົນທີ່ມາຈາກແຂວງອື່ນ ຈັກເຂົາມາເຮັດຫຍັງກໍບໍ່ຮູ້ເນາະ ຄົນທີ່ບໍ່ເຕັມ ປະມານນີ້ ເພາະວ່າຫຼັກໆ ມັນບໍ່ເປັນຣົຖໄຟຕໍາ ແລ້ວກໍບໍ່ແມ່ນຢຽບເນາະ ເພາະວ່າ ຜູ້ກ່ຽວຫັ້ນ ມັນແລ່ນລັດຣົຖໄຟ ຄວາມໝາຍແລ່ນຕໍາຣົຖໄຟຫັ້ນນ່າ ຜູ້ກ່ຽວແລ່ນໃສ່ຣົຖເອງ ແລ່ນໃສ່ຂ້າງຣົຖເນາະ ແຕ່ວ່າ ກໍມີຄົນຍາມ ແຕ່ວ່າ ບໍ່ໄດ້ທົ່ວເຖິງເນາະ ເພາະວ່າ ມັນໄລຍະກວ້າງໄກຫັ້ນນ່າ.”

ທ່ານກ່າວຕື່ມວ່າ ຊາວບ້ານ ໃນເຂດບ້ານປ່ອງຊອງ ຈໍານວນຫຼາຍຄົນ ພາກັນຢືນຢັນວ່າ ຜູ້ເສັຍຊີວິດ ບໍ່ແມ່ນຄົນໄທຫິນເຫີບແນ່ນອນ ຈຶ່ງບໍ່ຮູ້ສາເຫດທີ່ແນ່ຈິງ ທີ່ລາວປີນຮົ້ວ ແລ່ນຕັດໜ້າຣົຖໄຟແນວນັ້ນ ຈຶ່ງລໍຖ້າພາກສ່ວນທີ່ກ່ຽວຂ້ອງ ຈັດມ້ຽນສົບຕາມປະເພນີ ຕາມຂັ້ນຕອນຂອງທາງການຕໍ່ໄປ.

ສະຖານທີ່ເກີດເຫດ ທີ່ມີຄົນເສັຍຊີວິດນັ້ນ ຈະເປັນທາງຜ່ານຣົຖໄຟຊື່ໆ ບໍ່ມີສະຖານີຣົຖໄຟ ແລະທາງຜ່ານຣົຖໄຟ ໃນສະຖານທີ່ເກີດເຫດ ຈະບໍ່ມີສັນຍານເຕືອນໃຫ້ຄົນຮູ້ ວ່າ ກໍາລັງມີຣົຖໄຟແລ່ນມາ ຈຶ່ງອາຈເຮັດໃຫ້ຜູ້ເສັຍຊີວິດຮູ້ເທົ່າບໍ່ເຖິງການ ຂ້າມທາງຣົຖໄຟ ແລ້ວເສັຍຊີວິດ. ດັ່ງຊາວບ້ານ ຢູ່ເມືອງຫິນເຫີບ ກ່າວໃນມື້ດຽວກັນນີ້ວ່າ:

“ອຸບັດຕິເຫດ ມັນກໍຕົກໃຈ ໃນກໍຣະນີຂອງຄອບຄົວຫັ້ນແຫຼະ ບາງເທື່ອຮູ້ເທົ່າບໍ່ເຖິງການ ເພາະວ່າ ອັນນ່າ ກໍຣະນີ ຣົຖໄຟມາ ຖ້າບໍ່ແມ່ນສະຖານີ ມັນກໍຈະບໍ່ມີ ການແຈ້ງເຕືອນ ອາດເປັນແບບ ຂ້າມທາງຣົຖບໍ ອາດເປັນແນວນັ້ນ ແລະບໍ່ຮູ້ເວລາຣົຖຊິມາ.”

ທີ່ຜ່ານມາ ຕາມແລວເສັ້ນທາງຣົຖໄຟ ເຂດເມືອງຫິນເຫີບ ຈະມີເຫດການ ຊາວບ້ານປີນຮົ້ວ ຂ້າມ ແລ້ວຍ່າງລັດທາງຣົຖໄຟ ລາວ-ຈີນ ມາລັກເຫຼັກ ຫຼື ສາຍໄຟຢູ່ທາງດ່ວນ ຂະນະທີ່ ພາກສ່ວນທີ່ກ່ຽວຂ້ອງ ກໍຈັດເວນຍາມ ທັງເວັນ ທັງຄືນ ເພື່ອປ້ອງກັນ ບັນຫາຄົນລັກຊັບສິນ ຢູ່ທາງດ່ວນ ແລະຕາມເສັ້ນທາງຣົຖໄຟລາວ-ຈີນ.

ດັ່ງຊາວບ້ານ ຢູ່ບ້ານປ່ອງຊອງ ເມືອງຫິນເຫີບ ແຂວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:

“ສ່ວນຫຼາຍນີ້ ຜ່ານມາ ມັນກໍມີການລັກເຫຼັກ ລັກສາຍໄຟນີ້ແຫຼະ ຜ່ານມາເພິ່ນກໍຈັດການເວນຍາມ ທັງເວນທັງຄືນເນາະ ເພິ່ນຍາມເປັນຈຸດຫັ້ນນ່າ ເພິ່ນກໍສຸດຂີດແລ້ວ ເຣື່ອງຄວາມປອດໄພ ຜ່ານມາກໍໄດ້ເນາະ.”

ບໍຣິສັດທາງຣົຖໄຟລາວ-ຈີນ ໂດຍສະເພາະ ສາຍດ່ວນບໍຣິການທາງຣົຖໄຟລາວ-ຈີນ ໄດ້ຮັບຮູ້ເຖິງບັນຫາດັ່ງກ່າວແລ້ວ ພ້ອມໃຫ້ສັມພາດຕໍ່ວິທຍຸເອເຊັຽເສຣີ ວ່າ ເຂດທາງຣົຖໄຟລາວ-ຈີນ ບ້ານປ່ອງຊອງ ເປັນເຂດທີ່ມີຮົ້ວກັ້ນ ບໍ່ໃຫ້ສັດລ້ຽງ ຫຼືຄົນ ບຸກລຸກຢູ່ແລ້ວ ພ້ອມມີເຈົ້າໜ້າທີ່ຮັກສາຄວາມປອດໄພຄັກແນ່ ເມື່ອເກີດເຫດການດັ່ງກ່າວ ທາງພາກສ່ວນທີ່ກ່ຽວຂ້ອງ ກໍຈະມີການປະຊຸມ ກ່ຽວກັບມາຕການຮັກສາຄວາມປອດໄພ ຕາມເສັ້ນທາງຣົຖໄຟລາວ-ຈີນ ທີ່ເກີດເຫດຕື່ມ. ດັ່ງເຈົ້າໜ້າທີ່ທາງຣົຖໄຟລາວ-ຈີນ ສູນກາງ ກ່າວໃນມື້ດຽວກັນນີ້ວ່າ:

“ມີຄົນຍາມເຈົ້າ ເພາະວ່າ ແຕ່ລະແລວທາງ ເຮົາມີຄົນຍາມເຈົ້າ ແຕ່ວ່າຄົນບໍ່ດີ ເຂົາເຈົ້າລັກເຂົ້າໄປເອງເຈົ້າ ແຕ່ວ່າບາງຈຸດແທ້ ເຮົາກໍບໍ່ມີ (ຄົນຍາມ) ໂຕນີ້ ແນ່ນອນຢູ່ແລ້ວເຈົ້າ ຕ້ອງໄດ້ປະຊຸມ ຕ້ອງໄດ້ຝຶກອົບຮົມເທື່ອນຶ່ງ ໄດ້ເພີ່ມມາຕການຂຶ້ນ.”

ຂະນະທີ່ ມາຕການຮັກສາຄວາມປອດໄພ ຕາມເສັ້ນທາງຣົຖໄຟລາວ-ຈີນ ຢູ່ແຂວງວຽງຈັນ ໂດຍສະເພາະ ເມືອງຫິນເຫີບ ກໍມີມາຕການທີ່ເຂັ້ມງວດຢູ່ແລ້ວ ແລະຈະສືບຕໍ່ ມາຕການທີ່ເຂັ້ມງວດນີ້ຕໍ່ໄປ ຍ້ອນປັດຈຸບັນ ຍັງມີປະຊາຊົນ ລັກປີນຮົ້ວ ເພີື່ອເຂົ້າມາລັກເຫຼັກ ໃນເຂດທາງຣົຖໄຟຢູ່. ດັ່ງເຈົ້າໜ້າທີ່ ຮັກສາຄວາມປອດໄພ ຢູ່ທາງຣົຖໄຟລາວ-ຈີນ ແຂວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:

“ພວກເຮົາກໍເຂັ້ມງວດ ພວກເຮົາຈັບໄດ້ ພວກເຮົາກໍນໍາສົ່ງໃຫ້ເຈົ້າໜ້າທີ່ ດໍາເນີນຄະດີເລີຍ ພວກເຮົາກໍປ້ອງກັນໝົດ ທັງທະຫານ ມີທັງ ຣປພ ມີທັງ ຕໍາຣວດ ຖືວ່າ ພວກເຮົາກໍເຮັດເອກກະສານແຈ້ງໝົດ ເອີ ເສັ້ນທາງຣົຖໄຟ ລຽບທາງຣົຖໄຟລາວ-ຈີນ ແຕ່ວຽງຈັນ ຫາ ບໍ່ເຕັນ ເຮົາມີເອກກະສານແຈ້ງການໝົດ ຫ້າມພໍ່ແມ່ປະຊາຊົນ ຜູ້ທີ່ບໍ່ຫວັງດີເຂົ້າມາຮົ້ວ ມາລ້ຽງສັດອີ່ຫຍັງຕ່າງໆ ໄຂຮົ້ວລັກຊັບສິນຕ່າງໆ ພວກເຮົາມີໝົດ ຖ້າພວກເຮົາພົບເຫັນ ຈັບໄດ້ ພວກເຮົາຈະໄດ້ກັກໂຕ ພ້ອມດໍາເນີນຄະດີ ຕາມກົດໝາຍ.”

ປີ 2022 ທີ່ຜ່ານມາ ເຄີຍມີເຫດຄົນຈີນ ເປັນພຍາດຊຶມເສົ້າ ຈຶ່ງປີນຮົ້ວ ແລ້ວນອນຂວາງ ຢູ່ທາງຣົຖໄຟ ເພື່ອໃຫ້ຣົຖໄຟລາວ-ຈີນ ຢຽບທັບ ຈົນຮ່າງກາຍຂາດເຄິ່ງ ຢູ່ເມືອງຫິນເຫີບ ແຕ່ບໍ່ໄດ້ມີການຣາຍງານຂ່າວ ຄືກັບກໍຣະນີຄົນລາວທີ່ເສັຍຊີວິດ ປີນຮົ້ວ ແລ້ວແລ່ນໃຫ້ຣົຖໄຟຕໍາໃນປີນີ້- ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ປກສ ເມືອງຫິນເຫີບ ກ່າວມ້ວນທ້າຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.