ວາຣະແຫ່ງຊາຕ ແກ້ໄຂບັນຫາ ຢາເສບຕິດ ຍັງພົບຄວາມຫຍຸ້ງ

ໄຊຍາ
2023.05.26
ວາຣະແຫ່ງຊາຕ ແກ້ໄຂບັນຫາ ຢາເສບຕິດ ຍັງພົບຄວາມຫຍຸ້ງ ກະຊວງປ້ອງກັນຄວາມສງົບ (ປກສ), ນະຄອນຫຼວງວຽງຈັນ ເດືອນມີນາ 2023.
ນັກຂ່າວ ພົລເມືອງ

ວາຣະແຫ່ງຊາຕ ແກ້ໄຂບັນຫາຢາເສບຕິດ ເປັນວະຣະພິເສດ ທີ່ຣັຖບານລາວ ໄດ້ຍົກລະດັບໃຫ້ເປັນບູຣິມະສິດ ຂອງຣັຖບານທີ່ຕ້ອງຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ, ແຕ່ການປະຕິບັດວຽກງານໂຕຈິງ ຫຼາຍໜ່ວຍງານທີ່ກ່ຽວໃນວາຣະນີ້ ຕ່າງກໍຢືນຢັນວ່າ ຍັງພົບບັນຫາຫຍຸ້ງຍາກໃນ ການຈັດຕັ້ງປະຕິບັດ ເພາະການຄ້າຢາເສບຕິດ ໃນປັດຈຸບັນມາໃນຫຼາຍຮູບແບບ ແລະ ກໍມີຊະນິດຢາເສບຕິດ ເຂົ້າມາໃນລາວເພີ່ມຂຶ້ນຫຼາຍ.

ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາຕ ໄດ້ຖແລງຕໍ່ສື່ມວນຊົນ ໃນໂອກາດທີ່ວາຣະແຫ່ງຊາຕ ແກ້ໄຂບັນຫາຢາເສບຕິດ ຖືກຮັບຮອງໃນກອງປະຊຸມ ສໄມສາມັນເທື່ອທີ 1 ຂອງສະພາແຫ່ງຊາຕ ຊຸດທີ 9 ຕາມມະຕິສະບັບເລຂທີ 04/ສພຊ ລົງວັນທີ 10 ສິງຫາ 2021.

ສໍາລັບເນື້ອໃນຖແລງການ ບາງຕອນລະບຸວ່າ ປະເທດລາວກໍາລັງປະສົບກັບຄວາມຫຍຸ້ງຍາກ ທາງດ້ານເສຖກິຈ-ການເງິນ ແລະ ຜົນກະທົບຈາກໂຄວິດ-19. ຜ່ານການປະຕິບັດໂຕຈິງ ໃນປີ 2021 ຫາເດືອນພຶສພາ 2022 ສາມາແກ້ໄຂຄະດີຢາເສບຕິດ ໃນຂອບເຂດທົ່ວປະເທດໄດ້ເຖິງ 4,094 ເຣື່ອງ, ຈັບຜູ້ຖືກກ່າວຫາໄດ້ 5,818 ຄົນ ເປັນຍິງ 618 ຄົນ, ຍຶດຢາເສບຕິດປະເພດຢາບ້າໄດ້ 177 ລ້ານປາຍເມັດນໍ້າໜັກລວມ 17,887 ກິໂລ, ພ້ອມນີ້ກຸ່ມເສບ ຂົນສົ່ງ-ຄ້າຂາຍ ຢາເສບຕິດຈຳນວນນຶ່ງ ມີຄວາມຢ້າກົວໄດ້ສະລະພາບ ແລະຢຸດເຊົາ.

ນອກຈາກນີ້ການໂຄສະນາ, ສຶກສາອົບຮົມ ເຜີຍແຜ່ກົດໝາຍ ແລະຜົລຮ້າຍຢາເສບຕິດ ຍັງບໍ່ເຂົ້າເຖິງເປົ້າໝາຍ, ປະຊາຊົນຈຳນວນນຶ່ງບໍ່ທັນໃຫ້ການຮ່ວມມື ແຈ້ງເບາະແສ ແລະໃຫ້ຂໍ້ມູນກ່ຽວກັບ ບັນຫາຢາເສບຕິດໃນທ້ອງຖິ່ນຕົນເອງ, ການບຳບັດ, ປີ່ນປົວ, ຟື້ນຟູສຸຂພາບ ແລະ ຝຶກສີມື ຝຶກອາຊີບໃຫ້ຜູ້ຕິດຢາເສບຕິດຍັງເຮັດບໍ່ໄດ້ດີ.

ທາງພາກສ່ວນທີ່ກ່ຽວຂ້ອງ ໃນວາລະແຫ່ງຊາຕແກ້ໄຂ ບັນຫາຢາເສບຕິດຊຶ່ງປະກອບໄປດ້ວຍ ຫຼາຍກະຊວງ ແຕ່ທີ່ເປັນຫຼັກໃນການຕິດຕາມ ແລະສະກັດແມ່ນໜ້າທີ່ຮັບຜິດຊອບ ຂອງຕຳຣວດ ປາບປາມຢາເສບຕິດ ທີ່ຂຶ້ນກັບກະຊວງປ້ອງກັນຄວາມສງົບ.

ດັ່ງເຈົ້າໜ້ທີ່ ຕຳຣວດປາບປາມຢາເສບຕິດ ທີ່ຮັບໜ້າທີ່ຜັນຂຍາຍ ຍຸດທະສາດ ທີ່ຂໍສງວນຊື່ ແລະຕຳແໜ່ງກ່າວຕໍ່ວິທຍຸຸ ເອເຊັຽ ເສຣີ ໃນວັນທີ 24 ພຶສພາ ນີ້ວ່າ:

ຊັ້ນໃນການຈັດຕັ້ງປະຕິບັດ ອີງໃສ່ສະພາບໃນໄລຍະຜ່ານມາ ເປົ້າໝາຍສ່ວນຫຼາຍ ມາແຕ່ບ່ອນອື່ນບໍ່ມີທີ່ພັກອາສັຍແນ່ນອນ ເຮັດໃຫ້ການຕິດຕາມບັນຊີ ໃນການເຄື່ອນໄຫວ ພົບຄວາມຫຍຸ້ງຍາກ ການເຄື່ອນໄຫວຂອງເປົ້າໝາຍ ສ່ວນຫຼາຍຢູ່ຍາມກາງຄືນ ສະຖານທີ່ບ່ອນມືດເສບຢາຊື້-ຂາຍ ກັນບ່ອນມືດບ່ອນປ່ຽວອຸປະກອນ ທີ່ຈຳເປັນເວລາເຂົ້າຈັບກຸມເປົ້າໝາຍ ຖືວ່າຍັງຂາດເຂີນພົບຄວາມຫຍຸ້ງຍາກ.

ເຈົ້າໜ້າທີ່ຕຳຣວດ ປາບປາມຢາເສບຕິດ ໃນນະຄອນຫຼວງວຽງຈັນ ຊຶ່ງເປັນໜ່ວຍງານສືບ ຊອກຫາ ແລະຂຶ້ນບັນຊີຜູ້ຄ້າຢາເສບຕິດ ກໍໄດ້ກ່າວເຖິງຄວາມພະຍາຍາມ ໃນການຕິດຕາມ ແຕ່ໃນຂະນະດຽວກັນ ກໍມີຂີດຈຳກັດ ເຊັ່ນເຣື່ອງເງິນອຸດໜູນ, ເຄື່ອງມື, ບຸກຄະລາກອນ ແລະ ເຣື່ອງທັກສະຂອງເຈົ້າໜ້າທີ່ ເລົ່ານັ້ນຍັງເປັນອຸປສັກຢູ່.

ບັນຫາທີນຶ່ງກໍຈະສືບຕໍ່ ປະສານສົມທົບຄືເຄື່ອນໄຫວ ເພື່ອເຄື່ອນໄຫວເຮັດວຽກງານ ໂຄສະນາທຸກຈຸດທີ່ເຫັນວ່າ ເປັນຈຸດລໍ່ແຫຼມພວກເຮົາຕ້ອງໄດ້ໄປເຮັດວຽກງານ ປ້ອງກັນສະກັດກັ້ນບັນຫາສຳຄັນ ກໍແມ່ນຢູ່ຊູມຊົນບັນດາໂຮງຈັກ ໂຮງງານ ລະກາໂຮງຮຽນທີ່ມີຄວາມສ່ຽງ ກ່ຽວພັນກັບບັນຫາຢາເສບຕິດ.

ໜ່ວຍງານເຝົ້າລະວັງ ຕິດຕາມເປົ້າໝາຍຕລອດ 24 ຊົ່ວໂມງ ກໍໃຫ້ຄວາມເຫັນວ່າ ຕຳຣວດປາບປາມຢາເສບຕິດ ຜ່ານມາກໍປະຕິບັດງານໄດ້ດີ ໂດຍສະເພາະການຈັບຜູ້ຂົນສົ່ງ ຢາຣາຍໃຫຍ່ ໄດ້ດັ່ງເຊັ່ນແຂວງບໍ່ແກ້ວເປັນຕົ້ນ. ບັນຫາຢາເສບຕິດຍັງບໍ່ໝົດໄປ ຈາກສັງຄົມ, ຫຼາຍພາກສ່ວນກໍໄດ້ຮ່ວມກັນ ແຕ່ກໍຍັງມີຂີດຈຳກັດ ໃນການປະຕິບັດໂຕຈິງຢູ່.

ໃຫ້ເອົາໃຈໃສ່ຕິດຕາມ ຄອບຄົວລູກເຕົ້າເພື່ອຊິຮອດອຳນາດການປົກຄອງ ປກສ, ປກຊ ຕິດຕາມມັນກາເຣີ້ມຕົ້ນ ແຕ່ຄອບຄົວຂອງພວກເຮົາເນາະ ຢາກຝາກໄວ້ນຳ ປກສ, ປກຊ, ນາຍບ້ານ, ອົງການຕ່າງໆ ຕິດຕາມ ນຳກັນວ່າຊັ້ນສາ, ສະກັດກັ້ນບໍ່ໃຫ້ມີສິ່ງທີ່ຫຍໍ້ທໍ້ໃນສັງຄົມ ຂອງພວກເຮົາເນາະ.

ການປະສານງານ ຖືວ່າເປັນເຣື່ອງທີ່ສໍາຄັນຫຼາຍ ເພາະສັງຄົມຕ້ອງເປັນຫູເປັນຕາ ໃຫ້ເຈົ້າໜ້າທີ່ຫຼືເຈົ້າໜ້າທີ່. ຖ້າພົບເຫັນຄວາມຜິດປົກກະຕິ ກໍຂໍໃຫ້ແຈ້ງໄປຍັງໜ່ວຍງານ ຂອງຕຳຣວດປາບປາມຢາເສບຕິດ ທັນທີຫຼືເຈົ້າໜ້າທີ່ຕຳຮວດ ທີ່ຢູ່ໃກ້ຄຽງ, ລຳພັງແຕ່ເຈົ້າໜ້າທີ່ ກໍເຂົ້າໄປບໍ່ທົ່ວເຖິງ ຖ້າສັງຄົມຊ່ອຍກັນເຝົ້າລະວັງກໍຈະເຮັດໃຫ້ ວາຣະແຫ່ງຊາຕ ແກ້ໄຂຢາເສບຕິດນັ້ນປະສົບຜົລສຳເຣັດຫຼາຍຂຶ້ນ.

ດັ່ງເຈົ້າໜ້າທີ່ ໄດ້ກ່າວວ່າ:

“ກາເວົ້າຕາມຄວາມຈິງ ລັກສະນະຄວາມຫຍຸ້ງຍາກ ປະຊາຊົນມະຫາຊົນຈຳນວນນຶ່ງ ກາຢາກປົກປິດເປົ້າໝາຍ ວ່າລູກຫຼານຂອງຕົນເອງ ເຄື່ອນໄຫວພົວພັນກັບຢາເສບຕິດ ຊຸກເຊື່ອງບໍ່ຢາກໃຫ້ຂໍ້ມູນ ບາງເທື່ອ ຢູ່ບ້ານໃກ້ເຮືອນຄຽງ ມີການເຄື່ອນໄຫວ ຄ້າຂາຍຢາເສບຕິດ ກາບໍ່ຢາກຣາຍງານ ເປົ້າໝາຍທີ່ມີການເຄື່ອນໄຫຫັ້ນລະ.”

ພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກຣັຖມົນຕຣີ ແລະຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ ກ່າວໃນກອງປະຊຸມ ສະພາແຫ່ງຊາຕ ເມື່ອວັນທີ 08 ທັນວາ 2022 ວ່າ “ໄລຍະເດືອນມົກຣາ ຫາ ເດືອນພຶສຈິກາ 2022 ໃນຂອບເຂດທົ່ວປະເທດ ສາມາດແກ້ໄຂ ມ້າງຄະດີຢາເສບຕິດໄດ້ 4,707 ຄະດີ, ຈັບຜູ້ຖືກ່າວຫາໄດ້ 6,873 ຄົນ, ເປັນຍິງ 795 ຄົນ ໃນນີ້ີມີຄົນຕ່າງປະເທດ 135 ຄົນ. ຍຶດຢາບ້າ ໄດ້ 139 ລ້ານປາຍເມັດ, ຢາບ້າເປັນຝຸ່ນ 7,52 ກິໂລກຣາມ, ຢາໄອສ 2,199 ກິໂລກຣາມ, ເຮໂຣອິນ 175 ກິໂລກຣາມ, ກັນຊາ 10 ພັນປາຍກິໂລ, ຢາຝິ່ນ 250 ປາຍກິໂລ, ຢາອີ 2,605 ເມັດ, ໂຄເຄນ 3 ກິໂລ, ແປ້ງຝຸ່ນປະສົມຢາເສບຕິດ 11,576 ກິໂລ, ເຄຕາມິນ 1,930 ກິໂລ, ຄາເຟອິນ 168 ກຣາມ.

ໃນປີ 2021-2022 ຢູ່ 8 ແຂວງພາກເໜືອ ກວດພົບເຫັນສວນຝິ່ນ 2.000 ປາຍຕອນ ແລະ ໄດ້ລົງທຳລາຍ 617 ເຮັກຕ້າຣ໌ ແລະ ສັງລວມສະຖິຕິຜູ້ຕິດຢາເສບຕິດ ເຂົ້າປີ່ນປົວຢູ່ສູນບຳບັດປິ່ນປົວ ແລະຟື້ນຟູສຸຂພາບຜູ້ຕິດຢາເສບຕິດ 13 ແຫ່ງມີທັງໝົດ 3,802 ຄົນ, ເປັນຍິງ 106 ຄົນ, ໃນນັ້ນມີຜູ້ທີ່ປີ່ນປົວດີແລ້ວກັບຄືນບ້ານທັງໝົດ 1,222 ຄົນ, ຍິງ 32 ຄົນ ຍັງສືບຕໍ່ປີ່ນປົວ 2,580 ຄົນ, ເປັນຍິງ 74 ຄົນ.

ໃນໄລຍະ 09 ເດືອນຂອງປີ 2022 ສູນວິໄຈຢາເສບຕິດ ແຂວງອຸດົມໄຊ ແລະ ຈຳປາສັກ ໄດ້ວິໄຈໂຕຢ່າງຢາເສບຕິດ ທັງໝົດ ຈຳນວນ 2,382 ໂຕຢ່າງ ແລະ ກົມຕຳຣວດນິຕິວິທະຍາ, ກົມຕຳຣວດໃຫຍ່ກະຊວງປ້ອງກັນຄວາມສງົບ ໄດ້ຮັບໂຕຢ່າງຢາເສບຕິດຈຳນວນ 1,178 ໂຕຢ່າງ ໃນນີ້ໄດ້ກວດພິສູດວິໄຈສຳເຣັດ ສົ່ງໃຫ້ພາກສ່ວນກ່ຽວຂ້ອງ ຈຳນວນ 785 ໂຕຢ່າງ ພ້ອມທັງມອບຢາປິ່ນປົວ ພະຍາດໃຫ້ໜ່ວຍງານປິ່ນປົວ ແລະໃຫ້ຄຳປຶກສາຜູ້ຕິດຢາເສບຕິດ ຂັ້ນຊຸມຊົນມີທັງໝົດ 28 ແຫ່ງຢູ່ 6 ແຂວງຄື ແຂວງໄຊຍະບູຣີ, ແຂວງວຽງຈັນ, ແຂວງບໍຣິຄຳໄຊ, ແຂວງຄຳມ່ວນ, ແຂວງສວັນນະເຂດ ແລະ ນະຄອນຫຼວງວຽງຈັນ.

ວາຣະແຫ່ງຊາຕ ຕາມການຮັບຮອງເອົາ ຂອງສະພາແຫ່ງຊາຕ ປະກອບດ້ວຍ 2 ສະບັບໂດຍທັງ 2 ສະບັບ ປະກອບມີ 4 ພາກໃຫຍ່ເຊັ່ນ ຄວາມຈຳເປັນ ແລະຮີບດ່ວນ ຂອງວາຣະແຫ່ງຊາຕ, ທັດສະນະ-ແນວຄິດຊີ້ນຳ, ຫຼັກການ, ຈຸດປະສົງ ແລະ ລະດັບຄາດໝາຍ, ທິດທາງການແກ້ໄຂ ແລະມາຕການ ແລະ ກົລໄກໃນການຈັດຕັ້ງ ປະຕິບັດ ແລະການແບ່ງຄວາມຮັບຜິດຊອບ ໂດຍວາແຫ່ງຊາຕ ແກ້ໄຂບັນຫາຢາເສບຕິດ ແມ່ນວຽກຈຸດສຸມໃຫຍ່ ຂອງວາຣະແຫ່ງຊາຕ ໂດຍສັງລວມມີ 6 ຈຸດວຽກ ຈຸດສຸມຄື ສ້າງຄວາມຮັບຮູ້ເຂົ້າໃຈ ຜົລຮ້າຍຂອງຢາເສບຕິດດ ໃຫ້ແກ່ສັງຄົມ ທັງສຶກສາອົບຮົມ ໂຄສະນາ ເຜີຍແຜ່ແນວທາງນະໂຍບາຍ ຕ່າງໆຂອງຣັຖບານ, ສ້າງ ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ, ປັບປຸງກົນຈັກການຈັດຕັ້ງ ແລະ ຍົກລະດັບຄວາມສາມາດ ຂອງອົງການປົກປ້ອງກົດໝາຍ, ອົງການຕຸລາການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕໍ່ການແກ້ໄຂບັນຫາຢາເສບຕິດ, ຍົກສູງປະສິດທິພາບດ້ານການຄຸ້ມຄອງ ແລະ ຊີ້ນຳການຈັດຕັ້ງປະຕິບັດ ຮອບດ້ານ, ປັບປຸງຂີດຄວາມສາມາດ ໃນການແກ້ໄຂບັນຫາຢາເສບຕິດ ທີ່ເກີດຂຶ້ນໃນຄວາມຮັບຜິດຊອບ ຂອງຕົນ ຂອງການຈັດຕັ້ງຕ່າງໆທີ່ກ່ຽວຂ້ອງ ແລະ ເພີ່ມທະວີ ການຮ່ວມມື ກັບສາກົລ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.