ໂຮງງານ ໃນເຂດພັທນາ ໄຊເສດຖາ ປ່ອຍນ້ຳປົນເປື້ອນສານເຄມີ ລົງໃສ່ນາຊາວບ້ານ

ຈຳປາທອງ
2023.05.10
ໂຮງງານ ໃນເຂດພັທນາ ໄຊເສດຖາ ປ່ອຍນ້ຳປົນເປື້ອນສານເຄມີ ລົງໃສ່ນາຊາວບ້ານ ຊາວບ້ານທີ່ຢູ່ໃກ້ກັບ ເຂດພັທນາກວມລວມ ໄຊເສດຖາ ນະຄອນຫຼວງວຽງຈັນ. ວັນທີ 9 ເດືອນກັນຍາ 2022.
RFA

ໂຮງງານອຸດສາຫະກັມ ຂອງຈີນ ແລະ ຂອງວຽດນາມ ໃນເຂດພັທນາກວມລວມ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ປ່ອຍນໍ້າເປື້ອນປົນສານພິດເຄມີ ລົງຫ້ວຍ ລົງຮ່ອງນໍ້າ ໃນເຂດບ້ານຫົວຊຽງ ເມືອງໄຊທານີ, ສົ່ງກິ່ນເໝັນ ກິ່ນຂິວຮຸນແຮງ ເຮັດໃຫ້ຊາວບ້ານໄດ້ຮັບຜົລກະທົບໜັກ.

ບັນຫາທີ່ວ່ານີ້ ເປັນມາໄດ້ຫຼາຍປີແລ້ວ ຕັ້ງແຕ່ທາງການລາວ ອະນຸມັດໃຫ້ນັກລົງທຶນຈີນ ແລະນັກລົງທຶນວຽດນາມ ສັມປະທານ ຕັ້ງໂຮງງານອຸດສາຫະກັມ ໃນເຂດພັທນາກວມລວມ ເມືອງໄຊເສດຖານີ້. ທາງໂຮງງານໄດ້ປ່ອຍນໍ້າເສັຍ ລົງຫ້ວຍ ແລະ ຊືມເຂົ້ານາຊາວບ້ານ ເຮັດໃຫ້ເຂົ້າໃນຕາຍກໍມີ, ຊາວບ້ານ ໄດ້ກິ່ນເໝັນຂິວ ຢູ່ຕລອດ, ບາງຄົນເໝັນຂິວຈົນວິນຫົວ, ບາງຄົນກໍຮາກ, ບາງເທື່ອກິ່ນຂິວນັ້ນກໍຫາຍໄປ 2-3 ມື້ ແລ້ວກໍກັບມາເໝັນຕື່ມອີກກໍມີ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທາງການກໍຮັບຮູ້ມາໂດຍຕລອດ ແຕ່ບັນຫານີ້ກໍບໍ່ໄດ້ຮັບການແກ້ໄຂຢ່າງຈິງຈັງ, ພວກຊາວບ້ານເຮັດຫຍັງບໍ່ໄດ້, ມີແຕ່ຈໍາເປັນຕ້ອງໄດ້ອົດທົນຢູ່ກັບກິ່ນເໝັນ ກິ່ນຂິວນັ້ນຕໍ່ໄປຢ່າງດຽວ. ປະຊາຊົນຢູ່ບ້ານຫົວຊຽງ ເມືອງໄຊທານີຜູ້ນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 10 ພຶສພານີ້ວ່າ ໃນຄວາມເປັນຈິງແລ້ວ ທາງພາກຣັຖຄວນຈະເຂົ້າມາແກ້ໄຂ ບັນຫານໍ້າເປື້ອນປົນສານພິດເຄມີ ທີ່ວ່ານີ້ຢ່າງຈິງຈັງ ເພື່ອບໍ່ໃຫ້ມີຜົລກະທົບ ກັບຊາວບ້ານອີກຕໍ່ໄປ.

ເຂົາເຈົ້າມາຕັ້ງໂຮງງານຕອນໃດ ກໍຄືແລກໆປ່ອຍສານເຄມີສູ່ນໍ້າ ສູ່ຫ້ວຍສູ່ຮ່ອງທັງດໍາທັງຂິວ ທັງເໝັນພ້ອມ ເຂົ້ານາປະຊາຊົນຫັ້ນຕາຍ ແຕ່ກໍບໍ່ໄດ້ມີຫຍັງຈະມາຊ່ວຍມາແກ້ໄຂ ຊ່ວຍປະຊາຊົນ ຂິວເຈັບປວດ ຄ້າຍໆຄືຈັ່ງກິ່ນຈູດເຄມີ ແລ້ວອາຍມັນອອກ ກໍຊິແມ່ນພວກບໍຣິສັດ ມັນຈະມີຫຼາຍໂຮງງານ ສ່ວນຫຼາຍກໍຊິ

ແມ່ນຈີນ ແມ່ນວຽດຫັ້ນແຫຼະຫຼາຍ ນໍ້າເຂົາປ່ອຍລົງຫ້ວຍນີ້ແຫຼະ.”

ຊາວບ້ານນ້ານຫົວຊຽງ ອີກຜູ້ນຶ່ງກໍເວົ້າວ່າ ບັນຫາໂຮງງານອຸດສາຫະກັມປ່ອຍນໍ້າເປື້ອນ, ນໍ້າເສັຍປົນສານພິດເຄມີ ລົງຫ້ວຍ ລົງຮ່ອງນໍ້າ ທີ່ສົ່ງກິ່ນເໝັນຂິວ ແຮງຄືທີ່ວ່ານັ້ນ ຊາວບ້ານບໍ່ກ້າປາກ, ບໍ່ກ້າເວົ້າ ຍ້ອນຢ້ານມີບັນຫາ ກັບທາງການ ແລະເຮັດໃຫ້ຕົນຢູ່ຍາກ, ມີແຕ່ຕ້ອງໄດ້ອົດທົນຢູ່ກັບກິ່ນທີ່ວ່ານັ້ນ ຕໍ່ໄປ ເຖິງແມ່ນວ່າ ໄດ້ຢູ່ກັບສະພາບແວດລ້ອມ ທີ່ບໍ່ດີແບບນີ້ມາຫຼາຍປີແລ້ວ ກໍຕາມ. 

ທ່ານເວົ້າວ່າ ທີ່ຜ່ານມາ ທ່ານເອງກໍໄດ້ຮັບຜົລກະທົບ ເຣື່ອງເຂົ້າໃນນາຕາຍ, ບໍ່ໄດ້ຮັບຜົລຜລິດເທົ່າທີ່ຄວນ ຍ້ອນຖືກນໍ້າເປື້ອນ ປົນສານພິດເຄມີ ຈາກໂຮງງານອຸດສາຫະກັມ ທີ່ໄຫຼລົງຫ້ວຍນັ້ນ ຊຶມເຂົ້ານາ ຈົນເຮັດໃຫ້ທ່ານຕ້ອງໄດ້ເຊົາເຮັດນາ ແລະວ່າ ທີ່ຜ່ານມາ ເຣື່ອງທີ່ວ່ານີ້ ທາງການກໍຮູ້ມາໂດຍຕລອດ ແຕ່ບໍ່ເຂົ້າມາແກ້ໄຂໃຫ້ສະພາບມັນດີຂຶ້ນ. ບາງເທື່ອ ກໍຈະມີເຈົ້າໜ້າທີ່ເຂົ້າມາແກ້ໄຂ ແຕ່ບໍ່ຮູ້ວ່າເພິ່ນແກ້ໄຂແນວໃດ, ແກ້ໄຂແລ້ວ ຜ່ານໄປ 2-3 ມື້ ກໍກັບມາເໝັນຄືເກົ່າ ຄືໃນປັດ ຈຸບັນນີ້.

ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:

ຍັງເໝັນຍັງຂິວຢູ່ ບາງເທື່ອມັນກໍເຊົ້າບາງເທື່ອມັນກໍຂີວຊີ້ນ່າ ມັນເປັນຂິວແບບກີ່ນຢາງບໍ່ ຫລືວ່າກິ່ນຫຍັງຈັກຢ່າງ ກໍບໍ່ຮູ້ ນໍາກໍຍັງມີນໍ້າຊຶມມາຖືກເຂົ້າ ເອົາໄປເອົາມາດຽວນີ້ກໍເລີຍເຊົາເຮັດນາແຫຼະ ເພາະເຮັດແລ້ວມັນກໍບໍ່ໄດ້ຜົນ ແຕ່ລະມື້ກໍຢູ່ໄປຕາມສະພາບຄືເພິ່ນນີ້ແຫຼະ ຄັນເຮົາເວົ້າໄປເພິ່ນບໍ່ແກ້ໄຂມັນ ກໍຈະມີບັນຫາ.

3.png
ປະຕູທາງເຂົ້າເຂດພັທນາກວມລວມ ໄຊເສດຖາ ນະຄອນຫຼວງວຽງຈັນ. ວັນທີ 9 ເດືອນກັນຍາ 2022.

ທ່ານກ່າວຕື່ມອີກວ່າ ປັດຈຸບັນ ນໍ້າໃນຫ້ວຍມັນແຫ້ງ, ນໍ້າເປື້ອນທີ່ທາງໂຮງງານ ອຸດສາຫະກັມ ປ່ອຍລົງໃສ່ຫ້ວຍ ມັນບໍ່ໄຫຼຕໍ່ໄປບ້ານອື່ນ, ມັນຫົ້ງຢູ່ເຂດບ້ານຫົວຊຽງ ເຮັດໃຫ້ຊາວບ້ານນີ້ ໄດ້ຮັບຜົລກະທົບໜັກ.

ປະຊາຊົນບ້ານຫົວຊຽງ ອີກຜູ້ນຶ່ງກໍເວົ້າວ່າ ຕົນຫາກໍຍ້າຍມາຢູ່ບ້ານນີ້ໃໝ່ ຄືແຕ່ປີ 2019 ມາ ກໍພົບກັບກິ່ນເໝັນຂິວນີ້ ມາຕລອດ, ກິ່ນມັນມາເປັນໄລຍະໆ, ມາຕາມລົມ, ພວກຊາວບ້ານກ ຈໍາຕ້ອງໄດ້ພາກັນຢູ່ໃນສະພາບແບບນີ້ ເພາະເຮັດຫຍັງບໍ່ໄດ້.

ແມ່ນໄດ້ກິນ່ ກິ່ນຈາກນໍ້າເສັຽຫັ້ນແຫຼະ ກິ່ນເໝັນແບບນໍ້າເສັຽຫັ້ນນ່າ ມັນກໍມາເປັນຊ່ວງໆຫັ້ນນ່າ ເວລາຟ້າລົມຫັ້ນນ່າ ແຕ່ຂ້ອຍມາຢູ່ 2019 ພຸ້ນແຫຼະຂ້ອຍມາຢູ່ນີ້ໄດ້ 4 ປີແລ້ວ.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຂັ້ນບ້ານທ່ານນຶ່ງເວົ້າວ່າ ກໍມີກິ່ນເໝັນຂິວຢູ່ ເປັນໄລຍະໆ, ຖ້າໄລຍະໃດໂຮງງານປ່ອຍນໍ້າເປຶື້ອນ ສີດໍາລົງຫ້ວຍ ກໍຈະເໝັນຄືໃນໄລຍະນີ້, ມັນມີຫຼາຍໂຮງງານປ່ອຍນໍ້ານັ້ນ ລົງມາ ແລະວ່າ ກໍມີເຈົ້າໜ້າທີ່ທີ່ກ່ຽວ ຂ້ອງເພິ່ນລົງມາເບິ່ງ ມາກວດກາຢູ່ ແຕ່ບໍ່ຮູ້ວ່າ ເພິ່ນຈະແກ້ໄຂແນວໃດ.

ແມ່ນແລ້ວ ດໝັນຂິວ ກະໄຫຼໄປນໍ້າຫ້ວຍຫັ້ນແຫຼະ ນໍ້າດໍປິດໍາເປິະ. ໂອ໋ ມັນຫຼາຍໂຮງງານມັນເປັນນິຄົມ ມື້ໃດເຂົາບໍ່ປ່ອຍມັນກໍບໍ່ເໝັນ ດົນໆເຂົາປ່ອຍມາກໍເປັນຈັ່ງຊີ້ແຫຼະ ຫຼາຍພາກສ່ວນອລົງມາກວດກໍບໍ່ເຫັນວ່າ ກະງຽບໄປ.

ເພື່ອຂໍຮູ້ກ່ຽວກັບການແກ້ໄຂ ບັນຫາດັ່ງກ່າວ ທີ່ຊາວບ້ານບ້ານຫົວຊຽງ ກຳລັງປະເຊີນຢູ່ນີ້ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ ຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແຕ່ເຈົ້າໜ້າທີ່ບໍ່ສາມາດໃຫ້ຄວາມເຫັນໄດ້.

ແຕ່ເຖິງຢ່າງໃດກໍຕາມ ບັນຫາໂຮງງານອຸດສາຫະກັມ ປ່ອຍນໍ້າເປື້ອນປົນສານພິດເຄມີ ທີ່ເຮັດໃຫ້ປະຊາຊົນໄດ້ຮັບຜົລກະທົບ ເກີດຂຶ້ນຢ່າງຕໍ່ເນື່ອງຢູ່ປະເທດລາວ ເປັນຕົ້ນເມື່ອເດືອນກຸມພາ ທີ່ຫາກໍຜ່ານມານີ້ ໂຮງງານ ປຸງແຕ່ງຢາງພາຣາ ຂອງນັກລົງທຶນວຽດນາມ ແລະໂຮງງານຫຼອມໂລຫະ ຂອງນັກລົງທຶນຈີນ ທີ່ຕັ້ງຢູ່ບ້ານພຣະບາດໂພນສັນ ເມືອງທ່າພຣະບາດ ແຂວງບໍຣິຄໍາໄຊ ກໍໄດ້ປ່ອຍນໍ້າເປື້ອນ ຈາກໂຮງງານລົງໃສ່ຫ້ວຍ, ເຮັດໃຫ້ນໍ້າເນົ່າ ມີກິ່ນເໝັນຮຸນແຮງ ແລະເຮັດໃຫ້ປາຈໍານວນນຶ່ງ ຕາຍຍ້ອນ.

ອີງຕາມການຣາຍງານ ຂອງເວັບໄຊທ໌ ໂທຣະໂຄ່ງ ໃນມື້ວັນທີ 8 ພຶສພານີ້, ນໍ້າເໝັນຂິວສານເຄມີນັ້ນ ອາດໄຫຼມາຈາກເຂດພັທນາ ກວມລວມໄຊເສດຖາ, ຮ່ອງນໍ້າໄຫຼຜ່ານບ້ານໄຊສົມບູນ ໄປຫາບ້ານຫົວຊຽງ ເມືອງໄຊທານີ. ຂໍໃຫ້ໜ່ວຍງານ ທີ່ກ່ຽວຂ້ອງໄປກວດກາ ເຣື່ອງນໍ້າສົ່ງກິ່ນເໝັນ ຮຸນແຮງທີ່ວ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.