ການປູກພືດ ທີ່ເຮັດໃຫ້ດິນເສື່ອມໂຊມ ໃນເມືອງປາກຊ່ອງ ຖືກຫ້າມ

ຍ້ອນມີການປູກມັນຕົ້ນ, ກ້ວຍຫອມ ແລະ ພືດອື່ນໆ ຫຼາຍຂຶ້ນ ຈຶ່ງເຮັດໃຫ້ເນື້ອທີ່ດິນ ທຳການກະເສດ ເສື່ອມໂຊມລົງຫຼາຍ ໃນເຂດເມືອງປາກຊ່ອງ ແຂວງຈຳປາສັກ, ຍ້ອນແນວນັ້ນ ອຳນາດການປົກຄອງ ຂອງແຂວງ ຈຶ່ງອອກຂໍ້ຕົກລົງ ຫ້າມປູກພືດກຸ່ມນັ້ນ.
ພູວົງສ໌
2023.05.11
ການປູກພືດ ທີ່ເຮັດໃຫ້ດິນເສື່ອມໂຊມ ໃນເມືອງປາກຊ່ອງ ຖືກຫ້າມ ຮູບໂຕຢ່າງ ສວນກ້ວຍ ຂອງນັກລົງທຶນຈີນ ຢູ່ ສປປ ລາວ.
ນັກຂ່າວ ພົລເມືອງ

ເມື່ອວັນທີ 6 ເດືອນມີນາ 2023 ທີ່ຜ່ານມານີ້, ທ່ານ ດຣ. ວິໄລວົງ ບຸດດາຄຳ, ເຈົ້າແຂວງ ແຂວງຈຳປາສັກ ໄດ້ເຊັນຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງ ການນຳໃຊ້ທີ່ດິນກະສິກັມ ຫຼືດິນການກະເສດ ຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ສບັບເລຂທີ 265/ຈຂ.ຈສ, ໂດຍມີຈຸດປະສົງຫຼັກ ໃນການກຳນົດຫຼັກການ, ຂອບເຂດເນື້ອທີ່ດິນການກະເສດ ແລະ ມາຕການພື້ນຖານ ກ່ຽວກັບການຄຸ້ມຄອງ ການນຳໃຊ້ທີ່ດິນການກະເສດ ຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ແນໃສ່ເຮັດໃຫ້ທີ່ດິນການກະເສດ ໄດ້ຮັບການຄຸ້ມຄອງ-ນຳໃຊ້ ໃຫ້ຖືກຕ້ອງ, ສອດຄ່ອງກັບກົດໝາຍ, ແຜນຈັດສັນທີ່ດິນ, ແຜນພັທນາເສຖກິຈ-ສັງຄົມ ຂອງແຂວງ ເພື່ອຮັບປະກັນ ບໍ່ໃຫ້ດິນການກະເສດ ເສື່ອມຄຸນນະພາບ ທັງເປັນການປະກອບສ່ວນ ເຂົ້າໃນການປົກປັກຮັກສາ ແລະ ພັທນາເມືອງປາກຊ່ອງ ໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ, ແຕ່ຈຸດສຳຄັນທີ່ສຸດ ຂອງຂໍ້ຕົກລົງສບັບດັ່ງກ່າວ ກໍແມ່ນວ່າ ໃນໝວດທີ 4 ມາດຕຣາທີ 13 ໄດ້ກຳນົດປະເພດພືດ ທີ່ບໍ່ອະນຸຍາດໃຫ້ປູກ ເພື່ອເປັນສິນຄ້າ ໃນເຂດເມືອງດັ່ງກ່າວ ອັນປະກອບໄປດ້ວຍ:

  1. ມັນຕົ້ນ
  2. ກ້ວຍຫອມ (ພັນປັບປຸງ) ແລະ
  3. ພືດທີ່ມີຜົລກະທົບດ້ານລົບ ຕໍ່ດິນການກະເສດ ເປັນຕົ້ນແມ່ນ ໄມ້ວິກ, ກະຖິນນະລົງ, ກະຖິນເທພາ ແລະ ໝາກເຍົາ. ສ່ວນພືດພື້ນເມືອງປະເພດອື່ນໆ ເປັນຕົ້ນແມ່ນ ຊາ, ກາເຟ, ດອກໄມ້, ຕົ້ນໄມ້ໃຫ້ໝາກເຂດໜາວອື່ນໆ ແມ່ນສາມາດປູກໄດ້ ຢ່າງເປັນປົກກະຕິ.

ເຫດຜົລທີ່ມີການຫ້າມ ປູກກຸ່ມພືດຕ້ອງຫ້າມ ທີ່ໄດ້ກ່າວມານັ້ນ, ກໍເນື່ອງຈາກວ່າ ພວກມັນເປັນກຸ່ມພືດ ທີ່ມີສ່ວນສຳຄັນ ເຮັດໃຫ້ທີ່ດິນການກະເສດ ໃນເຂດເມືອງດັ່ງກ່າວ ເສື່ອມໂຊມລົງໄວ ເພາະພວກມັນດູດເອົາທາດ ອາຫານໃນດິນ ສູງກວ່າພືດຊະນິດອື່ນໆ ແລະ ພືດບາງຊະນິດ, ເປັນຕົ້ນແມ່ນກ້ວຍຫອມ (ພັນປັບປຸງ) ຈຳເປັນຕ້ອງໃຊ້ສານເຄມີ ເພື່ອເບິ່ງແຍງເປັນພິເສດ ທັງໃນການປ້ອງກັນພຍາດ ແລະ ແມງໄມ້ ອັນຈະເປັນຜົລກະທົບ ໃຫ້ມີການເສື່ອມໂຊມ ຂອງທີ່ດິນ ແລະ ສະພາບແວດລ້ອມ ໃນເຂດດັ່ງກ່າວ ໃນໄລຍະຍາວໄດ້.

ກ່ຽວກັບເຣື່ອງນີ້, ນັກວິຊາການ ທີ່ເຮັດວຽກ ຢູ່ອົງການຈັດຕັ້ງພາກປະຊາສັງຄົມ ດ້ານການສົ່ງເສີມການກະເສດ ແລະ ສິ່ງແວດລ້ອມ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນວັນທີ 11 ພຶສພາ 2023 ນີ້ວ່າ ຂໍ້ຕົກລົງສບັບດັ່ງກ່າວ ທີ່ເຈົ້າແຂວງ ແຂວງຈຳປາສັກ ໄດ້ເຊັນອອກມານັ້ນ, ແມ່ນສິ່ງທີ່ຖືກຕ້ອງແລ້ວ ເນື່ອງຈາກກະແສການປູກມັນຕົ້ນ ແລະ ພືດເສຖກິຈອື່ນໆ ທີ່ບໍ່ແມ່ນກາເຟ ມາແຮງຫຼາຍ ແລະ ຖືເປັນການດີ ທີ່ຈະຮັກສາດິນ ບໍ່ໃຫ້ເສື່ອມໂຊມ.

“ຢູ່ບ້ານເຮົານີ້, ມັນກະຊິຫ້າມ ກະຫ້າມບໍ່ໄດ້, ຄືເວົ້າເນາະ. ຢູ່ປາກຊ່ອງ, ເວົ້າເຣື່ອງ ທາງຂັ້ນເທິງເພິ່ນຫ້າມ ກະຖືກຫັ້ນແຫຼະເນາະ ເພາະວ່າ ເນື້ອໃນຈິຕໃຈເພິ່ນ ແມ່ນຢາກສຸມໃສ່ໝາກກາເຟ. ໝາກກາເຟ ບໍ່ຍັງ, ກະແມ່ນຍ້ອນຖາງໝາກກາເຟຫັ້ນ, ເພິ່ນກະເລີຍອອກຂໍ້ຕົກລົງ ກ່ຽວກັບວຽກງານອັນນີ້ເນາະ, ຈັ່ງວ່າເພິ່ນບໍ່ໃຫ້ປູກມັ້ນຕົ້ນ, ຈັ່ງຊັ້ນນ່າ. ໂຕຢ່າງວ່າ ກາເຟເຮົາເຄີຍປູກມາ ເພິ່ນລະໄປຖາງໝົດ ໄປປູກມັນຕົ້ນ, ແຕ່ມາສັງເກດເບິ່ງ ກະແມ່ນຄວາມຈິງຫັ້ນແຫຼະເນາະ, ເຂົາມາສຸມໃສ່ປູກມັ້ນຕົ້ນ ດຽວນີ້ນ່າ, ຢູ່ເມືອງປາກຊ່ອງນ່າ.”

ອີງຕາມການບອກເລົ່າ ຂອງນັກທຸຣະກິຈລາວ ເຊື້ອສາຍວຽດນາມ ທ່ານນຶ່ງ ທີ່ມາປູກກາເຟ ໃນເຂດເມືອງປາກຊ່ອງ ຈຳນວນຫຼາຍເຮັກຕ້າຣ໌ ທີ່ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນວັນທີ 8 ພຶສພາ ທີ່ຜ່ານມາວ່າ ເຫດຜົລນຶ່ງ ທີ່ທາງການແຂວງ ຫ້າມປູກມັນຕົ້ນ, ກ້ວຍຫອມ ແລະ ໄມ້ບາງຊະນິດ ກໍເນື່ອງຈາກວ່າ ໄລຍະຫຼັງໆມານີ້ ໄດ້ມີຊາວບ້ານ ຈຳນວນຫຼາຍ ໃນເຂດເມືອງປາກຊ່ອງ ພາກັນຫັນດິນສວນ ຂອງໂຕເອງ ໄປປູກມັນຕົ້ນ ເນື່ອງຈາກວ່າ ລາຄາມັນຕົ້ນດີ ແລະ ເຫັນພີ່ນ້ອງ ແລະ ຊາວບ້ານ ໃນເຂດບ້ານ ແລະ ເມືອງອື່ນໆ ພາກັນປູກມັນຕົ້ນແລ້ວ ມີລາຍໄດ້ທີ່ສູງ ເມື່ອທຽບໃສ່ ການປູກພືດພື້ນເມືອງ ແບບດັ້ງເດີມ ທີ່ພວກເຂົາເຄີຍເຮັດມາກ່ອນໜ້ານີ້.

“ມັນຕົ້ນ ດຽວນີ້ຂ້ອຍເຫັນ ປະຊາຊົນປູກຫຼາຍໄດ໋ຫັ້ນ, ບາງຄົນດຽວນີ້ ເຂົາຕັດກາເຟໂຣບັສຕ້າ ເຂົາປູກມັນຕົ້ນເລີຍ. ແມ່ນ, ບາງສວນເຂົາກະປູກກາເຟໂຣບັສຕ້າ ແລ້ວເຂົາປູກມັນຕົ້ນຢູ່ໃນເລີຍ. ບາງສວນເຂົາຕັດກາເຟໂຣບັສຕ້າ ລະເຂົາປູກມັນຕົ້ນເລີຍ. ຜູ້ສື່ຂ່າວຖາມ: ເປັນຫຍັງເຂົາເຈົ້າຄືພາກັນຕັດຕົ້ນກາເຟ ລະໄປປູກມັນຕົ້ນແທນ? ຕອບ: ດຽວນີ້ລາຄາມັນຕົ້ນມັນດີເດ. ຂ້ອຍເຫັນດຽວນີ້ ລາຄາກາເຟກາງ ມັນກະບໍ່ແພງປານໃດເນາະ. ມີແຕ່ມັນຕົ້ນມັນແພງ ເຂົາກະປູກໝົດ, ແຕ່ວ່າສ່ວນຫຼາຍ ດຽວນີ້ເຂົາ ດິນເຂົາຍັງບໍ່ທັນໄດ້ປູກຫຍັງ ເຂົາກະລົງປູກມັນຕົ້ນໝົດ.”

ທ່ານກ່າວຕື່ມວ່າ ປະກົດການດັ່ງກ່າວ ເປັນສິ່ງທີ່ໜ້າເສັຽດາຍ ເພາະຈະເຮັດໃຫ້ດິນເສື່ອມໂຊມໄວ ແລະ ໃຊ້ເວລາດົນ ຈຶ່ງຈະສາມາດຟື້ນຟູກັບຄືນມາໄດ້.

“ຄັນເຈົ້າປູກມັນຕົ້ນນີ້ ປີນຶ່ງນີ້ນ່າ ແລ້ວເຈົ້າປູກອີ່ຫຍັງ ມັນກະບໍ່ຂຶ້ນເລີຍຫັ້ນ. ຄັນເຈົ້າປູກມັນຕົ້ນປີນຶ່ງ ເຈົ້າກັບມາປູກກາເຟ ມັນບໍ່ຂຶ້ນເລີຍໄດ໋ຫັ້ນ. ຢູ່ບ່ອນເຮົາຈົກຮ່ອງນີ້ນ່າ, ເຮົາຈົກຮ່ອງອ້ອມສວນນີ້ນ່າ ເຂົາເອົາມັນຕົ້ນມາປູກ. ແຕ່ວ່າຂ້ອຍເຫັນແລ້ວ, ເປັນຕາເສັຽດາຍດິນເດ. ປູກກາເຟ ມັນຮັກສາດິນດີກວ່າເດ, ແຕ່ວ່າເຮົາຢູ່ໄດ້ຍາວກວ່າ. ຄັນເຈົ້າປູກມັນຕົ້ນນີ້, 2 ປີ, ແລ້ວເຈົ້າປູກຫຍັງມັນບໍ່ຂຶ້ນເລີຍ, ຫຍ້າມັນກະບໍ່ຢາກຂຶ້ນເລີຍ.”

ເຈົ້າຂອງຜລິດຕະພັນກາເຟ ຈາກໝາກກາເຟຂີ້ເຫງັນອົ້ມ ທ່ານນຶ່ງ ທີ່ເມືອງປາກຊ່ອງ ກໍກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 10 ພຶສພາ 2023 ວ່າ ກະແສການປູກມັນຕົ້ນ ແລ້ວໄດ້ເງິນດີ, ກໍເຮັດໃຫ້ຊາວບ້ານໃນເຂດເມືອງດັ່ງກ່າວ ຫຼາຍຄອບຄົວ ພາກັນຟັນຕົ້ນໝາກກາເຟຖິ້ມ ແລ້ວຫັນໄປປູກມັນຕົ້ນ ຫຼາຍຂຶ້ນແທ້ ແລະ ບາງຄອບຄົວ ເຖິງຂັ້ນໄປບຸກເບີກປ່າໄມ້ໃໝ່ ກໍມີ ຍ້ອນຄວາມບໍ່ເຂົ້າໃຈ, ຈຶ່ງອາຈເປັນເຫດຜົລຫຼັກ ທີ່ທາງແຂວງເພິ່ນຫ້າມ.

“ແມ່ນໆໆໆ, ໂຕນີ້ແຫຼະ ເພາະວ່າ ສະເພາະເມືອງປາກຊ່ອງນີ້ ຢາກໃຫ້ປູກກາເຟ ມັນມີຫຼາຍສາຍພັນ ກາເຟນ່າ. ແຕ່ວ່າ ປະຊາຊົນບາງຄົນກະບໍ່ເຂົ້າໃຈ ໄປຖາງກາເຟຖິ້ມ ລະກະໄປປູກມັນຕົ້ນ, ຫັ້ນນ່າ. ລະກະບຸກລຸກປ່າອີກ, ຫັ້ນນ່າ. ຕໍ່ໄປນີ້ ຄັນວ່າປູກແຕ່ມັນຕົ້ນນີ້ ມັນບໍ່ແມ່ນເມືອງກາເຟ, ຫັ້ນນ່າ. ນຶ່ງເຮັດໃຫ້ດິນເສື່ອມໂຊມ, ສອງມາ ເພາະວ່າຂອບເຂດກາເຟ ມັນຕ້ອງເປັນກາເຟ. ລະກະເຂົາເຈົ້າກະໄປບຸກລຸກ, ລ້ຳປ່າ, ລະກະຕັດໄມ້ທຳລາຍປ່າແດ່, ຫັ້ນນ່າ ປູກມັນຕົ້ນນ່າ.”

ນັກທຸຣະກິຈລາວ ທີ່ເມືອງປາກຊ່ອງ ທ່ານນຶ່ງ ກໍກ່າວຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນວັນທີ 9 ພຶສພາ 2023 ວ່າ ຕໍ່ຂໍ້ຕົກລົງ ຫ້າມປູກພືດເສຖກິຈ ທີ່ເຮັດໃຫ້ດິນເສື່ອມໂຊມ ໃນເຂດເມືອງປາກຊ່ອງ ນີ້, ກໍຖືວ່າເປັນນະໂຍບາຍ ຂອງຣັຖບານລາວ ຢູ່ແລ້ວ ທີ່ຈະເຮັດໃຫ້ເຂດດັ່ງກ່າວ ເປັນເຂດປູກໝາກາເຟ, ແຕ່ຍ້ອນມີປະກົດການ ທີ່ເປັນກະແສ ພາກັນເຊື່ອວ່າ ປູກມັນຕົ້ນແລ້ວໄດ້ເງິນດີ ກໍຈຶ່ງມີປະຊາຊົນຈຳນວນນຶ່ງ ທີ່ຂາດຄວາມເຂົ້າໃຈ ພາກັນຮື້ສວນກາເຟຖິ້ມ ແລ້ວໄປປູກມັນຕົ້ນ, ແຕ່ສຸດທ້າຍ ກໍມາຄຶດເສັຽດາຍພາຍຫຼັງ.

“ເພາະວ່າເຂດ ບໍລິເວນ ນີ້ ຄືເຂດເພິ່ນ, ທີ່ຈິງແລ້ວ ມັນເປັນນະໂຍບາຍ ຂອງຣັຖບານຢູ່ແລ້ວ ສຳລັບເຂດ ບໍລິເວນ ໃຫ້ເປັນເຂດສງວນ ປູກກາເຟສະເພາະ ເພາະວ່າ ກາເຟຢູ່ລາວເຮົາ, ຫຼັກໆກະຄື ກາເຟບໍລິເວນ. ຫຼັງຈາກນັ້ນ, ກະຂຍາຍຈາກບໍລິເວນນີ້ ມັນຊິມີຢູ່ ດັກຈຶງ ແລ້ວກະນະໂຍບາຍໂຕນີ້ ມັນແມ່ນນະໂຍບາຍ ຂອງເພິ່ນ. ທີ່ຈິງແລ້ວ ມັນກະຄວາມເຂົ້າໃຈ ຂອງຊາວສວນ. ຄືມັນຕົ້ນນີ້, ເຈົ້າປູກໄດ້ ມັນເປັນພືດລົ້ມລຸກ. ປູກປີນີ້ ປີໜ້າກະຫາປູກໝ້ອງໃໝ່, ກະທຳລາຍສິ່ງແວດລ້ອມ ກະທຳລາຍທຸກຢ່າງຫັ້ນແຫຼະ. ເຂົາເຈົ້າບໍ່ຄຶດວ່າ ບາດສຸດທ້າຍມາ ເຂົາເຈົ້າຊິທຳມາຫາກິນຢູ່ໃສ, ມັນກະຂຶ້ນກັບ ເອີ້ນວ່າ ລະດັບການສຶກສາ. ມີແຕ່ຂໍ້ຫ້າມ, ແຕ່ເຂົາເຈົ້າກະບໍ່ໄດ້ປາບປາມ ອີ່ຫຍັງດອກ, ແຕ່ວ່າໃຫ້ປະຊາຊົນເຂົ້າໃຈ. ທີ່ຈິງແລ້ວຫັ້ນ, ປະຊາຊົນ ດຽວນີ້ກະເຣີ່ມເຂົ້າໃຈແລ້ວ ເພາະວ່າ ຄັນປູກມັນຕົ້ນປີນຶ່ງ, ປີທີສອງ ດິນມັນເສື່ອມເສັຽ. ບາດນີ້ເຈົ້າກັບມາປູກກາເຟ ຫຼືວ່າປູກສິ່ງອື່ນ ມັນກະປູກບໍ່ໄດ້. ເຈົ້າຕ້ອງບຳບັດ ເຮັດໃຫ້ດິນເຈົ້າ ມັນຟື້ນຄືນ ແລ້ວຈັ່ງຄ່ອຍໄປປູກແນວອື່ນໄດ້. ບາດນັ້ນເຂົາເຈົ້າຈັ່ງເຫັນຄ່າ ເຫັນຜົລງານ ຂອງເຂົາເຈົ້າເອງ. ເຂົາກະຈັ່ງຍອມຮັບຄວາມຈິງວ່າ ໂຕທີ່ວ່າເຮົາເຮັດໄປ ບາງເທື່ອມັນກະຜິດພາດ ໃນການຕັດສິນໃຈ. ຍົກໂຕຢ່າງ ໃນຄອບຄົວນຶ່ງ ມີດິນ 5 ເຮັກຕ້າຣ໌, ເຈົ້າໄປປູກມັນຕົ້ນໝົດ 5 ເຮັກຕ້າຣ໌ເນາະ, ຖາງສວນກາເຟ ປູກມັນຕົ້ນໝົດ. ບາງເທື່ອມັນກະມີການ ເອີ້ນວ່າ ການລະດົມກັນ ຍົກໂຕຢ່າງຄອບຄົວນຶ່ງ ປີນີ້ເຮັດມັນຕົ້ນ ໄດ້ເງິນ 50 ລ້ານກີບ, ບາດເຮັດກາເຟ ປີນຶ່ງ ໄດ້ເງິນ 20 ລ້ານກີບ. ເຂົາມາສົມທຽບ ລະວ່າງຣາຍໄດ້ ກັບເອີ້ນວ່າຜົລຕອບຮັບ ຈາກຜົລຜລິດ, ຫັ້ນນ່າ, ແຕ່ໄລຍະສັ້ນ.”

ປັດຈຸບັນ, ເນື້ອທີ່ດິນການກະເສດ ຢູ່ໃນເຂດເມືອງປາກຊ່ອງ ມີທັງໝົດ 151,153 ເຮັກຕ້າຣ໌. ໃນນີ້, ແບ່ງເປັນດິນນາ 770 ເຮັກຕ້າຣ໌, ດິນປູກພືດ 148,622 ເຮັກຕ້າຣ໌ ແລະ ດິນທົ່ງຫຍ້າ 1,761 ເຮັກຕ້າຣ໌.

ສຳລັບພືດ ປະເພດມັນຕົ້ນ ແລະ ກ້ວຍຫອມ ໄດ້ກາຍມາເປັນສິນຄ້າຫຼັກ ດ້ານການກະເສດ ຂອງລາວ ເພື່ອສົ່ງອອກໄປຂາຍຕ່າງປະເທດ ມາໄດ້ 3 ຫາ 4 ປີແລ້ວ. ສັງເກດໄດ້ ຈາກມູລຄ່າການສົ່ງອອກສິນຄ້າ ຂອງລາວ ໃນຮອບປີ 2022 ທີ່ຜ່ານມາ, ສິນຄ້າປະເພດມັນຕົ້ນ ທັງໃນຮູບແບບມັນຕົ້ນດິບ, ມັນຕົ້ນແຫ້ງ ແລະ ແປ້ງມັນຕົ້ນ ມີມູລຄ່າການສົ່ງອອກ ສູງເຖິງ 329 ລ້ານໂດ່ລ້າຣ໌ສະຫະຣັຖ ຈາກເນື້ອທີ່ການປູກມັນຕົ້ນ ໃນທົ່ວປະເທດ ຈຳນວນ 194,900 ເຮັກຕ້າຣ໌ ຫຼືເກືອບ 2 ແສນເຮັກຕ້າຣ໌ (ກົມປູກຝັງ 2023), ຂະນະທີ່ກ້ວຍຫອມ ມີມູລຄ່າການສົ່ງອອກ ສູງເຖິງ 235 ລ້ານໂດ່ລ້າຣ໌ສະຫະຣັຖ ຈາກເນື້ອທີ່ການປູກກ້ວຍ ໃນທົ່ວປະເທດ ຈຳນວນ 26,190 ເຮັກຕ້າຣ໌ (ກົມປູກຝັງ 2023), ຕາມການຣາຍງານ ສຣຸບມູລຄ່າການສົ່ງອອກ-ນຳເຂົ້າ ສິນຄ້າ ຂອງປະເທດລາວ ປະຈຳປີ 2022 ຂອງກະຊວງອຸດສາຫະກັມ ແລະ ການຄ້າ ທີ່ໄດ້ເຜີຍແຜ່ບົດຣາຍງານ ໃນວັນທີ 21 ເດືອນເມສາ 2023 ທີ່ຫາກໍຜ່ານມານີ້. ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.