ຊາວບ້ານ ຢູ່ແຂວງຫຼວງນໍ້າທາ ເບື່ອເຫັດ ເສັຍຊີວິດ 2 ຄົນ
2023.05.30
ໃນວັນທີ 25 ພຶສພາ ປະຊາຊົນຢູ່ບ້ານດອນໄຊ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ເກັບເຫັດປ່າມາປະກອບອາຫານ ກິນນຳກັນທັງໝົດ 7 ຄົນຕໍ່ມາມີຄົນເສັຍຊີວິດ 2 ຄົນ ແລະ ອີກ 5 ຄົນຍັງເຝົ້າຕິດຕາມອາການຢູ່ໂຮງໝໍແຂວງ ຊຶ່ງທັງໝົດເປັນຄອບຄົວດຽວກັນ ໂດຍເຫດການດັ່ງກ່າວນີ້ ແມ່ນເປັນຄັ້ງທຳອິດໃນປີນີ້ ທີ່ມີຊາວບ້ານເບື່ອເຫັດ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ໂຮງໝໍແຂວງຫຼວງນໍ້າ ທາກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 30 ພຶສພາ ນີ້ວ່າ:
“ໃນປີນີ້ກໍເຫັນແຕ່ຂະເຈົ້ານີ້ແຫຼະນ່າ ເຂົ້າເຈົ້າກິນນຳກັນ 7-8 ຄົນຄົນເຈັບຫັ້ນ ສົ່ງເຂົ້າໄປນອນໃນໝົດ ແລ້ວເຮົາກໍບໍ່ຮູ້ວ່າຂະເຈົ້າ ຢູ່ບໍ່ຫຼືວ່າອອກເມືອເພາະວ່າ ຂະເຈົ້າເສັຍຊີວິດແລ້ວ ຂະເຈົ້າກໍຢູ່ນີ້ໜ້ອຍນຶ່ງແລ້ວຂະເຈົ້າກໍໄປສົ່ງສະການກັນ.”
ສະພາບອາການ ຂອງຄອບຄົວດັ່ງກ່າວ ພາຍຫຼັງກິນເຫັດເຂົ້າໄປແລ້ວ 3-5 ຊົ່ວໂມງແຕ່ລະຄົນ ມີອາການວິນຫົວເມົາ, ຮາກ ແລະ ຖອກທ້ອງ ແຕ່ກໍຍັງບໍ່ໄປພົບໝໍ ຕໍ່ມາໃນວັນທີ 27 ພຶສພາທຸກຄົນ ມີອາການໜັກຂຶ້ນ ຈຶ່ງໄດ້ບອກພີ່ນ້ອງ ແລະຊາວບ້ານ ນໍາສົ່ງໄປໂຮງໝໍແຂວງ ໂດຍຜູ້ເສັຍຊີວິດ 2 ຄົນ ຊື່ ນາງວັນ ອາຍຸ 37 ປີ ເປັນລູກສາວ ໄດ້ເສັຍຊີວິດຢູ່ເຮືອນ ຕອນເຊົ້າຂອງວັນທີ 27 ພຶສພາ ແລະ ນາງ ສຣີນ ອາຍຸ 85 ປີ ຜູ້ເປັນແມ່ ທີ່ຕໍ່ມາເສັຍຊີວິດ ຢູ່ໂຮງໝໍຕອນແລງ. ສ່ວນ ທ້າວ ສີແພງ ອາຍຸ 58 ປີ ຜູ້ເປັນຜົວ ແລະ ເປັນຫົວໜ້າຄອບຄົວ, ນາງຄໍາອາຍຸ 54 ປີຜູ້ເປັນເມັຍ, ທ້າວວັນອາຍຸ 35 ປີລູກເຂີຍ ແລະ ລູກສາວ ສອງຄົນ ນາງນວນ ອາຍຸ 28 ປີ ແລະ ນາງມົນອາຍຸ 10 ປີ ທັງໝົດຍັງຕ້ອງປິ່ນປົວ ແລະຕິດຕາມອາການ ຢູ່ໂຮງໝໍ.
ການເກັບເຫັດ ສ່ວນຫຼາຍຊາວບ້ານ ຈະໄປເກັບເຫັດ ຕາມສວນຢາງບໍຣິເວນພູດອຍ ແລະຕາມຣາຍງານ ເຫັດທີ່ຊາວບ້ານເກັບມານັ້ນ ແມ່ນເປັນເຫັດສີດຳ ແລະສີຂາວ ຊຶ່ງເປັນເຫັດທີ່ເຄີຍເກັບມາກິນ ເປັນປະຈຳແຕ່ຍັງບໍ່ຮູ້ຄັກແນ່ເທື່ອ.
ດັ່ງຊາວບ້ານ ບ້ານດອນໄຊ ຢູ່ແຂວງຫຼວງນໍ້າ ທານາງນຶ່ງກ່າວວ່າ:
“ເຫັດຫວາ ມັນມີຫຼາຍແນວຫັ້ນນ່າ ເຫັດຫັ້ນນ່າຂະເຈົ້າກິນຫັ້ນນ່າ ແບບວ່າເກັບຢູ່ໄຮ່່ ແລ້ວກໍປະສົມກັນມາຫັ້ນນ່າ ແລ້ວກໍມາຊຸບໃສ່ກັບຜັກຫຍັງ ຂະເຈົ້າກໍເກັບທົ່ວໄປນີ້ແຫຼະ ເກັບຢູ່ສວນ ມັນເປັນສວນຢາງ ສວນຫຍັງນີ້ ແຫຼະ.”
ດ້ານຜແນກສາທາລະນະສຸຂ ແຂວງຫຼວງນໍ້າທາ ຍັງບໍ່ໄດ້ຮັບຣາຍງານ ຈາກໂຮງໝໍເທື່ອ ຈຶ່ງຍັງບໍ່ສາມາດໃຫ້ຂໍ້ມູນໄດ້.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜແນກສາທາລະນະສຸຂ ແຂວງຫຼວງນໍ້າທາ ທ່ານນຶ່ງກ່າວວ່າ:
“ບໍ່ເຫັນເຂົາເຈົ້າເຮັດບົດຣາຍງານ ມາແຕ່ຢູ່ຜແນກບໍ່ເຄີຍເຫັນເດ້ຕາມແຜນ ຂອງສາທາຫັ້ນ ບໍ່ເຄີຍເຫັນຂະເຈົ້າປະຕິບັດເທື່ອ.”
ຢູ່ແຂວງຫຼວງນໍ້າທາ ຍັງມີການເກັບເຫັດ ຢູ່ຫຼາຍຫຍີ່ງໄລຍະນີ້ ລະດູຝົນກໍອາຈມີການເກັບເຫັດຫຼາຍຂຶ້ນ.
ດັ່ງຊາວບ້ານຢູ່ເມືອງສິງ ແຂວງຫຼວງນໍ້າທາ ທ່ານນຶ່ງກ່າວວ່າ:
“ເກັບຫຼາຍຫັ້ນແຫຼະ ເກັບຕລອດລະດູຝົນ ມາເຂົາກໍເກັບແຕ່ດຽວນີ້ມັນກໍສະພາບ ການປ່ຽນແປງເນາະເຫັນມັນກໍມີການປ່ຽນແປງ ມັນກໍຫຼາຍປັດໄຈຫັ້ນນ່າ ບາງທີ່ກໍວ່າເຫັດດີຢູ່ແຕ່ວ່າ ຊ່ວງມັນແຫ້ງຈັງຊີ້ມັນມີພວກແມງໄມ້ສັດຕຣູພືດ ທີ່ເປັນພິດຫັ້ນນ່າມາຕອນມັມນກສະສົມ ຢູ່ໃນເຫັດຫັ້ນທັມມະດາ ມັນມີເປືອນມີແມງໄມ້ຕອມ ຫຼືເກີດຈາກສານເຄມີ ສະສົມໃນດິນເດ້.”
ນີ້ບໍ່ແມ່ນຄັ້ງທຳອິດ ທີ່ເຄີຍມີຄົນເສັຍຊີວິດ ເພາະເບື່ອເຫັດທີ່ເກັບມາຈາກປ່າ ໃນປີ 2022 ຊາວບ້ານບຸ່ງແກ້ວ ເມືອງສນາມໄຊ ແຂວງອັດຕະປື ນຶ່ງຄອບຄົວໄດ້ຊື້ເຫັດປວກ ຈາກຕລາດເມືອງສນາມໄຊ ມາກິນກໍເຮັດໃຫ້ມີຄົນເສັຍຊີວິດ 1 ຄົນ. ໃນປີ 2021 ຊາວບ້ານ ບ້ານນໍ້າມາງ ເມືອງວຽງພູຄາ ແຂວງຫຼວງນໍ້າທາເສັຍຊີວິດ 2 ຄົນ ແລະ ຕ້ອງເຂົ້າປີ່ນປົວຮັກສາອີກ 2 ຄົນທັງໝົດແມ່ນເປັນຄອບຄົວ ດຽວກັນ. ສ່ວນລັກສະນະທີ່ຄ້າຍຄືປີກ່ອນ ເຫດການເບື່ອເຫັດ ຍັງເກີດຢູ່ບ້ານ ພູຊ້າງຄຳ ເມືອງ ແລະ ແຂວງຫຼວງພຣະບາງ, ເມືອງຫາດຟອງ ນະຄອນຫຼວງວຽງຈັນ ແລະ ເມືອງກັວນ ແຂວງຫົວພັນ.