ເຈົ້າໜ້າທີ່ ແຂວງຫຼວງນ້ຳທາ ທໍາລາຍສວນຝິ່ນ 15 ເຮັກຕ້າຣ໌

ໄຊຍາ
2024.02.22
ເຈົ້າໜ້າທີ່ ແຂວງຫຼວງນ້ຳທາ ທໍາລາຍສວນຝິ່ນ 15 ເຮັກຕ້າຣ໌ ເຈົ້າໜ້າທີ່ ໄດ້ອອກກວດກາ ແລະ ທໍາລາຍສວນຝິ່ນ ເຊິ່ງມີເນື້ອທີ່ປູກຝິ່ນ ເພີ່ມຂຶ້ນຈາກປີຜ່ານໆມາ.
ນັກຂ່າວ ພົລເມືອງ

ໄລຍະເດືອນກຸມພານີ້ ຜະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງຫຼວງນໍ້າທາ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຂັ້ນເມືອງຕ່າງໆ ທຳລາຍສວນຝິ່ນ ທີ່ປະຊາຊົນລັກລອບປູກຝິ່ນ ເພື່ອບປາບປາມ ບັນຫາການປູກຝິ່ນ ແລະສູບຝິ່ນຕາມນະໂຍບາຍ ຂອງລັດຖະບານລາວ. ຫຼ້າສຸດກໍໄດ້ໄປທໍາລາຍສວນຝິ່ນ ຂອງປະຊາຊົນ ຢູ່ເຂດບ້ານນໍ້າວາງ, ບ້ານນໍ້າຕາແລງ ແລະ ບ້ານນໍ້າເລາະ ຢູ່ເມືອງວຽງພູຄາຈຳນວນ 47 ຕອນ, ເນື້ອທີ່ປະມານ 15 ເຮັກຕ້າຣ໌, 8,100 ຕາມແມັດ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ກ່າວວ່າບັນຫາການລັກລອບ ປູກຝິ່ນ ແລະສູບຝິ່ນຢູ່ຕາມເຂດຫ່າງໄກ ສອກຫຼີກ ແມ່ນຫຍັງເກີດຂຶ້ນເປັນປະຈຳ ຍ້ອນປະຊາຊົນລາວ ຈຳນວນໜຶ່ງ ຍັງມີຄວາມເຊື່ອວ່າການສູບຝິ່ນ ຈະຊ່ອຍໃຫ້ສຸຂພາບແຂງແຮງ, ສາມາດປີ່ນປົວພະຍາດໄດ້ເຖິງວ່າ ທາງການລາວ ຈະພະຍາຍາມປາບປາມ ແຕ່ກາຍັງບໍ່ໝົດໄປເທື່ອ.

ດັ່ງເຈົ້າໜ້າທີ່ ທ່ານໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 22 ກຸມພາ ນີ້ວ່າ:

“ກາຍັງມີຢູ່ບໍ່ແມ່ນວ່າບໍ່ມີບໍ່ແມ່ນວ່າຊິໝົດສິ້ນເຊີງເລີຍເນາະ ກາຍັງມີຈໍານວນໜຶ່ງ ປູກລະໄປຮັບໃຊ້ເປັນບ້ານນໍາຄອບເຂົາ. ຜິດຫັ້ນແລ້ວກົດໝາຍ ເຮົາບໍ່ໃຫ້ປູກດຸແຕ່ວ່າມັນຢູ່ໄກເຮົາຍ່າງເປັນມື້ພຸ້ນ ຈັ່ງຄ່ອຍຮອດບ່ອນເຂົາປູກນ່າ. ເຮົາກາບໍ່ຮູ້ວ່າພາກສ່ວນໃດເປັນຜູ້ປູກ ເພາະວ່າເຮົາໄປບໍ່ເຫັນເຈົ້າຂອງມັນເດ້. ມັນເຮົາຍ່າງໄປເປັນມື້ສອງມື້ ມັນບໍ່ໄດ້ຢູ່ໃຫ້ເຮົາເຝົ້າ ເຮົາເຫັນມັນໃດ.”

ທ່ານກ່າວອີກວ່າ ການທໍາລາຍສວນຝິ່ນ ຂອງປະຊາຊົນລາວໃນເຂດຫ່າງໄກ ສອກຫຼີກນັ້ນຖືວ່າ ເປັນເຣື່ອງທີ່ຫຍຸ້ງຍາກສົມຄວນ ເພາະສວນຝິ່ນທີ່ປະຊາຊົນ ລັກປູກຢູ່ໃນເຂດປ່າໄກ ຫູໄກຕາ ເຈົ້າໜ້າ ທີ່ຫາກບໍ່ມີຄົນມາຮ້ອງຮຽນ ຫຼືມາລາຍງານໃຫ້ຮັບຮູ້ ກໍຈະບໍ່ໄດ້ຮັບຮູ້ວ່າ ເຂດດັ່ງກ່າວມີການລັກລອບປູກຝິ່ນ.

ນອກຈາກນີ້ເຈົ້າໜ້າທີ່ ພາກສ່ວນທີ່ກ່ຽວຂ້ອງ ຂັ້ນແຂວງ ແລະ ເມືອງ ກໍບໍ່ໄດ້ມີງົບປະມານພຽງພໍ ທີ່ຈະອອກໄປລາດຕະເວນ ຢ່າງຕໍ່ເນື່ອງ ຈຶ່ງກາຍເປັນໂອກາດໃຫ້ປະຊາຊົນ ຈຳນວນໜຶ່ງລັກລອບປູກຝິ່ນ.

 ຂະນະທີ່ ພັນໂທ ພີມວິໄລ ວີເນີນຄໍາ ຮອງຫົວໜ້າກອງບັນຊາການ ປກສ ເມືອງພູຄາ ແຂວງຫຼວງນໍ້າທາໄດ້ຣາຍງານວ່າ ການຈັດຕັ້ງປະຕິບັດການທຳລາຍ ຖາງສວນຝິ່ນໃນຄັ້ງນີ້ ແມ່ນໃຊ້ພ້າຖາງ, ໃຊ້ໄມ້ຟາດຕົ້ນຝິ່ນ ແລະ ລົກຕົ້ນອ່ອນຖິ້ມເພື່ອບໍ່ໃຫ້ສາມາດປົ່ງຄືນໄດ້ອີກ. ພາຍຫຼັງທຳລາຍແລ້ວ ໄດ້ນຳເອົາເຈົ້າຂອງສວນມາສ້າງບົດບັນທຶກ ແລະສຶກສາອົບຮົມກ່າວເຕືອນ.

ນອກຈາກນີ້ກໍໄດ້ຊີ້ແຈງ ແລະອະທິບາຍເຖິງຜົນຮ້າຍ ຂອງຢາຝິ່ນໃຫ້ປະຊາຊົນທີ່ລັກລອບປູກ ໃຫ້ຮັບຮູ້ເຂົ້າໃນຢ່າງເລິກເຊິ່ງຢາຝິ່ນ ເປັນສານກະຕຸ້ນທີ່ອອກລິດຢ່າງຮຸນແຮງ ຕໍ່ລະບົບປະສາດເປັນສານເສບຕິດ ທີ່ຜິດກົດໝາຍ ແລະຕ້ອງຫ້າມທັງຍັງເປັນບັນຫາຕົ້ນຕໍ ໂດຍກົງຕໍ່ສຸຂພາບຮ່າງກາຍ ແລະພາໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆ ສ້າງຄວາມບໍ່ສະຫງົບ ໃນສັງຄົມ.

ເຈົ້າໜ້າທີ່ທ້ອງຖິ່ນໃນເມືອງວຽງພູຄາ ແຂວງຫຼວງນໍ້າທາກ່າວວ່າ ປະຊາຊົົນບັນດາເຜົ່າທີ່ອາໃສຢູ່ເຂດຫ່າງໄກສອກຫຼີກ ຍັງປູກຝິ່ນແລະສູບຝິ່ນ ໃຫ້ເຫັນຢ່າງຕໍ່ເນື່ອງ ສ່ວນຫຼາຍທີ່ພົບເຫັນ ຈະເປັນປູກຝິ່ນ ແລະສູບຝິ່ນ ພາຍໃນຄອບຄົວ ແລະເຂດບ້ານເທົ່ານັ້ນ ບໍ່ແມ່ນປູກຝິ່ນເພື່ອຈຳໜ່າຍ ຫຼື ເຮັດເປັນທຸຣະກິດ.

ເຖິງວ່າ ຈະເປັນເຈົ້າໜ້າທີ່ລັດ ແລະກາເປັນປະຊາຊົນ ໃນພື້ນທີ່ການຈະເຂົ້າໄປສະກັດກັ້ນ ແລະປາບປາມປະຊາຊົນທີ່ປູກຝິ່ນ ແລະສູບຝິ່ນກໍບໍ່ແມ່ນເຣື່ອງງ່າຍ ຫາກໃຊ້ອຳນາດເດັດຂາດ ຕໍ່ປະຊາຊົນເລົ່ານັ້ນກໍອາດຈະກາຍເປັນບັນຫາ ແລະຂໍ້ຂັດແຍ່ງຂຶ້ນ ພາຍໃນຊຸມຊົນ.

ດັ່ງເຈົ້າໜ້າທີ່ ທ່ານໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນວ່າ:

“ກາເຫັນຢູ່ບາງພື້ນ ທີ່ກາບໍ່ຫຼາຍເຮົານີ້ ກາເປັນພະນັກງານລັດຄືກັນນີ້ແຫຼະ. ເຮົາໄປເວົ້າໃຫ້ເຂົາເຮົາກາບໍ່ກ້າຈະເວົ້າແນວນັ້ນແນວນີ້ນ່າ ເອົາຝິ່ນເລັກໆນ້ອຍໆ ເປັນຢາປົວພະຍາດພື້ນບ້ານ ຂອງເຂົາ. ຜູ້ທີ່ກິນຝິ່ນເປັນປະຈຳນີ້ໂອ້.. ອັນນີ້ກາຮັບປະກັນບໍ່ໄດ້ ອັນນີ້ກາດາຍ.”

ປະຊາຊົນ ໃນແຂວງຫຼວງນໍ້າທາ ກ່າວວ່າໄລຍະທີ່ຜ່ານມາ ກໍເຫັນເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ໄປທຳລາຍສວນຝິ່ນ ເປັນປະຈຳເພາະປະຊາຊົນລາວ ພາກັນປູກຝິ່ນຫຼາຍ ແຕ່ມາຮອດປັດຈຸບັນນີ້ ບັນຫາການປູກຝິ່ນ ແລະສູບຝິ່ນ ຂອງປະຊາຊົນພາຍໃນແຂວງຫຼວງນໍ້າທາ ຖືວ່າຫຼຸດລົງຫຼາຍ ເນື່ອງຈາກບໍ່ເຫັນຂ່າວຈາກທາງການລາວ ໄປທຳລາຍສວນຝິ່ນ ຂອງປະຊາຊົນຫຼາຍປີແລ້ວ.

ດັ່ງປະຊາຊົນ ແຂວງຫຼວງນໍ້າທາ ທ່ານໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນວ່າ:

“ຜ່ານມາກາເຄີຍຫຼາຍປີແລ້ວເນາະ ເພາະວ່າເຄີຍເຫັນຂະເຈົ້າ ໄປທໍາລາຍຝິ່ນຢູ່ ແຕ່ວ່າຊ່ວງອັນ 2-3 ປີຫຼັງຄືນມາ ຊີ້ກາກາບໍ່ໄດ້ຍິນຂະເຈົ້າໄປທຳລາຍ ຫຼືວ່າປູກຝິ່ນແຕ່ບໍ່ຮູ້ວ່າຣາຍລະອຽດ ແມ່ນແນວໃດ.”

ຊາວແຂວງຫຼວງນໍ້າທາ ອີກທ່ານໜຶ່ງກ່າວວ່າ ດຽວນີ້ບໍ່ຄ່ອຍເຫັນປະຊາຊົນລາວ ລັກລອບປູກຝິ່ນ ແລະສູບຝິ່ນຄືແຕ່ເກົ່າ ອາດເປັນເພາະທາງການລາວ ສະກັດກັ້ນ ແລະປາບປາມການປູກຝິ່ນ ຢ່າງເຂັ້ມງວດ. ເຖິງວ່າ ການລັກລອບປູກຝິ່ນ ແລະສູບຝິ່ນຈະຫຼຸດລົງແຕ່ບໍ່ໝາຍຄວາມວ່າ ຈະໝົດຈາກປະເທດລາວເພາະຍັງມີປະຊາຊົນລາວ ຈຳນວນໜຶ່ງ ທີ່ຍັງນິຍົມສູບຝິ່ນກັນຢູ່ ໂດຍສະເພາະຊົນເຜົ່າອາຂ່າ, ຊົນເຜົ່າມົ້ງ ທີ່ອາໃສຢູ່ໃນແຂວງພາກເໜືອ ຂອງປະເທດລາວ.

ດັ່ງຊາວແຂວງຫຼວງນໍ້າທາ ອີກທ່ານໄດ້ກ່າວວ່າ:

“ນ້ອຍໆ ຊັ້ນດອກມັນກາເຜົ່າອາຂ່າ ເຮົານີ້ກາຊິຍັງມີຢູ່ມີໆ ແຕ່ກາບໍ່ຫຼາຍແລ້ວບາງບ້ານ ກາມີຢູ່ 2-3 ຄອບຄົວໄປ ເທົ່ານັ້ນແຫຼະ ຂະເຈົ້າກາຂໍໄປນໍາພີ່ນໍານ້ອງ ຕ່າງເມືອງຕ່າງແຂວງນັ້ນຕີ້. ເບິ່ງນີ້ຄັນຊິປູກແກ້ກາບໍ່ເຫັນປູກແລ້ວໃດກາບໍ່ແນ່ວ່າ ຂະເຈົ້າເອົາມາແຕ່ທາງໃດເນາະ.”

ໃນໄລຍະຕົ້ນປີ 2024 ນີ້ທາງການລາວໄດ້ບຸກທໍາລາຍ ສວນຝິ່ນທີ່ຊາວບ້ານບັນດາເຜົ່າລັກ ປູກຢູ່ແຂວງຊຽງຂວາງຈຳນວນ 11,000 ຕາແມັດ ແລະ ແຂວງຫຼວງນໍ້າທາຈຳນວນ 2,590 ຕາແມັດພ້ອມກັນນັ້ນກໍໄດ້ມີການສຶກສາອົບຮົມ ກ່າວເຕືອນແລະໃຫ້ຄວາມຮູ້ກ່ຽວກັບຜົນຮ້າຍ ຂອງຝິ່ນເພື່ອໃຫ້ຊາວບ້ານເລົ່ານັ້ນໃຫ້ເກີດການຮັບຮູ້ ເຂົ້າໃຈຢ່າງເລິກເຊິ່ງ.

ກ່ຽວກັບເຣື່ອງນີ້ ອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ ຫຼື UNODC  ໄດ້ເຜີຍແຜ່ບົດລາຍງານ ການສໍາຫຼວດການປູກຝິ່ນ ໃນເຂດເອເຊັຍຕາເວັນອອກ ສຽງໃຕ້ ປະຈຳປີ 2023 ລະບຸວ່າ ເຂດເອເຊັຍຕາເວນອອກສຽງໃຕ້ ຖືເປັນພາກພື້ນທີ່ສຳຄັນ ໃນການປູກຝິ່ນ ແລະຜະລິດເຮໂຣອິນນັບແຕ່ອະດີດຈົນມາຮອດປັດຈຸບັນນີ້.

ສະເພາະປະເທດລາວ ມີພື້ນທີ່ປູກຝິ່ນ ໃນທົ່ວປະເທດ ປະມານ 5,700 ເຮັກຕ້າຣ໌ ພົບເຫັນການປູກ ໃນ 7 ແຂວງ ຄື ແຂວງຜົ້ງສາລີ, ຫົວພັນ, ຫຼວງພຣະບາງ, ອຸດົມໄຊ, ບໍ່ແກ້ວ, ຊຽງຂວາງ ແລະ ແຂວງຫຼວງນໍ້າທາ ແລະ ລາວຍັງເປັນປະເທດ ທີ່ປູກຝິ່ນຫຼາຍເປັນອັນດັບ 3 ຂອງໂລກ ຮອງຈາກ ອັຟການິສຖານ ແລະ ພະມ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.