ຄົນຈີນລັກລອບ ເຂົ້າ-ອອກ ໃນໄລຍະລ໊ອກດາວ

ໄສຍາ
2021.10.01
ຄົນຈີນລັກລອບ ເຂົ້າ-ອອກ ໃນໄລຍະລ໊ອກດາວ ແຂວງຫຼວງນ້ຳທາ ເພີ່ມມາຕການ ຕ້ານໂຄວິດ19 ຫຼັງຈາກມີຄົນຈີນ ລັກລອບ ເຂົ້າ-ອອກ ພາຍໃນແຂວງ.
ນັກຂ່າວ ພົລເມືອງ

ແຂວງຫຼວງນໍ້າທາ ຍັງມີຄົນຈີນ ລັກລອບເຂົ້າມາ ເປັນປະຈຳ ຕາມການ ສັງລວມຂອງ ເຈົ້າໜ້າທີ່ນັບແຕ່ເດືອນ ເມສາ ຂອງປີນີ້ ເປັນຕົ້ນມາສາມາດ ກັກໂຕຜູ້ລັກລອບ ເຂົ້າມາ ໄດ້ປະມານ 60 ຄົນ. ໂດຍສ່ວນຫຼາຍແມ່ນ ເດີນທາງ ມາແຕ່ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ເພື່ອເດີນ ທາງກັບຄືນ ປະເທດຈີນ ໃນໄລຍະ ທີ່ມີການ ຣະບາດ ຂອງເຊື້ອ ໂຄວິດ-19 ເພີ່ມຂື້ນ ເລື້ອຍໆ. ໂດຍມີນາຍໜ້າ ຊາວຈີນ ມາຮັບຈ້າງນຳກັບ ປະເທດແບບ ຜິດກົດໝາຍ. ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫຼວງນໍ້າທາ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 1 ຕຸລາ ນີ້ວ່າ:
ສ່ວນຫຼາຍ ແມ່ນເຂົາເຈົ້າ ມາແຕ່ ສາມຫຼ່ຽມຄຳ ເມືອງຕົ້ນເຜີ້ງ ຫັ້ນເນາະ ມີ ປະມານຈັກ 60 ກວ່າ ແລ້ວບໍ່ທີ່ເຮັດກັກກັນ ໄດ້ແຕ່ເດຶືອນ 4 ມາເດ້. ເຂົາຢາກ ກັບຄືນປະເທດ ສ່ວນຫຼາຍມີນາຍໜ້າ ຈະສົ່ງກັບຈີນຫັ້ນນ່າ ເອົາພາສປອຣ໌ດ ເຂົາເຈົ້າມ້ຽນ ຮຽກຮ້ອງເອົາເງິນ ເຂົາເຈົ້າຫຼາຍໂພດ ຄ່າໂຕແພງໂພດບໍ່ ສາມາດຈະມີເງິນຈ່າຍ ໄດ້ເຂົາເຈົ້າກໍ ໂຕນໜີກໍ ເປັນວ່າຄົນເຂົ້າເມືອງຜິດກົດໝາຍເພາະວ່າເຂົາເຈົ້າບໍ່ມີພາສປອດ.

ທ່ານໄດ້ກ່າວຕື່ມວ່າ ຄົນຈີນລັກລອບ ເຂົ້າເທື່ອລະນ້ອຍ ແລະ ຍັງມີຈຳນວນນຶ່ງ ຈັບບໍ່ໄດ້ບາງ ຄົນກໍກວດພົບເຊື້ອໂຄວິດ-19 ເຈົ້າໜ້າທີ່ ຕ້ອງໄດ້ນຳໄປກັກໂຕ ຈາກນັ້ນ ກໍສົ່ງກັບຄືນປະເທດ. ສຳລັບຜູ້ບໍ່ມີໃບອະນຸ ຍາດຖືກຕ້ອງ ກ່ອນຈະສົ່ງກັບ ກໍຕ້ອງຖືກເຈົ້າໜ້າທີ່ ປັບໄໝຕາມກົດໝາຍ. ສ່ວນນາຍໜ້າ ທີ່ລັກລອບເອົາຄົນຈີນເຂົ້າ-ອອກ ແບບຜິດກົດໝາຍ ເຈົ້າໜ້າທີ ກຳລັງສືບຫາຢູ່.

ຜ່ານມາເຈົ້າໜ້າທີ່ ແຂວງບໍ່ແກ້ວກໍໄດ້ ກວດກາລາດຕາເວນ ຕາມຊາຍແດນ ຢ່າງເຂັ້ມງວດ. ຍ້ອນວ່າເຂດນີ້ ມີດ່ານທັມມະຊາດຫຼາຍ. ໂດຍນາຍໜ້າ ແລະ ກຸ່ມຄົນຈີນ ທີ່ຕ້ອງການກັບ ປະເທດກໍອາສັຍຊ່ອງ ທາງທັມມະຊາດ ລັກລອບເຂົ້າ ແຂວງຫຼວງນໍ້າທາ ແບບຜິດກົດໝາຍ. ດັ່ງເຈົ້າໜ້າທີ່ແຂວງບໍ່ແກ້ວໄດ້ກ່າວວ່າ:
ບາງຄົນ ເຂົາເຈົ້າ ກໍຍ່າງລັດພຸ້ນ ລັດພີ້ ຕາມຊາຍແດນ ມັນມີ ອ້າຍນ້ອງເຮົາ ປະຈຳແຕ່ລະບ່ອນ ແຕ່ລະບ່ອນ ເນາະ ປານນັ້ນເຂົາ ກໍຍັງລັກລອບ ເມືອເລີຍ ລັກລົມກັນເທື່ອ 5 ເທື່ອລະ 10 ເຈົ້າໜ້າທີ່ ຈັບໄດ້ເອົາກັບຄືນມາ ມັນເປັນແນວນນັ້ນນ່າ.

ກ່ຽວກັບ ເຣື່ອງນີ້ ທີ່ຜ່ານມາຊາວບ້ານ ໃນແຂວງບໍ່ແກ້ວ ກໍເຄີຍເຫັນເຈົ້າໜ້າທີ່ ໄລ່ຈັບຄົນຈີນ ກຳລັງລັກ ລອບອອກຈາກ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ. ຊາວບ້ານໃນແຂວງບໍ່ແກ້ວກ່າວວ່າ:
ກໍມີຢູ່ ເຈົ້າລັກລອບອອກນ່າ ກໍມີເທື່ອນຶ່ງ ຕອນໄປສົ່ງຊີ້ນໝູ ໃຫ້ເຂົາເຈົ້ານ່າ ພໍດີໄປຖ້າ ເຂົາເຈົ້າຢູ່ບ່ອນດ່ານນ່າ ເຂົາເຈົ້າໄລ່ມາ ຄົນຈີນມາຄົນນຶ່ງ ເຄື່ອງມັນປ່ຽນໝົດນ່າ ມັນລັກອອກມາກໍຢ້ານຢູ່ ແຖວໂຕເມືອງຕົ້ນເຜີ້ງ ກໍຕິດເພີ່ມອີກແລ້ວ.

ເຊັ່ນດຽວກັນກັບ ຊາວບ້ານ ໃນແຂວງຫຼວງນໍ້າທາ ນັກຂ່າວໄດ້ສອບຖາມ ຊາວບ້ານເຂດຊາຍແດນ ກໍພົບວ່າເຫັນຄົນຈີນ ລັກລອບເຂົ້າ ເມືອງ ແລະ ມີເຈົ້າໜ້າທີ່ຈັບໄດ້. ກໍຣະນີນີ້ເຮັດ ໃຫ້ຊາວບ້ານ ແຕກຕື່ນຍ້ອນ ຢ້ານເຂົ້າເອົາ ເຊື້ອໂຄວິດ-19 ມາຣະບາດ.
ເຂົາ ລັກມານີ້ ເຂົາຊອກເຫັນ ນີ້ກໍໄດ້ຍ່າງເຂົ້າທາງ ປ່າທາງພຸ້ນເນາະ ບາງຄົນກໍ ມາລີ້ມາຊ້ອນ ຢູ່ຫັ້ນເດ ເຂົາກໍ ຍັງເຂັ້ມງວດຢູ່ ຜູ້ໃດບໍ່ຮູ້ເທົ່າ ເຖີງການເຂົາກໍຢ້ານ.

ສະພາບການ ຣະບາດຂອງ ເຊື້ອໂຄວິດ-19 ຍັງຄົງ ເພີ່ມຂື້ນ ຫຼ້າສຸດຫ້ອງວ່າການ ສຳນັກງານ ຍົກຣັຖມົນຕຣີ ໄດ້ອອກແຈ້ງການ ສືບຕໍ່ມາຕການລ໊ອກດ໋າວອີກ 15 ວັນ ນັບແຕ່ວັນທີ 1 ເດືອນຕຸລາ ຫາ 15 ເດືອນຕຸລາ ໂດຍມາຕການ ລ໊ອກດ໋າວ ນີ້ໃຫ້ປະຕິບັດມາຕການ ຄືກັບເມື່ອລ໊ອກດ໋າວຂອງ 15 ວັນ ຜ່ານມາ.  ຍານາງ ພິບພະກອນ ຈັນທະວົງສາ ຮອງຣັຖມົນ ຕຣີ ຮອງຫົວຫົວໜ້າ ຫ້ອງວ່າການ ສຳນັກງານນາຍົກຣັຖມົນຕຣີ ໄດ້ຖແລງຕໍ່ສື່ ໃນວັນທີ 30 ຕຸລາ ບາງຕອນວ່າ:
ສືບຕໍ່ປິດ ກິຈການຮ້ານບັນເທີງ ໂຮງສາຍຮູບເງົາ ຮ້ານສະປາ ຮ້ານຄາຣາໂອເກະ ຮ້ານກິນດື່ມ ຮ້ານອິນເຕີເນັດ ຮ້ານສະນຸກເກີ້ ກາຊິໂນ ແລະ ຮ້ານເກມທຸກ ປະເພດຫ້າມເປີດ ຮ້ານນວດ ຮ້ານເສີມຄວາມງາມ ຮ້ານຕັດຜົມ ຮ້ານເສີມສວຍ ຕລາດກາງຄືນ ສວນອາຫານ ແລະ ສະຖານທີ່ ທ່ອງທ່ຽວຢູ່ເຂດທີ່ມີການຣະບາດໃນຊຸມຊົນ.

ຣາຍງານ ຂອງຄນະສະເພາະກິຈ ປະຈຳວັນທີ 1 ເດືອນ ຕຸລາ 2021 ພົບຜູ້ຕິດເຊື້ອໃໝ່ 464 ຄົນ. ຕິດເຊື້ອໃນຊຸມຊົນ 437 ຄົນ ແລະ ກໍຣະນີນຳເຂົ້າ 27 ຄົນ. ຜ່ານຈາກການກວດຫາ ເຊື້ອໂຄວິດ-19 ຂອງວັນທີ 30 ກັນຍາ ຈຳນວນ 6,393 ຄົນ. ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດ ກະຊວງສາທາຣະນະສຸກ ໄດ້ຖແລງຕໍ່ສື່ ໃນວັນທີ 1 ຕຸລາ ວ່າ:
ພວກເຮົາ ກວດທັງໝົດ 6,393 ຄົນ ການຕິດເຊື້ອ ໃນຊຸມຊົນຫັ້ນ ມີທັງໝົດ 437 ຄົນ ມື້ນີ້ ພວກເຮົາມີຣາຍງານ ການເສັຽຊີວິດໃໝ່ 1 ກໍຣະນີ ເຊິ່ງມີຣາຍງານມາ ຈາກ ແຂວງສວັນນະເຂດ.

ຕາມການ ຖແລງມີຜູ້ ເສັຽຊີວິດໃໝ່ 1 ຄົນ ເປັນເພດຊາຍ ອາຍຸ 48 ປີ ຢູ່ບ້ານໂພນສວ່າງໃຕ້ ນະຄອນໄກສອນພົມວິຫານ ແຂວງສວັນນະເຂດ ຊຶ່ງເສັຽຊີວິດ ໃນວັນທີ 30 ກັນຍາ ຜ່ານມາ. ເຊີ່ງການເສັຽ ຊີວິດນັ້ນແມ່ນ ເສັຽຊີວິດຢູ່ໂຮງໝໍ ທາງຄອບຄົວ ໄດ້ນຳເອົາ ສົບຜູ້ກ່ຽວມາຄົບງັນ ຢູ່ເຮືອນໄດ້ມື້ນຶ່ງ. ຜົລກວດ ຈຶຶ່ງຮູ້ຕາມພາຍຫຼັງ ວ່າຜູ້ກ່ຽວຕິດເຊື້ອໂຄວິດ-19 ແລະ ເສັຽຊີວິດຍ້ອນ ໂຄວິດ-19.

ປັຈຈຸບັນ ມີຜູ້ຕິດເຊື້ອ ສະສົມທັງໝົດ 24,310 ຄົນ ຈາກການ ໄດ້ຮັບການກວດຫາ ເຊື້ອທັງ ໝົດ 586,189 ຄົນ, ປີ່ນປົວເຊົາ ແລ້ວ 18,600 ຄົນ ກຳລັງປີ່ນປົວ 5,501 ຄົນ ແລະ ເສັຽຊີວິດສະສົມ 20 ຄົນ. ສ່ວນການ ສັກວັກຊີນມາຮອດ ວັນທີ 1 ຕຸລາ, ເຂັມທີ 1 ສັກໄປແລ້ວ 2,983,763 ຄົນ ແລະ ສັກເຂັມທີ 2 ໄປແລ້ວ 2,080,368 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.