ໂຄງການ ເຂື່ອນໄຟຟ້າພູງອຍ ຈະກະທົບ ຊາວບ້ານ ຫຼາຍຮ້ອຍຊີວິດ
2023.05.30
ທາງການລາວມີແຜນ ຈະສ້າງເຂື່ອນໄຟຟ້າ ພູງອຍ ຂນາດ 728 ເມກາວັດ ຢູ່ແມ່ນໍ້າຂອງ ທີ່ຈະມີຜົລກະທົບຕໍ່ປະຊາຊົນ 6 ເມືອງຂອງແຂວງຈໍາປາສັກ ທັງໝົດ 86 ບ້ານ ແລະຕໍ່ປະຊາຊົນ 6 ບ້ານຢູ່ເມືອງໂຂງຈຽມ ແຂວງອຸບົນຣາຊທານີ ຂອງໄທຍ, ແຕ່ປະຊາຊົນສ່ວນໃຫຍ່ ຢູ່ເມືອງໂຂງຈຽມ ບໍ່ຢາກໃຫ້ສ້າງເຂື່ອນ ທີ່ວ່ານີ້ ແລະຈະຄັດຄ້ານຈົນເຖິງທີ່ສຸດ ເພາະມັນຈະສົ່ງຜົລກະທົບ ຢ່າງໜັກຕໍ່ວິຖີຊີວິດ ຂອງປະຊາຊົນ ທັງລາວ ແລະໄທຍ ໂດຍສະພາະການປະມົງ.
ດັ່ງຊາວບ້ານກຸ່ມ ເມືອງໂຂງຈຽມ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 27 ພຶສພານີ້ວ່າ:
“ຖ້າເວົ້ານໍາວິຖີຊີວິຂອງລໍານໍ້າຂອງ ກະບໍ່ຢາກໃຫ້ເຮັດ ບໍ່ໃຫ້ສ້າງຫັ້ນນ່າ ເວົ້າເຣື່ອງເຂື່ອນ ຖາມວ່າເປັນຫຍັງບໍ່ໃຫ້ເຮັດໃຫ້ສ້າງ ມັນກະເຣື່ອງຜົນກະທົບນີ້ລະ ເດືອດຮ້ອນໄປໝົດ 2 ຝັ່ງນີ້ແຫຼະ.”
ທ່ານກ່າວຕື່ມວ່າ ການສ້າງເຂື່ອນໄຟຟ້າໃສ່ແມ່ນໍ້າຂອງ ທີ່ເປັນບ່ອນຢູ່ຂອງສັດນໍ້າຫຼາຍຊະນິດ, ຈະເຮັດໃຫ້ລະດັບນໍ້າຢູ່ເບື້ອງເທິງເຂື່ອນ ສູງຂຶ້ນຈົນຖ້ວມດອນຕ່າງໆ, ນໍ້າຈະຂຶ້ນ-ລົງ ບໍ່ເປັນທັມມະຊາຕ, ຈະກະທົບໃສ່ການແລ່ນເຮືອ, ຕາ ຝັ່ງເຈື່ອນ, ການປູກຝັງຕາມແຄມຂອງ ແລະຈະກະທົບໃສ່ການທ່ອງທ່ຽວ.
6 ບ້ານຢູ່ເມືອງໂຂງຈຽມ ທີ່ຈະໄດ້ຮັບຜົລກະທົບນັ້ນ ມີບ້ານຫ້ວຍໝາກ, ຫ້ວຍໄຜ່, ຫ້ວຍສະຄາມ, ດ່ານໃໝ່, ທາງແພ ແລະບ້ານເວີນບຶກ.
ປະຊາຊົນໄທຍຫຼາຍຄົນ ມີຄວາມເຫັນກ່ຽວກັບເຣື່ອງທີ່ວ່ານີ້ ຊຶ່ງໃນນັ້ນກໍມີຊາວບ້ານຜູ້ນຶ່ງ ຢູ່ບ້ານຕາມຸຍ ເມືອງໂຂງຈຽມ ເວົ້າວ່າ ບໍ່ຢາກໄດ້ເຂື່ອນນັ້ນ ແລະພ້ອມຈະອອກມາຄັດຄ້ານ ຍ້ອນມັນຈະກະທົບຕໍ່ວິຖີຊີວິດ ການເປັນຢູ່ຂອງປະຊາຊົນສອງຝັ່ງ ລາວ-ໄທຍ ຢ່າງໜັກໜ່ວງ ທັງຕໍ່ການປູກຝັງ, ການສູນເສັຍດິນ, ເສັຍອາຊີບ ແລະປະເພນີ ວັທນະທັມ, ຊາວບ້ານໄດ້ຮັບຜົລກະທົບ ມາຫຼາຍແລ້ວ ຈາກເຂື່ອນໄຟຟ້າ ຢູ່ຈີນຫຼາຍເຂື່ອນ ແລະເຂື່ອນໄຊຍະບູຣີຢູ່ລາວ.
ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:
“ບໍ່ຢາກໄດ້ໂລດນ່າ ກະທົບທຸກຢ່າງ ຫາປູຫາປາຈັ່ງຊີ້ແລ້ວນິ ເພິ່ນປ່ອຍນໍ້າເຂື່ອນມາ ນໍ້າກະຂຶ້ນນິມັນບໍ່ປົກຕິມັນຜິດທັມຊາດ ເອົາງ່າຍໆເວົ້າແບບຄໍາດຽວເລີຍ ຄືບໍ່ຢາກໄດ້ ເສັຽຫາຍກະທົບຮຸນແຮງ ບໍ່ແມ່ນແຕ່ໝູ່ບ້ານນີ້ ກະທົບທົ່ວໂລດ ຈາກນີ້ຂຶ້ນໄປນິກະທົບເລີຍ ແຕ່ເຮັດຢູ່ຈີນພຸ້ນ ກະຍັງກະທົບທາງນີ້ເນາະ.”
ຊາວບ້ານ ຢູ່ບ້ານດຽວກັນນີ້ ອີກຜູ້ນຶ່ງກໍເວົ້າວ່າ ຢາກໃຫ້ທາງການລາວ ແລະຜູ້ສ້າງເຂື່ອນພິຈາຣະນາ ເຣື່ອງການທີ່ຈະສ້າງເຂື່ອນນີ້ຄືນໃໝ່ ແລະຢາກໃຫ້ ມີການປະຊຸມຫາລືກັບປະຊາ ຊົນລາວ ແລະໄທຍ ກ່ອນຈະສ້າງ.
“ກ່ອນຊິລົງມືກະຕ້ອງສື່ສານ ໃຫ້ຊາວບ້ານ ເຂົ້າໃຈກ່ອນວ່າ ເອີ! ເຮັດໄປແລ້ວມັນດີ ຫຼື ບໍ່ດີ ກະຕ້ອງຖາມໄທບ້ານວາ. ເອົ້າ ຖ້າເຮັດໄປແລ້ວມັນຊິມີຜົນກະທົບ ແນວໃດຕໍ່ຊາວບ້ານ ເພາະວ່າ ຊາວບ້ານເຮົາກະເພິ່ງພາອາສັຍນໍ້າ ແມ່ນໍ້າຂອງ ຢູ່ແລ້ວໆສ່ວນຫຼາຍ ກະຊິເປັນອາຊີບປະມົງເປັນຫລັກ.”
ຊາວບ້ານຜູ້ນຶ່ງຢູ່ບ້ານເວິນບຶກ ກໍເວົ້າວ່າ ບໍ່ເຫັນດີກັບທຸກຝ່າຍທີ່ຈະສ້າງເຂື່ອນ ໃສ່ແມ່ນໍ້າຂອງ ເພາະມັນເປັນແມ່ນໍ້າສາຍຫລັກ ທີ່ປະຊາຊົນທັງລາວ, ໄທຍ ແລະໃນເຂດລຸ່ມແມ່ນໍ້າຂອງ ໃຊ້ປໂຍດ ຮ່ວມກັນໃນການດໍາລົງຊີວິດ ຫາຢູ່ຫາກິນ, ປາຫຼາຍຊນິດຈະສູນພັນ, ລະບົບນິເວດຈະຖືກທັມລາຍ.
“ມັນກະກະທົບຫັ້ນແລ້ວ ປາປູມັນກະຊິບໍ່ໄດ້ກິນແລ້ວປາ ປາຄືເຮົາຫາປັດຈຸບັນນີ້ ບໍ່ໄດ້ກິນແລ້ວເພາະວ່າປາ ມັນກະຕັນເຂື່ອນມັນກະຂຶ້ນມາບໍ່ໄດ້ຫັ້ນແລ້ວ ບາດນີ້ກະປະມົງກະຊິມີຜົນກະທົບ ຫ້າມກັນອີກແລ້ວ ບາດທີ່ນີ້ປະມົງລາວປະມົງໄທຍ ຫາກິນຍາກ.”
ອີງຕາມການປະເມີນຜົລ ກະທົບຕໍ່ສິ່ງແວດລ້ອມ, ເຂື່ອນພູງອຍ ຈະກະທົບໃສ່ດິນໃນແມ່ນໍ້າຂອງ, ແມ່ນໍ້າມູນ ແລະພື້ນທີ່ນໍ້າ, ປ່າໄມ້, ທີ່ຢູ່ອາສັຍຂອງປະຊາຊົນ, ໄຮ່ນາ, ວັດ ແລະອື່ນໆ ຮວມທັງອຸທະຍານແຫ່ງຊາຕ ແກ່ງຕະນະຢູ່ຝັ່ງໄທຍນໍາດ້ວຍ.
ກ່ຽວກັບເຣື່ອງນີ້ ປະຊາຊົນຜູ້ນຶ່ງຢູ່ບ້ານຂອນແກ່ນ ເມືອງຈໍາປາສັກ ແຂວງຈໍາປາສັກເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 30 ພຶສພານີ້ວ່າ ຫາກຄັດຄ້ານໄດ້ ກໍບໍ່ຢາກໃຫ້ທາງການລາວສ້າງເຂື່ອນໄຟຟ້າ ໃສ່ແມ່ນໍ້າຂອງນີ້ ເພາະກັງວົນນໍາເຣື່ອງການໄຍກຍ້າຍ, ການເສັຍທີ່ດິນ, ເສັຍອາຊີບ ແລະເງິນຊົດເຊີຍ ທີ່ຈະບໍ່ເໝາະສົມ, ແຕ່ມາເຖິງຂະນະນີ້ກໍຍັງບໍ່ທັນເຫັນໃຜມາບອກ.
“ຍັງບໍ່ທັນເຫັນວ່າເພິ່ນມາບອກ ວ່າຊິໄດ້ຖືກຍ້າຍຖືກຫຍັງ ບໍ່ທັນເຫັນ ໂອ໋ຍ...ກະບໍ່ຢາກຍ້າຍແລ້ວ ມັນບໍ່ມີບ່ອນຊິໄປແລ້ວເດ໋ ມັນກະຢູ່ມາຫຼາຍປີແລ້ວ ກະຄິດວ່າມັນຢູ່ແບບແໜ້ນໜາຖາວອນ ແລ້ວຫັ້ນນ່ ຄັນຍ້າຍກະຈັກຊິໄປຢູ່ໃສ ທັມມະຊາຕກະງາມແຫຼວ ແຖວນັ້ນ ຕາມເກາະຕາມດອນຫັ້ນງາມ.”
ຊາວນະຄອນປາກເຊ ກໍເວົ້າໃນມື້ດຽວກັນນີ້ວ່າ ຫາກປະຊາຊົນລາວສາມາດຄັດຄ້ານໄດ້ ກໍບໍ່ຢາກໃຫ້ສ້າງເຂື່ອນນັ້ນ ເພາະກັງວົນ ນໍາເຣື່ອງຜົລກະທົບຕ່າງໆ ແຕ່ຊາວ ບ້ານຄັດຄ້ານບໍ່ໄດ້.
“ຊາວບ້ານມັນຄັດຄ້ານບໍ່ໄດ້ດອກ ຄັນວ່າພວກຣັຖບານໃຫ້ສ້າງ ແລ້ວກະຊາວບ້ານຄັດຄ້ານບໍ່ໄດ້ດອກ ຄັນໄທຍຄັດຄ້ານກະນັ້ນແຫຼະ ໄທຍບໍ່ຍອມເດ໋ ເພດາະວ່າຄັນເຮັດມາ ມັນເປັນເຂື່ອນມາແລ້ວ ມັນມີຜົນຂ້າງຄຽງຫຼາຍເນາະ.”
ພ້ອມດຽວກັນນັ້ນ ທ່ານ ມົນຕຣີ ຈັນທະວົງ ນັກວິຈັຍອິສຣະ ຈາກກຸ່ມເສຣີພາບ ແມ່ນໍ້າຂອງ (The Mekong Butterfly) ປະເທດໄທຍ ກໍເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ກ່ຽວກັບໂຄງການເຂື່ອນໄຟຟ້າ ພູງອຍວ່າ ເມື່ອເຂື່ອນຕັນນໍ້າຂອງ ນໍ້າຂອງຈະໄຫຼກັບເຂົ້າແມ່ນໍ້າມູນ ແລະຈະຖ້ວມອຸທະຍານ ແຫ່ງຊາຕ ແກ່ງຕະນະທັງໝົດ ແລະໄຫຼກັບໄປເຖິງເຂືອນໄຟຟ້າ ປາກມູນຢູ່ແຂວງອຸບົນ ແລະຈະເຮັດໃຫ້ເຂື່ອນນີ້ ບໍ່ສາມາດຜລິດໄຟຟ້າ ໄດ້ອີກ.
ນອກຈາກນັ້ນ ເຂື່ອນພູງອຍ ຍັງຈະເຮັດໃຫ້ນໍ້າຖ້ວມຫາດຊາຍ, ດອນ ແລະຫິນແຄມນໍ້າ ໃນເຂດເມືອງໂຂງຈຽມ ຂຶ້ນໄປຮອດບໍຣິເວນ ເກົ້າພັນໂບກ .
ເຂື່ອນນີ້ ຈະກະທົບໃສ່ທັງໝົດ 86 ບ້ານຢູ່ລາວ ຄື:5 ບ້ານ ທີ່ມີ 709 ຄອບຄົວ- 4,000 ປາຍຄົນ ນໍ້າຈະຖ້ວມ. ໃນນັ້ນ ຢູ່ເມືອງປະທຸມພອນ 3 ບ້ານ: ບ້ານຜັດແພວ, ບ້ານໝໍ້ພຸ ແລະບ້ານເວີນ ແລະຢູ່ເມືອງຈໍາປາສັກ 2 ບ້ານ: ບ້ານຂອນແກ່ນ ແລະບ້ານຫົວປາຄໍ່.
ມີ 81 ບ້ານ, 550 ຄອບຄົວ -3,500 ປາຍຄົນ ຊຶ່ງອາຈໄດ້ຮັບຜົລກະທົບ ຈາກນໍ້າທີ່ຈະສູງຂຶ້ນ ແຕ່ຈະບໍ່ຖືກໂຍກຍ້າຍ. ໃນນັ້ນ 32 ບ້ານຢູ່ນະຄອນປາກເຊ, 30 ບ້ານຢູ່ເມືອງໂພນທອງ, 18 ບ້ານຢູ່ເມືອງຊະນະສົມບູນ ແລະ 1 ບ້ານຢູ່ເມືອງບາຈຽງຈະເລີນສຸກ.
ເຂື່ອນໄຟຟ້າພູງອຍ ຂນາດ 728 ເມກາວັດນັ້ນ ແມ່ນບໍຣິສັດພະລັງງານ ແລະນໍ້າເອເຊັຽ ຈະເຣີນຂອງໄທຍ ຫຼື CEWA ຈະເປັນຜູ້ສ້າງຮ່ວມກັບຣັຖບານລາວ ໂດຍຈະໃຫ້ບໍຣິສັດ Doosan Heavy Industries & Construction ແລະບໍຣິສັດ Korean Western Power ຂອງເກົາຫລີໃຕ້ ເປັນຜູ້ຮັບເໝົາກໍ່ສ້າງ.
ການກໍ່ສ້າງ ໂຄງການນີ້ ມີມູນຄ່າປະມານ 2,400 ລ້ານໂດລ້າຣ໌ສະຫະຣັຖ. ແຕ່ສັນຍາສັມປະທານ, ສັນຍາຜູ້ຖືຫຸ້ນ ແລະສັນຍາຊື້-ຂາຍໄຟຟ້າຂອງໂຄງການນີ້ ຢ່າງເປັນທາງການ ມາເຖິງປັດຈຸບັນ ກໍຍັງບໍ່ມີຄວາມຄືບໜ້າເທື່ອ, ແຕ່ອີງຕາມຣາຍງານ ຂອງໂຄງການດັ່ງ ກ່າວແລ້ວແມ່ນວ່າ ຈະຂາຍໄຟຟ້ານັ້ນ ໃຫ້ປະເທດໄທຍ.
ປັດຈຸບັນ ໂຄງການເຂື່ອນໄຟຟ້າພູງອຍ ຢູ່ໃນລະຫວ່າງການປະກອບຄໍາເຫັນ ຂອງຜູ້ມີສ່ວນໄດ້ສ່ວນເສັຍຄັ້ງທີ 2, ຄັ້ງສຸດທ້າຍ ກ່ອນທີ່ຈະສເນີໃຫ້ຄະນະກັມມາທິການ ແມ່ນໍ້າຂອງສາກົນ ຫຼື MRC ຮັບຮູ້ ແລະນໍາເຂົ້າສູ່ຂະບວນການປຶກສາຫາລື ລ່ວງໜ້າ ຫລື PNPCA ຕໍ່ໄປ.