ໂຮງໝໍໃນພື້ນທີ່ເຂດນອກ ປະເຊີນບັນຫາ ການບໍຣິການ ທາງການແພດ

ພອນ ພູມມີທອນ
2023.05.17
ໂຮງໝໍໃນພື້ນທີ່ເຂດນອກ ປະເຊີນບັນຫາ ການບໍຣິການ ທາງການແພດ ຄົນເຈັບທີ່ລໍຖ້າເຂົ້າໂຮງໝໍ ແລະ ພີ່ນ້ອງທີ່ມານຳຄົນເຈັບ ລໍຖ້າຢູ່ລະບຽງດ້ານນອກ ທີ່ແຫ່ງນຶ່ງໃນລາວ. ເດືອນເມສາ 2022.
ນັກຂ່າວ ພົລເມືອງ

ມາຮອດປັດຈຸບັນ ການໃຫ້ບໍຣິການ ທາງດ້ານສາທາຣະນະສຸຂ ໃນພື້ນທີ່ເຂດນອກ ແລະ ຫ່າງໄກສອກຫລີກ ຢູ່ແຂວງຊຽງຂວາງ ແລະ ແຂວງຫົວພັນ ຍັງຄົງປະສົບບັນຫາ ທາງດ້ານງົບປະມານ ເຮັດໃຫ້ຂາດເຂີນອຸປະກອນ ແລະ ບຸກຄະລາກອນ ທາງການແພດ ເຊິ່ງສົ່ງຜົລຕໍ່ຄວາມສາມາດ ໃນການປິ່ນປົວຜູ້ປ່ວຍ ແລະ ເຖິງແມ່ນວ່າ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈະຮັບຮູ້ບັນຫາດັ່ງກ່າວນີ້ແລ້ວ ແຕ່ພັດຍັງບໍ່ສາມາດແກ້ໄຂໄດ້ເທື່ອ.

ດັ່ງ ແພດອາສາ ທີ່ເຮັດວຽກຢູ່ໂຮງໝໍເມືອງ ແຂວງຫົວພັນ ມາແລ້ວເປັນເວລາ 7 ປີ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 17 ພືສພາ 2023 ນີ້ວ່າ:

“ຈະເປັນແບບແຖວບ້ານນອກເນາະ ຈະເປັນແບບເຂດບ້ານນອກ ແດ່ໜ້ອຍນຶ່ງຫັ້ນນ່າ ໂຮງໝໍນ້ອຍ ສຸຂສາລາ ເປັນລະດັບໂຮງໝໍນ້ອຍນີ້ ກໍຕ້ອງ ທ່ານໝໍ 2-3 ຄົນ ຂຶ້ນເມືອເນາະ. ພະຍາຍາມ ນໍາ ຫຼາຍພື້ນທີ່ຍັງຂາດ. ຫຼາຍພື້ນທີ່ຍັງຂາດຢູ່ເນາະ ປະເທດລາວເຮົານີ້ກໍຍັງໜ້ອຍຢູ່ ບາງພື້ນທີ່ເນາະ ເປັນໂຮງໝໍ ເປັນສຸຂສາລານ້ອຍໆເນາະ ເຂດຫ່າງໄກຫັ້ນ ບາງໝໍກໍ ທ່ານໝໍ 1 ຄົນ ພະຍາບານ 1 ຄົນ (ການປັບປຸງ) ໂຕນີ້ກໍຍັງບໍ່ທັນຮູ້ ກັບຂະເຈົ້າ ຍັງຂາດຢູ່.” 

ອີງຕາມ ຂໍ້ຕົກລົງ ວ່າດ້ວຍການແບ່ງໂຕເລຂ ຣັຖກອນໃໝ່ ຂອງສໍານັກງານນາຍົກຣັຖມົນຕຣີ ລະບຸວ່າ ກະຊວງສາທາຣະນະສຸຂ ຈະໄດ້ ໂກຕ້າຣັຖກອນແພດ ປະຈໍາປີ 2023 ຈໍານວນ 225 ຄົນ ເຊິ່ງເປັນຈໍານວນທີ່ໜ້ອຍ ໃນຮອບ 4 ປີ ຂະນະທີ່ ໃນປີ 2022 ໄດ້ໂກຕ້າ 320 ຄົນ, ປີ 2021 ໄດ້ໂກຕ້າ 301 ຄົນ, ປີ 2020 ໄດ້ໂກຕ້າ 400 ຄົນ ແລະ ປີ 2019 ໄດ້ໂກຕ້າ ຣັຖກອນແພດ ປະມານ 220 ຄົນ.

ຂະນະດຽວກັນ ບຸກຄະລາກອນທາງການແພດ ທີ່ປະຕິບັຕໜ້າທີ່ ຢູ່ໂຮງໝໍນ້ອຍ ຂັ້ນຕ່າງໆ ຂອງທາງການບາງສ່ວນ ພັດຍັງບໍ່ທັນໄດ້ຮັບຕ້ອນຄົນເຈັບ ແລະ ຍາດຕິພີ່ນ້ອງຂອງຄົນເຈັບ ເມື່ອເດີນທາງເຂົ້າມາ ຮັບບໍຣິການພໍເທົ່າໃດ.

ດັ່ງ ຜູ້ປົກຄອງ ທີ່ເດີນທາງເຂົ້າ-ອອກໂຮງໝໍ ເມືອງເປັນປະຈໍາ ເພື່ອພາລູກໄປຮັບການປິ່ນປົວ ຢູ່ໂຮງໝໍເມືອງ ໃນແຂວງຊຽງຂວາງ ນາງນຶ່ງກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ອັນທີ່ຜ່ານມາຫັ້ນ ກໍມັກໄດ້ໄປ ເພາະວ່າລູກເອຶ້ອຍ ກໍມີບັນຫາຢູ່ເດ້ລະ ການຕ້ອນຮັບຂອງທ່ານໝໍເນາະ ຂະເຈົ້າກໍເອົາໃຈໃສ່ຫັ້ນນ່າ ຂໍ້ຫຍຸ້ງຍາກນີ້ ມັນກໍມີຫຼາຍຢ່າງຫັ້ນເນາະ ໂຕຢ່າງວ່າ ການຮັບຕ້ອນຂອງພະຍາບານ ຫັ້ນແຫຼະ ມັນກໍມີບາງຄັ້ງ ກໍຊິວ່າ ແບບວ່າຄົນເຈັບສຸກເສີນ ຫັ້ນນ່າ ກໍຖືວ່າມີບາງຄັ້ງກໍຍັງ ກໍຍັງຄືແບບບໍ່ໄດ້ໃຈ ຄົນເຈັບຫັ້ນແຫຼະ.” 

ສໍາລັບເຣື່ອງບັນຊີ ຢາປົວພະຍາດ, ຜລິຕພັນການແພດ ແລະ ອຸປກອນທາງການແພດ ເປັນຕົ້ນ ເຄື່ອງວັດແທກອຸນຫະພູມ ແບບອັດຕະໂນມັດ ແລະ ເຄື່ອງຊ່ອຍຫາຍໃຈ ແບບສຸກເສີນ ຍັງບໍ່ສາມາດບອກຣາຍລະອຽດ ທີ່ຄັກແນ່ໄດ້ວ່າ ຕ້ອງການໂຕໃດແທ້ ແລະ ຍັງຂາດເຂີນໂຕໃດ ເນຶ່ອງຈາກທີ່ຜ່ານມາ ຍັງບໍ່ທັນຮັບຮູ້ກ່ຽວກັບ ສະຖິຕິດັ່ງກ່າວນີ້ເທື່ອ.

ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ນາງນຶ່ງກ່າວວ່າ:

“ອັນປິ່ນປົວທີ່ວ່າຍັງຂາດ ແບບໃດ ເປັນພຍາດຫຍັງ ກ່ຽວກັບພຍາດຫຍັງ ໂຕນີ້ເອື້ອຍກໍຕອບໃຫ້ບໍ່ໄດ້ ໂຕນີ້ເອື້ອຍຢູ່ຫັ້ນ ມັນເປັນໂຮງໝໍແຂວງ ມັນກໍຂາດເບິດຫັ້ນແຫຼະ ແຕ່ວ່າເຮົາກໍບໍ່ຮູ້ ບໍ່ອັນນັ້ນ ເພາະວ່າມັນກໍບໍ່ມີສະຖິຕິຫັ້ນນ່າ ເຮົາບໍ່ໄດ້ປັບສະຖິຕິວ່າໂຕໃດ ມັນຕ້ອງການຫຼາຍຫັ້ນນ່າ.” 

ຍານາງກ່າວຕື່ມວ່າ ທີ່ຜ່ານມາ ການໃຫ້ບໍຣິການດ້ານ ສາທາຣະນະສຸຂ ຢູ່ໂຮງໝໍ ມີເປົ້າໝາຍຫລັກ 3 ຂໍ້ ປະກອບມີ ການບໍຣິການທີ່ດີ ໃນການຕ້ອນຮັບຄົນເຈັບ, ຄວາມສະອາດ ແລະ ສຸຂອະນາໄມ ແລະ ເປີດໂອກາດ ໃຫ້ປະຊາຊົນ ເຂົ້າເຖິງການປິ່ນປົວ ຢ່າງເທົ່າທຽມ, ແຕ່ເຖິງຢ່າງໃດກໍຕາມ ການຂາດເຂີນອຸປະກອນ ທາງການແພດຕ່າງໆ ຍັງບໍ່ຄົງເປັນບັນຫາ ພາຍໃນໂຮງໝໍ ທຸກຂັ້ນຂອງຣັຖບານ.

ກ່ອນໜ້ານີ້ລະຫວ່າງວັນທີ 19-25 ກັນຍາ 2022 ທ່ານ ບຸນແຝງ ພູມມະໄລສິດ ຣັຖມົນຕຣີ ກະຊວງສາທາຣະນະສຸຂ ພ້ອມດ້ວຍຍານາງ ດຣ. ຍິງຣູ ແຈັກເກີລີນໂລ, ຜູ້ຕ່າງໜ້າອົງການ ອະນາໄມໂລກ ປະຈໍາປະເທດລາວ ໄດ້ດໍາເນີນການ ຕິດຕາມ ແລະ ກວດກາ ຄຸນນະພາບຂອງການບໍຣິການ ຂອງພນັກງານ ຂແນງສາທາຣະນະສຸຂ ຢູ່ແຂວງຊຽງຂວາງ ແລະ ແຂວງຫົວພັນ, ໂດຍສະເພາະ ຈຸດກວດກາສຸຂພາບຕາມຊາຍແດນ ແລະ ວຽກງານສັກວັຄຊິນ ປ້ອງກັນໂຄວິດ-19 ເພື່ອຊອກຊ່ອງທາງ ໃນການປັບປຸງ ແລະ ແກ້ໄຂ ໂດຍສະເພາະ ວຽກງານດ້ານສຸຂພາບ ຂອງແມ່ ແລະ ເດັກ ເພື່ອສ້າງຄວາມເຂັ້ມແຂງ ທາງດ້ານທັກສະ ໃຫ້ແກ່ພະນັກງານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.