ໂຮງໝໍ 103 ກອງທັບ ຫ້າມ ແພດ-ໝໍ ຮັບເງິນ ຈາກຄົນເຈັບ
2022.07.21
ປັດຈຸບັນ ຊາວລາວຫຼາຍຄົນ ຍັງພົບເຫັນ ແພດ-ໝໍ ຈໍານວນນຶ່ງ ເລືອກປິ່ນປົວສະເພາະ ຄົນທີ່ເອົາເງິນໃສ່ຊອງໃຫ້ ຫຼື ເປັນການຮັບສິນບົນໃນຮູບແບບນຶ່ງ ເພື່ອແລກກັບການບໍຣິການປິ່ນປົວທີ່ດີ ແຕ່ສໍາລັບຄົນບໍ່ມີເງິນໃສ່ຊອງໃຫ້ ກໍຈະຖືກປະຕິບັດບໍ່ດີ ເຊັ່ນເວົ້າຈາບໍ່ມ່ວນ ແລະ ລໍຖ້າປິ່ນປົວເປັນເວລາດົນ.
ເກີດມີຫາງສຽງ ຂອງສັງຄົມທີ່ຕຳນິວິຈານ ເຈົ້າໜ້າທີ່ແພດ-ໝໍ ເຣື່ອງການຮັບການເງິນ ຈາກຄົນເຈັບ ຫຼື ຊອງຂາວ. ເມື່ອບໍ່ດົນມານີ້ ໂຮງໝໍ 103 ກອງທັບ ໄດ້ອອກແຈ້ງການ ບໍ່ໃຫ້ເຈົ້າໜ້າທີ່ ບຸກຄະກອນທາງການແພດ ແລະ ໝໍ ຮັບເອົາເງິນໃສ່ຊອງ ຈາກປະຊາຊົນ ທຸກກໍລະນີ ໂດຍສະເພາະ ກໍລະນີຜ່າຕັດ ແລະ ຫ້າມປະຊາຊົນ ຈ່າຍໃຫ້ເຈົ້າໜ້າທີ່ແພດ ໂດຍບໍ່ມີໃບບິນຮັບເງິນຢ່າງຖືກຕ້ອງ.
ປະຊາຊົນເອງ ກໍເຫັນວ່າ ມັນເກີດຂຶ້ນເປັນປະຈຳ ຢູ່ທຸກໂຮງໝໍ, ຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ໄດ້ກ່າວໃນວັນທີ 21 ກໍຣະກະດາ ວ່າ:
“ບໍ່ວ່າແຕ່ໂຮງໝໍ 103, ຢູ່ໃສກະຄືກັນ. ຄັນວ່າ ເອີ ຜ່າຕັດພີ່ນ້ອງເອົາໃສ່ຊອງ ໃຫ້ທ່ານໝໍ ອີ່ຫຍັງຊື່ໆ ຊິນ່າ ຕາມປະເພດ ຄືຜ່ານມາ ຊາເຫັນເຈົ້າຂອງເອງ ກໍແມ່ນໄປຜ່າຕັດ ຢູ່ບ່ອນອື່ນ ບ່ອນຫຍັງ. ບາງເທື່ອເຮົາກໍໃສ່ ເອົາກະເອີ ໃຫ້ເພິ່ນກິນນໍ້າ ກິນໃນບໍ່. ເຮົາຢາກໃຫ້ຄ່າເພິ່ນເມື່ອຍ ຫຍັງຊື່ໆ ຫັ້ນນ່າ.”
ປະກົດການມັນເກີດຂຶ້ນ ກໍຄື ຖ້າແພດ-ໝໍ ບາງຄົນໄດ້ເງິນ ກໍຈະບໍຣິການດີ ແຕ່ຖ້າບໍ່ໄດ້ ກໍເວົາຈາກັບຄົນເຈັບບໍ່ມ່ວນ.
ຊາວລາວ ໃນນະຄອນຫລວງວຽງຈັນ ອີກ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 21 ກໍຣະກະດາ ວ່າ:
“ສ່ວນຫຼາຍ ຄັນວ່າ ເອົາເງິນໃຫ້ແພດໝໍຫັ້ນນ່າ ແພດໝໍຈະບໍຣິການດີແດ່ນ່າ ແຕ່ຖ້າວ່່າ ເຮົາພາຍາດເຮົາໄປເນາະ ແລ້ວຖ້າວ່າ ເຮົາບໍ່ໄດ້ໃສ່ຊອງຖາມຫຍັງກະບໍ່ຄ່ອຍໄດ້ຄໍາຕອບປານໃດ ແລ້ວກະບໍຣິການຊ້າ ບໍ່ຄ່ອຍມາສົນໃນກັບເຮົາຫັ້ນນ່າ ມັນຈະຂຶ້ນກັບບາງຄົນເດ້ ບາງຄົນກບໍຄ່ອຍເວົ້າມ່ວນປານໃດ ຄື ເຂົາເຈົ້າເວົ້າບໍ່ມ່ວນໃສ່ເຮົາກໍທົນຊິນ່າ ເປັນທຸກເກືອບໂຮງໝໍເລີຍ ທີ່ວ່າເປັນຣັຖນ່າ.”
ການເອົາເງິນໃສ່ຊອງໃຫ້ ທ່ານໝໍ ຫຼື ເຈົ້າໜ້າທີ່່ຢູ່ໂຮງໝໍ ເກີດຂຶ້ນມາດົນແລ້ວ ແລະ ກາຍເປັນປະເພນີຂອງຊາວລາວ. ຊາວລາວ ມີຄວາມເຊື່ອວ່າ ຖ້າໃຫ້ເງິນ ເຈົ້າໜ້າທີ່ແພດ-ໝໍ ກໍຈະໄດ້ຮັບການບໍຣິການທີ່ດີ.
ເຈົ້າໜ້າທີ່ ສາທາຣະນະສຸຂ ທ່ານນຶ່ງ ໄດ້ກ່ວວ່າ:
“ໂຕນີ້ມັນກະສະທ້ອນ ໃຫ້ສັງຄົມຜູ້ບໍ່ມີເງິນຫັ້ນແລ້ວ ກະບໍ່ກ້າເຂົ້າໂຮງໝໍເດ້ ບາດນີ້ ຄັນຊິີເວົ້າແຫຼະ ມັນ ເປັນແບບຊິນເຄີຍ ຜ່າຕັດແລ້ວ ກໍຫາເງິນໃສ່ຊອງໃຫ້້ເພິ່ນ ຖ້າວ່າ ມາເບິາງແລ້ວເນາະ ຈັນຍາບັນຂອງແພດຂອງໝໍ ກະບໍ່ຖືກຫັ້ນແລ້ວ ຕາມທັມດາ ມັນກໍບໍ່ຄວນແລ້ວໂຕນີ້ນ່າ ເພື່ອບໍ່ໃຫ້ຄົນທຸກຍາກເຂົານ້ອຍໃຈ ເວລາມາໂຮງໝໍ.”
ສາເຫດນຶ່ງ ບຸກຄະລາກອນແພດ ກໍມີເງິນໜ້ອຍ ສະນັ້ນມັນຈຶ່ງເປັນເຫດຜົລນຶ່ງ ທີ່ມີການຮັບເອົາຊອງຈາກຄົນເຈັບ.
ເຈົ້າໜ້າທີ່ ສາທາຣະນະສຸຂ ທ່ານນີ້ ກ່າວຕື່ມວ່າ:
“ທັງສອງຝ່າຍເລີຍໃດ ແກ້ຍາກເດ້ ມັນເປັນປະເພນີເດ້ ຜູ້ມີເງິນເຂົາຈຶ່ງໃສ່ຊອງໃຫ້ຫັ້ນນ່າ ເຂົາກະພໍໃຈ ຢ້ານ ເພິ່ນບໍ່ເບິ່ງ ບໍ່ແຍງ ແນວນັ້ນ ແຫຼະ ຄັນຊິເວົ້າ ເງິນເດືອນ ກະໜ້ອຍອີກ ມັນບໍ່ຢາກກຸ້ມເດ້ ແພດ ໝໍ ນີ້ ມັນບໍ່ມໄດ້ອອກຍາມເດ້ ມັນເຂົາຍາມຫິວນອນໝົດຄືນເນາະ ຄັນໄດ້ເຂົ້າຍາມ 24 ຊົ່ວໂມງໂລດ.”
ກໍລະນີຮັບເງິນຈາກຄົນເຈັບ ກໍຈະມີເຈົ້າໜ້າທີ່ແພດ-ໝໍ ບາງຄົນເທົ່ານັ້ນ ແຕ່ ບໍ່ໝາຍເຖິງເຈົ້າໜ້າທີ່ແພດ-ໝໍ ທົດທຸກຄົນ ຈະເຮັດແນວນັ້ນ.
ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ໄດ້ກ່າວວ່າ:
“ເປັນບາງຄົນ ກະຊິບາງຄົນ ແຫຼະ ກະຊິີບໍ່ແມ່ນໝົດດອກ ເພິ່ນເຖິງໃຊ້ມາຕການແນວນີ້ອອກມາເພື່ອກວມລວມຫັ້ນແຫຼະ ເປັນຫຼັກການໂຕແບບ ຄັນຜູ້ທຸກເຂົາກະມີເງິນດ້າມໜ້ອຍ ເຂົາກະບໍ່ຖ້າໄປໂຮງໝໍ ທັມດາຫຼັກການຂອງແພດເນາະ ຜ່າຕັດຈັ່ງຊິກໍໄດ້ເບິ່ງຕິດຕາມແພດ ຊີ້ແຈງ ແນະນໍາເຂົາເຈົ້າ.”
ຢ່າງໃດກໍຕາມ, ປະຊາຊົນລາວຫຼາຍຄົນ ກໍຢາກໃຫ້ ເຈົ້າໜ້າທີ່ບຸກຄະລາກອນ ທາງການແພດທຸກຄົນ ໃນລາວ ມີຈັນຍາບັນທີ່ດີ ໂດຍສະເພາະ ການໃຫ້ການບໍຣິການທີ່ດິນ, ການເວົ້າຈາສຸພາບ, ການບໍ່ເລືອກປະຕິບັດ ຫຼື ເບິ່ງແຍງແຕ່ຜູ້ມີເງິນເທົ່ານັ້ນ, ແຕ່ ຄວນເບິ່ງແຍງປິ່ນປົວທຸກຄົນ ຢ່າງເທົ່າທຽມກັນ ເພື່ອໃຫ້ເຂົ້າເຖິງການບໍຣິການ ສາທາຣະນະສຸຂ ທີ່ດີນໍາດ້ວຍ.