ຂ.ຫົວພັນຍັງຕ້ອງການ ໝໍ
2016.08.18

ມາເຖິງປັດຈຸບັນ ການສ້າງແພດ ໃຫ້ ໂຮງໝໍເມືອງ 9 ແຫ່ງ, ໂຮງໝໍແຂວງ 1 ແຫ່ງ ແລະ ສຸຂສາລາ 60 ແຫ່ງ ຢູ່ ແຂວງຫົວພັນ ຍັງບໍ່ ໄດ້ຫລື ບໍ່ພຽງພໍ ຕາມທີ່ຕ້ອງການ ເປັນຕົ້ນ ແພດຊ່ຽວຊານ ສໍາລັບ ໂຮງໝໍເມືອງ ໂຮງໝໍແຂວງ ແລະ ໂຮງໝໍ ມິຕພາບ ລາວ-ວຽດນາມ ທີ່ກໍາລັງ ຈະເປີດໃໝ່. ດ້ວຍເຫດນັ້ນ ຈຶ່ງອາດ ຈໍາເປັນຕ້ອງ ໄດ້ຂໍໃຫ້ ແພດ ຊ່ຽວຊານ ວຽດນາມ ມາຊ່ວຍ. ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງຫົວພັນ ຕໍ່ ວິທຍຸ ເອເຊັຍເສຣີ ໃນວັນທີ 17 ສິງຫາ ນີ້ວ່າ:
"ບໍ່ພຽງພໍຕອນນີ້ ແພດທີ່ມີຕອນນີ້ ສ່ວນຫຼາຍ ກໍມີທົ່ວໄປ ມີ ພະຍາບານ ມີວເຄາະກໍມີ ມີຄົບຢູ່ ແຕ່ມີ ຈໍານວນໜ້ອຍ ແຕ່ວ່າ ຊ່ຽວຊານ ມີໜ້ອຍ ຊ່ຽວຊານ ເຮົາບໍ່ມີ ຊ່ຽວຊານ ຕ້ອງໄດ້ເອົາ ມາຈາກ ວຽດນາມ".
ປັດຈຸບັນ ແຂວງຫົວພັນ ມີແພດທັງໝົດ 173 ຄົນ ປະຈໍາຢູ່ ໂຮງໝໍເມືອງ, ໂຮງໝໍແຂວງ ແລະ ສຸຂສາລາ. ທ່ານ ກ່າວຕື່ມວ່າ ທາງແຂວງ ມີແຜນການ ທີ່ ຈະສ້າງແພດ ເພີ້ມອີກ ເພື່ອບັນຈຸ ເຂົ້າໂຮງໝໍໃໝ່ ທີ່ ກໍາລັງຈະສ້າງ. ແຕ່ໂຄຕາ ການສ້າງແພດ ນັ້ນມີຈໍາກັດ, ມັນຂຶ້ນກັບ ກະຊວງ ສາທາຣະນະສຸຂ. ປັດຈຸບັນ ທາງແຂວງ ໄດ້ ສົ່ງນັກຮຽນ ທີ່ຮຽນດີ ໄປ ຮຽນແພດສາດ ຢູ່ ນະຄອນຫຼວງ ວຽງຈັນ ແລະ ສົ່ງໄປ ວຽດນາມ ຕາມແຜນການ ຮວມມື ແຂວງຕໍ່ແຂວງ ທັງໝົດ ປະມານ 400 ຄົນ:
"ສົ່ງໄປທາງວຽດນາມ ປະມານສອງຮ້ອຍ ປັດຈບັນນີ້ ກໍາລັງຮຽນຢູ່ ທຸກສາຂາ ວຽງຈັນ ນີ້ປະມານ ສອງສາມຮ້ອຍ ແຕ່ມັນຈໍາກັດ ເຣຶ່ອງ ໂຄຕາ ມັນລິມິດ ເຣຶ່ອງ ໂຄຕາ ເນາະ".
ທ່ານເວົ້າວ່າ ນັກຮຽນ ທີ່ໄປຮຽນແພດສາດ ຢູ່ນະຄອນຫຼວງວຽງຈັນ ແລະ ວຽດນາມ ນັ້ນຄາດວ່າ ຈະສໍາເຣັດ ການສຶກສາ ມາປະຈໍາຢູ່ ໂຮງໝໍຕ່າງໆ ຂອງແຂວງນີ້ ພາຍໃນ ປີ 2020. ປັດຈຸບັນ ແຂວງຫົວພັນ ຕ້ອງການແພດ ທົ່ວໄປ ປະມານ 300 ຄົນ ເພື່ອ ບັນຈຸເຂົ້າໃນ ໂຮງໝໍ ມິຕພາບ ລາວ-ວຽດນາມ ຂນາດ 200 ຕຽງ ທີ່ກໍາລັງ ຈະປີດໃຊ້ ໃນໄວໆນີ້.