ຂ.ຈຳປາສັກເລັ່ງປ້ອງກັນ ໄວຣັສ HIV
2017.09.29
ແຂວງຈຳປາສັກ ເລັ່ງສະກັດກັ້ນ ເຊື້ອໄວຣັສ HIV ຍ້ອນມີກຸ່ມສ່ຽງ ຕິດເຊື້ອໄວຣັສ ນີ້ເພີ້ມຂຶ້ນທຸກປີ ເຖິງຈະບໍ່ມີຂໍ້ມູນຊີ້ບອກຄັກແນ່ ກໍຕາມ ເພາະຢູ່ຫຼາຍເຂດ ຍັງບໍ່ສາມາດ ແກ້ໄຂບັນຫາການຄ້າ ປະເວນີໄດ້ ແລະຍັງມີກຸ່ມ ຊາຍຮ່ວມເພດດຽວກັນ ເປັນຕົ້ນໃນເຂດ ຊາຍແດນ ທີ່ ຕິດກັບໄທ ທີ່ມີຜູ້ຕິດເຊື້ອໄວຣັສ ແລະ ເປັນເອສຫຼາຍຄົນ ຈຶ່ງຕ້ອງໄດ້ຣະວັງ ກັນຢ່າງເຂັ້ມງວດ. ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງຈຳ- ປາສັກ ເວົ້າໃນມື້ວັນທີ 28 ກັນຍານີ້ວ່າ:
"ຄັນຄົນຂະເຈົ້າມີຄວາມຮູ້ນໍ ຂະເຈົ້າກໍຮູ້ຈັກວ່າ ຕົວເອງມີຄວາມສ່ຽງກໍເຂົ້າກວດ ຂະເຈົ້າມີຄວາມສ່ຽງຢູ່ ຫາກວ່າຂະເຈົ້າບໍ່ມີຄວາມຮູ້ຂະເຈົ້າ ບໍ່ຈັກວ່າ ຄັນຕົວເອງ ມີຄວາມສ່ຽງ ຂະເຈົ້າ ແລ້ວສິໄປໄສ ໄປກວດຢູ່ໄສ ຂະເຈົ້າກໍບໍ່ຈັກ ຄັນວ່າເຂົາຮູ້ນະ ຄົນໄຂ້ເຮົາແຮງ ເພີ້ມຂຶ້ນ".
ນາງເວົ້າວ່າ ແຂວງຈຳປາສັກ ກໍນັບວ່າເປັນແຂວງນຶ່ງ ທີ່ມີກຸ່ມສ່ຽງຕໍ່ການ ທີ່ຈະຕິດເຊື້ອ ໄວຣັສ HIV ນີ້ຫລາຍ ໂດຍສະເພາະ ໃນເມືອງ ໂພນທອງ ຊຶ່ງເປັນເຂດ ທີ່ຢູ່ຕິດກັບ ຊາຍແດນໄທ ຊຶ່ງມີຄົນຕິດເຊື້ອ ນີ້ແລ້ວ 1 ພັນປາຍຄົນ ຍ້ອນທີ່ຜ່ານມາມີການຄ້າ ປະເວນີ ຫລາຍ ແລະບໍ່ຍອມໄປກວດ ເລືອດເບິ່ງ, ຊຶ່ງທົ່ວແຂວງນີ້ ມີຜູ້ຕິດເຊື້ອແລ້ວ ເກືອບເຖິງ 7 ພັນຄົນ ແລະກຸ່ມທີ່ມີຄວາມສ່ຽງສູງ ແລະຕິດເຊື້ອແລ້ວ ແມ່ນກຸ່ມຊາຍ ຮ່ວມເພດດຽວກັນ.
ເພື່ອແກ້ໄຂບັນຫາດັ່ງກ່າວ ເຈົ້າໜ້າທີ່ແຂວງຈຳປາສັກ ໄດ້ພຍາຍາມອອກ ໂຄສະນາໃຫ້ກຸ່ມ ທີ່ມີຄວາມສ່ຽງຢູ່ຕາມ ແນວຊາຍແດນຕິດກັບ ໄທເພື່ອເຜີຍແພ່ ໃຫ້ປະຊາຊົນ ໂດຍສະເພາະຊາວໜຸ່ມ ເຂົ້າໃຈເຖິງຜົລຮ້າຍ ຂອງເຊື້ອໄວຣັສ HIV ແລະການເປັນເອສ ແນະນໍາໃນເຣຶ່ອງ ການປິ່ນປົວເບື້ອງຕົ້ນ ແລະໃຫ້ຢາກິນ ສໍາລັບ ຜູ້ຕິດເຊື້ອ ແລະເປັນເອສແລ້ວ.
ຄະນະກັມການແຫ່ງຊາດຕ້ານເອສ ຣາຍງານວ່າໃນປີ 2016-17 ຢູ່ ສປປລາວ ພົບວ່າ ຈໍານວນຜູ້ຕິດເຊື້ອໄວຣັສ HIV ຫລຸດລົງຫລາຍ ຊຶ່ງຣະຍະຜ່ານມາ ເພີ້ມຂຶ້ນ ຫລາຍກວ່າ 1 ພັນຄົນຕໍ່ປີ. ແຕ່ສິ່ງທີ່ໜ້າເປັນຫ່ວງຄື ມີຜູ້ຕິດເຊື້ອໄວຣັສ HIV ພຽງ 56% ໃນຈໍານວນຜູ້ຕິດ ເຊື້ອທັງໝົດ ຢູ່ໃນທົ່ວປະເທສ ຮູ້ວ່າຕົນຕິດ ແລະມີພຽງ 30% ຂອງຊາຍຮ່ວມເພດ ດຽວກັນ ທີ່ຕິດເຊື້ອໄວຣັສນີ້ ໄປກວດເລືອດແລະໄດ້ ຮັບການຮັກສາປິ່ນປົວ.