ຊາວບ້ານໂຄກກ່ອງ ແຂວງຈຳປາສັກ ເດືອດຮ້ອນນຳກິ່ນເໝັນ ຟາມລ້ຽງໝູ

ໄຊຍາ
2024.02.23
ຊາວບ້ານໂຄກກ່ອງ ແຂວງຈຳປາສັກ ເດືອດຮ້ອນນຳກິ່ນເໝັນ ຟາມລ້ຽງໝູ ໂຕຢ່າງ ຂອງ ຟາມລ້ຽງໝູ ຢູ່ ສປປ ລາວ.
ນັກຂ່າວ ພົລເມືອງ

ປັດຈຸບັນ ຊາວບ້ານຢູ່ບ້ານໂຄກກ່ອງ ເມືອງຈໍາປາສັກ ແຂວງຈໍາປາສັກ ໄດ້ຮັບຜົນກະທົບຈາກກິ່ນຂີ້ໝູຮຸນແຮງ ຂອງຟາມລ້ຽງໝູ ຂະໜາດໃຫຍ່ແຫ່ງໜຶ່ງ ຂອງນັກລົງທຶນຈາກປະເທດໄທຍ ເຮັດໃຫ້ໄດ້ຮັບຄວາມເດືອດຮ້ອນຫຼາຍ ໂດຍສະເພາະຕອນກາງຄືນ ນອນບໍ່ລັບເພາະເໝັນກິ່ນຂີ້ໝູແຮງ ເຊິ່ງກໍຍັງບໍ່ມີພາກສ່ວນໃດລົງມາແກ້ໄຂ ບັນຫາດັ່ງກ່າວນີ້ເທື່ອ. ອີງຕາມການຣາຍງານ ຂອງພົນລະເມືອງ ແລະຂ່າວທ້ອງຖິ່ນຈຳນວນໜຶ່ງເມື່ອວັນທີ 20 ກຸມພາ 2024.

ກ່ຽວກັບເຣື່ອງນີ້ ຊາວລາວທີ່ຮູ້ເຫດການດັ່ງກ່າວ ໄດ້ກ່າວວ່າກິ່ນເໝັນ ຈາກຟາມໝູດັ່ງກ່າວ ເກີດຈາກນໍ້າຂີ້ໝູໄຫຼລົ້ນອ່າງບໍາບັດນໍ້າເສັຍ ຈຶ່ງເຮັດໃຫ້ມີການຂຸດໜອງ ສຳລັບໃຫ້ນໍ້າຂີ້ໝູ ໄຫຼໄປຂັງລວມກັນ ຈຶ່ງເຮັດໃຫ້ສົ່ງກິ່ນເໝັນ ຢ່າງຮຸນແຮງ ແລະມາຮອດປັດຈຸບັນ ກໍຍັງບໍ່ທັນມີເຈົ້າໜ້າທີ່ ພາກສ່ວນໃດລົງໄປຕິດຕາມກວດກາເທື່ອ.

ດັ່ງທ່ານກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 21 ກຸມພາ ນີ້ວ່າ:

“ສົ່ງກິ່ນເໝັນບຳບັດ ບໍ່ໄດ້ອ່າງບຳບັດມັນນ້ອຍ ເພິ່ນເຮັດອ່າງແຕ່ວ່າ ອ່າງມັນເຕັມນ່າ. ອ່າງມັນນ້ອຍນ່າບໍ່ໄດ້ສົ່ງລົງອ່າງ ຂຸດໜອງບຳບັດ ເຮັດອ່າງບຳບັດຫັ້ນແຫຼະ.”

ຊາວບ້ານທີ່ຢູ່ໃກ້ຄຽງ ກໍຢືນຢັນວ່າໄດ້ຮັບຜົນກະທົບ ຈາກກິ່ນຂີ້ໝູ່ນັ້ນແທ້ ແລະຊາວບ້ານຫຼາຍຄົນ ກໍພາກັນຈົ່ມຢ່າງໜັກ ຍ້ອນສົ່ງຜົນກະທົບ ຕໍ່ການລັບນອນຂອງພວກເຂົາເຈົ້າ ຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລັ່ງກວດກາຕິດຕາມ ແລະແກ້ໄຂບັນຫານີ້ຢ່າງຮີບດ່ວນກ່ອນ ທີ່ຈະສົ່ງຜົນກະທົບ ຢ່າງຮ້າຍແຮງຈົນຮອດສຸຂພາບຂອງຊາວບ້ານ.

ດັ່ງນາງກ່າວວ່າ:

“ເຮົາກາຢູ່ໃກ້ເຂົາ ຢູ່ແຕ່ວ່າສ່ວນຫຼາຍກາຫາງສຽງ ກາໄປທາງນັ້ນຫັ້ນແຫຼະ ວ່າຊັ້ນສາສຽງວິພາກວິຈານ ແດ່ວ່າ ເໝັນຂີ້ໝູອີ່ຫຍັງຊີ້ຫັ້ນນ່າ. ມັນກາມີຫັ້ນແຫຼຸະມັນກາເກີດຜົນກະທົບ ຫຼາຍອັນເພາະວ່າ ຟາມເຂົາກາລ້ຽງໝູ ນຳເຂດລະແວກທົ່ງ ທົ່ງນາແນ່ ຍາມກາງຄືນກາມີກິ່ນເໝັນນ່າ.”

ຊາວບ້ານອີກທ່ານໜຶ່ງ ທີ່ເດີນທາງໄປມາຢູ່ບ້ານໂຄກກ່ອງ ຢູ່ເລື້ອຍໆ ກໍເຫັນວ່າບັນຫາດັ່ງກ່າວນີ້ ຍັງສືບຕໍ່ມີຢູ່ຍ້ອນຟາມໝູແຫ່ງດັ່ງກ່າວ ມີການລ້ຽງໝູຈຳນວນຫຼາຍ ແຕ່ກໍບໍ່ຮູ້ກ່ຽວກັບຜົນກະທົບ ຂອງຊາວບ້ານຢ່າງຄັກແນ່ ເພາະວ່າທ່ານເອງກໍເດີນທາງເຂົ້າໄປ ໃນບ້ານໃນດັ່ງກ່າວດົນໆເທື່ອໜຶ່ງ.

ດັ່ງທ່ານກ່າວວ່າ:

“ກໍມີຫຼາຍຢູ່ໂຕນີ້ເພາະວ່າໂຕນີ້ ນ້ອງກາບໍ່ຮູ້ປານໃດ ແຕ່ວ່າເຫັນຢູ່ບ້ານໂຄກກ່ອງຫັ້ນ ມີຟາມໝູເຫັນມີຢູ່ເພາະວ່າ ນ້ອງບໍ່ແມ່ນຄົນບ້ານໂຄກກ່ອງນ່າ ເຫັນເພິ່ນລ້ຽງຫຼາຍຢູ່.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ຜແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ ກ່າວວ່າສຳລັບຟາມລ້ຽງໝູ ດັ່ງກ່າວທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງກໍໄດ້ລົງໄປຕິດຕາມ ກວດກາຢູ່ເປັນໄລຍະແຕ່ສຳລັບບັນຫາ ທີ່ເກີດຂື້ນທີ່ໄດ້ຖືກເຜີຍແຜ່ ທາງສື່ສັງຄົມອ໋ອນລາຍນ໌ ໃນເທື່ອນີ້ ກໍຍັງບໍ່ມີຊາວບ້ານຫຼືພາກສ່ວນໃດມີການຮ້ອງຮຽນ ມາຍັງຜແນກເທື່ອ ແລະກໍບໍ່ສະດວກທີ່ຈະໃຫ້ຣາຍລະອຽດ ຫຼາຍໄປກ່ວານີ້.

ດັ່ງຍານາງກ່າວວ່າ:

“ຂີ້ໝູເໝັນຫັ້ນບໍ່ເຂົາໄປຫຼາຍເທື່ອແລ້ວ ບໍ່ໃດຫັ້ນມັນບໍ່ມີພາກສ່ວນທີ່ກ່ຽວຂ້ອງ ສະເໜີເອກະສານອິຫຍັງຫັ້ນນ່າ.”

ທາງດ້ານນັກວິຊາການ ດ້ານການລ້ຽງໝູ ທີ່ຂໍສະຫງວນຊື່ ແລະສຽງກ່າວວ່າ.

“ຕາມປົກກະຕິແລ້ວກ່ອນທີ່ຈະມີການສ້າງຟາມລ້ຽງໝູ ໃນລາວນັ້ນທາງຜູ້ລົງທຶນ ຕ້ອງໄດ້ມີການສົ່ງບົດປະເມີນຜົນກະທົບ ດ້ານສິ່ງແວດລ້ອມ ໃຫ້ຂະແນງການທີ່ກ່ຽວຂ້ອງ ເປັນຜູ້ປະເມີນ ແລະ ກວດກາ ແລະ ຄັນເບິ່ງ ແລ້ວເຫັນວ່າຟາມລ້ຽງໝູມີອ່າງບຳບັດນໍ້າເສັຍ ທີ່ໄດ້ມາຕຖານ ແລະຮັບປະກັນຜົນກະທົບຕໍ່ສິ່ງແວດລ້ອມ ກໍຈະໄດ້ຮັບການອະນຸມັດໃຫ້ ສ້າງຟາມລ້ຽງໝູໄດ້ ແຕ່ກປັດສະຈາກບໍ່ໄດ້ວ່າ ຟາມລ້ຽງໝູຈຳນວນໜຶ່ງມັກສວຍໂອກາດ ປ່ອຍນໍ້າເສັຍລົງໃສ່ທຳມະຊາດ.”

ກ່ອນໜ້ານີ້ຟາມລ້ຽງໝູ ບາງແຫ່ງຂອງນັກລົງທຶນ ຕ່າງປະເທດກໍໄດ້ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ແລະຊາວບ້ານມາ ແລ້ວເປັນຕົ້ນໃນໄລຍະວັນທີ 23-25 ມົກກະຣາທີ່ຜ່ານມານີ້ ຟາມລ້ຽງໝູຂອງນັກລົງທຶນຈີນ ແຫ່ງໜຶ່ງຢູ່ບ້ານເມືອງງາ ເມືອງວຽງໄຊ ແຂວງຫົວພັນ ກໍໄດ້ປ່ອຍນໍ້າເສັຍຈາກການລ້າງຄອກໝູ ລົງໃສ່ນໍ້າງາເຮັດໃຫ້ເກີດຝູງປາຕາຍ ຈຳນວນຫຼາຍກ່ວາ 230 ກິໂລກະຣາມ ຢູ່ສາຍນໍ້າດັ່ງກ່າວ. ຈົນມາຮອດວັນທີ 26 ມົກກະຣາ 2024 ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ເຮັດບົດບັນທຶກກັບເຈົ້າຂອງຟາມໝູ ດັ່ງກ່າວພ້ອມທັງໃຫ້ຈ່າຍຄ່າຊົດເຊີຍ ຄິດໄລ່ເປັນ 15,000 ກີບຕໍ່ປາຕາຍ 1 ກິໂລກຣາມ ແລະ ຄັນຍັງເກີດເຫດເພີ່ມຕື່ມອີກ ກໍຈະຖືກສັ່ງໂຈະກິຈການນັ້ນທັນທີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.