ກອງທຶນ ປະກັນສຸຂພາບ ແຫ່ງຊາຕ ໂອນເງິນໃຫ້ໂຮງໝໍ 3 ແຂວງ ທີ່ຕິດໜີ້ຄ່າຢາແລ້ວ

ຈຳປາທອງ
2023.08.25
ກອງທຶນ ປະກັນສຸຂພາບ ແຫ່ງຊາຕ ໂອນເງິນໃຫ້ໂຮງໝໍ 3 ແຂວງ ທີ່ຕິດໜີ້ຄ່າຢາແລ້ວ ຄົນເຈັບ ທີ່ໃຊ້ບໍຣິການປິ່ນປົວ ທີ່ໂຮງໝໍແຫ່ງນຶ່ງ ໃນ ສປປ ລາວ. ເດືອນສິງຫາ ປີ 2022.
ນັກຂ່າວ ພົລເມືອງ

ກອງທຶນປະກັນສຸຂພາບ ແຫ່ງຊາຕຂອງລາວ ໄດ້ໂອນເງິນໃຫ້ໂຮງໝໍແຂວງສາລະວັນ, ຄໍາມ່ວນ ແລະແຂວງຊຽງຂວາງ ນັ້ນແລ້ວໃນເດືອນສິງຫານີ້ ເພື່ອຈ່າຍໜີ້ຄ່າຢາ, ເຮັດໃຫ້ການບໍຣິການຕ່າງໆ ພາຍໃນໂຮງໝໍ ກັບເຂົ້າສູ່ສະພາບປົກກະຕິ,​ ຄົນເຈັບບໍ່ໄດ້ຊື້ຢາຈາກທາງນອກ. ສະເພາະໂຮງໝໍ ແຂວງສາລະວັນ ທີ່ເຄີຍຕິດໜີ້ ແລະຂາດຢາ 26 ລາຍການ ຫລື 26 ຊະນິດ ມາຕັ້ງແຕ່ປີ 2022 ແລະແຕ່ເດືອນ ມົກກະຣາ ເຖິງເດືອນສິງ ຫານີ້ ໂຮງໝໍຕິດໜີ້ຄ່າຢາຂອງບໍຣິສັດຢາທັງໝົດ ເຖິງ 25 ຕື້ກີບ, ແຕ່ໃນຕົ້ນເດືອນສິງຫານີ້ ກອງທຶນປະກັນສຸຂພາບແຫ່ງຊາຕ ໄດ້ໂອນເງິນໃຫ້ໂຮງໝໍແຂວງນີ້ແລ້ວ 3 ຕື້ປາຍກີບ ເພື່ອຈ່າຍໜີ້ຄ່າຢາປີ 2022  ແລະທາງໂຮງໝໍກໍມີເງິນຊື້ຢາ ແລະຄົນເຈັບບໍ່ຈໍາເປັນຕ້ອງໄດ້ອອກໄປຊື້ຢາຈາກທາງນອກ. ແຕ່ຖ້າກອງທຶນປະກັນສຸຂພາບແຫ່ງຊາຕ ບໍ່ຈັດສັນງົບປະມານໃຊ້ໜີ້ສ່ວນທີ່ຍັງເຫລືອ  ເກືອບ 22 ຕື້ກີບ ກໍອາຈເຮັດໃຫ້ທ້າຍປີ 2023 ນີ້ ຄົນເຈັບຈະຕ້ອງໄດ້ຊື້ຢາກິນເອງຕື່ມ ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງສາລະວັນທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 24 ສິງຫານີ້.

2022 ຈ່າຍໝົດແລ້ວ ເດືອນ 8 ກໍກໍາລັງເຄິ່ງເດືອນຂຶ້ນມານີ້ນ່າ ບໍຣິສັດເພິ່ນມາສົ່ງຢາໃຫ້ ຫລັງຈາກທີ່ໄດ້ເວົ້າກັນແລ້ວ ເງິນເພິ່ນກໍໂອນມາໃຫ້ເດ້ ປະກັນເພິ່ນກໍໂອນມາໃຫ້ເດ້ ຖືວ່າປັດຈຸບັນນີ້ ກໍປົກກະຕິແຕ່ວ່າບໍຣິສັດ ເພິ່ນກໍສນອງໃຫ້ພວກເຮົາໄດ້ຊໍາລະຈໍານວນນຶ່ງ ມັນກໍດີຂຶ້ນມັນກໍຊາຕບໍ່ຫລາຍ ແຕ່ວ່າເຮົາກໍໃຊ້ທົດແທນກັນໄດ້ ຄົນເຈັບບໍ່ໄດ້ຊື້ແລ້ວແຫລະ ດຽວນີ້ ແຕ່ຍັງມີໜີ້ປີ 2023 ບໍ່ຮູ້ວ່າ ສົມມຸດວ່າບໍ່ໄດ້ເງິນຮອດເດືອນ 9 ເດືອນ 10 ໝູ່ສິບໍ່ມາສົ່ງຢາ ຄົນເຈັບຈໍາເປັນຊື້ຢາກໍບໍ່ຈັກແຫລະ.” 

ທ່ານກ່າວຕື່ມວ່າ ປັດຈຸບັນ ໂຮງໝໍແຂວງສາລະວັນ ຍັງຂາດຢາພຽງ 5 ລາຍການ ຈາກທີ່ເຄີຍໄດ້ຂາດ 26 ລາຍການ ແລະຢາທີ່ຂາດນັ້ນ ເປັນຢາທີ່ໃຊ້ທົດແທນກັນໄດ້. ໃນໄລຍະຂາດເຂີນຢາ ແລະຂາດນໍ້າທະເລ ເມື່ອທ້າຍປີ 2022 ເຖິງກາງປີ 2023 ນີ້ ແມ່ນບໍ່ສາມາດເອົາຢາສັກ ຢາກິນໄປທົດແທນກັນໄດ້. ແຕ່ດຽວນີ້ ມີຢາຫລາຍລາຍການແລ້ວ ໃນໂຮງໝໍແຂວງນີ້ ກໍມີສະພາບດີຂຶ້ນ.

ຢູ່ໂຮງໝໍແຂວງຄໍາມ່ວນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງແຂວງນີ້ ກໍເວົ້າໃນມື້ດຽວກັນນີ້ວ່າ ໄດ້ຮັບເງິນຈາກກອງທຶນປະກັນສຸຂພາບແຫ່ງຊາຕແລ້ວ ປະມານຕົ້ນເດືອນສິງ ຫານີ້ ບໍຣິສັດຢາກໍສົ່ງຢາມາໃຫ້ຕາມລາຍການທີ່ໄດ້ສັ່ງໄປ ຄືກັນກັບໂຮງໝໍແຂວງສາລະວັນ ເຮັດໃຫ້ຄົນເຈັບ ບໍ່ຈໍາເປັນຕ້ອງໄດ້ໄປຊື້ຢາ ຢູ່ທາງນອກຫລາຍຄືແຕ່ກ່ອນແລ້ວ.

“ອັນນີ້ໄດ້ແຕ່ 3 ຕື້ນຶ່ງ 2 ງວດປີ 2022 ຍັງ 500 ລ້ານກີບ ຄົນເຈັບກໍບໍ່ໄດ້ຊື້ຢາທາງນອກແລ້ວ ກໍເປັນບາງຕົວຢາທີ່ຍັງຂາດຊື່ໆ ເຈົ້າ.”

ຢູ່ໂຮງໝໍແຂວງຊຽງຂວາງ ເຈົ້າໜ້າທີ່ທີ່ກ່ຽວຂ້ອງແຂວງນີ້ ກໍເວົ້າວ່າ ຫາກໍ່ໄດ້ຮັບເງິນ ທີ່ໂອນມາຈາກກອງທຶນປະກັນສຸຂພາບແຫ່ງຊາຕ 2 ຕື້ປາຍກີບ ເພື່ອຈ່າຍໜີ້ຄ່າຢາໃຫ້ບໍຣິສັດ, ເຮັດໃຫ້ຄົນເຈັບບໍ່ຈໍາເປັນທີ່ຈະຕ້ອງໄດ້ໄປຊື້ຢາຢູ່ທາງນອກແລ້ວ ຍ້ອນທາງໂຮງໝໍ ມີຢາທຸກຊະນິດ ຄືກັນກັບຢູ່ຮ້ານຂາຍຢາທາງນອກ ມີແຕ່ຢາສລົບເທົ່ານັ້ນ ທີ່ຍັງຂາດບາງຊ່ວງ, ແຕ່ທາງໂຮງໝໍກໍຈະຂໍຢືມຈາກໂຮງໝໍ ໃກ້ຄຽງເພື່ອແກ້ໄຂໄປກ່ອນ.

“ຢາກໍປົກກະຕິຢູ່ ເພາະວ່າເພິ່ນໂອນມາໃຫ້ ວັນທີ 21 ເດືອນ 8 ເຈົ້າ ໂຕນີ້ໄດ້ 2 ຕື້ 4 ແຕ່ວ່າໂອນໂຕນີ້ ຕາມການລາຍງານແມ່ນງວດປີ 2022 ເງິນທີ່ໂອນມາ ແມ່ນໃຫ້ຄ່າຢາ 2023 ນີ້ ຂອງພວກເຮົາຕິດໜີ້ນິ 4 ຕື້ປາຍ ຢາທາງນອກ ຢູ່ໂຮງໝໍສ່ວນຫລາຍມີເປັນສ່ວນໃຫຍ່ ແຕ່ຂາດບາງຢ່າງ ເປັນພວກຢາສລົບຫັ້ນທີ່ຜແນກສນອງບໍ່ທັນ.”

ເມື່ອວັນທີ 22 ສິງຫານີ້ ທ່ານ ບຸນແຝງ ພູມມະໄລສົດ ຣັຖມົນຕຣີກະຊວງ ສາທາຣະນະສຸຂ ໄດ້ຣາຍງານຕໍ່ກອງປະຊຸມ ປະເມີນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການປະກັນສຸຂພາບ ທີ່ແຂວງຈໍາປາສັກ ວ່າ ຣັຖບານຈັດສັນງົບປະມານ ໃຫ້ກອງທຶນປະກັນສຸຂພາບແຫ່ງຊາຕ 180 ຕື້ປາຍກີບຕໍ່ປີ ແລະອີງຕາມຂໍ້ມູນປີ 2022 ການເກັບເງິນສົມທົບຂອງປະຊາຊົນ ເວລາມາໃຊ້ບໍຣິການ ແມ່ນຍັງຕໍ່າ ຄືເກັບໄດ້ພຽງ 6.4% ຂອງມູນຄ່າທົດແທນ, ຍ້ອນເງິນກີບເຟີ້ ຈຶ່ງເຮັດໃຫ້ມູນຄ່າປິ່ນປົວ ໂດຍສະເພາະຄ່າຢາ ແລະອຸປກອນການແພດສູງຂຶ້ນ ເຮັດໃຫ້ມີໜີ້ສະສົມໃນແຕ່ລະປີ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍໄດ້ກ່າວຕໍ່ກອງປະຊຸມນັ້ນວ່າ ນັບແຕ່ປີ 2018 ເປັນຕົ້ນມາ ກົດໝາຍຍັງມີບາງມາດຕຣາ ທີ່ຍັງບໍ່ສອດຄ່ອງກັບສະພາບຄວາມເປັນຈິງ, ກັບສະພາບເສຖກິຈ-ສັງຄົມຂອງລາວ,​ ກອງທຶນປະກັນສຸຂພາບແຫ່ງຊາຕ ຕ້ອງໄດ້ປັບປຸງເນື້ອໃນ ໃຫ້ມີລັກສະນະສະເພາະເຈາະຈົງຂຶ້ນຕື່ມ ຫລືອາຈເກັບເງິນຈາກປະຊາຊົນ ທີ່ມາໃຊ້ບໍຣິການຕື່ມ.

“ເພິ່ນກໍກຽມປັບປຸງໃໝ່ ບໍ່ຮູ້ບໍ່ທັນອອກມາ ມີແຕ່ໃຊ້ໂຕເກົ່າຢູ່ ເພາະມື້ວານກໍໄປປະຊຸມຢູ່ປາກເຊ ກໍເວົ້າເຣື່ອງນີ້ ເງິນສົມທົບຂອງປະຊາຊົນ ເວລາມາໃຊ້ບໍຣິການ ກໍຕໍ່າຫັ້ນແຫລະ ແຕ່ກີ້ແຕ່ກ່ອນຫັ້ນມັນກໍໄດ້ ລາຄາສິນຄ້າ ມັນກໍໄດ້ຢູ່ຕາມເພິ່ນປະເມີນ ແລ້ວເພິ່ນຈັ່ງອອກກົດໝາຍມາບາດດຽວນີ້ ເສຖກິຈເຮົາເຄີຍຊື້ 10 ມາຊື້ຊາວ ຊື້ 30 ຜູ້ມາບໍຣິການມັນຕ້ອງໄດ້ເສັຽເພີ່ມ ອັນນີ້ເຮົາມາເກັບຄືເກົ່າມັນກໍຍາກຢູ່ດອກ.”

ອີງຕາມກົດໝາຍນັ້ນ ປັດຈຸບັນ ພົລເມືອງລາວຕ້ອງຈ່າຍເວລາໄປປິ່ນປົວ ແຕ່ລະຄັ້ງ ສໍາລັບການປິ່ນປົວຢູ່ສຸກສາລາ ແມ່ນ 5,000 ກີບຕໍ່ຄັ້ງ, ຢູ່ໂຮງໝໍເມືອງ 10,000 ກີບຕໍ່ຄັ້ງ, ຢູ່ໂຮງໝໍແຂວງ 15,000 ກີບຕໍ່ຄັ້ງ.​ ຖ້ານອນໂຮງໝໍເມືອງ ຫລືໂຮງໝໍແຂວງ ແມ່ນຈ່າຍສົມທົບບໍ່ເກີນ 30,000 ກີບຕໍ່ຄັ້ງ ແລ້ວຈະບໍ່ໄດ້ຈ່າຍຄ່າປິ່ນປົວໃດໆຕື່ມອີກ ຍົກເວັ້ນກໍຣະນີ ທີ່ກອງທຶນບໍ່ຄຸ້ມຄອງ ຫລື ບໍ່ຈ່າຍໃຫ້ພິເສດສໍ າລັບຄຣູບາ, ແມ່ຍິງຖືພາ, ເດັກນ້ອຍອາຍຸຫລຸດ 5 ປີ ແລະຜູ້ທຸກຍາກ ແມ່ນປິ່ນປົວ ບໍ່ໄດ້ເສັຍຄ່າ, ບໍ່ເສັຍຄ່າສົມທົບຫຍັງໝົດ.

ກອງທຶນປະກັນສຸຂພາບແຫ່ງຊາຕ ໄດ້ຮັບງົບປະມານ ຈາກຣັຖບານ ເພື່ອບໍຣິຫານຈັດການວຽກງານ ການຮັກສາສຸຂພາບ ຂອງປະຊາຊົນທຸກຄົນໃນປະເທດ. ກອງທຶນດັ່ງກ່າວ ຈະຄິດໄລ່ງົບປະມານໃຫ້ໂຮງໝໍແຂວງ ແບບຕໍ່ຫົວຄົນ ທີ່ເຂົ້າມາຮັບການບໍຣິການ ຊຶ່ງເປັນງົບປະມານທີ່ບໍ່ພຽງພໍ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງສາລະວັນຜູ້ດຽວກັນນັ້ນ ກ່າວວ່າ:

“ເພິ່ນໄລ່ໃຫ້ເປັນຄົນ ມານອນໂຮງໝໍເດ໋ ບໍ່ແມ່ນສິໄລ່ສະເລັ່ຽເດ໋ ຜູ້ໃດມານອນເຮົາຈຶ່ງຂຽນເອກສານໄປແລ້ວເພິ່ນມາກວດ ເພິ່ນຈ່າຍຕາມເອກສານທີ່ເພິ່ນຈະໃຫ້ເຮົາ ເຮົາບໍ່ໄດ້ຂາຍຢາໃຫ້ຄົນເຈັບເດ້ ປະກັນສຸຂພາບເພິ່ນເອົາເງິນໃຫ້ເຮົາ ໃຫ້ໄດ້ຕາມການມອບເໝົາເຄສຫັ້ນນ່າ ໂດຍບາງເຄສນຶ່ງນອນເພິ່ນໃຫ້ 4 ແສນກີບ ໂຮງໝໍນີ້ເນາະ ຄັນໃຫ້ 4 ແສນກີບແຕ່ກີ້ແຕ່ກ່ອນໃຫ້ຢາຫັ້ນ ມັນກໍພໍດຸ່ນດ່ຽງກັນໄດ້ ມັນບໍ່ແພງເດ້ ຢາແຕ່ກ່ອນແຕ່ມາດຽວນີ້ມັນເພີ່ມຂຶ້ນ 3 ເທົ່າໂຕເດ້.”

ແຕ່ເຖິງຢ່າງໃດກໍຕາມ ອີງຕາມແຜນການສ້າງ ແລະປັບປຸງກົດໝາຍຂອງກະ ຊວງສາທາຣະນະສຸຂ ປີ 2021-2025 ແມ່ນຈະໄດ້ນໍາສເນີຮ່າງປັບປຸງກົດ ໝາຍວ່າດ້ວຍການປະກັນສຸຂພາບ ຕໍ່ກອງປະຊຸມສໄມສາມັນເທື່ອທີ 8 ຂອງສະພາແຫ່ງຊາຕຊຸດທີ 9 ໃນກາງປີ 2024. ໃນຂະນະນີ້ ຫ້ອງການປະກັນສຸຂພາບແຫ່ງຊາຕ ໄດ້ກະກຽມປັບປຸງເນື້ອໃນບາງມາຕຣາ ຂອງກົດໝາຍສບັບດັ່ງກ່າວ, ອີງຕາມຂໍ້ມູນຈາກກອງປະຊຸມ ປະເມີນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການປະກັນສຸຂພາບ.

ທ່ານ ທັນຕາ ກອງຜາລີ ສະມາຊິກສະພາແຫ່ງຊາຕ ຈາກແຂວງໄຊສົມບູນ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມສະພາແຫ່ງຊາຕວ່າ ຣັຖບານຈັດສັນງົບປະມານ ສໍາລັບການຮັກສາສຸຂພາບ ພຽງແຕ່ 68 ໂດລາສະຫະຣັຖຕໍ່ຄົນຕໍ່ປີ ຄືເປັນອັນດັບທີ 143 ຂອງຈໍານວນ 179 ປະເທດ ນີ້ຖືວ່າຕໍ່າຫລາຍ ເມື່ອທຽບ ໃສ່ປະເທດ ທີ່ມີລາຍຮັບປານກາງ ຊຶ່ງຈັດສັນງົບປະມານ ສໍາລັບການຮັກສາສຸຂພາບ ສູງເກືອບເຖິງ 300 ໂດລາສະຫະຣັຖຕໍ່ຄົນຕໍ່ປີ.

ກອງທຶນປະກັນສຸຂພາບແຫ່ງຊາຕ ແມ່ນກອງທຶນຮັບປະກັນໃຫ້ທຸກຄົນ ເຂົ້າເຖິງການບໍຣິການສາທາຣະນະສຸຂ ທີ່ຈໍາເປັນ, ຫລຸດຜ່ອນພາລະການເງິນ ຍ້ອນການປິ່ນປົວ ໂດຍສະເພາະປະຊາຊົນ ຜູ້ທຸກຍາກ ຕາມເປົ້າໝາຍ ການພັທນາແບບຍືນຍົງ ຮອດປີ 2030.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.