ໂຮງໝໍຢູ່ລາວຂາດອຸປກອນ

ສົມເນ
2016.02.01
F-mahosot ໂຮງໝໍ ມະໂຫສົດ ທີ່ ນະຄອນຫລວງ ວຽງຈັນ
Lanxang

ໂຮງຫມໍ ຢູ່ ສປປ ລາວ ຂາດເຄື່ອງມື ການແພດ ທີ່ ທັນສະໄຫມ ແລະ ການ ບໍຣິການ ຊັກຊ້າ ເຮັດໃຫ້ ປະຊາຊົນ ຈຳນວນນຶ່ງ ຕ້ອງໄປ ປິ່ນປົວ ຢູ່ ປະເທດໄທ ເຖິງແມ່ນວ່າ ທ່ານຫມໍລາວ ມີຄວາມຮູ້ ຄວາມສາມາດ ກໍຕາມ. ປະຊາຊົນ ຢູ່ແຂວງ ຈຳປາສັກ ກ່າວຕໍ່ ເອເຊັຽ ເສຣີ ໃນ ວັນທີ 29 ມົກກະຣາ ນີ້ວ່າ ໄດ້ຂ້າມ ໄປປິ່ນປົວ ຢູ່ໂຮງຫມໍ ແຂວງ ອຸບົນ ຣາຊທານີ ປະເທດໄທ ຍ້ອນວ່າ ໂຮງຫມໍ ແຂວງ ຈຳປາສັກ ບໍ່ມີ ເຄື່ອງມືແພດ ຮັກສາ ໂຣຄ:

“ຜູ້ປິ່ນປົວ ເຂົາມີ ຄວາມສາມາດ ຢູ່ ແຕ່ວ່າ ເຄື່ອງມື ບໍ່ທັນສະໄຫມ, ເປັນຕົ້ນ ແມ່ນເຄື່ອງມື ເປັນຢາ ເປັນຫຍັງ ບໍ່ທັນສະໄຫມ ແຕ່ວ່າ ແພດຫມໍ ຮຽນຮູ້ ຢູ່. ກໍລຳບາກ ພໍຄວນ ກັບບ້ານ ບໍ່ໄດ້ ກໍຈຳເປັນ ໄດ້ນອນ ຄືນນຶ່ງ ຫຼື ສອງຄືນ”.

ທ່ານ ກ່າວວ່າ ການໄປ ປິ່ນປົວ ຢູ່ໂຮງຫມໍ ແຂວງ ອຸບົນ ຣາຊທານີ ກໍມີຄວາມ ຫຍຸ້ງຍາກ ຄືກັນ ຍ້ອນມີ ຄົນເຈັບຫຼາຍ ຕ້ອງໄດ້ຖ້າ ດົນ, ຫຼືບາງຄັ້ງ ຕ້ອງໄດ້ ນອນຄ້າງຄືນ ຢູ່ໄທ ເຖິງຢ່າງໃດ ກໍຕ້ອງໄດ້ໄປ ເພາະ ເຈັບເປັນ ໂຣຄ ທີ່ໂຮງຫມໍ ແຂວງ ຈຳປາສັກ ບໍ່ມີ ເຄື່ອງມື ຮັກສາ.

ຊາວ ນະຄອນຫຼວງ ວຽງຈັນ ກ່າວກ່ຽວກັບ ເຣື້ອງນີ້ວ່າ ໂຮງຫມໍ ຂອງຣັຖ ຢູ່ ນະຄອນຫຼວງ ວຽງຈັນ ກໍມີບັນຫາ ເຣື້ອງການ ບໍຣິການ ບຸຄລາກອນ ບໍ່ພຽງພໍ ທີ່ຈະ ຮອງຮັບ ຄົນເຈັບ ຈຳນວນ ຫຼາຍໄດ້:

“ເອົາຄວາມຈິງ ເລີຍເນາະ ບໍ່ແມ່ນວ່າ ດູຖູກ ບ້ານເຮົາດອກ ແຕ່ວ່າ ເສັຽຢູ່ຢ່າງດຽວ ຄື ການບໍຣິການ ຊັກຊ້າ, ກໍຊິແມ່ນ ແນວໆ ນັ້ນແຫຼະ”.

ປະຊາຊົນ ທ່ານນີ້ ເວົ້າວ່າ ປັຈຈຸບັນ ທ່ານເລືອກໄປ ໃຊ້ ບໍຣິການ ໂຮງຫມໍ ຢູ່ແຂວງ ອຸດອນ ທານີ ປະເທດໄທ ເພາະ ສະດວກ ສະບາຍ ກວ່າ, ເຖິງແມ່ນວ່າ ຕ້ອງເສັຽຄ່າໃຊ້ຈ່າຍ ໃນການ ເດີນທາງ ກໍຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.