ສະພາບອາກາດ ທີ່ຮ້ອນຫຼາຍ ເຮັດໃຫ້ການໃຊ້ໄຟຟ້າ ເພີ່ມຂຶ້ນ
2023.05.12
ຕັ້ງແຕ່ເດືອນເມສາ ຫາ ວັນທີ 11 ພຶສພາ 2023 ນີ້ ຊາວລາວ ປະເຊີນກັບອາກາດຮ້ອນຫຼາຍ ໂດຍຫຼາຍພື້ນທີ່ ຮ້ອນເຖິງ 38-41 ອົງສາເຊລຊຽດສ໌ ເກືອບທຸກມື້. ສະເພາະ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ອຸນຫະພູມສູງເຖິງ 40 ອົງສາເຊລຊຽດສ໌ ເຮັດໃຫ້ຊາວລາວ ຕ້ອງເປີດແອ ເພື່ອຫຼຸດຜ່ອນຄວາມຮ້ອນ ຈົນເຮັດໃຫ້ຄ່າໄຟ ເດືອນເມສາ ທີ່ຜ່ານມາ ສູງຂຶ້ນຈາກເດືອນມີນາ ທີ່ຜ່ານມາ 50,000 ກີບ ແລະຄາດວ່າ ເດືອນພຶສພາ ນີ້ ຊາວລາວ ຈະຈ່າຍຄ່າໄຟເພີ່ມຂຶ້ນ ຍ້ອນອາກາດຮ້ອນແຮງຫຼາຍ ຈົນໄດ້ເປີດແອ ໝົດມື້ໝົດຄືນ, ຕາມຄວາມເວົ້າຂອງຊາວລາວ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 11 ພຶສພາ ນີ້ວ່າ:
“ໂອ້ ຕອນນັ້ນ (ເດືອນເມສາ) 40 (ອົງສາເຊວຊຽດ) ພຸ້ນແຫຼະ ແຕ່ມື້ນີ້ (11 ພຶສພາ 2023) ບໍ່ຮ້ອນປານໃດ ມື້ຄືນນີ້ ຝົນຕົກກໍບໍ່ຄືຍາມໜາວເນາະ ແນວເຮົາໃຊ້ແອເດ້ ຝົນບໍ່ຕົກ ຮ້ອນ ຢ້ານແມ່ນເດືອນ 5 ພຸ້ນແຫຼະ ຊິແພງ ເດືອນນີ້ ນີ້ມັນຮ້ອນແຮງ ບິນບໍ່ທັນອອກ ເດືອນນີ້ ເປີດແອໝົດມື້ໝົດຄືນ.”
3 ອາທິດ ທີ່ຜ່ານມາ ອຸນຫະພູມ ຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ສູງເຖິງ 40 ອົງສາເຊລຊຽດສ໌ ເຮັດໃຫ້ຊາວລາວຕ້ອງເປີດແອ ແຕ່ຖ້າຄົວເຮືອນໃດ ບໍ່ມີແອ ກໍຈະເປີດພັດພົດເບີແຮງສຸດ ພ້ອມອາບນໍ້າຫຼາຍເທື່ອ ເພື່ອຫຼຸດຜ່ອນຄວາມຮ້ອນ ຈຶ່ງເຮັດໃຫ້ຄ່າໄຟເກືອບທຸກຄົວເຮືອນ ເພີ່ມຂຶ້ນທົບເຄິ່ງ ເມື່ອທຽບໃສ່ກັບການ ໃຊ້ໄຟໃນຍາມໜາວ.
ດັ່ງຊາວລາວ ຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:
“ກໍຮ້ອນຫັ້ນແຫຼະ 3 ອາທິດຜ່ານມານີ້ 40-41 (ອົງສາເຊວຊຽດ) ຊ່ວງ 3-4 ມື້ຫຼັງ ມີແຕ່ 2-3 ມື້ນີ້ ເຮົາໄຄໜ້ອຍນຶ່ງ ຝົນຕົກ ໜີຈາກແອບໍ່ໄດ້ແລ້ວ ເປີດພັດລົມກໍບໍ່ມີຄວາມໝາຍ ຜູ້ໃດບໍ່ມີແອ ໂອ້ທໍຣະມານ ປີນີ້ນ່າ ທັງອາບນໍ້າ ທັງນອນ ຄ່າໄຟ ກໍແພງ ເຮົານີ້ (ແອ) ໜ່ວຍນຶ່ງ ເດືອນນຶ່ງ 3-4 ແສນນີ້ແຫຼະ.”
ບິນຄ່າໄຟຟ້າ ປະຈໍາເດືອນເມສາ ແພງຂຶ້ນ ປະມານ 30% ຄື ເຄີຍຈ່າຍຄ່າໄຟຟ້າເດືອນລະ 100,000 ກີບ ກໍຕ້ອງໄດ້ຈ່າຍເດືອນລະ 130,000 ກີບ ແລະເດືອນພຶສພາ ນີ້ ໜ້າຈະຈ່າຍຄ່າໄຟເພີ່ມຂຶ້ນ 80% ເນື່ອງຈາກ ໃຊ້ໄຟຫຼາຍຂຶ້ນ ຍ້ອນປີນີ້ ຮ້ອນກວ່າປີທີ່ຜ່ານມາ.
ດັ່ງຊາວລາວ ຢູ່ເມືອງປາກຊັນ ແຂວງບໍຣິຄໍາໄຊ ກ່າວໃນມື້ດຽວກັນນີ້ວ່າ:
“ປີິນີ້ ຮ້ອນກວ່າປີຜ່ານມາ ຄ່າໄຟຫຼາຍຂຶ້ນ ໃຊ້ພັດລົມອັນນ່າ ເພີ່ມຂຶ້ນນ່າ ແຕ່ຜູ້ອ່າວໄຄແດ່ ສ່ວນຫຼາຍກໍໃຊ້ແອ ຈໍານວນນຶ່ງ ເດືອນນີ້ ກໍຢ້ານແຕ່ວ່າ ອ່າວຫຼາຍແດ່ຫັ້ນແຫຼະ ເພາະວ່າ ຄືເຮືອນຂ້ອຍນີ້ກະ ເຮົາກຽມຊິກິນເຂົ້າແລງນີ້ ກໍຖືກວ່າ ໄດ້ເປີດແອໄວ້ແຫຼະ ເພື່ອອາບນໍ້າ ແລ້ວເຂົານອນ ມັນກໍຄ່ອຍເຢັນເລີຍນ່າ.”
ຊາວລາວທັງ 3 ຄົນ ກ່າວຄືກັນວ່າ ຢາກໃຫ້ທາງການທີ່ກ່ຽວຂ້ອງ ຊ່ອຍຫຼຸດຜ່ອນຄ່າໄຟລົງ ເພື່ອຊ່ອຍປະຊາຊົນ ເນື່ອງຈາກປັດຈຸບັນ ຄ່ານໍ້າມັນເຊື້ອເພີງ, ຄ່າອາຫານ ແລະເຄື່ອງໃຊ້ສອຍໃນຄົວເຮືອນ ລາຄາກໍຖີບໂຕສູງຂຶ້ນແລ້ວ, ແຕ່ທັງນີ້ ກໍສຸດແລ້ວແຕ່ຂັ້ນເທິງ ຈະພິຈາຣະນາ ຍ້ອນພວກເຂົາເຈົ້າກໍເຂົ້າໃຈວ່າ ອາກາດຮ້ອນຫຼາຍ ເຮັດໃຫ້ໃຊ້ໄຟຟ້າຫຼາຍຂຶ້ນ ຄ່າໄຟຟ້າຈຶ່ງແພງຂຶ້ນ.
ດ້ານເຈົ້າໜ້າທີ່ ຣັຖວິສາຫະກິຈໄຟຟ້າລາວ ສາຂາ ນະຄອນຫຼວງວຽງຈັນ ກ່າວວ່າ ເມື່ອເຂົ້າສູ່ຣະດູຮ້ອນຂອງທຸກໆປີ ປະຊາຊົນລາວ ຈະຈ່າຍຄ່າໄຟເພີ່ມຂຶ້ນ ເນື່ອງຈາກວ່າ ອາກາດຮ້ອນ ເຮັດໃຫ້ເຄື່ອງໃຊ້ໄຟຟ້າ ທໍາງານໜັກກວ່າອາກາດເຢັນ ແລະບໍ່ພຽງປະຊາຊົນລາວ ທີ່ຈ່າຍຄ່າໄຟເພີ່ມຂຶ້ນໃນຣະດູຮ້ອນ ແຕ່ຮວມເຖິງ ປະຊາຊົນຢູ່ປະເທດເພື່ອນບ້ານ ເປັນຕົ້ນ ປະເທດໄທຍ ກໍຈ່າຍຄ່າໄຟເພີ່ມຂຶ້ນໃນຣະດູຮ້ອນນໍາດ້ວຍ ອີກທັງ ປັດຈຸບັນ ທາງຣັຖວິສາຫະກິຈໄຟຟ້າລາວ ຍັງບໍ່ມີນະໂຍບາຍຫຼຸດຄ່າໄຟເທື່ອ ມີແຕ່ໃຫ້ປະຊາຊົນເປັນເຈົ້າການປະຢັດໄຟ ໃນຣະດູຮ້ອນ ຄື ຖອດປັ໊ກເຄື່ອງໃຊ້ໄຟຟ້າທີ່ບໍ່ຈໍາເປັນ ແລະບໍ່ໄດ້ໃຊ້ງານອອກ.
ດັ່ງຍານາງກ່າວ ໃນມື້ດຽວກັນນີ້ວ່າ:
“ເພາະວ່າອາກາດຮ້ອນຫຼາຍເນາະ ແລ້ວເຄື່ອງໄຟຟ້າຈະທໍາງານໜັກກວ່າ ຊ່ວງທີ່ອາກາດເຢັນ ມັນກໍຈະກິນໄຟຫຼາຍກວ່າ ຊ່ວງທີ່ອາກາດເຢັນເນາະ ຄື ຣະດູຮ້ອນຂອງທຸກໆປີ ຄ່າໄຟຂອງປະຊາຊົນ ສ່ວນຫຼາຍແມ່ນຈະເພີ່ມຂຶ້ນໝົດ ບໍ່ມີແຕ່ຢູ່ລາວເນາະ ຢູ່ໄທຍ ຢູ່ປະເທດເພື່ອນບ້ານອີ່ຫຍັງ ກໍເປັນເຊັ່ນກັນ ວິສາຫະກິຈເຮົາ ປະຕິບັດຕາມກະຊວງ ເພິ່ນຊີ້ນໍາເຮົາແນວໃດ ເຮົາກໍໄດ້ປະຕິບັດແນວນັ້ນແຫຼະ ຄັນວ່າເພິ່ນມີນະໂຍບາຍ (ຫຼຸດຄ່າໄຟ) ໃຫ້ເຮົາກໍຈະປະຕິບັດຕາມ ຕອນນີ້ ຍັງບໍ່ມີເທື່ອ ປະຊາຊົນແຫຼະ ປະຢັດໄຟເນາະ ອັນໃດທີ່ບໍ່ໄດ້ໃຊ້ ກໍຖອດອອກ ຖອດປັ໊ກ ຖອດປັ໊ກເນາະ.”
ຂະນະທີ່ ເຈົ້າໜ້າທີ່ ຣັຖວິສາຫະກິຈໄຟຟ້າລາວ ສາຂາ ແຂວງຄໍາມ່ວນ ກ່າວວ່າ ຢູ່ພາຍໃນແຂວງຄໍາມ່ວນ ປະຊາຊົນລາວ ຈ່າຍຄ່າໄຟຟ້າເພີ່ມຂຶ້ນ ຈໍານວນຫຼາຍ ຍ້ອນອາກາດຮ້ອນ ເຮັດໃຫ້ເຄື່ອງໃຊ້ໄຟຟ້າພະລັງງານໄຟຫຼາຍ ໂດຍສະເພາະ ແອ ແລະຕູ້ເຢັນ ເມື່ອຕັ້ງຢູ່ໃນອຸນຫະພູມສູງ ຈະຕ້ອງໃຊ້ພະລັງງານໄຟຫຼາຍ ເພື່ອປັບອຸນນະພູມໃຫ້ຕໍ່າ ໃຫ້ສາມາດທໍາຄວາມເຢັນໄດ້ ແລະຣັຖວິສາຫະກິຈໄຟຟ້າລາວ ຍັງບໍ່ມີນະໂຍບາຍຫຼຸດຄ່າໄຟເທື່ອ ເນື່ອງຈາກຣັຖວິສາຫະກິຈໄຟຟ້າລາວ ກໍຊື້ໄຟຟ້າຈາກນັກລົງທຶນຕ່າງປະເທດ ທີ່ມາລົງທຶນສ້າງເຂື່ອນໄຟຟ້າໃນລາວ ເພື່ອຈ່າຍໄຟຟ້າໃຫ້ປະຊາຊົນລາວ ອີກທັງ ພະນັກງານ ຣັຖວິສາຫະກິຈໄຟຟ້າລາວເອງ ກໍບໍ່ໄດ້ຮັບນະໂຍບາຍຫຼຸດຄ່າໄຟ ຕ້ອງຈ່າຍຄ່າໄຟໃນຮູບແບບດຽວກັບປະຊາຊົນ ທີ່ໃຊ້ໄຟໃນແຕ່ລະຄົວເຮືອນ.
ດັ່ງຍານາງກ່າວ ໃນມື້ດຽວກັນນີ້ວ່າ:
“ເພາະວ່າມັນຮ້ອນເດ້ ຊ່ວງນີ້ຫັ້ນນ່າ ມັນຮ້ອນເນາະ ຄືໄຟຕູ້ເຢັນ ມິຫຍັງ ຄືຊົ່ວຊິປັບອຸນຫະພູມ ກໍກິນໄຟໄປແລ້ວເນາະ ອຸນຫະພູ້ມສູງຂຶ້ນ ເຈົ້າເປີດແອເນາະ ຊົ່ວຊິປັບ ບໍ່ຄືຍາມໜາວເດ້ ເຮົາເປີດປິດນຶ່ງ ມັນກໍເຢັນ ມັນກໍປັບ ມັນກໍບໍ່ໄດ້ໃຊ້ພະລັງງານຫຼາຍເນາະ ດຽວນີ້ ເພິ່ນກໍຊື້ໄຟ ມາຈາກຕ່າງປະເທດ ມັນບໍ່ມີດອກ ນະໂຍບາຍທີ່ອັນລົດພະລັງງານອີ່ຫຍັງ ໂຕຂ້ອຍເປັນພະນັກງານ ກໍຍັງໃຊ້ໄຟຄືປະຊາຊົນ ກໍໄລ່ຮູບແບບດຽວໝົດ ບໍ່ມີນະໂຍບາຍອີ່ຫຍັງ.”
ເຈົ້າໜ້າທີ່ ຣັຖວິສາຫະກິຈໄຟຟ້າລາວ ທັງ 2 ຄົນ ກ່າວຄືກັນວ່າ ຫາກປະຊາຊົນຜູ້ໃດ ມີຄວາມສົງໄສ ກ່ຽວກັບຄ່າໄຟຟ້າແພງຂຶ້ນ ກໍສາມາດເອົາບິນຄ່າໄຟ ຂອງແຕ່ລະຄົວເຮືອນ ໄປຍື່ນໃຫ້ເຈົ້າໜ້າທີ່ຊ່ອຍກວດສອບໄດ້ ຕາມສາຂາໄຟຟ້າລາວໃນບ້ານ ເນື່ອງຈາກ ບາງກໍຣະນີ ກົງເຕີ້ໄຟຟ້າເປ່ເພ ຫຼື ພະນັກງານຈົດເລຂຈໍານວນທີ່ໃຊ້ໄຟຜິດ ກໍຈະສາມາດແກ້ໄຂເຣື່ອງດັ່ງກ່າວໄດ້ທັນ ຫຼືຖ່າຍຮູບກົງເຕີ້ໂຕຈິງ ແລະບິນຄ່າໄຟ.
ສະພາບອາກາດ ໃນໄລຍະ ວັນທີ 21-27 ເມສາ 2023 ປະເທດລາວ ໃນບາງພື້ນທີ່ ປະກອບດ້ວຍ ເມືອງປາກຊັນ, ເມືອງທ່າແຂກ, ນະຄອນຫຼວງວຽງຈັນ, ເມືອງໂພນໂຮງ, ເມືອງໄຊຍະບູຣີ, ນະຄອນປາກເຊ ແລະເມືອງຫ້ວຍຊາຍ ມີອຸນຫະພູມ ທີ່ກົມອຸຕຸນິຍົມ ແລະອຸທົກກະສາດ ພະຍາກອນອາກາດ ຢູ່ 38-40 ອົງສາເຊລຊຽດສ໌.
ວັນທີ 1-7 ພຶສພາ 2023 ກົມອຸຕຸນິຍົມ ແລະອຸທົກກະສາດ ຍັງພະຍາກອນອາກາດ ວ່າ ຄວາມກົດຕໍ່າຂອງອາກາດຮ້ອນ ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບກະແສລົມ ເຮັດໃຫ້ອາກາດຮ້ອນ ຫາຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະຈະມີຝົນຕົກຕົກຟ້າເຫຼື້ອມ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ພາກ ໂດຍສະເພາະ ພາກເໜືອດ້ານຕາເວັນຕົກ, ພາກໃຕ້ ແລະນະຄອນຫຼວງວຽງຈັນ ອຸນຫະພູມສູງສຸດ 36-40 ອົງສາເຊລຊຽດສ໌.
ຫຼ້າສຸດ ກົມອຸຕຸນິຍົມ ແລະອຸທົກກະສາດ ຍັງຣາຍງານພະຍາກອນອາກາດ ໄລຍະກາງ ຕື່ມວ່າ ຕັ້ງແຕ່ວັນທີ 6-12 ພຶສພາ 2023 ຢູ່ຫຼາຍພື້ນທີ່ ຈະມີອຸນຫະພູມສູງ 38-41 ອົງສາເຊລຊຽດສ໌ ເປັນຕົ້ນ ຢູ່ເມືອງຫ້ວຍຊາຍ, ນະຄອນຫຼວງວຽງຈັນ, ເມືອງປາກຊັນ, ເມືອງທ່າແທກ, ແຂວງສາຣະວັນ, ແຂວງເຊກອງ ແລະແຂວງອັດຕະປື.