ອາກາດຮ້ອນຫຼາຍ ສົ່ງຜົນກະທົບຕໍ່ ການຮຽນການສອນ
2024.04.29

ກະຊວງສຶກສາທິການ ແລະກິລາ ໄດ້ອອກແຈ້ງການໃນວັນທີ 25 ເມສານີ້ ໃຫ້ບັນດາອໍານວຍການໂຮງຮຽນ ພິຈາລະນາໂຈະການຮຽນ-ການສອນບາງຕອນ ຫລືບາງໄລຍະ ຖ້າໂຮງຮຽນໃດ ບໍ່ມີພັດລົມ ຫລືເຄື່ອງປັບອາກາດ ຖ້າສະພາບອາກາດ ຮ້ອນອົບເອົ້າ ຮອດ 40 ອົງສາເຊວຊຽສຂຶ້ນໄປ.
ແຕ່ມາຮອດປັດຈຸບັນນີ້ ຫລາຍໂຮງຮຽນ ທີ່ບໍ່ມີພັດລົມ ຫລື ເຄື່ອງປັບອາກາດ ກໍຍັງບໍ່ທັນໄດ້ໂຈະການຮຽນເທື່ອ ຍ້ອນຢ້ານກະທົບຕໍ່ຜົນການຮຽນຂອງເດັກນ້ອຍ ແຕ່ ກໍຕິດຕາມສະພາບອາກາດຢ່າງຕໍ່ເນື່ອງ, ເດັກນ້ອຍຍັງໄປໂຮງຮຽນ ຕາມປົກກະ ຕິຢູ່.
ດັ່ງເຈົ້າໜ້າທີ່ຜະແນກການສຶກສາ ແລະກິລາໃນນະຄອນຫລວງວຽງຈັນ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ເມສານີ້ວ່າ:
“ກະຊວງເພິ່ນໃຫ້ເບິ່ງໂຕຈິງ ບາງໂຮງຮຽນໂດຍສະເພາະ ໂຮງຮຽນເບື້ອງລັດ ເຮົານີ້ທີ່ວ່າຢູ່ເຂດ ຫ່າງໄກສອກຫລີກຫລືວ່າ ບໍ່ມີພັດລົມບໍ່ມີແອຫັ້ນນ່າ. ເວົ້າແລ້ວກໍຍັງບໍ່ທັນມີແຜນເທື່ອຫັ້ນແຫລະ ເຮົາຍັງບໍ່ທັນໄດ້ປະຕິບັດເທື່ອ ແຕ່ກະຊວງເພິ່ນກໍແຈ້ງລວມໆໄປເນາະ. ເບິ່ງຊ້ວງໄປກ່ອນ ເພາະ ວ່າອຸຕຸນິຍົມເພິ່ນກໍມີຂ່າວວ່າຈະມີຝົນ.”
ສໍາລັບຢູ່ເມືອງໄຊບູລີ ແຂວງສະຫວັນນະເຂດ ເຈົ້າໜ້າທີ່ດ້ານການສຶກສາທ່່ານນຶ່ງ ເວົ້າເຖິງສະພາບອາກາດໃນປັດຈຸບັນ ຢູ່ເມືອງນີ້ວ່າ ຮ້ອນຫລາຍ, ແຕ່ຫລາຍໂຮງຮຽນ ກໍ່ຍັງບໍ່ທັນໂຈະການຮຽນ-ການສອນເທື່ອ, ພວກເດັກນ້ອຍຍັງໄປຮຽນປົກກະຕິ ແລະວ່າ ແນ່ນອນ ອາກາດຮ້ອນຫລາຍນີ້ ສົ່ງຜົນກະທົບຕໍ່ການຮຽນຂອງພວກເດັກນ້ອຍນັກຮຽນຫລາຍ ເດັກນ້ອຍໄປໂຮງຮຽນ ຫລຸດລົງ ໂດຍສະເພາະຢູ່ເຂດຊົນນະບົດ ຊຶ່ງໂຮງຮຽນສ່ວນໃຫຍ່ ບໍ່ມີພັດລົມ, ຕົ້ນໄມ້ກໍບໍ່ມີຢູ່ໃກ້ກັບໂຮງຮຽນພໍໄດ້ເພິ່ງຮົ່ມ.
“ແຕ່ວ່າຢູ່ເມືອງອ້າຍນີ້ຍັງບໍ່ທັນວ່າແນວໃດ ໂຮງຮຽນຊົນນະບົດພັດລົມນີ້ ກໍບໍ່ມີແຫລະ ຈາກທີ່ເຄີຍມາຮຽນປົກກະຕິເຂົາກໍຫລຸດລົງແຫລະເນາະ ເພາະມັບໍ່ໄຫວ ບາດນີ້ ຄວາມຮອນມັນກໍຫລາຍ ເວົ້າເລື່ອງສິ່ງແວດລ້ອມມັນມີຕົ້ນໄມ້ ແຕ່ມັນຢູ່ເດີ່ນ ມັນຊິແມ່ນໄປຢູ່ໃກ້ກັບຫ້ອງອາຄານສະຖານທີ່.”
ໃນຂະນະດຽວກັນ ເຈົ້າໜ້າທີ່ດ້ານການສຶກສາ ເມືອງໂພນໂຮງ ແຂວງວຽງຈັນ ທ່ານນຶ່ງ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ເມສານີ້ ເຖິງແຈ້ງການຂອງກະຊວງສຶກສາທິການ ແລະກິລາວ່າ ປັດຈຸບັນ ຢູ່ເມືອງໂພນໂຮງນີ້ ຍັງບໍ່ທັນໄດ້ໂຈະການຮຽນ-ການສອນ, ເດັກນ້ອຍຍັງໄປໂຮງຮຽນ ປົກກະຕິ ເພາະຫລາຍໂຮງ ຮຽນ ມີພັດລົມໃຊ້. ແຕ່ເມື່ອອາກາດຮ້ອນຫລາຍຄືແນວນີ້ ກໍຈະເຮັດໃຫ້ນັກຮຽນບໍ່ມີສະມາທິຮຽນ, ຖ້າມື້ໃດຮ້ອນແຮງໆ ທາງສຶກສາເມືອງ ກໍຈະໂຈະການຮຽນ-ການສອນ ເປັນບາງໂຮງຮຽນ ໂດຍສະເພາະ ໂຮງຮຽນທີ່ຫລັງຄາມຸງສັງກະສີ ເພາະອາກາດຈະຮ້ອນອົບເອົ້າແຮງ.
“ຢູ່ໂພນໂຮງຍັງມືເງື່ອນໄຂ ສືບຕໍ່ຈັດການຮຽນ ການສອນໄດ້ຢູ່ ຫລາຍໂຮງຮຽນກໍມີເພດານມີພັດລົມ ແຕ່ວ່າສ່ວນຫລາຍກໍບໍ່ມີແອ. ກະສົ່ງຜົນກະທົບນັ້ນແຫລະ ນັກຮຽນກໍບໍ່ໄດ້ຮຽນເຕັມທີ່ ເພາະວ່າບໍ່ມີສະມາທິເນາະ. ຄັນວ່າ 42-43 ກໍຈະໄດ້ໂຈະເປັນບາງໂຮງຮຽນ ທີ່ມຸງສັງກະສີບໍ່ ອາກາດຮ້ອນອົບເອົ້າແຮງ.”

ທີ່ນະຄອນຫລວງວຽງຈັນ ພໍ່ແມ່ຜູ້ປົກຄອງນັກຮຽນຫລາຍຄົນ ກໍອີ່ຕົນລູກຫລານທີ່ຕ້ອງໄດ້ໄປຮຽນ ໃນສະພາບອາກາດ ທີ່ມີອຸນຫະພູມສູງເຖິງ 40 ປາຍອົງສາເຊວຊຽສນີ້. ບາງຄົນ ເມື່ອກັບມາຈາກໂຮງຮຽນ ກໍເມື່ອຍ ໝົດແຮງ ບໍ່ສາມາດຊ່ວຍວຽກບ້ານພໍ່ແມ່. ແລະວ່າ ພັດລົມຢູ່ໂຮງຮຽນໃນລາວກໍມີ ແຕ່ບໍ່ທົ່ວເຖິງ. ຫາກເປັນໄປໄດ້ ກໍ່ຢາກໃຫ້ທາງການແກ້ໄຂ ຕິດຕັ້ງພັດລົມອາຍນໍ້າ ໃຫ້ແຕ່ລະໂຮງຮຽນ ກໍຈະເປັນການດີ ດັ່ງແມ່ນັກຮຽນ ຢູ່ນະຄອນຫລວງວຽງຈັນ ເວົ້າວ່າ:
“ມັນຮ້ອນໂພດ ຮ້ອນແທ້ໆນີ້ໂອະ ແຕ່ຜູ້ໃຫຍ່ກໍຍັງບໍ່ໄຫວແລ້ວຢູ່ເຮືອນ ເອົາພັດລົມມາໃສ່ກໍຍັງຮ້ອນວູ່ໆ ລູກຊາຍຜູ້ນ້ອຍໄປໂຮງຮຽນມາ ເມື່ອຍ ວຽກເຮືອນກໍເຮັດບໍ່ໄດ້ ມາຮອດແລ້ວກໍນອນ ເມື່ອຍແຮງວ່າຊັ້ນ ຮ້ອນ ພັດລົມກໍບໍ່ມີ ຍາດກັນວ່າຊັ້ນ ມັນຫາກບໍ່ທົ່ວບໍ່ເຖິງຫັ້ນນະ ທາງທີ່ດີກໍຢາກໃຫ້ອໍານວຍຄວາມສະດວກ ມີພັດລົມອາຍນໍ້າ ໜ້າຈະດີໄດ໋.”
ພ້ອມດຽວກັນນີ້ ພໍ່ແມ່ຜູ້ປົກຄອງນັກຮຽນ ຢູ່ແຂວງສະຫວັນນະເຂດຜູ້ນຶ່ງ ກໍເວົ້າວ່າ ສະພາບອາກາດປັດຈຸບັນນີ້ ຮ້ອນຫລາຍ ເຮັດໃຫ້ເດັກນ້ອຍເຈັບປ່ວຍໄດ້, ບາງຄົນບໍ່ຢາກໄປໂຮງຮຽນ, ໂຮງຮຽນໃນເຂດນອກ ແທບຈະບໍ່ມີພັດລົມເລີຍ ແຕ່ໂຮງຮຽນ ກໍບໍ່ໄດ້ໂຈະ ເດັກນ້ອຍຍັງໄປໂຮງຮຽນຢູ່, ແຕ່ກໍອ່ອນເພັຍ, ຢາກໃຫ້ມີພັດລົມ.
“ກະບໍ່ໄດ້ໂຈະເດ ມັນໄປໂຮງຮຽນກໍໄປຢູ່ດອກ ສ່ວນຫລາຍມັນກໍຢາກເຈັບ ຢາກໄຂ້ໃດ໋ ມັນອາກາດມັນຮ້ອນ ແລ້ວກໍໄຂ້ແຫລະ ເປັນໄຂ້ເປັນໜາວໃດ໋ ເດັກນ້ອຍດຽວນີ້ ເມື່ອຍແຫລະ ມັນຮ້ອນ ມັນເພັຍ ດີແທ້ກໍມີພັດລົມ ມີແອພຸ້ນແຫລະ.”
ສະພາບອາກາດຢູ່ລາວ ໃນມື້ວັນທີ 29 ເມສານີ້ ແຕ່ຕອນທ່ຽງ ຂື້ນໄປ ອຸນນະ ພູມສູງ ອາກາດຮ້ອນ ຢູ່ທຸກພາກຂອງປະເທດ, ອີງຕາມການລາຍງານ ຂອງກົມອຸຕຸນິຍົມ ແລະອຸທົກກະສາດລາວ. ເປັນຕົ້ນຢູ່ນະຄອນຫລວງວຽງຈັນ
ອຸນນະພູມອາກາດ ສູງເຖິງ 42 ອົງສາເຊວຊຽສ ຮວມໄປເຖິງເມືອງໂພນໂຮງ ແຂວງວວຽງຈັນ, ເມືອງທ່າແຂກ ແຂວງຄໍາມ່ວນ ແລະແຂວງສະຫວັນນະເຂດ ອຸນນະພູມອາກາດ ກໍສູງເຖິງ 42 ອົງສາເຊວຊຽສ ເຊັ່ນກັນ ແລະຢູ່ບາງເຂດ ກໍມີຝົນຕົກ ລົມແຮງ ນໍາດ້ວຍ.
ມີການເຕືອນປະຊາຊົນວ່າ ຕ້ອງລະມັດລະວັງ ອາກາດຮ້ອນອົບເອົ້າ, ມີຜົນກະທົບຕໍ່ຜູ້ເຖົ້າ ແລະເດັກນ້ອຍ ເຊັ່ນໂລກລົມແດດ ແລະອາດຈະເກີດອັກຄີໄພ, ໄຟຟ້າລັດວົງຈອນ, ຄວນຫລີກລ້ຽງ ການເຮັດກິດຈະກໍາກາງແຈ້ງ ເປັນເວລາດົນ.