ສັ່ງປິດ ຮ້ານອາຫານ ຊົ່ວຄາວ ໃນນະຄອນຫຼວງ ທີ່ລະເມີດລະບຽບ

ຈຳປາທອງ
2022.03.28
ສັ່ງປິດ ຮ້ານອາຫານ ຊົ່ວຄາວ ໃນນະຄອນຫຼວງ ທີ່ລະເມີດລະບຽບ ໃນສະຖານທີ່ກິນດື່ມ ຂອງຄົນກາງຄືນ (LX)
RFA

ທາງການເມືອງໄຊທານີ ນະຄອນຫລວງວຽງຈັນ ອອກແຈ້ງການໃນມື້ວັນທີ 24 ມິນານີ້ ສັ່ງໃຫ້ປິດຮ້ານອາຫານ 10 ແຫ່ງຊົ່ວຄາວ ຍ້ອນລະເມີດມາຕການປ້ອງກັນ ໂຄວິດ-19 ແລະດໍາເນີນທຸຣະກິຈແບບບໍ່ມີໃບອະນຸຍາດ, ເຄື່ອນໄຫວບໍ່ໄປຕາມໃບອະນາຍາດ ທີ່ໃຫ້ເປີດເປັນຮ້ານອາຫານ ແລ້ວເຮັດເປັນຮ້ານບັນເທີງ, ບໍຣິການກາງແຈ້ງ ແລະປິດຮ້ານກາຍ 10 ໂມງກາງຄືນ, ອັນເປັນການລະເມີດລະບຽບກົດໝາຍ,ອີງຕາມຄໍາເວົ້າຂອງທ່ານ ຄໍາພັນ ສຸລີຍະນັນ ຮອງເຈົ້າເມືອງ ເມືອງໄຊທານີ.

ກ່ຽວກັບເຣື່ອງທີ່ວ່ານີ້ ຊາວນະຄອນຫລວງວຽງຈັນ ຈໍານວນບໍ່ໜ້ອຍເວົ້າວ່າ ການປະຕິບັດຄືດັ່ງກ່າວ ບໍ່ສາມາດແກ້ໄຂບັນຫາຮ້ານອາຫານ ທີ່ລະເມີດມາຕການປ້ອງກັນ ການລະບາດຂອງ ໂຄວິດ-19 ແລະການດໍາເນີນທຸຣະກິຈ ແບບບໍ່ຖືກຕ້ອງຕາມລະບຽບກົດໝາຍໄດ້ ຍ້ອນວ່າຖືກທາງການສັ່ງໃຫ້ປິດກິຈການພຽງຊົ່ວຄາມ ແລ້ວມື້ໃດມື້ນຶ່ງກໍອະນຸຍາດໃຫ້ເປີດຮ້ານຄືນໃໝ່ອີກ ຄືທີ່ເຫັນຜ່ານມາ.

ດັ່ງຊາວນະຄອນຫລວງວຽງຈັນນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 28 ມິນານີ້ວ່າ:

ໂອ້ໂຕນີ້ມັນກໍ ມັນເບື້ອງຜ່ານໆ ມາມັນກໍມາຫລາຍແລ້ວ ເພິ່ນກໍອະນຸຍາດເປີດຫລາຍແລ້ວ ກໍຄືເພິ່ນຜູ້ໃຫຍ່ເພິ່ນວ່າ ເຮົາກໍຕ້ອງຢູ່ນໍາມັນໃຫ້ໄປໄດ້ຫັ້ນນ່າ ເຣື່ອງການພະຍາດຂອງໂຄວິດ-19 ເນາະ.”

ຮ້ານອາຫານ 10 ຮ້ານ ທີ່ຖືກສັ່ງໃຫ້ປິດຊົ່ວຄາວຢູ່ເມືອງໄຊທານີນັ້ນ ສ່ວນຫລາຍແມ່ນຮ້ານຂນາດນ້ອຍ ຊຶ່ງໃນຈໍານວນນັ້ນ ກໍມີທັງຮ້ານອາຫານລ່າຝັນ, ຮ້ານປີ້ງແບ້ແຄມນາ, ຮ້ານສວນເບັຍນິຍົມຊົມວິວ ໃນຂະນະທີ່ຮ້ານອາຫານ ຂນາດໃຫຍ່, ມີຄົນໃຊ້ບໍລິການຫລາຍ ໂດຍສະເພາະແມ່ນຮ້ານກິນດື່ມ, ບໍ່ຮັກ ສາໄລຍະຫ່າງ ພັດບໍ່ຖືກກວດກາ ແລະບໍ່ສັ່ງໃຫ້ປິດກິຈການຊົ່ວຄາວ.

ດັ່ງປະ ຊາຊົນຢູ່ເມືອງໄຊທານີນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:

ເພິ່ງລົງມາກວດ ເພິ່ນນ່າຈະບອກໃຫ້ແບບຢຸດເນາະ ແຕ່ວ່າບາງຮ້ານອາຫານກໍຍັງເປີດຢູ່ໄດ໋ ບາງຮ້ນມັນກໍມີຄົນຫລາຍ ບາງຮ້ານເວລາເຮົາໄປນີ້ ແບບ ແທບຈະບໍ່ມີໂຕະສິນັ່ງເລີຍຫັ້ນນະ ຄົນແໜ້ນເລີຍ ແລ້ວຢູ່ລາວກໍແຮງເຮັດອັນ ແບບປະເພດບຸດເບັຽ ທີ່ຕັ້ງບຸດນໍາ ຄົນແຮງຫລາຍ ວ່າເອີເພິ່ນເປິດຮ້ານນັ້ນຮ້ານນີ້ ແຕ່ກະບໍ່ແມ່ນຮ້ານທີ່ວ່າໃຫຍ່.

ນາງເວົ້າຕື່ມວ່າ ໃນໄລຍະເດືອນມິນານີ້ ໂຄວິດ-19 ແພ່ຣະບາດເພິ່ມຂຶ້ນຫລາຍ ເປັນຕົ້ນໃນເຂດໂຕເມືອງ ໜ່ວຍງານທີ່ກ່ຽວຂ້ອງ ຄວນບັງຄັບໃຊ້ມາຕການປ້ອງກັນ ໂຄວິດ-19 ແລະຄຸ້ມຄອງຮ້ານອາຫານ-ຮ້ານກິນດື່ມ ຢ່າງເຂັ້ມງວດ, ຢູ່ແຖວເຂດບ້ານຂອງນາງ ກໍມີຮ້ານອາຫານຫລາຍ.

ເຂດຂ້ອຍມັນຮ້ານອາຫານຫລາຍ ແລ້ວກໍຄົນຫລາຍ ຖ້າມັນຍັງເປີດຢູ່ ໂຄວິດ-19 ກໍຕ້ອງລະບາດຢູ່ຫັ້ນນ່າ ເພາະວ່າຄົນທີ່ໄປຮ້ານອາຫານ ເຮົາບໍ່ຮູ້ເລີຍນະວ່າຜູ້ໃດເປັນຜູ້ໃນບໍ່ເປັນເນາະ ເຮົາອາຈເປັນໜ້ອຍນຶ່ງ ແຕ່ເຮົາບໍ່ຮູ້ວ່າເຮົາເປັນໂຄວິດ-19 ບາງເທື່ອເຮົາເຈັບຄໍ ຫລືວ່າເຮົາເຈັບຫົວ ແລ້ວເຮົາໄປຫັ້ນນ່າ 2-3 ມື້ແບບເນົາສິມີອາການ ແລ້ວເຮົາສີໄປຕວດແລ້ວເຮົາຂຶ້ນໂຄວິດ-19 ແຕ່ວ່າບາງເທື່ອເຮົາໄປຫາຄົນອື່ນ ແລ້ວ ມັນອາຈຕິດແລ້ວຫັ້ນນ່າ.

ເມື່ອກ່ອນໜ້ານີ້ ທ່ານ ດວງຕາ ສຸລິວົງ ເຈົ້າເມືອງເມືອງຈັນທະບູຣີ ນະຄອນ ຫລວງວຽງຈັນ ກໍໄດ້ອອກແຈ້ງການໃນມື້ວັນທີ 16 ກຸມພາ ທີ່ຜ່ານມາ ສັ່ງໃຫ້ປິດຮ້ານອາຫານ 5 ຮ້ານຊົ່ວຄາວ ຊຶ່ງໃນນັ້ນມີທັງຮ້ານອາຫານເຍົາວະຣາດ, ຮ້ານອາຫານໂກດັງ ທີ່ລະເມີດມາຕການປ້ອງກັນຢຄວິດ-19, ເປີດຮ້ານບໍລິການກາຍກໍານົດເວລາ, ເປີດສຽງດັງເນືອງນັນ, ຈໍາໜ່າຍເຄື່ອງດື່ມທີ່ມີທາດເຫລົ້າ, ບໍລິການລູກຄ້າເກີນຈໍານວນທີ່ກໍານົດໃຫ້ ອັນເປັນການດໍາເນີນທຸຣະກິຈ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ, ເຮັດໃຫ້ມີຄວາມສ່ຽງ ຕໍ່ການທີ່ຈະເຮັດໃຫ້ເກີດການຕິດເຊື້ອ ແລະການແພ່ເຊື້ອໂຄວິດ-19 ສູງ.

ກ່ຽວກັບເຣື່ອງທີ່ວ່ານີ້ ຊາວນະຄອນຫລວງວຽງຈັນຜູ້ນຶ່ງ ເວົ້າຜ່ານສື່ສັງຄົມອອນ

ລາຍໃນມື້ວັນທີ 26 ມິນານີ້ວ່າ ໜ່ວຍງານທີ່ກ່ຽວຂ້ອງຂອງທາງການ ອອກຄໍາສັ່ງໃຫ້ປິດຮ້ານອາຫານທີ່ບໍ່ປະຕິບັດຕາມມາຕການປ້ອງກັນໂຄວິດ-19, ບໍ່ປະຕິ ບັດຕາມລະບຽບກົດໝາຍຢູ່ເມືອງຕ່າງໆ ແລະໃນນະຄອນຫລວງວຽງຈັນ, ແຕ່ກໍເຫັນວ່າ ການປະຕິບັດຕໍ່ຮ້ານຕ່າງໆ ທີ່ມີຄວາມຜິດນັ້ນບໍ່ຄືກັນ, ບາງຮ້ານສັ່ງໃຫ້ປິດ ແລະບາງຮ້ານ ເປີດໄດ້ເປັນປົກກະຕິຢູ່ ດັ່ງທີ່ທ່ານເວົ້າວ່າ “ການປະຕິບັດ ບໍ່ວ່າເມືອງ ຫລື ນະຄອນຫລວງ ຍັງບໍ່ເປັນເອກກະພາບກັນ, ບາງຮ້ານໃຫ້ປີດ, ບາງຮ້ານເປີດໄດ້ ທັ້ງໆທີ່ມີຄວາມຜິດຄືກັນ.”

ໃນຂະນະດຽວກັນ ເຈົ້າໜ້າທີ່ທີ່ເຮັດວຽກກ່ຽວກັບວຽກງານ ຄຸ້ມຄອງຮ້ານອາຫານ-ຮ້ານກິນດື່ມຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ຢູ່ນະຄອນຫລວງວຽງຈັນກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ມິນານີ້ວ່າ ສາເຫດທີ່ໜ່ວຍງານ ທີ່ກ່ຽວຂ້ອງພາຍໃນບ້ານ ແລະເມືອງຕ່າງໆ ຢູ່ນະຄອນຫລວງວຽງຈັນ ຍັງບໍ່ສາມາດຈັດຕັ້ງປະຕິບັດມາຕການ ປ້ອງກັນການຣະບາດຂອງ ໂຄວິດ-19 ໄດ້ຢ່າງເປັນເອກກະພາບນັ້ນ ກໍຍ້ອນວ່າ ແຕ່ຢູ່ລະບ້ານ ແລະຢູ່ແຕ່ລະເມືອງ ການຣະບາດຂອງ ໂຄວິດ-19 ຫລາຍໜ້ອຍແຕກຕ່າງກັນ, ບາງບ້ານບໍ່ມີການຣະບາດ ແລະບາງບ້ານຣະບາດຫລາຍ.

ດັ່ງນັ້ນ ບາງຮ້ານຈຶ່ງສັ່ງໃຫ້ໂຈະ ແລະບາງຮ້ານເປີດໄດ້ຢູ່ ດັ່ງທີ່ທ່ານກ່າວວ່າ:

ກໍມັນບໍ່ສາມາດປະຕິບັດໄດ້ 100% ດອກໂຕນີ້ ເພາະວ່າມັນໄປອີງໃສ່ທ້ອງຖິ່ນທີ່ວ່າບໍ່ມີລະບາດ ແລ້ວກໍທ້ອງຖິ່ນໃດທີ່ມີການລະບາດຫລາຍ ກໍໄດ້ສັ່ງໂຈະໄປເປັນແບບນັ້ນ ກໍໝາຍຄວາມວ່າໃນຂອບເຂດທົ່ວປະເທດນີ້ລະ ສິຍັງບໍ່ເປັນແບບມາຕຖານດຽວກັນ ເບິດຫັ້ນນ່າ.

ແຕ່ເຖິງຢ່າງໃດກໍຕາມ ຜູ້ປະກອບການ ຮ້ານອາຫານຂນາດກາງຢູ່ບ້ານໂນນທອງ ເມືອງໄຊທານີ ກໍເວົ້າວ່າ ພາກສ່ວນທີ່ກ່ຽວຂ້ອງຂອງທາງການ ເພິ່ນກໍມາກວດ ກາຮ້ານອາຫານຂອງຕົນຢູ່, ເພິ່ນໃຫ້ຄໍາແນະນໍາ ແລະອະນຸນໍຍາດໃຫ້ຂາຍຕາມປົກກະຕິຢູ່.

ເອີ໋ ມາຕການກໍເພິ່ນ ກໍໃຫ້ຂາຍປົກຕິ ແຕ່ເພິ່ນກໍລົງມາກວດຢູ່ ສ່ວນເຣື່ອງການໃຫ້ຄໍາແນະນໍາກ່ຽວກັບມາຕການປ້ອງກັນ ໂຄວິດ-19 ບໍ່ແນ່ນອນນ່າ ອັນນີ້ຈະບໍ່ຮູ້ ເພາະວ່າກໍຂາຍປົກຕິ.

ອີງຕາມຄໍາສັ່ງ ຂອງເຈົ້າຄອງນະຄອນຫລວງວຽງຈັນ ເມື່ອທ້າຍເດືອນສິງຫາ 2021 ທີ່ຜ່ານມາ, ບຸກຄົນ ຫລືນິຕິບຸກຄົນໃດ ທີ່ລະເມີດມາຕການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແພ່ຣະບາດຂອງໂຄວິດ-19 ທີ່ທາງຣັຖບານ, ຄະນະສະເພາະກິດ, ກະຊວງ-ອົງການຂັ້ນສູນກາງ ແລະນະຄອນຫລວງວຽງຈັນວາງອອກ ແມ່ນຈະຖືກປັບໄໝຄື: ບຸກຄົນລະເມີດ ໃຫ້ປັບໄໝແຕ່ 5 ແສນກີບຫາ 3 ລ້ານກີບຕໍ່ຄັ້ງ. ນິຕິບຸກຄົນລະເມີດ ໃຫ້ປັບໄໝແຕ່ 5 ລ້ານກີບຫາ 10 ລ້ານກີບຕໍ່ຄັ້ງ ໂດຍໃຫ້ກໍາລັງປ້ອງກັນຄວາມສງົບ ສົມທົບກັບພາກສ່ວນທີ່ກ່ຽວ ຂ້ອງຕິດຕາມ ກວດກາ ໂດຍເລິ້ມຈາກການສຶກສາອົບຮົມ, ປັບໄໝ, ສັ່ງໂຈະກິຈການ ໄປເຖິງການດໍາເນີນຄະດີຕາມລະບຽບກົດໝາຍ ຕາມແຕ່ລະກໍລະນີໜັກ ຫລື ເບົາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.