ຮ້ານຄ້າຮ້ານອາຫານ ບາງແຫ່ງ ເປີດຄືນ

ຈໍາປາທອງ
2020.05.04
F-VangVieng ເມືອງວັງວຽງ ສະຖານທີ່ທ່ອງທ່ຽວ ທີ່ຂຶ້ນຊື່ລືຊາ ຈະກັບມາຄຶກຄື້ນອີກແນ່ນອນ ເມື່ອການຣະບາດຂອງພຍາດໂຄວິດ-19 ຜ່ານພົ້ນໄປ
ຮູບຈາກ : ນັກຂ່າວພົລເມືອງ

ຜູ້ປະກອບການຈໍານວນນຶ່ງ ເລີ່ມກັບມາໃຫ້ບໍຣິການຄືນໃໝ່ ແຕ່ປະຊາຊົນສ່ວນໃຫຍ່ ຍັງບໍ່ກ້າອອກຈາກເຮືອນມາໃຊ້ ເພາະຢ້ານເຊື້ອພຍາດ ໂຄວິດ-19 ກັບມາຣະບາດຄືນອີກ ໃນຂນະທີ່ຣັຖບານລາວ ຍັງສືບຕໍ່ ໃຫ້ປະຕິບັດມາຕການຄວບຄຸມ ແລະປ້ອງກັນການແຜ່ຣະບາດ ຂອງ ເຊຶ້ອພຍາດ ນັ້ນຢ່າງເຂັ້ມງວດ ໃນທົ່ວປະເທດ ແຕ່ວັນທີ 4 ຫາ 17 ພຶສພາ ນີ້ຢູ່.

ຜູ້ປະກອບການຮ້ານອາຫານ ໃນເມືອງວັງວຽງ ແຂວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 4 ພຶສພານີ້ວ່າ ມື້ນີ້ເປີດຮ້ານ ອາຫານ ເປັນມື້ທໍາອິດ ຫລັງຈາກປິດມາໄດ້ເກືອບ 2 ເດືອນ ແຕ່ກໍຍັງບໍ່ມີ ປະຊາຊົນ ມາສັ່ງອາຫານຈັກຄົນ, ບໍ່ມີຮອດຣົດແລ່ນ ຜ່ານໄປ ຜ່ານມາ ຍັງງຽບຢູ່ຄືເກົ່າ, ຄິດວ່າເປັນຍ້ອນມາຕການ ຂອງຣັຖບານລາວ ທີ່ຍັງບໍ່ອະນຸຍາດ ໃຫ້ຜູ້ຄົນອອກຈາກເຮືອນ ຫາກບໍ່ຈໍາເປັນ:

“ເອີໆ ເປີດແລ້ວມັນບໍ່ມີເງິນກະຈໍາເປັນໄດ້ເປີດ ບໍ່ເປີດບໍ່ມີຫຍັງກິນ ບໍ່ໆບໍ່ມີຄົນກະຈັ່ງວ່າ ຕ່າງແຕ່ວ່າບໍ່ມີແຂກ ມາຫຼິ້ິ້ນມາທ່ຽວຣົດບໍ່ແລ່ນ.”

ແມ່ຄ້າຂາຍເຄື່ອງຍ່ອຍ ໃນນະຄອນຫວງວຽງຈັນ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ເຖິງຈະຜ່ອນຜັນມາຕການ ໃຫ້ພະນັກງານ ຣັຖກອນເຮັດວຽກ ແລະໃຫ້ບາງທຸຣະກິດ ບໍຣິການໄດ້ ແຕ່ຣັຖບານກໍຍັງ ໃຊ້ມາຕການຄວບຄຸມ ແລະປ້ອງກັນການຣະບາດຂອງເຊື້ອ ພຍາດໂຄວິດ-19 ຢ່າງເຂັ້ມງວດ ຕໍ່ໄປອີກ ໂດຍຫ້າມບໍ່ໃຫ້ປະຊາຊົນອອກຈາກເຮືອນ ຫ້າມຊຸມແຊວ ເຮັດໃຫ້ບັນຍາ ກາດການຄ້າຂາຍ ຍັງງຽບເຫງົາ ຄືເກົ່າ:

“ມັນກະຈັກສິວ່າແນວໃດເນາະ ມັນໜ້ອຍຄົນໜ້ອຍ ຂະເຈົ້າກະຍັງເກັບຕົນເກັບໂຕຢູ່ຫັ້ນແລ້ວ ອອກກະບໍ່ຫຼາຍໃດເຫັນຄົນແນ່ມື້ສອງມື້ນີ໊.”

ໃນຂນະດຽວກັນປະຊາຊົນຜູ້ນຶ່ງ ໃນນະຄອນຫລວງວຽງຈັນ ກໍກ່າວໃນມື້ດຽວກັນນີ້ວ່າ ເຫັນດີນໍາແຈ້ງການຂອງຣັຖບານທີ່ຍັງໃຊ້ມາຕການ ຄວບຄຸມ ແລະປ້ອງກັນການຣະບາດ ຂອງເຊື້ອພຍາດໂຄວິດ-19 ນີ້ຢູ່ ຕໍ່ໄປໂດຍຫ້າມປະຊາຊົນ ບໍ່ໃຫ້ອອກນອກເຮືອນ ຫາກບໍ່ຈໍາເປັນ. ເມື່ອໃດຣັຖບານ ໝັ້ນໃຈວ່າຄວບຄຸມເຊື້ອພຍາດນີ້ໄດ້ແທ້ແລ້ວ ຈຶ່ງຄ່ອຍຍົກເລີກມາຕການນັ້ນ ກໍຈະເປັນການດີ:

“ຣັຖບານເພິ່ນກະພຍາຍາມ ໃຊ້ມາຕການຄຸ້ມຄອງເນາະ ບໍ່ໃຫ້ປະຊາຊົນອອກທ່ຽວ ບໍ່ໃຫ້ເຄື່ອນໄຫວນະ ຢູ່ເຮືອນ ມັນພ້ອມໄປແລ້ວກະຄືວ່າ ຍັງສິໄດ້ດໍາເນີນຕໍ່ເນາະ ເຮັດຫຍັງບໍ່ໄດ້ແລ້ວຕອນນີ້."

ເຈົ້າໜ້າທີ່ຄະນະສະເພາະກິດ ຄວບຄຸມ ແລະປ້ອງກັນ ໂຄວິດ-19 ແຂວງສວັນນະເຂດ ທ່ານນຶ່ງກ່າວໃນມື້ດຽວກັນນີ້ວ່າ ແຂວງສວັນນະເຂດ ຖືເປັນແຂວງ ທີ່ມີຄົນອາສັຍຢູ່ໜາແໜ້ນ ກວ່າແຂວງອື່ນໆໃນ ປະເທດລາວ ປັດຈຸບັນ ທາງການແຂວງ ກໍຜ່ອນຜັນໃຫ້ພະນັກງານ-ຣັຖກອນ ໄປເຮັດວຽກ ແລະທຸຣະກິດບາງປະເພດ ເປັນຕົ້ນຮ້ານຄ້າຍ່ອຍ ຮ້ານອາຫານ ໂຮງແຮມ ຣົດໂດຍສານ ໃຫ້ບໍຣິການໄດ້ ແຕ່ກໍຍັງເຝົ້າຣະວັງ ແລະໃຫ້ປະຕິບັດມາຕການ ຄວບຄຸມ ແລະປ້ອງກັນ ຢ່າງເຂັ້ມງວດ ເນື່ອງຈາກບໍ່ແນ່ວ່າຈະສາມາດຄວບຄຸມ ການຣະບາດຂອງເຊື້ອພຍາດ ນັ້ນໄດ້ 100 ເປີເຊັນ:

“ດຽວນີ້ ມັນກະຍັງບໍ່ທັນວ່າແນ່ນອນ. ຖ້າວ່າສະພາບຣະບາດ ມັນຢຸດໄປເລີຍງຽບໄປເລີຍ ກະສິເປັນໄປຄືຈັ່ງເວົ້າ. ຖ້າວ່າກໍຣະນີມັນຍັງ ສະພາບທົ່ວໄປຄວບຄຸມຍັງບໍ່ທັນ ຮັບປະກັນຄວາມປອດພັຍ ມັນກະສິ ເປັນແນວໃດ ມັນກະຕ້ອງເບິ່ງພາຍໃນ ລະກະສະພາບອ້ອມຂ້າງ.”

ທ່ານເວົ້າວ່າການຣະບາດຂອງໂຄວິດ-19 ຍັງບໍ່ທັນຮັບປະກັນວ່າຄວບຄຸມໄດ້ແນ່ນອນ, ສະນັ້ນເພື່ອປ້ອງກັນບໍ່ໃຫ້ເກີດການຣະບາດຊໍ້າອີກ ທາງການແຂວງ ຈຶ່ງຍັງບໍ່ທັນເປີດໃຫ້ ມີການດໍາເນີນກິຈການ ທັງໝົດໄດ້ ເປັນຕົ້ນ ຮ້ານນວດ ຮ້ານເສີມສວຍ ຮ້ານກິນດື່ມ ແລະຍັງໃຫ້ ປະຊາຊົນປະຕິບັດ ມາຕການຄວບຄຸມ ແລະປ້ອງກັນເຊື້ອພຍາດນັ້ນຢູ່ຄືເກົ່າ ຄືຫ້າມບໍ່ໃຫ້ອອກໄປຊຸມແຊວກັນ ຫຼືຈັດງານບຸນທຸກປະເພດ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ສູນປະຕິບັດງານ ຄະນະສະເພາະກິດຄວບຄຸມໂຄວິດ-19 ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 4 ພຶສພາ ນີ້ວ່າ ເພື່ອຮັບປະກັນບໍ່ໃຫ້ເຊື້ອພຍາດໂຄວິດ-19 ກັບມາຣະບາດ ຊໍ້າອີກ ຣັຖບານລາວ ຈໍາເປັນຕ້ອງໄດ້ໃຊ້ມາຕການປ້ອງກັນ ຄວບຄຸມ ສະກັດກັ້ນແລະແກ້ໄຂ ການຣະບາດຂອງໂຄວິດ-19 ນັ້ນຢູ່ຕໍ່ໄປ ເພື່ອເຝົ້າຣະວັງ ແຕ່ວັນທີ 4 ຫາ 17 ພຶສພາ ນີ້ຕື່ມອີກ, ຫາກບໍ່ມີການ ຣະບາດຊໍ້າ ກໍຈະມີມາຕການຜ່ອນຜັນໄປເທື່ອລະໜ້ອຍ:

“ຊ່ວງນີ້ນີ໋ ກະບໍ່ໝາຍຄວາມວ່າເພິ່ນເລື່ອນເນາະ ກະແຄ່ເຮັດໄປຕາມໄລຍະ. ໃນເບື້ອງຕົ້ນນີ໊ ເຮົາອາຈໃຫ້ພະນັກງານກ່ອນ ແລ້ວກະເຮັດ ຄ່ອຍໄປເທື່ອລະໜ້ອຍ ບໍ່ໝາຍຄວາມວ່າສິເປີດບາດດຽວ ເປັນການ ທົດລອງ ເບິ່ງກ່ອນເນາະ ເພາະວ່າແນວໃດ ເຮົາກະຍັງບໍ່ເຊື່ອໝັ້ນ.”

ປັດຈຸບັນນີ້ ພະນັກງານ-ຣັຖກອນ ໃນທົ່ວປະເທດ ແລະທຸຣະກິດບາງປະເພດ ທີ່ໄດ້ຮັບອະນຸຍາດ ໃຫ້ເຄື່ອນໄຫວ ແຕ່ຕ້ອງໄດ້ປະຕິບັດ ມາຕການປ້ອງກັນ ຕໍ່ໂຕເອງ ແລະສັງຄົມ ຢ່າງເຂັ້ມງວດ ເປັນຕົ້ນ ໃຫ້ຮັກສາ ໄລຍະຢູ່ຫ່າງກັນ 1 ແມັດ ຂຶ້ນໄປ, ລ້າງມືດ້ວຍສະບູ ຫລືເຈວລ້າງມື, ໃສ່ຜ້າອັດປາກອັດດັງ, ແທກອຸນຫະພູມ ແລະອະນາມັຍສະຖານທີ່ ຕາມຄໍາແນະນໍາ ຂອງຄະນະສະເພາະກິດ ຕ້ານ ໂຄວິດ-19. ບໍ່ດັ່ງນັ້ນ ຈະໃຫ້ຢຸດເຄື່ອນໄຫວທັນທີ.

ເວົ້າເຖິງມາຕການຜ່ອນຜັນ ໃຫ້ພະນັກງານ-ຣັຖກອນ ແລະທຸຣະກິດບາງປະເພດດໍາເນີນກິຈການ,ສາມາດເຮັດວຽກໄດ້ປົກກະຕິ ຄືໄລຍະ ທໍາອິດ ແມ່ນແຕ່ວັນທີ 3 ຫາ 31 ພຶສພາ ແລະໄລຍະທີ 2 ແມ່ນແຕ່ວັນທີ 1 ຫາ 30 ມິຖຸນາ 2020.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.