ກຸ່ມຮ້ານບັນເທີງ ຕ້ອງປັບໂຕ ເພື່ອຄວາມຢູ່ລອດ
2022.02.14

ປັດຈຸບັນກຸ່ມ ຜູ້ປະກອບການຮ້ານບັນເທີງ ແລະຮ້ານຄາຣາໂອເກະ ຈຳນວນຫລາຍ ໃນນະຄອນຫລວງວຽງຈັນ ໄດ້ເປີດໃຫ້ການບໍຣິການກັນຫລາຍຂຶ້ນ. ບາງຮ້ານຫາກໍເປີດ ເມື່ອຕົ້ນເດືອນກຸມພານີ້ ເພາະວ່າເຫັນຫລາຍຮ້ານເປີດ ກໍເປີດໄປຕາມໆ ກັນ. ຜ່ານມາ ເຖິງຮ້ານຈະປິດແຕ່ຜູ້ປະກອບການ ຍັງຕ້ອງໄດ້ຈ່າຍ ເປັນຕົ້ນຄ່າເຊົ່າຮ້ານ, ເງິນກູ້, ຄ່ານໍ້າ-ຄ່າໄຟ, ຄ່າພາສີ ແລະ ອື່ນໆ .
ເມື່ອຕົກໃນສະພາບການດັ່ງກ່າວ ຜູ້ປະກອບການຮ້ານບັນເທີງ ຈຳເປັນຕ້ອງປັບປ່ຽນ ມາເປັນຮ້ານອາຫານແທນ ເພາະທາງຄະນະສະເພາະກິດ ອະນຸຍາດໃຫ້ເປີດຮ້ານອາຫານໄດ້.
ດັ່ງເຈົ້າຂອງຮ້ານບັນເທີງ ໃນນະຄອນຫລວງວຽງຈັນ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 14 ກຸມພາ ນີ້ວ່າ:
“ກາບາງຮ້ານກາຄືວ່າ ຍັງເປີດໄດ້ຫັ້ນນ່າ ເຂົາເຈົ້າເປີດຕາມໆກັນ ກາເຮົາລົງທຶນໄປຫລາຍ ເນາະຈັກຄ່າຕົບແຕ່ງ, ເຊົ່າທີ່ດິນອີຫລາຍຢ່າງເດ້ ຈ້າງພໍ່ຄົວຈ້າງເດັກເສີບ ສ່ວນຫລາຍເພິ່ນຈະໃຫ້ປິດ ເປັນພວກພັບເປັນຮ້ານຄາຣາໂອເກະ ແຕ່ຮ້ານອາຫານກໍຍັງເປີດໄດ້ຢູ່ ຕ້ອງໄດ້ເຮັດເປັນຮ້ານອາຫານ.”
ເຈົ້າຂອງຮ້ານຄາຣາໂອເກະ ອີກທ່ານນຶ່ງກໍກ່າວ່າ ທີ່ຜ່ານມາໂຄວິດ-19 ຣະບາດໜັກ ຮ້ານຕົນເອງກໍໄດ້ຮັບຜົລກະທົບ ບໍ່ສາມາດເປີດຮ້ານໄດ້ ເຮັດໃຫ້ບໍ່ມີລາຍຮັບຂາດລາຍໄດ້ ເພາະບໍ່ໄດ້ມີອາຊີບອື່ນເຮັດ ແລະຍັງຂາດທຶນອີກຈຳນວນຫລາຍ ເພາະໄດ້ລົງທຶນຕົບແຕ່ງຮ້ານໄປຫລາຍ ເຊັ່ນກັນແຕ່ຖ້າຫາກທາງການ ຍັງຫ້າມຢູ່ ຕົນເອງກໍຕ້ອງປັບປ່ຽນ ເປັນຮ້ານອາຫານເພາະຈະເປີດໄດ້.
“ຄັນວ່າສັ່ງໃຫ້ປິດ ກາຄືຊິປິດ ກາຄືຊິບໍ່ໄດ້ເຮັດຫຍັງຫລາຍ ຕັດລາຍໄດ້ເຮົາໄປເລີຍ ເພາະວ່າເຮົາລົງທຶນຫລາຍ ກັບຮ້ານແຕ່ວ່າສຸດທ້າຍມາແລ້ວ ເປັນແນວນີ້ບໍ່ໄດ້ ເຮັດຫຍັງເລີຍເນາະ ຕອນຊ່ວງໂຄວິດ-19 ແມ່ນປິດໝົດເລີຍ ແຕ່ດຽວນີ້ເຂົາໃຫ້ເປີດ ຂາຍເປັນປະເພດອາຫານນີ້ ຂາຍໄດ້ເຮົາກໍເປີດແບບຂາຍອາຫານ.”
ພ້ອມດຽວກັນນີ້ເຈົ້າໜ້າທີ່ ຜແນກຖແລງຂ່າວ ວັທນາທັມ ແລະທ່ອງທ່ຽວ ນະຄອນຫລວງວຽງຈັນ ຜູ້ຂໍສງວນຊື່ ແລະຕຳແໜ່ງ ກໍຢືນຢັນວ່າ ທາງການຍັງບໍ່ໃຫ້ເປີດຮ້ານບັນເທີງ ແລະຮ້ານຄາຣາໂອເກະ ແຕ່ຮ້ານອາຫານຮ້ານກິນດື່ມ ທົ່ວໄປສາມາດເປີດໄດ້.
“ສຳລັບຢູ່ນະຄອນຫລວງນີ້ ແມ່ນຍັງຮ້ານບັນເທີງນີ້ ມັນຍັງບໍ່ອະນຸຍາດໃຫ້ເປີດ ເປັນຮ້ານອາຫານຮ້ານກິນດື່ມທັມມະດາ ນີ້ນ່າເປີດເພັງໜັ່ງກິນເບົາໆ ໄດ້, ແຕ່ວ່າໂຟ໋ກຊ໋ອງ ພວກອີ່ຫຍັງເພິ່ນຍັງບໍ່ອະນຸຍາດ.”
ຂະນະທີ່ເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແໜ່ງກໍກ່າວວ່າ ທາງການຂອງ ນະຄອນຫລວງວຽງຈັນ ກໍຍັງສັ່ງຫ້າມບໍ່ໃຫ້ເປີດຮ້ານບັນເທີງ ແລະຮ້ານຄາຣາໂອເກະຢູ່ເນື່ອງຈາກ ໂຄວິດ-19 ບໍ່ໄດ້ຫລຸດລົງ ເປັນສູນຍັງມີການຕິດເຊື້ອຢູ່ ເຖິງແມ່ນວ່າຈະບໍ່ຫລາຍກໍຕາມເພື່ອເປັນການປ້ອງກັນ ໄວ້ຈຶ່ງຍັງຫ້າມເປີດບໍຣິການ ຮ້ານດັ່ງກ່າວ.
ແຕ່ຖ້າຫາກເຈົ້າໜ້າທີ່ ລົງກວດກາພົບວ່າ ລະເມີດຢູ່ຕ້ອງຖືກຖອນ ໃບອະນຸຍາດທັນທີ ແຕ່ສ່ວນໃຫຍ່ທີ່ລົງກວດກາ ຈະພົບຮ້ານບັນເທີງ ແລະຮ້ານຄາຣາໂອເກະ ຫລາຍຮ້ານປັບປ່ຽນ ມາເປັນຮ້ານອາຫານ ທີ່ທາງການອະນຸຍາດໃຫ້ ເປີດໄດ້ແຕ່ຕ້ອງປິດ ຕາມເວລາກຳນົດ ບໍ່ເກິນ 22,30 ໂມງ.
ດັ່ງທ່ານໄດ້ກ່າວວ່າ:
“ຮ້ານຄາຣາໂອເກະ ຮ້ານບັນເທີງເພິ່ນບໍ່ທັນໃຫ້ເປີດໃດ໋ ໂຄວິດມັນກາຍັງມີຢູ່ເດຈົນກວ່າ ມື້ໃດເປັນສູນພຸ້ນແຫລະ ມັນຄ່ອຍເປີດເອງໄດ້ປົກກະຕິເນາະ ສ່ວນຫລາຍມັນກໍເປັນຮ້ານ ບັນເທີງຫັ້ນແຫລະ ເຂົາດັດແປງກໍເຮັດຮ້ານອາຫານ ມັນມີໜ່ວຍສະເພາະກິດ ບ່ອນໃດລະເມີດກໍຊິໄດ້ລົງໄປກວດ ຕັກເຕືອນເຮັດບົດບັນທຶກ ຍັງລະເມີດຢູ່ກໍຊິໄດ້ຖອນ ໃບອະນຸຍາດ.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ຊາວລາວຫລາຍຄົນກໍກ່າວວ່າ ສຳລັບຮ້ານບັນເທີງ ແລະຮ້ານຄາຣາໂອເກະ ໃນປັດຈຸບັນນີ້ເປີດກັນຫລາຍແລ້ວ ຊຶ່ງເປັນເຣື່ອງທີ່ຍາກທີ່ຈະບໍ່ໃຫ້ເຂົາເຈົ້າ ເປີດບໍຣິການ ເພາະເຂົາເຈົ້າກໍຕ້ອງຫາລາຍຮັບ ເພື່ອລ້ຽງຊີວິດ ແລະຄອບຄົວເຊັ່ນກັນ ແລະປັດຈຸບັນນີ້ ຫລາຍຄົນກໍຮູ້ຈັກວິທີປ້ອງກັນ ເຊື້ອໂຄວິດ-19 ກັນຫລາຍຂຶ້ນແລ້ວ.
ດັ່ງຊາວ ນະຄອນຫລວງວຽງຈັນ ໄດ້ກ່າວວ່າ:
“ສ່ວນຫລາຍ ເຂົາເປີດຫັ້ນແຫລະ ເປີດໃນການແຈ້ງໝົດແລ້ວ ຄັນແມ່ນປິດຕລອດເຂົາເຈົ້າ ກໍຈະບໍ່ມີບ່ອນທັມມາຫາກິນ ຂອງເຂົາເຈົ້າຫັ້ນແຫລະ ກາຄືຊິຫ້າມກັນບໍ່ໄດ້ດອກ ເພາະວ່າຄົນກໍຕ້ອງການຜ່ອນຄາຍ ເພາະວ່າໂຄວິດທຸກມື້ນີ້ ກາຮູ້ຢູ່ວ່າເປັນແບບນັ້ນ ແບບນີ້ເຮົາຕ້ອງລະວັງ ເອົາເຂົາເຈົ້າກາຮູ້ຢູ່.”
ຊາວນະຄອນຫລວງວຽງຈັນ ກໍ່ກ່າວວ່າຖ້າຫາກເບິ່ງ ດ້ານດີໂຕເລຂຜູ້ຕິດເຊື້ອ ໂຄວິດ-19 ຫລຸດລົງຕໍ່ເນື່ອງ ຖ້າຫາກເບິ່ງດ້ານຜົລກະທົບ ບໍ່ໃຫ້ເປີດຮ້ານບັນເທີງ ແລະຮ້ານຄາຣາໂອເກະ ແນ່ນອນວ່າຄົນທີ່ຕ້ອງການ ເຮັດວຽກດ້ານການບໍຣິການ ຮ້ານດັ່ງກ່າວເຊັ່ນເດັກເສີບ, ນັກດົນຕຣີ, ພໍ່ຄົວ ກໍຍັງຕົກງານກັນຢູ່ ແລະເກີດມີຂີ້ລັກງັດແງະ ຂຶ້ນຫລາຍໄປອີກ.
“ຄັນປີດເນາະ ປະກົດການຫຍໍ້ທໍ້ ກໍແຫ່ງຈະຫລາຍຂຶ້ນ ຄົນຂີ້ລັກມັກຊົກ ປະຊາຊົນຈະບໍ່ມີວຽກເຮັດ ຊິທຸກໄປອີກ ຊິໜັກໄປອີກນີ້ນ່າ ຜູ້ລວຍມັນຢູ່ໄດ້ແລ້ວ ຜູ້ທຸກມັນຢູ່ບໍ່ໄດ້ເດ້ ບໍ່ມີອັນກິນ.”
ປັດຈຸບັນ ທາງການຍັງສັ່ງຫ້າມ ເປີດຮ້ານບັນເທີງ ແລະ ຮ້ານຄາຣາໂອເກະ ເນື່ອງຈາກ ຍັງມີຜູ້ຕິດເຊື້ອ ແລະ ຍັງມີຄວາມຊ່ຽງ ທີຈະກັບມາຣະບາດໜັກ ຄືນໃໝ່ໄດ້ ເພາະຍັງມີຣາຍງານ ຈາກຄະນະສະເພາະກິຈວ່າ ມີຜູ້ຕິດເຊື້ອ ແລະເສັຽຊີວິດທຸກມື້.