ອາກາດຮ້ອນ ມັກມາກັບພະຍາດ ຖອກທ້ອງ

ອຸ່ນແກ້ວ
2024.05.02
ອາກາດຮ້ອນ ມັກມາກັບພະຍາດ ຖອກທ້ອງ ຊາວບ້ານກຳລັງຖ້າຮັບຢາ ທີ່ໂຮງໝໍແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ. ເດືອນພະຈິກ ປີ 2024.
ນັກຂ່າວພົນລະເມືອງ

ນັບແຕ່ເດືອນມາສາ ເປັນຕົ້ນມາສະພາບອາກາດເລີ່ມຮ້ອນອົບເອົ້າ ສູງສຸດເຖິງ 40 ປາຍອົງສາເຊວຊຽສ ຢູ່ຫຼາຍແຂວງ ໃນປະເທດລາວ ໃນຂະນະທີ່ ທ່ານ ໝໍ ໄດ້ອອກມາແຈ້ງເຕືອນ ໃຫ້ລະຝັງພະຍາດຖອກທ້ອງ ທີີ່ມາກັບອາກາດຮ້ອນ.

ທ່ານ ໝໍ ຢູ່ໂຮງໝໍໃຫຍ່ແຫ່ງໜຶ່ງ ຢູ່ນະຄອນຫລວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:  

ອາດຈະພະຍາດຖອກທ້ອງມັນຕາມມາ ກະຕ້ອງກິນສະອາດ ຢູ່ສະອາດ ຈັກໜ້ອຍຂີ້ຖອກທ້ອງມາແຫ່ງໄປໄວໄດ໋ຄົນເຮົານະ ຊ້ວງອາກາດຮ້ອນຈັ່ງຊີ້.  

ອາດການຮ້ອນອົບເອົ້າແບບນີ້ ຕ້ອງໄດ້ຢູ່ບ່ອນໂລ່ງ ແລະ ທີ່ສໍາຄັນຕ້ອງຕື່ມນໍ້າຫຼາຍ, ແຕ່ ບໍ່ໃຫ້ດື່ມນໍ້າເຢັນຫຼາຍເກີນໄປ.

ທ່ານ ໝໍ ທ່ານນີ້ ກ່າວຕື່ມອີກວ່າ:

ຊ້ວງຮ້ອນໆ ຈັ່ງຊີ້ໃຫ້ຢູ່ບ່ອນໂລ່ງ ບໍ່ໃຫ້ຢູ່ບ່ອນແອອັດ ໃຫ້ກິນອາຫານມີປະໂຫຍດ ໃຫ້ຄົບ 5 ໝູ່ ຫັ້ນ ລະກະບໍ່ໃຫ້ກິນເຢັນຈົນເກີນໄປ ມັນອາດຈະຊອກໄດ້ ຄັນຖ້າກິນເຢັນຈົນເກີນໄປຫັ້ນນ່າ ລະກະໃຫ້ປະຊາຊົນຮັກສາສຸຂະພາບຫັ້ນແຫຼ ສໍາຄັນຕ້ອງກິນນໍ້າ ຕ້ອງບໍ່ໃຫ້ຂາດນໍ້າ ຜູ້ໜຶ່ງຕ້ອງກິນສອງຫາສາມລິດຂຶ້ນໄປ ຫຼື ຫຼາຍກວ່ານັ້ນ.

ອາກາດຮ້ອນ ຈົນເຮັດໃຫ້ປະຊາຊົນ ສ່ວນຫຼາຍ ຕ້ອງອອກມານອກເຮືອນ ໃນຕອນແລງ ແລະ ອາບນໍ້າມື້ໜຶ່ງ ຢ່າງໜ້ອຍ 3 ຄັ້ງ ກ່ອນຈະສາມາດນອນໄດ້ຫຼັບ.

ປະຊາຊົນ ທ່ານ ໜຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

ເປີດແອໝົດມື້ໝົດຄືນ ຮ້ອນແທ້ຮ້ອນວ່າ ມື້ນີ້ 43 ອົງສາ ກາງຄືນກະເປີດແອໝົດມື້ໝົດຄືນເປີດແອ ນັບເທື່ອບໍ່ໄດ້ເຂົ້າໄປກະອາບ ນັບເທື່ອບໍ່ໄຫວ ໜຽວຕົນໜຽວໂຕຢູ່ຍາກ ມັນບໍ່ແມ່ນມັນຮ້ອນແບບໃດໄດ໋ ມັນຮ້ອນແບບໜຽວຢູ່ຍາກ.

ປະຊາຊົນ ອີກທ່ານໜຶ່ງ ກໍເວົ້າວ່າ ຕອນນີ້ ອາກາດຮ້ອນຫຼາຍ:

ຮ້ອນຫັ້ນແຫຼສະພາບອາກາດ 43 ອົງສາ ວານນີ້ ໃນຍາມກາງຄືນກະ ອາບນໍ້າຫັ້ນແຫຼ ກະແຊ່ນໍ້າ 11-12 ໂມງ ພຸ້ນແຫຼ ຈັ່ງນ້ອນໄດ້ ມື້ໜຶ່ງທໍາມະດາ ເຊົ້າເພີນແລງ ເນາະ ແຕ່ວ່າ ຕອນແລງຫັ້ນ ຕອນອາບນໍ້າແລ້ວ ຊິນອນຫັ້ນ ບາງຄົນກະສອງເທື່ອ ບາງຄົນກະສາມເທື່ອ ອີງຕາມນອນຫຼັບນອນບໍ່ຫຼັງ ນອນບໍ່ຫຼັບກະລຸກມາອາບ.

ກະຊວງສຶກສາທິການ ແລະກິລາ ໄດ້ອອກແຈ້ງການໃນວັນທີ 25 ເມສານີ້ ໃຫ້ບັນດາອໍານວຍການໂຮງຮຽນ ພິຈາລະນາໂຈະການຮຽນ-ການສອນບາງຕອນ ຫລື ບາງໄລຍະ ຖ້າໂຮງຮຽນໃດ ບໍ່ມີພັດລົມ ຫລື ເຄື່ອງປັບອາກາດ ຖ້າສະພາບອາກາດ ຮ້ອນອົບເອົ້າ ຮອດ 40 ອົງສາເຊວຊຽສ ຂຶ້ນໄປ.

ແຕ່ມາຮອດປັດຈຸບັນນີ້ ຫລາຍໂຮງຮຽນ ທີ່ບໍ່ມີພັດລົມ ຫລື ເຄື່ອງປັບອາກາດ ກໍຍັງບໍ່ທັນໄດ້ໂຈະການຮຽນເທື່ອ ຍ້ອນຢ້ານກະທົບຕໍ່ຜົນການຮຽນຂອງເດັກນ້ອຍ ແຕ່ ກໍຕິດຕາມສະພາບອາກາດຢ່າງຕໍ່ເນື່ອງ, ເດັກນ້ອຍຍັງໄປໂຮງຮຽນ ຕາມປົກກະ ຕິຢູ່.

ສໍາລັບຢູ່ເມືອງໄຊບູລີ ແຂວງສະຫວັນນະເຂດ ເຈົ້າໜ້າທີ່ຫ້ອງການສຶກສາ ແລະ ກິລາ ທ່່ານນຶ່ງ ເວົ້າເຖິງສະພາບອາກາດໃນປັດຈຸບັນ ວ່າ ຮ້ອນຫລາຍ, ແຕ່ຫລາຍໂຮງຮຽນ ກໍ່ຍັງບໍ່ທັນໂຈະການຮຽນ-ການສອນເທື່ອ, ພວກເດັກນ້ອຍຍັງໄປຮຽນປົກກະຕິ.  

ໃນຂະນະດຽວກັນ ເຈົ້າໜ້າທີ່ຫ້ອງການສຶກສາທິການ ແລະ ກິລາ ເມືອງໂພນໂຮງ ແຂວງວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ປັດຈຸບັນ ຢູ່ເມືອງໂພນໂຮງນີ້ ຍັງບໍ່ທັນໄດ້ໂຈະການຮຽນ-ການສອນ, ເດັກນ້ອຍຍັງໄປໂຮງຮຽນ ເພາະ ຫລາຍໂຮງຮຽນ ມີພັດລົມໃຊ້.

ພ້ອມດຽວກັນນີ້ ພໍ່ແມ່ຜູ້ປົກຄອງນັກຮຽນ ຢູ່ແຂວງສະຫວັນນະເຂດຜູ້ນຶ່ງ ກໍເວົ້າວ່າ ສະພາບອາກາດປັດຈຸບັນນີ້ ຮ້ອນຫລາຍ ເຮັດໃຫ້ເດັກນ້ອຍເຈັບປ່ວຍໄດ້, ບາງຄົນບໍ່ຢາກໄປໂຮງຮຽນ, ໂຮງຮຽນໃນເຂດນອກ ແທບຈະບໍ່ມີພັດລົມເລີຍ ແຕ່ໂຮງຮຽນ ກໍບໍ່ໄດ້ໂຈະການຮຽນການສອນ

ເອເຊັຽເສຣີພະຍາຍາມ ຕິດຕໍ່ຫາເຈົ້າໜ້າທີ່ກົມອຸຕຸນິຍົມ ແລະ ອຸທົກກະສາດ ເພື່ອຖາມກ່ຽວກັບສະພາບອາກາດ, ແຕ່ ເຈົ້າໜ້າທີ່ປະຈໍາກົມດັ່ງກ່າວ ບໍ່ສະດວກໃຫ້ຄໍາເຫັນ.

ເຖິງຢ່າງໃດກໍຕາມ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນສະພາບອາກາດຮ້ອນເອົ້າຫຼາຍປະຈໍາວັນທີ 01 ພຶດສະພາ 2024, ເວລາ 12 ໂມງ 00 ວ່າ: ມວນອາກາດຮ້ອນເອົ້າຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ ຊຶ່ງອຸນະພູມສູງສຸດຢູ່ທີ 37 ອົງສາເຊວຊຽສ.

ແຈ້ງການຍັງລະບຸວ່າ: ເຕືອນເຖິງປະຊາຊົນບັນດາເຜົ່າ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດຮ້ອນອົບເອົ້າຫຼາຍ ຊຶ່ງຈະເຮັດໃຫ້ເກີດມີອັກຄີໄພ, ໄຟຟ້າລັດວົງຈອນ, ຜົນກະທົບຕໍ່ສຸຂະພາບ ຂອງຜູ້ເຖົ້າ ແລະ ເດັກນ້ອຍ ເຊັ່ນ: ໂຣກລົມແດດ (Heat Stroke) ພ້ອມນີ້ໃຫ້ຫຼີກລ່ຽງການຈັດກິດຈະກໍາກາງແຈ້ງເປັນເວລາດົນ.

ສະພາບອາກາດຮ້ອນຂຶ້ນ ເປັນສາເຫດມາຈາກສະພາບດິນຟ້າອາກາດມີກການປ່ຽນແປ່ງ.

ເວບໄຊອົງການປົກປ້ອງສິ່ງແວດລ້ອມ ຂອງສະຫະລັດອາເມຣິກາ ຫຼື US EPA ໄດ້ອອກບົດລາຍງານວ່າ ອາກາດຮ້ອນຂຶ້ນເປັນສາເຫດມາຈາກການປ່ອຍມົນລະພິດເຂົ້າໃສຊັ້ນບັນຍາກາດ ຊຶ່ງມົນລະພິດດັງກ່າວ ມາຈາກ:

  • ການເຜົາໃໝ້ຂອງນໍ້າມັນ ໂດຍສະເພາະການໃຊ້ຍານພະຮະນະ.
  • ການສ້າງເຂື່ອນ ແລະ ໂຮງງານໄຟຟ້າ ເພື່ອຜະລິດໄຟຟ້າ.
  • ໂຮງງານອຸດສາຫະກໍາ ທີ່ມີການເຜົາໃໝ້ນໍ້າມັນປະເພດສານຟໍຊິວ ໂດຍສະເພາະຖ່ານຫີນ ແລະ ແກສທໍາມະຊາດ.​
  • ການໃຊ້ພະລັງງານໃນຄົວເຮືອນ ແລະ ເຂດທຸລະກິດ ບໍ່ວ່າ ຈະເປັນການໃຊ້ແອຮ້ອນ ແອເຢັນ, ການໃຊ້ໄຟຟ້າ.  
  • ຂະແໜງກະສິກໍາ ໂດຍ ສະເພາະການລ້ຽງສິດ, ການໃຊ້ທີ່ດິນ, ການຜະລິດເຂົ້າ, ການເຮັດກິດຈະກໍາທາງດ້ານກະສິກໍາ.
  • ການນໍາໃຊ້ທີ່ດິນ ແລະ ປ່າໄມ້ ຊຶ່ງມັນເປັນການທໍາລາຍຊັ້ນບັນຍາກາດ ເຮັດໃຫ້ເກີດສະພາວະໂລກຮ້ອນ.  
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.