ຄົນລາວ ເຮັດວຽກໃຫ້ນາຍທຶນຈີນ ຢູ່ສວນຢາງພາຣາແຫ່ງນຶ່ງ ທີ່ແຂວງອັດຕະປື

ຄົນງານລາວ ຈາກແຂວງຫົວພັນ ປະມານ 10 ຄົນ ທີ່ເຮັດວຽກ ຢູ່ສວນຢາງພາຣາ ຂອງຈີນ ແຫ່ງນຶ່ງ ໃນແຂວງອັດຕະປື ຖືກພະນັກງານ ຂອງສວນຢາງພາຣາ ດັ່ງກ່າວຂົ່ມເຫັງ ເຮັດໃຫ້ທົນບໍ່ໄດ້ ຈຶ່ງຕຣຽມເດີນທາງກັບຄືນເມືອບ້ານ ແຕ່ຖືກພະນັກງານຊາວຈີນ ຂອງສວນຢາພາຣາ ດັ່ງກ່າວຂັດຂວາງ.
ສຸພັດຕາ
2023.05.22
ຄົນລາວ ເຮັດວຽກໃຫ້ນາຍທຶນຈີນ ຢູ່ສວນຢາງພາຣາແຫ່ງນຶ່ງ ທີ່ແຂວງອັດຕະປື ຄົນງານລາວ (ຮູບຊ້າຍມື) ຈາກແຂວງຫົວພັນ ທີ່ເຮັດວຽກຢູ່ສວນຢາງພາຣາ ຂອງຈີນ ແຫ່ງນຶ່ງ ໃນແຂວງອັດຕະປື ຖືກນາຍຈ້າງຂັດຂວາງຫ້າມ ກັບຄືນເມືອບ້ານ.
ຂອບໃຈຮູບພາບ ຈາກວິດີໂອ ເພຈ Joseph Akaravong

ເມື່ອວັນທີ 20 ພຶສພາ ທີ່ຜ່ານມານີ້ ເຟສບຸກຄ໌ ຂອງທ່ານ ໂຈເຊຟ ອັກຄະຣະວົງ ນັກເຄື່ອນໄຫວທາງສັງຄົມລາວ ທີ່ລີ້ພັຍຢູ່ປະເທດຝຣັ່ງເສດ ໄດ້ເຜີຍແຜ່ ຄລິບວິດິໂອ ກ່ຽວກັບເຫດການຄົນງານລາວ ຈາກແຂວງຫົວພັນ ປະມານ 10 ຄົນ ທີ່ເຮັດວຽກຢູ່ສວນຢາງພາຣາ ຂອງຈີນ ແຫ່ງນຶ່ງ ຢູ່ແຂວງອັດຕະປື ແຕ່ບໍ່ໄດ້ລະບຸວ່າ ຢູ່ເຂດໃດແດ່ນັ້ນ ໄດ້ຖືກພະນັກງານ ຂອງສວນຢາງພາຣາດັ່ງກ່າວຂົ່ມເຫັງ ຈົນວ່າ ເຮັດໃຫ້ຄົນງານລາວທົນບໍ່ໄດ້ ແລະ ເມື່ອກຸ່ມຄົນງານດັ່ງກ່າວ ໄດ້ຈ້າງຣົຖໃຫ້ມາພາເດີນທາງ ກັບບ້ານ ແຕ່ຖືກພະນັກງານ ຊາວຈີນຂັດຂວາງ ບໍ່ໃຫ້ຣົຖຮັບຈ້າງ ພາຄົນງານລາວອອກຈາກສວນຢາງພາຣາ ພ້ອມທັງຂົ່ມຂູ່ວ່າ ຈະທໍາຮ້າຍຮ່າງກາຍ ກຸ່ມຄົນງານດັ່ງກ່າວນໍາດ້ວຍ ຈຶ່ງເຮັດໃຫ້ກຸ່ມຄົນງານ ຕ້ອງພາກັນຍ່າງອອກມາຂ້າງນອກສວນຢາງພາຣາ ເພື່ອລໍຖ້າຣົຖຄັນອື່ນມາຮັບເມືອບ້ານ.

ດັ່ງຊາວບ້ານ ທີ່ເຫັນເຫດການດັ່ງກ່າວ ໄດ້ກ່າວໃນຄລິບວິດິໂອ ຕອນນຶ່ງວ່າ:

“ແຂວງຫົວພັນ ມາເຮັດວຽກຢາງພາຣາ ຢູ່ອັດຕະປືເນາະ ບາດຮອດເວລາຊິເມືອແລ້ວ ເຂົາບໍ່ໃຫ້ເມືອ ຈ້າງຣົຖມາເອົາແລ້ວ ພວກບໍຣິສັດ ບໍ່ໃຫ້ເມືອ ຫວ່າງກີ້ນີ້ຊິຕິເນາະ ເຂົາກັກໄວ້ ແຕ່ 9 ໂມງ ຈົນຮອດ 12 ໂມງແລ້ວໃດ໋.”

ວິທຍຸ ເອເຊັຽ ເສຣີ ພະຍາຍາມຕິດຕໍ່ ໄປຫາຄົນງານລາວດັ່ງກ່າວ ແລະຜູ້ທີ່ຮູ້້ເຫັນເຫດການ ເພີື່ອສອບຖາມຣາຍລະອຽດ ເພີ່ມຕື່ມ ແຕ່ກໍຍັງບໍ່ສາມາດຕິດຕໍ່ຫາ ຜູ້ກ່ຽວໄດ້ ໂດຍຕຣົງ, ໃນຂະນະດຽວກັນ ກໍໄດ້ຕິດຕໍ່ໄປຍັງ ຜແນກ ແຮງງານ ແລະສວັດດິການສັງຄົມ ແຂວງອັດຕະປື ເພື່ອສອບຖາມຂໍ້ມູນເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ລະບຸພຽງແຕ່ວ່າ ຍັງບໍ່ໄດ້ຮັບແຈ້ງ ຈາກພາກສ່ວນໃດເທື່ອ ແລະກໍບໍ່ຮູ້ຂໍ້ມູນວ່າ ເຫດການດັ່ງກ່າວ ແມ່ນເກີດຂຶ້ນຢູ່ເຂດໃດ.

ທາງດ້ານຊາວບ້ານ ທີ່ເຄີຍໄປເຮັດວຽກຢູ່ແຂວງອັດຕະປື ກໍຢືນຢັນວ່າ ໃນໄລຍະທີ່ຜ່ານມາ ເຄີຍໄດ້ຍິນຂ່າວວ່າ ຄົນງານລາວ ທີ່ໄປເຮັດວຽກຢູ່ສວນຢາງພາຣາ ແລະສວນກ້ວຍຂອງຈີນ ໃນແຂວງອັດຕະປື ໄດ້ໃຊ້ແຮງງານຢ່າງໜັກ ແຕ່ເມື່ອຢາກຂໍລາພັກ ເດີນທາງເມືອບ້ານທີ່ຢູ່ຕ່າງແຂວງ ພັດຖືກນາຍຈ້າງຂັດຂວາງ ບໍ່ໃຫ້ເມືອບ້ານ ແຕ່ສໍາລັບເຫດການດັ່ງກ່າວ ທ່ານເອງ ກໍບໍ່ຮູ້ຄັກແນ່ວ່າ ເກີດຂຶ້ນຢູ່ບໍຣິສັດໃດ ແລະເຂດເມືອງໃດ.

ດັ່ງທ່ານກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 22 ພຶສພາ ນີ້ວ່າ:

“ແມ່ນເດ້ ບາງເທື່ອ ບາງເທື່ອແລ້ວເຂົາບໍ່ໃຫ້ຫັ້ນນ່າ ພາກສ່ວນທີ່ເຂົາມາຢູ່ແລ້ວ ແບບວຽກໜັກວຽກໜັກເລີຍນ່າ ເຂົາເຮັດບໍ່ໄດ້ ຕໍ່ແລ້ວເຂົາໄປຄອບ ເຂົາກະບໍ່ໃຫ້ຫັ້ນນ່າ ຢູ່ອັດຕະປືຫັ້ນລະ ກໍຍັງບໍ່ຮູ້ແນວໃດເນາະ ຢູ່ພາກໃຕ້ຫັ້ນຈະເປັນສວນ ເປັນບໍຣິສັດໂດຍຕຣົງເນາະ ແບບສ່ວນບຸກຄົນຫັ້ນ ມັນຈະມີໜ້ອຍນ່າ.”

ສ່ວນຊາວລາວ ທ່ານນຶ່ງ ທີ່ເຫັນຄລິບວິດິໂອ ດັ່ງກ່າວ ກໍຮູ້ສຶກບໍ່ສະບາຍໃຈ ທີ່ຄົນງານລາວ ຖືກຄົນຈີນຂົ່ມເຫັງ ທັງທີ່ຢູ່ໃນແຜ່ນດິນລາວ ແລະກໍຢ້ານວ່າ ຄັນນັກລົງທຶນຈີນ ມາລົງທຶນຫຼາຍຂຶ້ນ ກໍອາຈເຮັດໃຫ້ຄົນງານລາວຖືກຂົ່ມເຫັງເພີ່ມຕື່ມ ເນື່ອງຈາກຄົນຈີນ ທີ່ເຂົ້າມາໃນລາວນັ້ນ ສ່ວນນຶ່ງ ບໍ່ໄດ້ຢ້ານຕໍ່ກົດໝາຍລາວ ແລະມັກເຮັດຕາມໃຈໂຕເອງຢູ່ຕລອດ, ດັ່ງທ່ານກ່າວວ່າ:

“ຢ້ານເຂົ້າມາຫຼາຍແລ້ວ ຢ້ານແຕ່ເຮົາບໍ່ຄຸມເຂົາໄດ້ ຢ້ານແຕ່ເຂົາຊິຢາກເຮັດ ແລ້ວເຮັດໄປຫັ້ນນ່າ ບາດນີ້ ຄົນລາວຊິມີບັນຫາໄປເນາະ ບາດນີ້ ເວົ້າແລ້ວຊິຕິເອົາໆ, ໂອ ຢ້ານ ເຂົາກະຫາກຢ້ານ ຜູ້ບໍ່ຢ້ານມັນບໍ່ຢ້ານ ແມ່ນໂອ່.”

ໃນຂະນະດຽວກັນ ກໍມີຊາວລາວອີກຈໍານວນນຶ່ງ ທີ່ເຫັນວ່າ ເຫດການດັ່ງກ່າວ ຕ້ອງໄດ້ມີການກວດສອບເພີ່ມຕື່ມ ວ່າແມ່ນ ເກີດຂຶ້ນແທ້ຫຼືບໍ່ ເພາະວ່າ ອາຈມີຊາວບ້ານບາງກຸ່ມ ທີ່ຕັ້ງໃຈເຮັດໃຫ້ເປັນກະແສໃນສັງຄົມ ແຕ່ຄັນເປັນຄວາມຈິງແທ້ ກໍເປັນເຣື່ອງທີ່ຜິດ ແລະໜ້າເປັນຫ່ວງຫຼາຍທີ່ສຸດ.

ດັ່ງຊາວລາວ ທ່ານນຶ່ງ ກ່າວວ່າ:

“ມັນບໍ່ທັນຮູ້ ວ່າເປັນຄວາມຈິງ ຫຼື ບໍ່ຫັ້ນນ່າ ບາງເທື່ອ ມັນກໍເປັນກະແສໄປກໍມີ ແຕ່ວ່າ ຄັນກໍຣະນີ ມັນເປັນຄວາມຈິງ ມັນກໍຜິດຫັ້ນແຫຼະ.”

ແຕ່ເຖິງຢ່າງໃດກໍຕາມ ໃນກໍຣະນີ ທີ່ນາຍຈ້າງຊາວຕ່າງຊາຕ ບໍ່ອະນຸຍາດໃຫ້ຄົນງານລາວ ຂໍລາພັກວຽກ ເພື່ອເດີນທາງກັບບ້ານນັ້ນ ກໍຕ້ອງເບິ່ງໃນສັນຍາທີ່ທາງບໍຣິສັດ ໄດ້ເຮັດຕໍ່ຄົນງານລາວ ວ່າ ທາງບໍຣິສັດ ໄດ້ລະບຸກ່ຽວກັບເຣື່ອງການອະນຸຍາດ ໃຫ້ລາພັກວຽກແນວໃດ ເຊິ່ງຫາກຄົນງານລາວເຫັນວ່າ ນາຍຈ້າງ ບໍ່ໄດ້ປະຕິບັດຕາມສັນຍາແທ້ ກໍສາມາດຮ້ອງຮຽນ ຕໍ່ຫ້ອງການແຮງງານ ແລະສວັດດິການສັງຄົມ ທີ່ຢູ່ໃນພື້ນທີ່ດັ່ງກ່າວ ເພື່ອໃຫ້ເຈົ້າໜ້າທີ່ໄປກວດສອບ.

ດັ່ງຜູ້ຮູ້ກົດໝາຍແຮງງານ ກ່າວວ່າ:

“ອັນນັ້ນ ມັນຕ້ອງອີງໃສ່ ສັນຍາແຮງງານເນາະ ເຂົາລະບຸກັນແບບໃດຫັ້ນນ່າ ມັນໄດ້ລະບຸບໍ່ ບາງເທື່ອສັນຍາ ເຂົາເຮັດ ເຮັດວຽກເດືອນນຶ່ງ ພັກໄດ້ 2 ເທື່ອຈັ່ງຊີ້ ແລ້ວເຮົາຊິພັກ 4 ເທື່ອ ມັນກໍບໍ່ໄດ້ ເຮົາຕ້ອງເບິ່ງໂຕນັ້ນກ່ອນ ແລ້ວເຮົາຈຶ່ງຊິເຂົ້າໃຈ ອະທິບາຍໃຫ້ເຂົາຫັ້ນນ່າ.”

ຢ່າງໃດກໍຕາມ ກ່ອນໜ້ານີ້ ຊາວຈີນ ທີ່ເຂົ້າມາລົງທຶນເຮັດທຸຣະກິຈ ກ່ຽວກັບຢາງພາຣາໃນລາວ ກໍເຄີຍໃຊ້ອໍານາດ ຂົ່ມເຫັງຄົນງານລາວເຊັ່ນກັນ ເປັນຕົ້ນ ເມື່ອເດືອນມິຖຸນາ ປີ 2022 ພະນັກງານຄົນຈີນຈໍານວນນຶ່ງ ຂອງບໍຣິສັດ ຈົງທຽນ ລຸຍເຍ້ ຂອງຈີນ ທີ່ເຂົ້າມາລົງທຶນສົ່ງເສີມ ປູກຢາງພາຣາ ແລະເກັບຊື້ຢາງພາຣາ ຢູ່ເມືອງຂວາ ແຂວງຜົ້ງສາລີ ໄດ້ປິດເສັ້ນທາງ ບໍ່ໃຫ້ຊາວບ້ານ ເອົາຢາງພາຣາແຜ່ນໄປຂາຍຢູ່ແຂວງອຸດົມໄຊ ແລະກໍຂັບຣົຖໄລ່ຕາມຊາວບ້ານ ທີ່ຂັບຣົຖໄປຂາຍຢາງພາຣາແຜ່ນ ຢູ່ຕ່າງແຂວງ ແຕ່ໃນເວລາຕໍ່ມາ ພະນັກງານຊາວຈີນ ຂອງບໍຣິສັດດັ່ງກ່າວ ກໍໄດ້ຖືກເຈົ້າໜ້າທີ່ຕໍາຣວດ ແລະເຈົ້າໜ້າທີ່ ຫ້ອງການ ອຸດສາຫະກັມ ແລະການຄ້າ ເມືອງຂວາ ພາໄປສຶກສາອົບຮົມ ແລະປັບໃໝ ແຕ່ບໍ່ເປີດເຜີຍຄັກແນ່ ວ່າໄດ້ປັບໃໝ ຈໍານວນຈັກກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.