ແຂວງໄຊຍະບູຣີ ຈະກໍ່ສ້າງ ສູນບຳບັດ ຜູ້ຕິດຢາເສບຕິດ

ພູວົງສ໌
2023.05.23
ແຂວງໄຊຍະບູຣີ ຈະກໍ່ສ້າງ ສູນບຳບັດ ຜູ້ຕິດຢາເສບຕິດ ຫົວໜ້າ ປກສ ແຂວງໄຊຍະບູຣີ ກວດກາ ສະຖານທີ່ ທີ່ຈະສ້າງສູນບຳບັດ ຜູ້ຕິດຢາເສບຕິດ.
ຂໍຂອບໃຈ ຮູບພາບຈາກ ປກສ

ກອງບັນຊາການ ປກສ ແຂວງໄຊຍະບູຣີ ກະຕຣຽມລົງມືກໍ່ສ້າງ ສູນບຳບັດ ຜູ້ຕິດຢາເສບຕິດ, ເຊິ່ງຈະເປັນ ສູນບຳບັດ ຜູ້ຕິດຢາເສບຕິດ ແຫ່ງທຳອິດ ຂອງແຂວງໄຊຍະບູຣີ, ໂດຍຈະກໍ່ສ້າງຢູ່ເຂດບ້ານ ບ້ານໂຮມໄຊ ຄຸ້ມປາກເປັດ ທີ່ຂຶ້ນກັບເມືອງຊຽງຮ່ອນ ໃນເນື້ອທີ່ທັງໝົດ ປະມານ 28 ເຮັກຕ້າຣ໌, ແຕ່ຍັງບໍ່ລະບຸ ຢ່າງຄັກແນ່ວ່າ ຈະໃຊ້ເວລາກໍ່ສ້າງ ທັງໝົດຈັກເດືອນ ແລະ ສາມາດຮອງຮັບຜູ້ຕິດຢາເສບຕິດ ໄດ້ຈັກຄົນ.

ເຈົ້າໜ້າທີ່ ຢູ່ເມືອງຊຽງຮ່ອນ ທ່ານນຶ່ງ ກໍຢືນຢັນວ່າ ປັດຈຸບັນ ໂຄງການກໍ່ສ້າງ ສູນບຳບັດ ແຫ່ງດັ່ງກ່າວ ກຳລັງຢູ່ໃນລະວ່າງການສຳຣວດ, ແຕ່ກໍຍັງບໍ່ສາມາດຄາດການໄດ້ເທື່ອວ່າ ຈະເຣີ່ມສ້າງ ພາຍໃນເດືອນໃດ. ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 23 ພຶສພາ ນີ້ວ່າ:
“ກໍຮູ້ວ່າຈັ່ງຊັ້ນດອກ, ເຂົາເຈົ້າເຮັດດຽວນີ້ ແຕ່ວ່າ ເພິ່ນມາກວດແລ້ວເນາະ ເພິ່ນມາກວດ ຊິເຣີ່ມເຮັດຫັ້ນແຫຼະ, ແຕ່ວ່າຈັກຍາມໃດເນາະ ບໍ່ທັນຮູ້ເທື່ອວ່າຍາມໃດ. ຕັ້ງຢູ່ບ້ານໂຮມໄຊ ເມືອງຊຽງຮ່ອນ, ແມ່ນແຫຼະ.”

ສຳລັບຜູ້ຕິດຢາເສບຕິດ ຢູ່ເມືອງຊຽງຮ່ອນ ແລະ ເມືອງອື່ນໆ ໃນແຂວງໄຊຍະບູຣີ, ປັດຈຸບັນ ກໍມີຈຳນວນຫຼາຍສົມຄວນ, ແຕ່ບໍ່ສາມາດລະບຸໄດ້ວ່າ ມີຈັກຄົນ, ແຕ່ຄັນເຈົ້າໜ້າທີ່ຈັບໄດ້ ຫຼືທາງຄອບຄົວ ນຳໂຕມາສົ່ງ ໃຫ້ແກ່ເຈົ້າໜ້າທີ່ ສ່ວນໃຫຍ່ແລ້ວ ກໍຈະຖືກສົ່ງໂຕໄປບຳບັດ ຢູ່ສູນປິ່ນປົວ ແລະ ເຝິກອົບຮົມວິຊາຊີບ ຜູ້ຕິດຢາເສບຕິດ ສົມສງ່າ ຢູ່ນະຄອນຫຼວງວຽງຈັນ ຍ້ອນຢູ່ແຂວງໄຊຍະບູຣີ ບໍ່ມີບ່ອນສຳລັບບຳບັດ ຜູ້ຕິດຢາເສບຕິດເທື່ອ. ດັ່ງເຈົ້າໜ້າທີ່ ໂຮງໝໍເມືອງຊຽງຮ່ອນ ນາງນຶ່ງ ກ່າວວ່າ:
“ກຳລັງຊິສ້າງ. ສ່ວນຫຼາຍ ທີ່ເພິ່ນບຳບັດ ອັນຄົນຕິດຢາເສບຕິດຫັ້ນ ຕຳຣວດເຂົາເອົາໄປ ຢູ່ສູນສົມສງ່າ ຢູ່ວຽງຈັນ.”

ໃນຂະນະທີ່ຊາວບ້ານ ຢູ່ເມືອງຊຽງຮ່ອນ ທ່ານນຶ່ງ ກ່າວວ່າ ທ່ານກໍເຫັນວ່າ ຢູ່ພາຍໃນແຂວງໄຊຍະບູຣີ ຄວນມີສູນບຳບັດ ຜູ້ຕິດຢາເສບຕິດ ຕັ້ງແຕ່ດົນແລ້ວ ເພື່ອເຮັດໃຫ້ຜູ້ຕິດຢາເສບຕິດ ຫຼຸດຜ່ອນລົງ, ໂດຍສະເພາະຜູ້ຕິດຢາບ້າ, ເຊິ່ງການທີ່ຍັງມີ ຜູ້ຕິດຢາບ້າຫຼາຍຢູ່ນັ້ນ, ກໍເຮັດໃຫ້ກາຍເປັນພັຍຕໍ່ສັງຄົມ ແລະ ພວກດັ່ງກ່າວ ມັກກໍ່ເຫດຂີ້ລັກ, ງັດແງະ ຕາມເຮືອນຊາວບ້ານ ຢູ່ເລື້ອຍໆ ດັ່ງທີ່ເກີດຂຶ້ນ ຢູ່ໃນທຸກວັນນີ້. ດັ່ງທີ່ທ່ານກ່າວວ່າ:
“ສ້າງຂຶ້ນກະຊິດີຢູ່, ມາສົມທົບກັບເຈົ້າໜ້າທີ່ ເພິ່ນກະຊິເຫັນພ້ອມຢູ່ ຕາມເບິ່ງນີ້ນ່າ. ຜູ້ຕິດຢາ ມີຫຼາຍຢູ່. ເພິ່ນກະເອົາໄປດັດສ້າງ ຫາຍດີອອກມາ ກະຄືເກົ່າ ບໍ່ມີເງິນຊື້ຢາ ກໍໄປລັກອັນນັ້ນ ອັນນີ້ ໄປຂາຍກິນ.”

ສ່ວນຊາວລາວ ອີກທ່ານນຶ່ງ ທີ່ຮູ້ຂ່າວດັ່ງກ່າວ ກໍຮູ້ສຶກຍິນດີ ທີ່ທາງການແຂວງໄຊຍະບູຣີ ກະຕຣຽມກໍ່ສ້າງ ສູນບຳບັດ ຜູ້ຕິດຢາເສບຕິດ ພາຍໃນແຂວງ ແລະ ກໍຈະເຮັດໃຫ້ມີ ສູນບຳບັດຢາເສບຕິດ ເພີ່ມອີກ 1 ແຫ່ງໃນປະເທດລາວ ເພື່ອຊ່ອຍຫຼຸດຜ່ອນ ຜູ້ຕິດຢາເສບຕິດ. ອີກທັງຈະເຮັດໃຫ້ການບຳບັດ ຜູ້ຕິດຢາເສບຕິດ ໄດ້ຜົລດີຂຶ້ນ ແລະ ບໍ່ຕ້ອງນຳຜູ້ຕິດຢາເສບຕິດ ໄປປິ່ນປົວ ຢູ່ໄກບ້ານ.

ດັ່ງທ່ານກ່າວວ່າ:
“ອັນນີ້ຄິດວ່າດີ ຄັນວ່າເຂດນັ້ນ ຍັງຕິດຫຼາຍ ຫຼາຍບ່ອນມັນກໍຈະດີ ຍ້ອນວ່າ ບໍ່ໄດ້ໄປໄກ. ໄປເຂົ້າສູນບຳບັດ 3 ເດືອນ, ຄັນຜູ້ໜັກ ກະໄປ 6 ເດືອນ. ອອກມາກະດີແດ່ ມັນຂຶ້ນກັບຈິຕໃຈນ່າ.”

ໃນຂະນະດຽວກັນ, ນອກຈາກທາງການແຂວງໄຊຍະບູຣີ ມີແຜນກໍ່ສ້າງ ສູນບຳບັດຜູ້ຕິດຢາເສບຕິດແລ້ວ ກໍຍັງມີແຜນກໍ່ສ້າງ ຫ້ອງການປະສານງານຊາຍແດນ ລະວ່າງເມືອງເງິນ ແຂວງໄຊຍະບູຣີ ກັບເມືອງປາກແບງ ແຂວງອຸດົມໄຊ ເພື່ອປະສານງານ ກ່ຽວກັບເຣື່ອງການກວດກາຢາເສບຕິດ, ເຊິ່ງສຳລັບຫ້ອງການປະສານງານດັ່ງກ່າວ ກໍກຳລັງຢູ່ໃນລະວ່າງ ການສຳຣວດພື້ນທີ່ ທີ່ຈະກໍ່ສ້າງເຊັ່ນດຽວກັນ.

ສຳລັບ ສູນບຳບັດ ຜູ້ຕິດຢາເສບຕິດ ໃນລາວ, ປັດຈຸບັນ ມີຢູ່ຫຼາຍແຫ່ງ ເປັນຕົ້ນ ສູນສົມສງ່າ, ສູນບຳບັດແຂວງວຽງຈັນ, ສູນບຳບັດເມືອງຍົມມະລາດ ແຂວງຄຳມ່ວນ, ສູນບຳບັດແຂວງຈຳປາສັກ ແລະ ອື່ນໆ.

ຢ່າງໃດກໍຕາມ ຄະນະກັມມະການແຫ່ງຊາຕ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ຣາຍງານວ່າ ແຂວງໄຊຍະບູຣີ ເປັນແຂວງນຶ່ງ ທີ່ມັກຖືກໃຊ້ ເປັນເສັ້ນທາງຜ່ານ ຂອງຂະບວນການລັກລອບ ຂົນສົ່ງຢາເສບຕິດ ເນື່ອງຈາກແຂວງໄຊຍະບູຣີ ມີຊາຍແດນຕິດກັບປະເທດໄທຍ, ເຊິ່ງການລັກລອບ ຂົນຢາເສບຕິດ ສ່ວນໃຫຍ່ ແມ່ນຢາເສບຕິດປະເພດຢາບ້າ, ຢາໄອ້ຊ໌ ແລະ ເຮໂຣອິນ ທີ່ສ່ວນໃຫຍ່ ມັກເກີດຂຶ້ນ ຢູ່ເຂດ 3 ຫຼ່ຽມຄຳ ຜ່ານແຂວງບໍ່ແກ້ວ, ແຂວງຫຼວງນ້ຳທາ ແລະ ແຂວງອຸດົມໄຊ ເພື່ອອອກໄປຍັງປະເທດເພື່ອນບ້ານ.

ປັດຈຸບັນ, ທາງການລາວ ຍັງສືບຕໍ່ຈັດຕັ້ງປະຕິບັດ ວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ໃນທົ່ວປະເທດ ທີ່ຖືກສເນີໂດຍທ່ານ ພົລເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີກະຊວງປ້ອງກັນຄວາມສງົບ, ເຊິ່ງໄດ້ເຣີ່ມເຮັດຕັ້ງແຕ່ປີ 2021 ເປັນຕົ້ນມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.