ເຣື້ອງທີ່ເກັບບັນທຶກໄວ້
2024-06-18
ຊາວບ້ານບໍ່ເຕນ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ຈໍານວນ 380 ຄອບຄົວທີ່ຫຼີກທາງໃຫ້ ໂຄງການກໍ່ສ້າງ ເຂດເສດຖະກິດ ພິເສດບໍ່ເຕນແດນງາມ ຍັງຕ້ອງການຄວາມຊ່ວຍເຫຼືອ ທາງດ້ານລະບົບນໍ້າປະປາ ແລະ ອື່ນໆ ພາຍຫຼັງທີ່ຖືກຍົກຍ້າຍ ອອກຈາກພື້ນທີ່.
2024-06-17
ການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 5 ເດືອນຕົ້ນປີ 2024 ນີ້, ທາງການລາວ ສາມາດຈັບຜູ້ຕ້ອງຫາ ຄະດີຢາເສບຕິດໄດ້ 1,680 ກໍລະນີ, ສ່ວນການນຳຜູ້ຕ້ອງຫາ ຄະດີຢາເສບຕິດ ເຂົ້າບຳບັດນັ້ນ ມີຫຼາຍກວ່າ 10,000 ຄົນ ຂະນະທີ່ການຂົ່ນສົ່ງ, ຊື້-ຂາຍ ແລະເສບຢາເສບຕິດ ຍັງບໍ່ສາມາດເຮັດໃຫ້ເບົາບາງລົງໄດ້.
2024-06-11
ໄຂ້ຍຸງລາຍຢູ່ລາວ ລະບາດຫລາຍ ແລະເພີ່ມຂຶ້ນນໍາເລື້ອຍໆ ຍ້ອນເປັນໄລຍະເຂົ້າສູ່ລະດູຝົນ ໂດຍທົ່ວປະເທດ ເປັນໄຂ້ເລືອດອອກ ສະສົມແລ້ວ 3,803 ຄົນ ແລະມີຜູ້ເສຍຊີວິດ 3 ຄົນ, ສ່ວນແຂວງເຊກອງ, ນະຄອນຫລວງວຽງຈັນ ແລະແຂວງຫລວງນໍ້າທາ ທີ່ມີຜູ້ຕິດເຊື້ອຫຼາຍທີ່ສຸດ ຕາມລຳດັບ.
2024-06-10
ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ແບ່ງໂກຕ້າຊັບຊ້ອນແພດແລະໝໍ ອາສາສະໝັກ ເຂົ້າເປັນພະນັກງານ-ລັດຖະກອນ ຫຼຸດລົງເລື້ອຍໆ ເຮັດໃຫ້ ແພດອາສາສະໝັກ ໃນຫຼາຍເມືອງ ແລະຫຼາຍແຂວງ ຢູ່ປະເທດລາວ ທະຍອຍລາອອກ ຍ້ອນບໍ່ໄດ້ຮັບເງິນເດືອນ ບັນຫາເສດຖະກິດ.
2024-06-07
ເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ກວດຄົ້ນຮ້ານບັນເທີງສະຫວັນ ລາຕີ ຢູ່ບ້ານໂພນສະຫວ່າງເໜືອ ນະຄອນໄກສອນ ພົມວິ ຫານ ແລະໄດ້ກັກໂຕກຸ່ມມົ້ວສຸມຢາເສບຕິດ ໃນຮ້ານດັ່ງກ່າວ ໄດ້ 55 ຄົນ.
2024-06-07
ຂໍ້ຂັດແຍ່ງລະຫວ່າງ ຊາວບ້ານສະຫວ່າງ ເມືອງໂພນໂຮງ ແຂວງວຽງຈັນ ກັບ ໂຮງງານຊີມັງ ຂອງບໍລິສັດ ຫົງຄໍາ ຄອນກຣີດ ຍັງບໍ່ທັນໄດ້ຮັບການແກ້ໄຂ ເຖິງວ່າ ທີ່ຜ່ານມາ ຈະມີບົດບັນທຶກກັບທາງການວ່າ ໂຮງງານຊີມັງ ຈະຕ້ອງຍົກຍ້າຍຈຸດເຄື່ອງຈັກໃຫ້ຫ່າງຈາກຊຸມຊົນ ເພື່ອບໍ່ໃຫ້ເກີດຜົນກະທົບຕໍ່ຊຸມຊົນກໍຕາມ.
2024-06-04
ອັດຕາເງິນເຟີ້ ໃນເດືອນພຶດສະພາຍັງສືບຕໍ່ເໜັງຕິງ ເພີ່ມສູງຂຶ້ນຢູ່ທີ່ລະດັບ 25.8% ໃນນີ້ສິນຄ້າໝວດສຸຂະພາບ ແລະຢາເພີ່ມຂຶ້ນຫຼາຍກ່ວາໝູ່ເຖີງ 38% ອີງຕາມການລາຍງານ ຂອງສູນສິຖິຕິແຫ່ງຊາດ, ຕໍ່ສະພາບດັ່ງກ່າວຜູ້ປະກອບການ ກ່ຽວກັບຂາຍຢາ, ອາຫານເສີມ ແລະ ອຸປະກອນການແພດ ທັງຂາຍຍົກ ແລະ ຂາຍຫຍ່ອຍຈຳເປັນ ຕ້ອງໄດ້ປັບຂຶ້ນລາຄາສິນຄ້າ.
2024-06-04
ລົດບັນທຸກສານເຄມີ ອາຊິດຊູນຟູຣິກ ຂອງບໍລິສັດຈີນ ທີ່ກໍາລັງຂົນຈາກເມືອງປາກແບງ ແຂວງອຸດົມໄຊ ໄປແຂວງຊຽງຂວາງ ຕົກໜ້າຜາ, ສານເຄມີໄຫລລົງຫ້ວຍນ້ຳງາ ເປັນອັນຕະລາຍ ເຮັດໃຫ້ປາຕາຍຈຳນວນຫລາຍ ດ້ວຍເຫດນີ້ ທາງການແຂວງອຸດົມໄຊ ຈຶ່ງຫ້າມປະຊາຊົນໃຊ້ນ້ຳ ແລະກິນປາຈາກນ້ຳງາ.
2024-05-30
ເຈົ້າໜ້າທີ່ຕຳຫຼວດ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ,ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຜົ້ງສາລີໄດ້ສຶກສາອົບຮົມໄວລຸ້ນ ຈຳນວນ 8 ຄົນ. ໃນນັ້ນ, ເປັນເພດຍິງ 2 ຄົນທີ່ໄດ້ຖືກກັກຕົວ ຍ້ອນກິນຫຼືດື່ມນ້ຳຕົ້ມໃບກະທ້ອມ.
2024-05-30
ເຈົ້າໜ້າທີ່ແຂວງ ກວາງຈີ ຂອງຫວຽດນາມ ໄດ້ຈັບໂຕຄົນລາວ 5 ລວມມີ ນັກສຶກສາ 2 ຄົນ ທີ່ລັກລອບຂົນຢາເສບຕິດປະເພດເຮໂຣອິນ ທີ່ຊຸກເຊື່ອງໄວ້ໃນລົດ ໝາຍເລກທະບຽນລາວ 4735 ທີ່ເດີນທາງຈາກລາວ ໄປ ຫວຽດນາມ.
2024-05-30
ຜະແນກກະສິກໍາ ແລະ ປ່າໄມ້ ແຂວງຈໍາປາສັກ ອະຍຸຍາດໃຫ້ປະຊາຊົນ ເຄື່ອນຍ້າຍສັດ, ຊື້-ຂາຍ ແລະ ບໍລິໂພກຊີ້ນງົວ ຄວາຍໄດ້ ແຕ່ ຕ້ອງປຸງໃຫ້ສຸກກ່ອນ ເພື່ອປ້ອງກັນພະຍາດສັດລະບາດ.
2024-05-28
ເຈົ້າໜ້າທີ່ຕໍາຫລວດ ເມືອງວັງວຽງ ແຂວງວຽງຈັນ ຈັບຄົນຈີນຜູ້ນຶ່ງ ທີ່ຍັງບໍ່ຮູ້ຊື້ ແລະອາຍຸ ໄປສອບສວນ ໃນລະຫວ່າງວັນທີ 25-26 ພຶດສະພານີ້ ພາຍຫລັງທີ່ຜູ້ກ່ຽວໄດ້ທໍາຮ້າຍຮ່າງການ ແມ່ຍິງລາວຄົນນຶ່ງ ໂດຍໃຊ້ຂວດຕີຫລາຍເທື່ອ ຈົນໄດ້ຮັບບາດເຈັບສາຫັດ.
2024-05-25
ວຽກງານ ການເກັບກູ້ລະເບີດບໍ່ທັນແຕກ ໃນປະເທດລາວ ຍັງສືບຕໍ່ ພາຍໃຕ້ໂຄງການ ຄວາມຫວັງ ຫຼັງສົງຄາມ ຫຼື Legacies of War ທີ່ຍັງສ້າງຄວາມຫວັງ ໃຫ້ກັບ ປະຊາຊົນ ຜູ້ທີ່ຖືກຜົນກະທົບ ໃນແຕ່ລະພື້ນທີ່ ຂອງ ປະເທດລາວ, ປະເທດກໍາປູເຈຍ ແລະ ຫວຽດນາມ.
2024-05-23
ໃນເດືອນເມສາຜ່ານມາ ມີຄົນເສຍຊີວິດຍ້ອນອຸບັດຕິເຫດ ຕາມທ້ອງຖະໜົນຢູ່ລາວ 96 ຄົນ ເປັນຕົ້ນໃນໄລຍະບຸນປິໃໝ່ລາວ.
2024-05-23
ເດືອນພຶດສະພາ ປີ 2024 ນີ້, ເຈົ້າໜ້າທີ່ຕຳຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ, ກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ມີການຈັບຜູ້ຕິດຢາເສບຕິດ ແລະ ຜູ້ຄ້າຂາຍຢາເສບຕິດ ໄດ້ເປັນຈຳນວນຫຼາຍ ຂະນະທີ່ບັນຫາຢາເສບຕິດ ຍັງເປັນສິ່ງທ້າທາຍ ລັດຖະບານຕໍ່ໄປ.