ຊາຍຊາວຈີນ ຖືກຈັບພາຍຫຼັງຕີແມ່ຍິງລາວ ຢູ່ວັງວຽງ ຈົນສາຫັດ

ຈຳປາທອງ
2024.05.28
ຊາຍຊາວຈີນ ຖືກຈັບພາຍຫຼັງຕີແມ່ຍິງລາວ ຢູ່ວັງວຽງ ຈົນສາຫັດ ແມ່ຍິງລາວ ຖືກຜູ້ຊາຍຈີນໃຊ້ແກ້ວຕີບາດເຈັບສາຫັດ ຢູ່ເມືອງວັງວຽງ ແຂວງວຽງຈັນ. ວັນທີ 24 ພຶດສະພາ 2024.
Credit Photo Joseph Akaravong

ເຈົ້າໜ້າທີ່ຕໍາຫລວດເມືອງວັງວຽງ ແຂວງວຽງຈັນ ຈັບຄົນຈີນຜູ້ນຶ່ງ ທີ່ຍັງບໍ່ຮູ້ຊື້ ແລະອາຍຸ ໄປສອບສວນ ໃນລະຫວ່າງວັນທີ 25-26 ພຶດສະພານີ້ ພາຍຫລັງທີ່ຜູ້ກ່ຽວໄດ້ທໍາຮ້າຍຮ່າງການ ແມ່ຍິງລາວຄົນນຶ່ງ ໂດຍໃຊ້ຂວດຕີຫລາຍເທື່ອ ຈົນໄດ້ຮັບບາດເຈັບສາຫັດ, ມີເລືອດອອກຈາກປາກ ຢູ່ຮ້ານອາຫານຈີນຮ້ານນຶ່ງ ໃນເມືອງວັງວຽງ ໃນຕອນກາງຄືນ ຂອງວັນທີ 24 ພຶດສະພານີ້ ແລະມີຄົນຖ່າຍວີດີໂອ ແລ້ວເຜີຍແພ່ທາງສື່ສັງຄົມອອນລາຍ.

ກ່ຽວກັບເຫດການທີ່ວ່ານີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ເມືອງວັງວຽງ ທ່ານນຶ່ງກ່າວແບບສັ້ນໆ ຕໍ່ວິທຍຸເອເຊັຍເສຣີີ ໃນມື້ວັນທີ 27 ພຶດສະພາວ່າ ຍັງບໍ່ທັນຮູ້ເລື່ອງນີ້ຫລາຍ ພາຍຫລັງຊາຍຈີນຜູ້ກໍ່ເຫດ ຖືກຈັບແລ້ວ, ບໍ່ສາມາດໃຫ້ລາຍລະອຽດໄດ້.

ໂຕນັ້ນຫັ້ນຫວາ ຖືກຈັບແລ້ວ ເຈົ້າ ກະບໍ່ຮູ້ເລື້ອງນໍາເພິ່ນປານໃດນ່າ ເຈົ້າ ແມ່ນມີທີມງານຈຸເຮົາໄປເອົາ.

ເພື່ອຂໍຮູ້ລາຍລະອຽດ ກ່ຽວກັບເລື່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງຫ້ອງການ ປກສ. ເມືອງວຽງວຽງ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຍັງບໍ່ສະດວກທີ່ຈະໃຫ້ຄໍາເຫັນ.

ແຕ່ເຖິງຢ່າງໃດກໍຕາມ ປະຊາຊົນລາວ ທີ່ເຫັນເຫດການ ຊຶ່ງໄດ້ເກີດຂື້ນນັ້ນ ທາງສື່ສັງຄົມອອນລາຍ ສ່ວນຫລວງຫລາຍ ບໍ່ເຫັນດີ ທີ່ຊາຍຄົນຈີນທໍາຮ້າຍຮ່າງກາຍແມ່ຍິງລາວຄືແນວນັ້ນ ຍ້ອນມັນເປັນການທ້າທາຍກົດໝາຍບ້ານເມືອງຂອງລາວ ແລະເປັນການເຕືອນສະຕິແມ່ຍິງລາວ ຜູ້ທີ່ມັກ ຫລືຢາກແຕ່ງດອງກັບຄົນຈີນ ໃຫ້ມີຄວາມລະມັດລະວັງຫລາຍຂື້ນ.

ດັ່ງຊາວລາວຜູ້ນຶ່ງເວົ້າວ່າ:

ຄັນເວົ້າໄປກະຄືສິແມ່ນບໍ່ຢ້ານກົດໝາຍຫັ້ນແຫລະ ໂອ ມັນກໍສະທ້ອນສັງຄົມແຫລະເນາະ ເປັນນໍາຄົນລາວ ໂຕຜູ້ຍິງຫັ້ນ ເຫັນຄົນຈີນແລ້ວ. ເອີ ເງິນເຂົາຫລາຍ ມັກເຂົາໄປນໍາເຂົາກິນນໍາເຂົາ ບາດເຂົາ ນິດໄສຜູ້ດີກະດີ ຜູ້ບໍ່ດີກະບໍ່ດີຫັ້ນແຫລະເນາະ.

ແລະປະຊາຊົນລາວອີກຜູ້ນຶ່ງ ທີ່ເຫັນຄະລິບວີດີໂອນັ້ນ ກໍໃຫ້ຄວາມສົນໃຈ ໃນຂະນະທີ່ເຈົ້າໜ້າທີ່ ຍັງຕິດຕາມເລື່ອງທີ່ວ່ານີ້ຢູ່ ຍ້ອນເຫັນວ່າ ມັນເປັນເຫດ ການ ທີ່ສະທ້ອນໃຫ້ເຫັນເຖິງຄົນຈີນໃຊ້ອໍານາດຢູ່ລາວ ຂົ່ມເຫັງແມ່ຍິງລາວແບບຮຸນແຮງ ແລະວ່າ ຈະຕິດຕາມເບິ່ງວ່າ ທາງເຈົ້າໜ້າທີ່ຕໍາຫລວດ ຈະດໍາເນີນຄະດີກັບຄົນຈີນ ທີ່ໄດ້ກໍ່ເຫດນັ້ນ ແນວໃດ.

ທາງເຈົ້າໜ້າທີ່ກະຍັງບໍ່ຮູ້ເທື່ອ ຍັງຕິດຕາມ ກະຍັງສືບສວນ ສ່ວນຫລາຍຄົນຈີນກະມັກກິນເບັຽກິນນໍາສາວລາວນ່າ ສາວນ້ອຍສາວລາວຫັ້ນ ເຫັນເຂົາເສັຽເງິນຫລາຍກະໄປຫລີ້ນນໍາເຂົາ.

ສໍາລັບຊາວບ້ານ ຢູ່ເມືອງວັງວຽງ ຜູ້ນຶ່ງເວົ້າວ່າ ເມືອງວັງວຽງ ເປັນເມືອງນຶ່ງ ທີ່ຄົນຈີນມາທ່ອງທ່ຽວຫລາຍ ແລະຜູ້ຊາຍຈີນຈໍານວນນຶ່ງ ກໍມັກຊອກຫາແມ່ຍິງລາວ ໄປຫລິ້ນໄປທ່ຽວນໍາ ແລະເລື່ອງການຂາຍບໍລິການທາງເພດ, ໃນຈໍານວນນັ້ນ ບາງຄົນກໍດີ ບາງຄົນກໍບໍ່ດີ ປົນເປກັນໄປ, ບາງເທື່ອແມ່ຍິງລາວ ກໍຖືກຄົນຈີນຮ້າຍໃສ່ ຫລືທໍາຮ້າຍຮ່າງກາຍກໍມີ.

ກໍພໍມີຢູ່ ເຈົ້າ ແຕ່ວ່າສ່ວນຫລາຍເລື້ອງຂາຍບໍລິການ ເຮົາກະບໍ່ໄດ້ລຸ້ນລາຍນ່າ ເພາະວ່າເຮົາກະບໍ່ມັກທາງດ້ານນີ້ຫັ້ນນ່າ ບາງທີກະເປັນຜູ້ບ່າວຜູ້ສາວກັນ ເຮົາກະບໍ່ຮູ້ຫັ້ນນ່າ ມັນກະຂຶ້ນກັບບາງຄົນມັນກະມີດີແດ່ ມັນກະປົນເປກັນໄປຫັ້ນແຫລະ ດີແດ່ຊົ່ວແດ່ ມັນກະຕັດສິນບໍ່ໄດ້ດອກວ່າຜູ້ໃດດີ ຜູ້ໃດບໍ່ດີ.

ກ່ຽວກັບກໍລະນີຄົນຈີນ ຕີແມ່ຍິງລາວຈົນເຈັບສາຫັດນີ້ ນັກວິຊາການລາວທ່ານນຶ່ງເຊື່ອວ່າ ຊາຍຄົນຈີນຜູ້ກໍ່ເຫດນັ້ນ ອາດຈະບໍ່ໄດ້ຖືກດໍາເນີນຄະດີຢ່າງເຂັ້ມງວດ ແລະກໍມີໂອກາດ ທີ່ຈະໄດ້ຮັບການປະກັນໂຕອອກໄປ ຍ້ອນມີຫລາຍກໍລະນີ ທີ່ຜ່ານມາ ທີ່ມີຂ່າວຄົນຈີນ ເຮັດຜິດກົດໝາຍໃນລາວ ມີຈໍານວນໜ້ອຍທີ່ສຸດ ທີ່ຖືກດໍາເນີນຄະດີຢູ່ລາວ ແລະວ່າ ປົກກະຕິແລ້ວ ຄົນຈີນທີ່ເຂົ້າມາລາວ ຖືວ່າໂຕເອງມີອໍານາດ ແລະສາມາດເຮັດແນວບໍ່ດີຕ່າງໆໄດ້ ແບບບໍ່ຢ້ານລະ ບຽບກົດໝາຍລາວ.

ດັ່ງທີ່ທ່ານກ່າວວ່າ:

ໂອ ທີ່ຜ່ານມາ ກະຄືເຮົາເຫັນລະເນາະ ໃນທີ່ຜ່ານມາຫັ້ນສົມມຸດວ່າ 40-50 ກໍລະນີ ຈັບຜູ້ນຶ່ງຈັ່ງຊີ້ນ່າ ຄວາມເປັນໄປໄດ້ທີື່ວ່າຈະຈັບ ມັນມີໜ້ອຍທີ່່ສຸດ ອັນນີ້ໃນຄວາມຄຶດ ໃນຖານະເປັນຄົນລາວເາະ ກະແນ່ນອນແຫລະ ຄືເຮົາເຫັນຄລິບຕ່າງໆຫັ້ນແຫລະ ຢູ່ທາງພາກເໜືອນ່າ ມັນແບບມັນໃຊ້ກິລິຍາທ່າທາງ ມັນແບບເອົາປຽບຄົນລາວນ່າ.

ນອກຈາກເຫດການຮຸນແຮງ ທີ່ວ່ານີ້ແລ້ວ ເມື່ອວັນທີ 25 ພຶດສະພານີ້ ກໍມີຄະລິບວີດີໂອອອກມາ ກ່ຽວກັບຜູ້ຊາຍຈີນ ໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງລາວ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍທີ່ຜູ້ຊາຍຈີນ ຈອດລົດກາງທາງ ແລ້ວຕີແມ່ຍິງລາວ ທີ່ນັ່ງຢູ່ໃນລົດມານໍາກັນນັ້ນ.

ແລະກ່ອນໜ້ານັ້ນ ກໍເຄີຍເກີດເຫດການ ໃນລັກສະນະດັ່ງກ່າວ ແລ້ວເຮັດໃຫ້ແມ່ຍິງລາວຄົນນຶ່ງ ຖືກຄາດຕະກໍາ ເມື່ອເດືອນທັນວາ 2023 ແລະພົບສົບ ທີ່ໄຫລໄປຄ້າງຢູ່ໂງ່ນຫີນ ກາງແມ່ນໍ້າຂອງ ໃນເຂດເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຊຶ່ງກ່ອນໜ້ານັ້ນ ກ້ອງວົງຈອນປິດ ຢູ່ຮ້ານບັນເທີງແຫ່ງນຶ່ງ ໃນເຂດເສດຖະກິດພິເສດສາມຫລ່ຽມຄໍາ ໄດ້ບັນທຶກຮູບພາບຂອງແມ່ຍິງ ຜູ້ເຄາະຮ້າຍນັ້ນໄວ້ ໃນຂະນະທີ່ຖືກຜູ້ຊາຍຈີນ ອູ້ມຂື້ນລົດ ແລ້ວຂັບແລ່ນໄປ. ຕໍ່ເຫດການດັ່ງກ່າວ ເຈົ້າໜ້າທີ່ຍັງບໍ່ສາມາດ ຊອກຫາໂຕຄົນຮ້າຍ ມາດໍາເນີນຄະດີໄດ້ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ສ່ວນໃດສ່ວນໜຶ່ງຂອງຄົນຈີນແມ່ນອາຊະຢາກອນຢູ່ຈີນ
May 29, 2024 10:59 PM

ຜູ້ແລ່ນອອກຈາກປະເທດຈີນເຂົ້າມາລາວແລ້ວກະທຳອາຊາຍະກພຢູ່ລາວຢ່າງຕໍ່ເນື່ອງ