ເຣື້ອງທີ່ເກັບບັນທຶກໄວ້
2024-07-24
ປະຊາຊົນສ່ວນຫຼາຍ ທີ່ຢູ່ໃນເຂດນອກເມືອງ ແລະຊົນນະບົດ ຍັງໃຊ້ການດັງໄຟດ້ວຍຟືນ ໃນຊີວິດປະຈໍາວັນ ເປັນສາຍເຫດໜຶ່ງ ທີ່ເຮັດໃຫ້ເກີດພະຍາດ ທີ່ຕິດພັນກັບມົນລະພິດ ທາງອາກາດ ແລະເສຍຊີວິດ ປະມານ 10,000 ຄົນຕໍ່ປີ ແລະອາດເພີ່ມຂຶ້ນເລື້ອຍໆ ຫາກຍັງບໍ່ໄດ້ຮັບ ການຈັດການທີ່ຖືກຕ້ອງ.
2024-07-22
ເຫດການ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ເຮັດໃຫ້ປະຊາຊົນ 18 ບ້ານໄດ້ຮັບຜົນກະທົບ, ໃນນັ້ນ 6 ບ້ານ ໄດ້ຮັບຄວາມເສັຍຫາຍເກືອບ 100%, ມີຜູ້ເສັຍຊີວິດ 71 ຄົນ, ໃນວາລະຄົບຮອບ 6 ປີນີ້, ຊາວບ້ານທີ່ໄດ້ຮັບຜົນກະທົບ ຍັງຄົງລໍາບາກ ແລະ ລໍຖ້າຄ່າຊົດເຊີຍລາຍການທີ 6.
2024-07-19
ຜູ້ໄດ້ຮັບເຄາະຮ້າຍ ຈາກອຸປະຕິບັດລະເບີດບໍ່ທັນແຕກ ຂອງ 6 ເດືອນຕົ້ນປີ 2024 ມີຊາວບ້ານປະສົບອຸປະຕິເຫດ ທີ່ກ່ຽວຂ້ອງກັບລະເບີດບໍ່ທັນແຕກ 43 ຄົນໃນນີ້ໄດ້ຮັບບາດເຈັບ 36 ຄົນ ແລະ ເສັຍຊີວິດ 7 ຄົນ. ໃນຈຳນວນດັ່ງກ່າວເປັນເດັກນ້ອຍ ທີ່ໄດ້ຮັບບາດເຈັບ 25 ຄົນແລະເປັນເດັກຊາຍ 5 ຄົນ.
2024-07-19
ປີ 2024 ມີຜູ້ເສັຍຊີວິດ 57 ຄົນ ຈາກຈໍານວນອຸບັດຕິເຫດ 460 ຄັ້ງ ສ່ວນວ່າ ປີ 2023 ມີຜູ້ເສັຍຊີວິດ 55 ຄົນ ຈາກຈໍານວນອຸບັດຕິເຫດ 459 ຄັ້ງ ສ່ວນສາເຫດຫຼັກ ແມ່ນເມົາແລ້ວຂັບ ແລະປະໝາດບໍ່ເຄົາລົບກົດຈະລາຈອນ.
2024-07-19
ເກີດເຫດການເຈົ້າໜ້າທີ່ຕໍາຫຼວດ ຈຸດກວດການໍ້າທຸງແຂວງບໍ່ແກ້ວ ໄດ້ເຂົ້າກວດຄົ້ນລົດບັນທຸກຂະໜາດໃຫຍ່ ທີ່ໄດ້ບັນທຸກເປົາສີຂາວລັກສະນະຄືເປົາປຸຍມາ 300 ເປົາ ເມື່ອວັນທີ 12 ກໍລະກົດ 2024 ຜ່ານມາ. ເຈົ້າໜ້າທີ່ໄດ້ເຂົ້າກວດລົດຄັນດັ່ງກ່າວ ພົບວ່າເອກະສານສິນຄ້າແມ່ນບໍ່ກົງກັນ.
2024-07-17
ມີຜູ້ລັກລອບ ຖິ້ມສານເຄມີໃສ່ຫ້ວຍນ້ຳຮຸນ ຢູ່ເມືອງງອຍ ແຂວງຫຼວງພຣະບາງ ເຮັດໃຫ້ມີປາຕາຍ ແລະ ຊາວບ້ານໃຊ້ນ້ຳບໍ່ໄດ້ ຈຶ່ງເຮັດໃຫ້ຫ້ອງການກະສິກັມ ແລະ ປ່າໄມ້ ເມືອງງອຍ ອອກແຈ້ງການ ງົດໃຊ້ນ້ຳໃນຫ້ວຍດັ່ງກ່າວ.
2024-07-12
ປະຊາຊົນ 6 ບ້ານ ໃນເຂດເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຮັບຜົນກະທົບ ຈາກກິ່ນເໝັນ ກິ່ນຂິວ ຂອງໂຮງງານຫົວອາຫານສັດ ຂອງນາງ ຈັນເພັງ ທີ່ຕັ້ງຢູ່ບ້ານດົງຫຼວງ ເມືອງນາຊາຍທອງ ຍ້ອນໂຮງງານດັ່ງກ່າວ ໄດ້ນໍາເອົາຂີ້ເບຍໝັກ ມາຕາກຢູ່ກາງແຈ້ງ.
2024-07-11
ແຂວງຜົ້ງສາລີ ເປັນແຂວງໜຶ່ງ ທີ່ມີຊາຍແດນຕິດກັບ 2 ປະເທດ ຄືຈີນ ແລະຫວຽດນາມ ແລະບາງເຂດ ເສັ້ນທາງໄປບໍ່ຮອດ, ປະຊາຊົນ ຍັງບໍ່ມີອາຊີບໝັ້ນຄົງ ຈຶ່ງເຮັດໃຫ້ ປະຊາຊົນຈໍານວນໜຶ່ງ ລັກປູກຝິ່ນ ໃນເຂດຊາຍແດນຫ່າງໄກ ສອກຫລີກ ເຮັດລັດຖະບານລາວ ຮ່ວມມືກັບ ຈີນເພື່ອສ້າງກົນໄກ ໃນການສະກັດກັ້ນ.
2024-07-09
ທະຫານຊາຍແດນ ແຂວງບໍ່ແກ້ວ ແລະຕໍາຫຼວດປ້ອງກັນຄວາມສະຫງົບ ເມືອງເມິງ ແຂວງບໍ່ແກ້ວ ຍຶດຢາບ້າໄດ້ 694 ມັດ, ມີ 1,388,000 ເມັດ, ໜັກ 138.8 ກິໂລ ແຕ່ບໍ່ສາມາດ ຈັບຜູ້ຕ້ອງຫາໄດ້.
2024-07-08
ນັກໂທດ ຄະດີຢາເສບຕິດ ສັນຊາດວຽດນາມໜຶ່ງຄົນ ແລະ ສັນຊາດລາວໜຶ່ງຄົນ ຖືກສານປະຊາຊົນ ແຂວງອຸດົມໄຊ ຕັດສິນປະຫານຊີວິດ ໃນມື້ວັນທີ 28 ມິຖຸນາທີ່ຜ່ານມາ ໃນຄວາມຜິດຖານຄ້າຂາຍຢາເສບຕິດ ປະເພດຢາບ້າ 93 ມັດ, 186,000 ເມັດ, ນໍ້າໜັກ 22 ກິໂລ.
2024-07-02
ໃນປີ 2023 ທີ່ຜ່ານມາ, ການລະດົມໃຫ້ຊາວລາວບັນດາເຜົ່າ ບໍລິຈາກເລືອດ ບໍ່ໄດ້ຕາມຄາດໝາຍ, ເຊິ່ງຜູ້ບໍລິຈາກເລືອດ ສ່ວນໃຫຍ່ ຍັງເປັນກຸ່ມຍາດພີ່ນ້ອງ ບໍລິຈາກຊ່ອຍກັນເອງ ຂະນະທີ່ປີ 2024 ນີ້ ອົງການກາແດງ ແຫ່ງຊາດລາວ ກໍວາງຄາດໝາຍວ່າ ຈະຮັບບໍລິຈາກເລືອດ ໃຫ້ໄດ້ 73,000 ຖົງ ໃນທົ່ວປະເທດ ຕາມທີ່ອົງການອະນາໄມໂລກ ກຳນົດໄວ້.
2024-06-27
ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ກ່າວໃນວັນທີ 26 ມິຖຸນາ ວ່າ ຢາເສບຕິດ ໄດ້ແຜ່ລະບາດ ຢ່າງຕໍ່ເນື່ອງໃນລາວ ທັງຢູ່ໂຕເມືອງ ແລະ ຊົນນະບົດ ຊຶ່ງກໍ່ໃຫ້ເກີດຄວາມຮຸນແຮງ, ອາດສະຍາກໍາ, ຄວາມບໍ່ໝັ້ນຄົງທາງສັງຄົມ ແລະ ເປັນໄພຮ້າຍແຮງຕໍ່ເຍົາວະຊົນ ທີ່ເປັນອະນາຄົດຂອງຊາດ.
2024-06-26
ເຈົ້າໜ້າທີ່ຕຳຫຼວດ ສາມາດຍຶດຢາບ້າ ຈຳນວນ 5,800,000 ເມັດ ແລະ ເຮໂຣອິນ ອີກ 225 ກິໂລກະລ້າມ ພາຍຫຼັງທີ່ຜູ້ຂົນຢາບ້າໄດ້ຍິງຕໍ່ສູ້ ກັບເຈົ້າໜ້າທີ່ ເຊິ່ງຄາດວ່າ ການລໍາລຽງຢາບ້າໃນຄັ້ງນີ້ ມາຈາກ ປະເທດມຽນມາ ຫຼື ຈີນ ເພາະມີຊາຍແດນ ຕິດຈອດກັບປະເທດມຽນມາ ແລະ ປະເທດຈີນ.
2024-06-20
ເຫດການປາຕາຍ ຢູ່ເມືອງຫົວເມືອງ ແລະ ເມືອງຊໍາເໜືອ ແຂວງຫົວພັນ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງໄປກວດກາຜົນກະທົບ ໂດຍລະບຸວ່າ ປະຈຸບັນຊາວບ້ານໃນພື້ນທີ່ ສາມາດສືບຕໍ່ດຳເນີນການປູກຝັງ, ລ້ຽງສັດໄດ້ ຕາມປົກກະຕິແລ້ວ ແຕ່ຍັງຫ້າມຫາປາ ແລະສັດນໍ້າ ຊະນິດອື່ນໆ, ສ່ວນຊາວບ້ານ ຍັງມີຄວາມກັງວົນ ເລື່ອງສານເຄມີຕົກຄ້າງໃນດິນຢູ່.
2024-06-18
ລັດຖະບານໄດ້ຖະແຫຼງ ຕໍ່ສະພາແຫ່ງຊາດ ວ່າ ທາງການລາວ ໄດ້ປະກາດໃຫ້ 2,797 ບ້ານ ເປັນບ້ານປອດຢາເສບຕິດແລ້ວ, ແຕ່ກໍ່ຍັງມີຂໍ້ຄົງຄ້າງຫຼາຍຢ່າງ ທີ່ຍັງເຮັດໃຫ້ການປະກາດ ບ້ານປອດຢາເສບຕິດ ບໍ່ສາມາດເຮັດໄດ້ ຢ່າງທົ່ວເຖິງ ຂະນະທີ່ ການຈັບຜູ້ຄ້າ-ຂາຍຢາເສບຕິດ ຍັງມີໃຫ້ເຫັນຢ່າງຕໍ່ເນື່ອງ.