ຄົນລາວມີຄວາມສ່ຽງ ເສຍຊີວິດຈາກພະຍາດ ທີ່ເກີດຈາກມົນລະພິດ ທາງອາກາດ

ສຸພັດຕາ
2024.07.24
ຄົນລາວມີຄວາມສ່ຽງ ເສຍຊີວິດຈາກພະຍາດ ທີ່ເກີດຈາກມົນລະພິດ ທາງອາກາດ ໂຕຢ່າງຮູບປະກອບ ໄຟໄໝ້ປ່າ ຢູ່ພູບາຈຽງ ແຂວງຈໍາປາສັກ.
RFA

ຄົນລາວ ເສຍຊີວິດຈາກພະຍາດ ທີ່ຕິດພັນກັບມົນລະພິດ ທາງອາກາດ ປະມານ 10,000 ຄົນຕໍ່ປີ ແລະອາດເພີ່ມຂຶ້ນເລື້ອຍໆ ຫາກຍັງບໍ່ໄດ້ຮັບ ການຈັດການທີ່ຖືກຕ້ອງ. ມົນລະພິດທາງອາກາດ ທີ່ເກີດຂຶ້ນໃນປະເທດລາວ ມາຈາກຫຼາຍສາເຫດ ເປັນຕົ້ນ ການຈູດຂີ້ເຫຍື້ອ, ການຈູດໄຮ່, ການໃຊ້ພາຫະນະ, ການກໍ່ສ້າງ ແລະອຸດສາຫະກໍາ ແລະການດັງໄຟດ້ວຍຟືນເພື່ອການປຸງແຕ່ງອາຫານ.

ອົງການອະນາໄມໂລກ ຫຼື WHO ລາຍງານວ່າ ປະຊາກອນລາວ ປະມານ 92% ຍັງບໍ່ມີການນໍາໃຊ້ພະລັງງານ ແລະເຕັກໂນໂລຊີສະອາດ ໃນການປຸງແຕ່ງອາຫານ ໂດຍປັດຈຸບັນ ຍັງໃຊ້ຖ່ານ ຫຼື ຟືນດັງໄຟຢູ່ ເຊິ່ງເຮັດໃຫ້ເກີດຝຸ່ນລະອອງຂະໜາດນ້ອຍ ຫຼື PM2.5 ລວມເຖິງ ກ໊າດຄາຣ໌ບອນມໍນອກໄຊດ໌ (Carbon monoxide) ແລະຈະສົ່ງຜົນກະທົບ ຕໍ່ສຸຂະພາບໃນທີ່ສຸດ.

ສາເຫດ ທີ່ປະຊາຊົນສ່ວນຫຼາຍ ທີ່ຢູ່ໃນເຂດນອກເມືອງ ແລະຊົນນະບົດ ຍັງໃຊ້ການດັງໄຟ ໃນຊີວິດປະຈໍາວັນຢູ່ນັ້ນ ກໍ່ຍ້ອນວ່າ ປະຊາຊົນ ຍັງສາມາດເພີ່ງພາເຊື້ອເພີງ ຕາມທໍາມະຊາດ ເຊັ່ນ ຟືນ ໄມ້ຕອກຄອກຕາໄດ້ຢູ່ ແລະຍັງມີຄວາມຊິນເຄີຍ ໃນການປຸງແຕ່ງອາຫານແບບດັ້ງເດີມ ຈະເຮັດໃຫ້ມີກິ່ນຫອມກວ່າ ນອກຈາກນີ້ ປະຊາຊົນບາງສ່ວນ ຍັງບໍ່ສາມາດເຂົ້າເຖິງລາຄາຂອງເຕົາແກ໊ດ ຫຼື ເຕົາໄຟຟ້າໄດ້, ດັ່ງເຈົ້າໜ້າທີ່ອົງກອນພາກປະຊາສັງຄົມ ດ້ານການພັດທະນາຊົນນະບົດ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 10 ເດືອນກໍລະກົດ ນີ້ວ່າ:

“ສິ່ງທີ່ທ້າທາຍກໍ່ຄື ສໍາລັບບ້ານເຮົາກະ ເປັນເຊື້ອເພີງ ຄືຖ່ານ ຄືຟືນ ຍັງມີຫຼາຍຢູ່ຫັ້ນນ່າເນາະ ຍັງມີຫຼາຍຢູ່ ແລ້ວກະລາຄາກໍ່ບໍ່ເຖິງຂັ້ນວ່າ ແພງປານໃດເນາະ ອັນທີ່ໜຶ່ງ ອັນທີ່ສອງມາລະ ຂະເຈົ້າເວົ້າວ່າ ສ່ວນໃຫຍ່ ການໃຊ້ເຕົາຖ່ານຫຍັງ ມັນບໍ່ມີກິ່ນຫອມຫັ້ນນ່າ ເຕົາໄຟຟ້າມັນບໍ່ມີກິ່ນຄວັນ ຄືບໍ່ຢາກຫາກ ມັນເປັນຄວາມເຊື່ອ ຄວາມຊິນເຄີຍຫັ້ນເນາະ ອັນທີສາມ ກໍ່ເວົ້າເລື່ອງການໃຊ້ເຕົ້າໄຟຟ້າ ມັນຕ້ອງເວົ້າເລື່ອງຊື້ເຕົາໄຟຟ້າ ມັນກໍ່ແພງ ສອງກໍ່ມີຄ່າໄຟຕິດພັນນໍາຫັ້ນນ່າ ຢ້ານໄປເສຍເງິນຄ່າໄຟ ຫັ້ນຫຼາຍກວ່າເນາະ.”

ປັດຈຸບັນ ລັດຖະບານລາວ ໄດ້ຮ່ວມມືກັບຫຼາຍອົງກອນ ເພື່ອຜັກດັນໃຫ້ປະຊາຊົນ ຫັນມາໃຊ້ເຕົາສະອາດຫຼາຍຂຶ້ນ ຜ່ານໂຄງການສົ່ງເສີມເຕົາປະຢັດ ຈາກອົງການພັດທະນາຂອງເນເທີແລນ (SNV) ແລະໂຄງການ e-Cooking ຂອງ UNESCAPE ເຊິ່ງປັດຈຸບັນ ຍັງຢູ່ໃນຂັ້ນຕອນວາງແຜນ.

ຢ່າງໃດກໍ່ຕາມ ການຫັນປ່ຽນໄປໃຊ້ເຕົາສະອາດ ເຊັ່ນ ເຕົາໄຟຟ້າ ຕ້ອງມີການປູກຈິດສໍານຶກ ແລະໃຫ້ຄວາມຮູ້ດ້ານສຸຂະພາບ ແລະດ້ານສິ່ງແວດລ້ອມ ແກ່ປະຊາຊົນກ່ອນ, ດັ່ງເຈົ້າໜ້າທີ່ ຢູ່ກະຊວງພະລັງງານ ແລະບໍ່ແຮ່ ທ່ານໜຶ່ງ ກ່າວວ່າ:

“ຄັນຊິໃຫ້ເຂົາຫັນປ່ຽນ ເຮົາກະຕ້ອງໄດ້ໄປສ້າງຈິດສໍານຶກເນາະ ວ່າເອີ່ ມັນມີຜົນກະທົບ ຕໍ່ສຸຂະພາບແນວໃດເນາະ ເລື່ອງການດັງຟືນອີ່ຫຍັງຕ່າງໆເນາະ ຜົນກະທົບຕໍ່ສິ່ງແວດລ້ອມແນວໃດ ຕ້ອງສ້າງຈິດສໍານຶກ ໃຫ້ຂະເຈົ້າເຂົ້າໃຈກ່ອນເນາະ ວ່າ.”

ຢູ່ເມືອງຊ້ອນ ແຂວງຫົວພັນ ໃນບາງເຂດ ຊາວບ້ານຍັງໃຊ້ຟືນດັງໄຟ ເພື່ອແຕ່ງຢູ່ຄົວກິນ ເກືອບ 100% ມີບາງຄົວເຮືອນເທົ່ານັ້ນ ທີ່ມີການໃຊ້ເຕົາແກ໊ດ ຫຼືເຕົາໄຟຟ້າ ແຕ່ກໍ່ບໍ່ນິຍົມປານໃດ ຍ້ອນໃນເຂດດັ່ງກ່າວ ສາມາດຊອກຫາຟືນ ເພື່ອມາດັງໄຟໄດ້ເອງ ໂດຍບໍ່ຕ້ອງໄປຊື້ຖ່ານ, ດັ່ງຊາວບ້ານ ຢູ່ເມືອງຊ້ອນ ແຂວງຫົວພັນ ທ່ານໜຶ່ງ ກ່າວວ່າ:

“ແມ່ນແລ້ວ ຢູ່ໄຮ່ ຢູ່ສວນ ຢູ່ເຮືອນເຮົາ ຂະເຈົ້າກໍ່ດັງໄຟຫັ້ນນ່າ ແຕ່ງນາຄົວກິນ ກໍ່ດັງໄຟຫັ້ນແຫຼະ ເຕົາແກ໊ດກໍ່ມີ ຂະເຈົ້າກໍ່ໃຊ້ຢູ່ ແຕ່ວ່າໃຊ້ສ່ວນນ້ອຍ ຂະເຈົ້າບໍ່ນິຍົມເຕົາແບບ ເຕົາໄຟຟ້າ, ເຕົາແກ໊ດເດ້ ໃຊ້ຫຼົວໃຊ້ຟືນດັງເອົາ ດັງໄຟ 100% ອາດຈະບໍ່ສະດວກບໍ່ ເພາະວ່າຢູ່ເຮືອນເຮົາ ມັນມີຫຼົວມີຟືນຫຼາຍເດ້.”

ຢູ່ເມືອງສາລະວັນ ແຂວງສາລະວັນ ຊາວບ້ານໃນເຂດບ້ານນາໂດນ ແລະບ້ານໃກ້ຄຽງ ມີການໃຊ້ເຕົາແກ໊ດ, ເຕົາຖ່ານ ແລະການດັງໄຟ ເພື່ອປຸງແຕ່ງອາຫານຢູ່ ສາເຫດໜຶ່ງ ທີ່ຊາວບ້ານຍັງເລືອກໃຊ້ເຕົາຖ່ານ ແລະການດັງໄຟ ຫຼາຍກວ່າເຕົາແກ໊ດ ກໍ່ຍ້ອນວ່າ ຍັງບໍ່ມີຄວາມພ້ອມດ້ານເສດຖະກິດເທື່ອ ແລະທີ່ຜ່ານມາ ໜ່ວຍງານທີ່ກ່ຽວຂ້ອງ ບໍ່ໄດ້ມີການລົງໂຄສະນາ ຫຼື ຊຸກຍູ້ໃຫ້ປະຊາຊົນ ຫັ້ນປ່ຽນໄປໃຊ້ເຕົາສະອາດ, ດັ່ງຊາວບ້ານ ຢູ່ບ້ານນາໂດນ ເມືອງສາລະວັນ ແຂວງສາລະວັນ ນາງໜຶ່ງ ກ່າວວ່າ:

“ໂອ້ ໂຕນັ້ນ ຍັງບໍ່ທັນໄດ້ມີງົບເທື່ອ ຖ້າເຮົາໃຊ້ຖ່ານ ບາງຄັ້ງ ຖ່ານເຮົາກໍ່ໄດ້ໄປເຮັດເອງວ່າຊັ້ນສາ ມັນມີໄຮ່ມີນາ ທີ່ວ່າເຮົາໄປຫາຟືນມາ ມາຈູດເອງ ເຮັດເອງ ພໍໄດ້ວ່າໄດ້ດັງ ພໍໄດ້ເຮັດຂາຍ ຖ້າເສດຖະກິດເຮົາຕົກຕໍ່າເນາະ ເທື່ອວ່າເຮົາຫາກບໍ່ໄດ້ ເຮົາກໍ່ຫັນມາໃຊ້ຟືນໄດ້ ຕາມທີ່ເຫັນຢູ່ໃນບ້ານນີ້ເນາະ ກໍ່ຍັງບໍ່ທັນເຫັນເຂົາມາເທື່ອ ທີ່ວ່າ ລົງມາໂຄສະນາເຜີຍແຜ່ ຫັນມາໃຊ້ເຕົາແກ໊ດ ອີ່ຫຍັງຫັ້ນນ່າ.”

050.jpg
ຊາວບ້ານ ໃຊ້ຟືນດັງໄຟ ເພື່ອຄົວກິນ ທີ່ບ້ານໜຶ່ງໃນແຂວງອຸດົມໄຊ. ເດືອນຕຸລາ ປີ 2021. ຮູບພາບຈາກພົນລະເມືອງ.

ຢູ່ເມືອງເຟືອງ ແຂວງວຽງຈັນ ຊາວບ້ານສ່ວນຫຼາຍ ປະກອບອາຊີບ ເຮັດໄຮ່ເຮັດສວນ ແລະໃຊ້ຟືນ ແລະຖ່ານ ໃນການດັງໄຟເປັນປົກກະຕິ ຢ່າງໃດກໍ່ຕາມ ກໍລະນີທີ່ກ່ຽວຂ້ອງ ກັບພະຍາດ ທີ່ເກີດຈາກຄວັນໄຟ ກໍ່ຍັງຖືວ່າໜ້ອຍ ແຕ່ກໍ່ເກີດຂຶ້ນໄດ້ ໃນກໍລະນີ ທີ່ຜູ້ກ່ຽວ ມີພະຍາດປະຈໍາໂຕ ເປັນຕົ້ນ: ເປັນຫອບຫືດຢູ່ກ່ອນແລ້ວ, ດັ່ງທ່ານໝໍ ປະຈໍາໂຮງໝໍນ້ອຍ ແຫ່ງໜຶ່ງ ໃນເມືອງເຟືອງ ແຂວງວຽງຈັນ, ກ່າວວ່າ:

“ຢູ່ນີ້ ມັນເປັນເຂດຊົນນະບົດ ປະຊາຊົນສ່ວນຫຼາຍ 90 ກວ່າເປີເຊັນ ເປັນຊາວໄຮ່ຊາວນາເບິດ ໃນການດັງໄຟ ແຕ່ງຢູ່ຄົວກິນອີ່ຫຍັງຕ່່າງໆ ເຂົາສິໃຊ້ຟືນ ໃຊ້ຖ່ານ ເພາະວ່າມັນຫາໄດ້ ຕາມທໍາມະຊາດທົ່ວໄປ ແມ້ແຕ່ເຕົາໄຟຟ້າ ຫຼືເຕົາແກ໊ດ ເກືອບສິບໍ່ມີ ມີກະໜ້ອຍໆແທ້ ປະມານ 1% ແລະຜົນກະທົບທີ່ຕາມມາ ທີ່ວ່າ ເປັນພະຍາດກ່ຽວກັບ ພວກລະບົບຫາຍໃຈນິ່ ສ່ວນຫຼາຍ ບໍ່ຄ່ອຍມີ ຄັນມີກໍ່ມີຈໍານວໜ້ອຍ ໃນກໍລະນີ ທີ່ເປັນຫອບຫືດ ຫຼືພູມແພ້ຫັ້ນ ດ້ວຍອາການໄອ ຫາຍໃຈຝືດບໍ່ ຍ້ອນຖືກຄວັນຖືກຫຍັງຫັ້ນ.”

ນອກຈາກ ມົນລະພິດທີ່ເກີດຈາກ ການດັງໄຟແລ້ວ ມົນລະພິດ ຈາກພາກອຸດສາຫະກໍາ ຍັງເປັນໜຶ່ງບັນຫາ ທີ່ຊາວລາວຫຼາຍເມືອງ ຫຼາຍແຂວງ ຕ້ອງຜະເຊີນ ເປັນຕົ້ນ: ຊາວບ້ານ ຢູ່ບ້ານທ່າຊະໂນ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ຮັບຜົນກະທົບ ຈາກໂຮງງານຕົ້ມຢາງ ທີ່ປ່ອຍຄວັນປົກຄຸມທົ່ວບ້ານ ສົ່ງຜົນກະທົບ ດ້ານສຸຂະພາບ ປະຊາຊົນຫາຍໃຈຍາກ, ແສບດັງ ແລະໄອ.

ກ່ອນໜ້ານີ້ ໂຮງງານດັ່ງກ່າວ ໄດ້ຢຸດດໍາເນີນກິດຈະການຊົ່ວຄາວ ແຕ່ມາຮອດປັດຈຸບັນ ຊາວບ້ານ ກໍ່ເລີ່ມເຫັນລົດບັນທຸກຂົນຢາງເຂົ້າໂຮງງານແລ້ວ ຈຶ່ງສ້າງຄວາມກັງວົນ ໃຫ້ຊາວບ້ານ ວ່າ ຈະມີຄວັນເກີດຂຶ້ນອີກ ຫຼືບໍ່, ດັ່ງຊາວບ້ານ ຢູ່ບ້ານທ່າຊະໂນ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ທ່ານໜຶ່ງ ກ່າວວ່າ:

“ມັນເປັນໂຮງງານ ທີ່ເຂົາເອົາກ້ອນຢາງ ແບບເປັນພາດສະຕິກ ມາຈາກຕ່າງປະເທດຫັ້ນນ່່າ ແມ່ນໆມັນເປັນຄວັນ ປີທີ່ແລ້ວມັນເປັນຄວັນ ຄວັນແລ້ວກິ່ນຂິວ ຂິວແບບເປັນຢາງ ບໍ່ແນ່ໃຈວ່າ ເຂົາຜະລິດແລ້ວເຂົາ ມີການຄວບຄຸມບໍ່ເທົ່ານັ້ນແຫຼະ ຫຼືເຂົາໄດ້ດໍາເນີນກິດຈະການຕໍ່ບໍ່ຫັ້ນນ່າ ເພາະວ່າປາຍປີທີ່ແລ້ວ ມີການຢຸດສະງັກໄປ ຄົນງານກະບໍ່ເຫັນມາ ແຕ່ຕອນນີ້ເຫັນຄົນງານມາ ປະມານໜ້ອຍໜຶ່ງຫັ້ນນ່າ.”

ກ່ອນໜ້ານີ້ ໃນເດືອນເມສາ ທີ່ຜ່ານມາ ຊາວບ້ານ 10 ປາຍຄອບຄົວ ຢູ່ບ້ານ ລະວີຝັ່ງແດງ ເມືອງລະມາມ ແຂວງເຊກອງ ໄດ້ຮັບຜົນກະທົບ ຍ້ອນເຕົາເຜົາຖ່ານຂາວ ຂອງນັກລົງທຶນຈີນ ທີ່ປ່ອຍຄວັນ, ສົ່ງກິ່ນຂິວເຮັດໃຫ້ແສບດັງ ແສບຄໍ ລົບກວນ ຊີວິດປະຈໍາວັນ ຂອງຊາວບ້ານຢ່າງໜັກ ຄວັນມົນລະພິດດັ່ງກ່າວ ຍັງປິວໄປຕາມດິນຟ້າອາກາດ ແລະ ໝູ່ບ້ານທີ່ໃກ້ຄຽງ ນໍາດ້ວຍ.

ສາມປະເທດ ໃນພູມີພາກລຸ່ມແມ່ນ້ຳຂອງ ເປັນຕົ້ນ ກໍາປູເຈ້ຍ, ລາວ ແລະ ວຽດນາມ ມີປະຊາກອນເສຍຊີວິດ ຍ້ອນການໃຊ້ຟືນດັງໄຟ ປະມານ 60,000 ຄົນ ໃນໄລຍະ 4-5 ປີ ຜ່ານມາ ນອກຈາກນັ້ນ ການໃຊ້ຟືນດັງໄຟ ຍັງເຮັດໃຫ້ຊັບພະຍາກອນທໍາມະຊາດ ປ່າໄມ້ເຊື່ອມໂຊມ ແລະສ້າງແກັດເຮືອນແກ້ວ ຢ່າງຫລວງຫລາຍ ຮ່ວມດ້ວຍ ຄວັນພິດໃນຄົວເຮືອນນຳອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.