ເຣື້ອງທີ່ເກັບບັນທຶກໄວ້
2022-08-31
ຍັງມີການລັກລອບປູກຝິ່ນ ຢູເມືອງແອດ ແຂວງຫົວພັນ ໂດຍສະເພາະ ບ້ານທີ່ຢູ່ຫ່າງໄກສອກຫຼີກ ແລະສ່ວນໃຫຍ່ ເປັນຊົນເຜົ່າມົ້ງ ທີ່ຢູ່ຕິດກັບຊາຍແດນ ລາວ-ວຽດນາມ, ຜົລຜລິຕ ຈະຂາຍໃຫ້ນາຍທຶນວຽດນາມ ແລະລາວ ຂະນະທີ່ເຈົ້າໜ້າທີ່ ຍັງມີອຸປສັກ ໃນການເຂົ້າ ໄປກວດກາ ສວນຝິ່ນຫຼາຍໆບ່ອນ.
2022-08-30
ປະຊາຊົນ ຜູ້ປະສົບພັຍນ້ຳຖ້ວມ ຢູ່ຫລາຍແຂວງພາກເໜືອ ຂອງລາວ ເປັນຕົ້ນແຂວງຜົ້ງສາລີ ແລະອຸດົມໄຊ ຍັງຄອງຖ້າ ການຊ່ອຍເຫລືອ ເຄື່ອງນຸ່ງຮົ່ມ, ນ້ຳດື່ມ, ອາຫານ, ບ່ອນພັກພາອາສັຍ, ເນື່ອງຈາກເຮືອນຖືກນ້ຳພັດໄຫຼ, ພາກສ່ວນທີ່ກ່ຽວຂ້ອງ ໄດ້ພຽງແຕ່ລະດົມນ້ຳດື່ມ, ອາຫານ ເພື່ອບັນເທົາທຸກ ໃນເບື້ອງຕົ້ນເທົ່ານັ້ນ.
2022-08-29
ຫລາຍເມືອງ ຢູ່ພາກເໜືອຂອງລາວ ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມ ແລະດິນເຈື່ອນ ຍ້ອນຝົນຕົກໜັກ ທັງຢູ່ເມືອງຂວາ ແຂວງຜົ້ງສາລີ; ຢູ່ເມືອງຫລາ, ເມືອງນາໝໍ້ ແລະເມືອງໄຊ ແຂວງອຸດົມໄຊ ມີຜົລເສັຍຫາຍຫລາຍ ຮວມທັງມີຄົນຈົມນໍ້າເສັຍຊີວິຕ, ສ່ວນການຊ່ອຍເຫຼືອ ຈາກທາງການ ຍັງຢູ່ໃນລະຫວ່າງ ການປະເມີນຄວາມເສັຍຫາຍ.
2022-08-26
ຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄງການເຂື່ອນໄຊຍະບູຣີ ທີ່ຖືກຍົກຍ້າຍ ອອກຈາກພື້ນທີ່, ຫຼາຍຄອບຄົວ ມີອາຊີບບໍ່ໝັ້ນຄົງ ເຖິງວ່າ ຈະໄດ້ຮັບການຝຶກອົບ ອາຊີບຈາກໂຄງການກໍຕາມ ແຕ່ກໍຫລົ້ມແຫຼວ ເນື່ອງຈາກໂຄງການບໍ່ມີແຜນຮອງຮັບ ໃນໄລຍະຍາວ ນີ້ຄືຜົລກະທົບທີ່ບໍ່ສິ້ນສຸດ ພາຍຫຼັງສ້າງເຂື່ອນສຳເຣັດ.
2022-08-26
ນໍ້າຫ້ວຍໝາກຮຽວ ເປັນມົນລະພິດ ມີກິ່ນເໝັນ ສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະຜູ້ຄົນ ທີ່ອາສັຍຢູ່ບໍຣິເວນໃກ້ຄຽງ ໂດຍສະເພາະ ໃນຣະດູແລ້ງ, ສັນນິຖານວ່າ ເປັນຍ້ອນ ໂຮງຈັກ-ໂຮງງານ ຫລາຍແຫ່ງ ປ່ອຍນໍ້າເສັຍ ທີ່ບໍ່ໄດ້ບໍາບັດລົງໃສ່, ຂະນະທີ່ທາງການ ກໍຍັງບໍ່ຢືນຢັນເທື່ອວ່າ ເຫດເກີດມາຈາກຫຍັງກັນແທ້.
2022-08-26
ປັດຈຸບັນ ເນື້ອທີ່ທົ່ງນາຂອງປະຊາຊົນ ຢູ່ເມືອງວັງວຽງ ແຂວງວຽງຈັນ ໄດ້ຫລຸດໜ້ອຍຖອຍລົງ ເນື່ອງຈາກປະຊາຊົນ ຫັນເນື້ອທີ່ທົ່ງນາ ໄປເປັນອຸດສາຫະກັມ ການບໍຣິການ, ການທ່ອງທ່ຽວ ເປັນຈຳນວນຫຼາຍ ແລະມີແນວໂນ້ມວ່າ ເນື້ອທີ່ດິນນາໃນເຂດດັ່ງກ່າວນີ້ ຈະຫລຸດລົງເລື້ອຍໆ ໃນແຕ່ລະປີ.
2022-08-25
ນັກລົງທຶນ ຈາກປະເທດສິງກະໂປ ຈະສ້າງໂຄງການ ໄຟຟ້າແສງຕາເວັນ ຫຼື Solar Attapeu Power Sole Company ທີ່ມີກຳລັງການຜລິຕ 64 ເມກາວັດ ຢູ່ບ້ານຫາດຊັນ ເມືອງໄຊເສດຖາ ແຂວງ ອັດຕະປື ໂດຍ ມີມູນຄ່າການລົງທຶນເກືອບ 70 ລ້ານ ໂດລ້າຣ໌ສະຫະຣັຖ.
2022-08-24
ອົງການຮ່ວມມືສາກົລ ຈາກປະເທດເກົາຫຼີໃຕ້ ຫຼື KOICA ໃຫ້ການສນັບສນູນ ດ້ານງົປມານ ແກ່ອົງການອາຫານ ແລະການກະເສຕ ແຫ່ງສະຫະປະຊາຊາຕ ມອບແນວພັນປາ 3 ຊະນິດ ຈໍານວນ 28,000 ໂຕ ໃຫ້ແກ່ຊາວບ້ານ 14 ຄອບຄົວ ຢູ່ເມືອງສນາມໄຊ ແຂວງອັດຕະປື.
2022-08-23
ທີມງານນາໆຊາຕ ເຮັດວຽກກ່ຽວກັບ ສິ່ງແວດລ້ອມຕາມລໍາແມ່ນໍ້າຂອງ ເຫັນວ່າຜົລກະທົບ ຈາກເຂື່ອນໄຟຟ້າ ໃນນໍ້າຂອງ 2 ແຫ່ງໃນລາວ ເປັນຕົ້ນ ເຂື່ອນໄຊຍະບູຣີ ແລະເຂື່ອນດອນສະໂຮງ ສົ່ງຜົລກະທົບ ຢູ່ໃນລະດັບປານກາງ ແຕ່ພາກປະຊາສັງຄົມໃນລາວ ແລະໄທຍ ເຫັນວ່າ ເຂື່ອນດັ່ງກ່າວ ສົ່ງຜົລກະທົບຂ້ອນຂ້າງຮຸນແຮງ.
2022-08-22
ຄວາມເສັຍຫາຍ ຈາກພັຍນໍ້າຖ້ວມ ຫວ່າງສັປດາທີ່ແລ້ວ ຂອງຊາວບ້ານ ໃນນະຄອນຫຼວງວຽງຈັນ ສ່ວນຫຼາຍ ແມ່ນເຄື່ອງຂອງທີ່ໃຊ້ໃນຊີວິຕ ປະຈຳວັນ ທີ່ຊາວບ້ານເກັບມ້ຽນ ໄປໄວ້ທີ່ສູງບໍ່ທັນ ຊຶ່ງກໍເປັນຄວາມເສັຍຫາຍຫຼາຍສົມຄວນ ສຳລັບຂອງຊາວບ້ານ.
2022-08-22
ຊາວ ນະຄອນຫລວງວຽງຈັນ ຮຽກຮ້ອງໃຫ້ທາງການ ແກ້ໄຂບັນຫາ ຮ່ອງລະບາຍນໍ້າຕັນ, ນໍ້າຖ້ວມຂັງເປັນເວລາດົນ, ຫລັງຈາກຝົນຕົກ ຊຶ່ງທາງການຕຣຽມຈະຂຶ້ນແຜນ ຂໍງົບປະມານ 20 ຕື້ກີບ ເພື່ອແກ້ໄຂບັນຫານີ້ ທັງໃນສະເພາະໜ້າ ແລະແບບຖາວອນ ຂະນະທີ່ ປະຊາຊົນ ຍັງມີຄວາມຫຍຸ້ງຍາກ ຈາກນ້ຳຖ້ວມຂັງຢູ່.
2022-08-19
ເຂື່ອນໄຟຟ້າຫຼາຍແຫ່ງ ປ່ອຍນໍ້າ ອອກຈາກເຂື່ອນ ແລະ ແຈ້ງໃຫ້ຊາວບ້ານ ທີ່ອາສັຍຢູ່ລຸ່ມ ເຂື່ອນໄຟຟ້າ ກະຕຣຽມ ຄວາມພ້ອມຮັບມື ເຫດສຸກເສີນ ທີ່ອາຈເກີດຂຶ້ນໄດ້ທຸກເມື່ອ ເປັນຕົ້ນເຂື່ອນໄຊຍະບູຣີ, ເຂື່ອນນໍ້າອູ, ເຂື່ອນນໍ້າລີກ ແລະ ເຂື່ອນນໍ້າຄານ.
2022-08-18
ຊາວບ້ານຜູ້ປູກຜັກ ຕາມແຄມຂອງ ເຂດເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ເລັ່ງເກັບກ່ຽວຜົລຜລິຕ ກ່ອນກຳນົດ ເຖິງແມ່ນວ່າ ຈະຂາດທຶນກໍຕາມ ຍ້ອນນ້ຳຂອງ ຂຶ້ນສູງ 9.44 ແມັດ ສົ່ງຜົລໃຫ້ນ້ຳຖ້ວມ ພືດຜັກ ທີ່ປູກຢູ່ແຄມຂອງ, ຂະນະທີ່ພາກສ່ວນກ່ຽວຂ້ອງ ຍັງບໍ່ມີນະໂຍບາຍ ຊ່ອຍເຫຼືອ ຊາວບ້ານເທື່ອ.
2022-08-18
ຫຼັງຈາກ ສານປົກຄອງສູງສຸດ ຂອງໄທຍ ມີຄໍາສັ່ງຍົກຟ້ອງ ກໍຣະນີ ເຄືອຂ່າຍຊາວໄທຍ 8 ແຂວງລຸ່ມນໍ້າຂອງ ທີ່ຮ້ອງຟ້ອງ 5 ໜ່ວຍງານ ຂອງພາກສ່ວນຣັຖ ໃນປະເທດໄທຍ ທີ່ກ່ຽວຂ້ອງກໍຣະນີ ສັນຍາການຊື້-ຂາຍໄຟຟ້າ ຈາກເຂື່ອນໄຊຍະບູຣີ, ຂະນະທີ່ເຄື່ອຂ່າຍ ຍັງຈະຄັດຄ້ານ ການສ້າງເຂື່ອນອື່ນໆ ໃນລາວຕໍ່ໄປ.
2022-08-18
ຊາວບ້ານຢູ່ລຸ່ມເຂື່ອນນ້ຳລີກ 1 ແລະ 2 ໃນເມືອງເຟືອງ ແຂວງວຽງຈັນ ເລັ່ງມ້ຽນສິ່ງຂອງໄປໄວ້ບ່ອນສູງ ແລະປິດແຫລ່ງທ່ອງທ່ຽວ ເພື່ອເຝົ້າລະວັງນ້ຳຖ້ວມ ຈາກການລະບາຍນ້ຳ ຂອງເຂື່ອນນ້ຳລີກ 1 ແລະ 2 ໃນວັນທີ 18 ສິງຫານີ້ ອີງຕາມຂໍ້ມູນຈາກ ກະຊວງພລັງງານ ແລະບໍ່ແຮ່.