ເຣື້ອງທີ່ເກັບບັນທຶກໄວ້
2022-12-29
ເຂື່ອນນ້ຳອູ 3 ໄດ້ກັກນ້ຳ ເຮັດໃຫ້ນ້ຳຢູ່ຕອນລຸ່ມ ຂອງເຂື່ອນແຫ້ງ ຈົນເຮືອບໍ່ສາມາດ ແລ່ນເຮືອໄດ້ຕາມປົກຕິ ຄືແຕ່ກ່ອນ ຕອນທີ່ເຂື່ອນຍັງບໍ່ທັນໄດ້ສ້າງ ສົ່ງຜົລກະທົບຕໍ່ຊາວບ້ານ ທີ່ອາສັຍ ນ້ຳອູ ເປັນບ່ອນທຳມາຫາກິນ.
2022-12-27
ຊາວບ້ານ ຈຳນວນ 1,018 ຄອບຄົວ ທີ່ຍັງບໍ່ໄດ້ຮັບເງິນຄ່າຊົດເຊີຍ ຈາກໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ຄິດເປັນມູນຄ່າ ປະມານ 233 ຕື້ກີບ ຍ້ອນຍັງມີຂໍ້ມູນ ຜົນກະທົບ ດ້ານທີ່ດິນ ແລະສິ່ງປຸກສ້າງ ຈຳນວນນຶ່ງ ທີ່ບໍ່ທັນຈະແຈ້ງ ແລະຍັງຕົກລົງມູນຄ່າ ຊົດເຊີຍບໍ່ທັນໄດ້.
2022-12-22
ຄະນະກັມມາທິການ ແມ່ນ້ຳຂອງສາກົນ ຫຼື MRC ກວດພົບມົລພິດ ຈາກພລາສຕິກ ປະມານ 8 ລ້ານຕັນ ໃນແມ່ນ້ຳຂອງ ທີ່ມາຈາກປະເທດລາວ, ໄທຍ, ວຽດນາມ ແລະ ກັມພູຊາ, ໃນນັ້ນ ເປັນຂີ້ເຫຍື້ອ ທົ່ວໄປ 70-90% ທີ່ມາຈາກຖົງຢາງ ຫຼື ຖົງພລາສຕິກ ແລະ ໂຟມ ທີ່ສົ່ງຜົລກະທົບ ຕໍ່ລະບົບນິເວດ ແມ່ນ້ຳຂອງ.
2022-12-22
ປະເທດລາວ ແລະ ປະເທດກັມພູຊາ ກຳລັງປະເຊີນ ກັບບັນຫາ ການລັກລອບລ້າ ລູກສັດປ່າ ແລະ ການລັກລອບຄ້າສັດປ່າ ໃກ້ສູນພັນ ຈາກເຈຕນາ ເພື່ອການຮັກສາປ່າໄມ້.
2022-12-20
ເກີດເຫດການ ເຮືອບິນຂອງສາຍການບິນ Lao Airlines ຖ້ຽວບິນ QV924 ແລະ ສາຍການບິນ Air Premia ຂອງເກົາຫລີໃຕ້ ດາດກັນ ຢູ່ສນາມບິນສາກົລ ອິນຊອນ ໃນປະເທດເກົາຫລີໃຕ້ ເຮັດໃຫ້ເຮືອບິນ ຂອງສາຍການບິນລາວ ໄດ້ຮັບຄວາມເສັຍຫາຍ.
2022-12-20
ປືກສາຫາລື ຕຣຽມດຳເນີນການ ກໍ່ສ້າງ ໂຄງການກໍ່ສ້າງ ເຂື່ອນຫລວງພຣະບາງ ການຂຸດເຈາະ ພື້ນຖານ ໂຄງສ້າງ ຂອງໂຕເຂື່ອນ ແລະເຣື່ອງຜົນກະທົບ ຕໍ່ສິ່ງແວດລ້ອມ, ສັງຄົມ ກ່ຽວກັບເຣື່ອງເງິນຄ່າ ຊົດເຊີຍ ແລະ ການໂຍກຍ້າຍ ຊາວບ້ານ ທີ່ຖືກຜົນກະທົບ.
2022-12-19
ບໍຣິສັດຈີນ ຈະສ້າງໂຮງແຮມ, ສູນການຄ້າ ຄົບວົງຈອນ ຢູ່ໃກ້ກັບຂົວມິຕພາບ ລາວ-ໄທຍ ປາກຊັນ-ບຶງການ, ຂະນະທີ່ຊາວບ້ານ ທີ່ສູນເສັຍທີ່ດິນ ໃຫ້ກັບໂຄງການ ກໍ່ສ້າງຂົວມິຕພາບ ລາວ-ໄທຍ ຍັງບໍ່ໄດ້ຮັບເງິນ ຄ່າຊົດເຊີຍເທື່ອ.
2022-12-19
ນັກລົງທຶນຈີນ ທີ່ເຂົ້າມາເຮັດໂຄງການ ຂຸດຄົ້ນບໍ່ເກືອໂປຕາສ ຫລື ເກືອກາລີ ຢູ່ເມືອງໜອງບົກ ແຂວງຄຳມ່ວນ ໄດ້ບຸກເບີກທີ່ດິນ ທຳການກະເສຕ ຂອງຊາວບ້ານ ຈຳນວນຫລາຍບ້ານ ແຕ່ຈ່າຍຄ່າຊົດເຊີຍ ໃຫ້ຊາວບ້ານ ບໍ່ສົມເຫດ ສົມຜົນ ຊຶ່ງບາງຄອບຄົວ ປະຕິເສດຮັບເງິນ ຄ່າຊົດເຊີຍເທື່ອ.
2022-12-16
ໂຄງການຂຸດຄົ້ນບໍ່ແຮ່ ແບບທົດລອງ ເຊິ່ງກວມເອົາເນື້ອທີ່ 24,000 ເຮັກຕ້າຣ໌ ໃນທົ່ວປະເທດ, ແຕ່ ໂຄງການຂຸດຄົ້ນດັ່ງກ່າວ ປັດຈຸບັນ ໄດ້ກໍ່ໃຫ້ເກີດບັນຫາ ຂໍ້ຂັດແຍ່ງທີ່ດິນ, ການຊົດເຊີຍຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ບໍ່ເໝາະສົມ, ບາງໂຄງການຍັງເຮັດໃຫ້ ທາງຫຼວງແຫ່ງຊາຕ ແລະ ທາງຊົນບົດ ເປ່ເພ-ເສັຽຫາຍ.
2022-12-16
ຣັຖມົນຕຣີ ກະຊວງໂຍທາທິການ ແລະ ຂົນສົ່ງ ອອກມາຍອມຮັບວ່າ ການຈ່າຍຄ່າ ຊົດເຊີຍໃຫ້ແກ່ຜູ້ທີ່ໄດ້ຮັບຜົລກະທົບ ໂຄງການທາງຣົຖໄຟ ລາວ-ຈີນ ມີຄວາມຊັກຊ້າ ຍ້ອນວ່າຊາວບ້ານ ບໍ່ຍອມຮັບລາຄາຊົດເຊີຍ ທີ່ສະພາຮັບຮອງ, ແຕ່ຊາວບ້ານວ່າ ມັນເປັນການຖິ້ມໂທດ ໃສ່ຊາວບ້ານ.
2022-12-15
ຖນົນຫົນທາງ ໃນລາວເພພັງໜັກໜ່ວງ ຍ້ອນຣົຖບັນທຸກ ຂນາດໜັກ ທີ່ຂົນໄມ້, ແຮ່ທາດ, ຫິນແລະອຸປະກອນກໍ່ສ້າງ ເປັນຕົ້ນທາງຣົຖໄຟ ລາວ-ຈີນ, ທາງດ່ວນ ແລະຂົນສິນຄ້າອື່ນໆ ແລ່ນຫລາຍ ພ້ອມກັບບັນຫາ ການສ້າງທາງ ທີ່ບໍ່ໄດ້ມາຕຖານ, ການບັນທຸກນ້ຳໜັກເກີນ ແມ່ນສາເຫດນຶ່ງ.
2022-12-14
ທີ່ທົ່ງໄຫຫິນ ຢູ່ແຂວງຊຽງຂວາງ ທັງໝົດ 11 ແຫ່ງກວມເອົາເນື້ອທີ່ 200 ປາຍເຮັກຕ້າຣ໌ ໄດ້ຖືກຮັບຮອງ ໃຫ້ເປັນມໍຣະດົກໂລກແລ້ວ ຂະນະທີ່ເຈົ້າໜ້າທີ່ ຕ້ອງໄດ້ເອົາໃຈໃສ່ ບໍ່ໃຫ້ເກີດມີການລະເມີດ ກົດໝາຍມໍຣະດົກໂລກ ແລະປີນີ້ ແຂວງຊຽງຂວາງ ມີການຈັດການ ແຂ່ງຂັນກິລາຂຶ້ນ ເພື່ອກະຕຸ້ນການທ່ອງທ່ຽວ.
2022-12-13
ເຫດການຊາວບ້ານ ຢູ່ບ້ານບໍ່ໂພນຕີ້ວ ເມືອງຫິນບູນ ແຂວງຄຳມ່ວນ ໄດ້ຮັບຄວາມເດືອດຮ້ອນ ຈາກບໍຣິສັດຈີນ ທີ່ໄດ້ຮັບສັມປະທານບໍ່ກົ່ວ ໃນເຂດບ້ານດັ່ງກ່າວ ແລະໄດ້ໃຊ້ຣົຖຂຸດດິນຕັນທາງ ເຂົ້າອອກບ້ານ ເຮັດໃຫ້ເປັນອຸປະສັກ ໃນການໃຊ້ຊີວິຕ ຂອງຊາວບ້ານ ຊຶ່ງບໍ່ສາມາດ ໄປເຮັດໄຮ່, ເຮັດສວນ ໄດ້ປົກກະຕິ.
2022-12-12
ທາງການລາວ ແລະ ບໍຣິສັດໄທຍ ເຊັນສັນຍາສັມປະທານ ໂຄງການໄຟຟ້າ ພລັງງານລົມ ຂນາດ 600 ເມກາວັຕ ຢູ່ເຊກອງ ແລະອັດຕະປື ເພື່ອສົ່ງໄຟຟ້າ ຂາຍໃຫ້ປະເທດວຽດນາມ.
2022-12-12
ຣັຖບານລາວ ເຊັນ MOU ຮ່ວມກັບບໍຣິສັດ H&B STO Lao ຈໍາກັດ ເພື່ອສຶກສາ ຄວາມເປັນໄປໄດ້ໃນການສ້າງ ກະຕ່າລອຍຟ້າ ຢູ່ເມືອງວັງວຽງ ແຂວງວຽງຈັນ.