ຊາວບ້ານ ຖືກໂຄງການ ຂຸດຄົ້ນເກືອກາລີ ໄດ້ຄ່າຊົດເຊີຍ ບໍ່ສົມລາຄາ

ໄຊຍາ
2022.12.19
ຊາວບ້ານ ຖືກໂຄງການ ຂຸດຄົ້ນເກືອກາລີ ໄດ້ຄ່າຊົດເຊີຍ ບໍ່ສົມລາຄາ ແຜນທີ ເມືອງໜອງບົກ ແຂວງຄຳມ່ວນ ບ່ອນທີ່ໂຄງການຂຸດຄົ້ນເກືອໂປຕາສ ກະທົບດິນຊາວບ້ານ.
ຮູບພາບ: OpenStreetMap contributors/Datawrapper

ບໍຣິສັດ ຊິໂນ-ອາກຣີ ໂປຕາສ ຈຳກັດ ຊຶ່ງເປັນບໍຣິສັດ ຂອງນັກລົງທຶນຈີນ ທີ່ເຂົ້າມາເຮັດໂຄງການຂຸດຄົ້ນບໍ່ເກືອໂປຕາສ ຫລື ເກືອກາລີ ຢູ່ເມືອງໜອງບົກ ແຂວງຄຳມ່ວນ ໄດ້ບຸກເບີກທີ່ດິນ ທຳການກະເສຕ ຂອງຊາວບ້ານຈຳນວນຫລາຍບ້ານ ດັ່ງເຊັ່ນບ້ານດົງບູນ, ບ້ານນາຄຳ, ບ້ານນາຫລຸບ, ບ້ານປ່າຕີ້ວ ແລະ ບ້ານຊຽງຫວາງ ແຕ່ໃຫ້ເງິນຄ່າຊົດເຊີຍ ແກ່ຊາວບ້ານ ແບບບໍ່ເໝາະສົມ ແລະ ບາງຄອບຄົວ ກໍຍັງບໍ່ໄດ້ຮັບເງິນຄ່າຊົດເຊີຍເທື່ອ.

ດັ່ງຊາວບ້ານ ທ່ານນຶ່ງ ກ່າວໃນຄລິບ ວີດີໂອ ທີ່ທ່ານໄດ້ເຜີຍແຜ່ ທາງສື່ສັງຄົມອ໋ອນລາຍນ໌ ໃນວັນທີ 17 ທັນວາ ທີ່ຜ່ານມາວ່າ:

ດຸດລະໝົດເລີຍ ບ້ານນີ້ເພາະວ່າ ເຂົາຊິເຮັດໃສ່ແລ້ວ ຂັ້ນເທິງກາບໍ່ເຫັນໃຈ ລົງມາກວດສອບ ເບິ່ງໃຫ້ແດ່ເງິນຄຳກຳແກ້ວຫຍັງ ບໍ່ທັນໄດ້ຈັກກີບ ຈັກບາທມັນຊິດີ ບໍ່ມັນເຮັດແບບນີ້ນ່າ ປະຊາຊົນຕາດຳໆ ກາເຮັດຫຍັງບໍ່ໄດ້ກັບເຂົາ.”

ສ່ວນຊາວບ້ານ ອີກນາງນຶ່ງກໍຢືນຢັນວ່າ ເຫດການດັ່ງກ່າວແມ່ນເກີດຂຶ້ນແທ້ ເຮັດໃຫ້ຊາວບ້ານຫລາຍຄອບຄົວ ໄດ້ຮັບຄວາມເດືອດຮ້ອນ ແລະຄັນຊາວບ້ານ ຄົນໃດບໍ່ຍອມຍົກທີ່ດິນໃຫ້ ແກ່ບໍຣິສັດ ຫລື ມີການຂັດຂວາງ ບໍ່ໃຫ້ບຸກເບີກທີ່ດິນ ຂອງຕົນເອັງກໍຈະຖືກທາງບໍຣິສັດ ດັ່ງກ່າວ ເອີ້ນເຈົ້າໜ້າທີ່ ຕຳຣວດ ມາຈັບໂຕໄປຄຸມຂັງ ຈຶ່ງເຮັດໃຫ້ຊາວບ້ານ ຈຳເປັນຕ້ອງຍົກທີ່ດິນ ໃຫ້ແບບບໍ່ເຕັມໃຈ.

ດັ່ງຍານາງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 19 ທັນວາ ນີ້ວ່າ:

ໂອກາຫລາຍຫັ້ນແຫລະ ບ້ານນາຄຳຫັ້ນລະແບບເກືອບໝົດເລີຍ ເພິ່ນກາໃຫ້ເງິນແຕ່ວ່າ ສົມມຸດວ່າແບບເພິ່ນບອກວ່າ 10 ແມັດນ່າ ແລ້ວເພິ່ນໄປວັດ ເຮັດໂຕແທ້ລະເພິ່ນຍັບອອກໄປ 20 ແມັດ ບໍ່ໃຫ້ຄວາມຮ່ວມມືລະຖືກຄຸມຂັງ ກາຈໍາເປັນກາໄດ້ປະຕິບັດຕາມ.

ຍານາງກ່າວຕື່ມວ່າ ການບຸກເບີກທີ່ດິນຊາວບ້ານ ຂອງບໍຣິສັດດັ່ງກ່າວ ໄດ້ເຣີ່ມເກີດຂຶ້ນຕັ້ງແຕ່ຕົ້ນປີ 2022 ເປັນຕົ້ນມາ ແລະ ຜ່ານມາທາງບໍຣິສັດ ກໍໄດ້ໃຫ້ເຈົ້າໜ້າທີ່ ຕຳຣວດຈັບໂຕຊາວບ້ານ ຈຳນວນນຶ່ງໄປຄຸມຂັງ ແລະ ສຶກສາອົບຮົມ ຈົນຕໍ່ມາຊາວບ້ານ ກໍໄດ້ຮັບການປ່ອຍໂຕ ພາຍຫລັງຈາກໄດ້ຍິນຍອມ ຍົກທີ່ດິນໃຫ້ແກ່ທາງບໍຣິສັດ.

ທາງດ້ານຊາວບ້ານ ອີກທ່ານນຶ່ງກ່າວວ່າ ປັດຈຸບັນບໍຣິສັດຈີນ ດັ່ງກ່າວພະຍາຍາມ ຢ່າງໜັກເພື່ອກວມເອົາທີ່ດິນ ຂອງຊາວບ້ານ ເຂົ້າໃນໂຄງການ ຂອງເຂົາເຈົ້າໃນລັກສະນະ ແບບບີບບັງຄັບ. ສ່ວນຊາວບ້ານທີ່ບໍ່ຍອມຍົກດິນໃຫ້ ແລະ ບໍ່ຍອມຮັບເອົາເງິນ ຄ່າຊົດເຊີຍ ກໍຖືກທາງບໍຣິສັດ ແລະເຈົ້າໜ້າທີ່ຕຳຣວດ ມາຈັບໂຕໄປຄຸມຂັງ.

ດັ່ງທ່ານກ່າວວ່າ:

ເອີ ເພິ່ນມາສັມປະທານ ພວກຈີນ ເກືອກາລີນ່າ ບໍ່ຢາກໃຫ້ເພິ່ນກາເອົາດຽວນີ້ນ່່າ ເພິ່ນມາເຈາະດິນ ເພິ່ນເຈາະດິນ ພວກເກືອກາລີ. ເອີ ເຂົາເຈົ້າບໍ່ຍອມເອົາ ບໍ່ຍອມເອົາ ເພິ່ນກາເຮັດ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ເມືອງໜອງບົກ ທ່ານນຶ່ງທີ່ຂໍສງວນຊື່, ໜ່ວຍງານ ແລະ ສຽງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີວ່າ:

ເຫດການດັ່ງກ່າວ ແມ່ນເກີດຂຶ້ນແທ້ ແລະກໍຢືນຢັນວ່າ ມີການຈັບໂຕຊາວບ້ານ ໄປຄຸມຂັງແທ້ ແຕ່ໄດ້ປ່ອຍໂຕ ອອກໝົດແລ້ວ ແຕ່ທ່ານເອັງກໍບໍ່ສາມາດ ໃຫ້ຂໍ້ມູນຫລາຍໄປກ່ວານີ້ ເພື່ອຄວາມປອດພັຍ ຕໍ່ອາຊີພຂອງທ່ານ.

ພະນັກງານ ທ່ານນຶ່ງທີ່ເຮັດວຽກຢູ່ ບໍຣິສັດ ຊິໂນ-ອາກຣີ ໂປຕາສ ຈຳກັດ ກ່າວວ່າ ປັດຈຸບັນທາງບໍຣິສັດກຳລັງ ບຸກເບີກທີ່ດິນ ຢູ່ເຂດບ້ານດົງບູນ ແລະ ເຂດບ້ານໃກ້ຄຽງ ເພື່ອເຮັດອຸໂມງ ເກືອໂປຕາສ ເນື່ອງຈາກເປັນເນື້ອທີ່ ທີ່ໄດ້ຂໍອະນຸຍາດ ສັມປະທານ ຈາກທາງການ ແລະ ທາງການກໍໂອ້ລົມ ໃຫ້ຊາວບ້ານເຫັນດີ ນຳສ່ວນຣາຍລອະຽດອື່ນໆ ທ່ານບໍ່ມີໜ້າທີ່ ໃນການໃຫ້ຂໍ້ມູນ. ດັ່ງທ່ານໄດ້ກ່າວວ່າ:

ດົງບູນ ມັນເປັນອີກໂຄງການນຶ່ງ ເພິ່ນເອົາຮຽບຮ້ອຍ ແລ້ວໃດສັມປະທານ ຮຽບຮ້ອຍໝົດແລ້ວໄດ໋, ຣັຖເປັນຄົນຊຸກຍູ້ ຂົນຂວາຍ ປະຊາຊົນຫັ້ນແຫລະ ໃຫ້ເຫັນດີນຳເນາະ.”

ຕໍ່ກັບເຫດການດັ່ງກ່າວ ພາຍຫລັງທີ່ຄລິບ ວີດີໂອ ບຸກເບີກທີ່ດິນດັ່ງກ່າວ ໄດ້ຖືກເຜີຍແຜ່ທາງສື່ສັງຄົມອ໋ອນລາຍນ໌ ກໍເຮັດໃຫ້ຊາວລາວຫລາຍຄົນ ຮູ້ສຶກບໍ່ພໍໃຈ ແລະ ເຫັນວ່ານັບມື້ນັກລົງທຶນຈີນ ຄ່ອຍໆ ໃຊ້ອິດທິພົນ ໃນການຍຶດເອົາທີ່ດິນ ຂອງຊາວບ້ານ ໂດຍມີເຈົ້າໜ້າທີ່ຂັ້ນເມືອງ ແລະ ແຂວງໃຫ້ຄວາມຮ່ວມມື ກັບທາງບໍຣິສັດ.

ສຳລັບໂຄງການ ຂຸດຄົ້ນບໍ່ເກືອໂປຕາສ ຂອງບໍຣິສັດ ຊິໂນ-ອາກຣີ ໂປຕາສ ຈຳກັດ ມີເນື້ອທີ່ຂຸດຄົ້ນຫລັກຢູ່ເຂດບ້ານດົງໃຕ້ ເມືອງໜອງບົກ ຊຶ່ງກວມເອົາເນື້ອທີ່ 35 ຕະລາງກິໂລແມັດ ຊຶ່ງໂຄກງານນີ້ໄດ້ເຣີ່ມການທົດລອງ ຂຸດຄົ້ນມາແຕ່ທ້າຍປີ 2021 ໂດຍສາມາດທົດລອງ ຜລິດເກືອໂປຕາສ ຈຳນວນ 1,000,000 ຕັນ ໃນປີທຳອິດ(ນຶ່ງລ້ານຕັນຕໍ່ປີ) ແລະ ໃນປີ 2022 ໄດ້ຂຍາຍ ເນື້ອທີ່ຕື່ມອີກ ເພື່ອເພີ່ມການຜລິດເກືອໂປຕາສ ໃຫ້ໄດ້ 2,000,000 ຕັນຕໍ່ປີ(ສອງລ້ານຕັນຕໍ່ປີ) ແລະ ຈະຂຍາຍໄປເລື້ອຍໆ ໃນອີກ 3-5 ປີຕໍ່ໜ້າ ເພື່ອໃຫ້ສາມາດຂຸດຄົ້ນ ເກືອໂປຕາສ ຈຳນວນ 3,000,000-5,000,000 ຕັນຕໍ່ປີ (ສາມ-ຫ້າລ້ານຕັນຕໍ່ປີ). ຊຶ່ງເກືອໂປຕາສ ຂອງບໍຣິສັດດັ່ງກ່າວ ໄດ້ຖືກສົ່ງອອກ ໄປຂາຍຢູ່ຕ່າງປະເທດ ເປັນຫລັກເປັນຕົ້ນ ປະເທດຈີນ, ວຽດນາມ, ອິນໂດເນເຊັຽ, ໄທຍ, ມາເລເຊັຽ, ອິນເດັຽ, ນີວຊີແລນດ໌ ແລະ ຍີ່ປຸ່ນ, ອີງຕາມການຣາຍງານ ຂອງສຳນັກຂ່າວ ເສຖກິຈ-ການຄ້າ ເມື່ອເດືອນມິຖຸນາ ທີຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.