ເຣື້ອງທີ່ເກັບບັນທຶກໄວ້
2021-12-30
ມີການລັກລອບປູກ ກັນຊາເປັນຈຳນວນຫລາຍ ເຂດພື້ນທີ່ຫ່າງໄກ ສອກຫລີິກໃນເມືອງໄຊຈຳພອນ, ເມືອງວຽງທອງ ແລະເມືອງຄຳເກີດ ຊຶ່ງກວມເອົາເນື້ອທີ່ 20 ປາຍເຮັກຕາຣ໌ ເນື່ອງຈາກເປັນສິນຄ້າ ທີ່ຂາຍໄດ້ລາຄາດີ.
2021-12-27
ເກີດແຜ່ນດິນໄຫວ ຢູ່ເມືອງຍອດອູ ແລະ ເມືອງຜົ້ງສາລີ ຈໍານວນ 3 ຄັ້ງ ລະຫວ່າງວັນທີ່ 24-26 ທັນວານີ້ ໂດຍແຕ່ລະຄັ້ງ ມີແຮງສັ່ນສະເທືອນ ວັກແທກໄດ້ 5.7 ຣິກເຕີ້, 3.5 ຣິກເຕີ້ ແລະ 3.3 ຣິກເຕີ້ຕາມລໍາດັບ ເຮັດໃຫ້ ຫຼາຍບ້ານ ໄດ້ຮັບຄວາມເສັຽ.
2021-12-22
ຊາວບ້ານ ບ້ານດົງໂພສີ ນະຄອນຫຼວງວຽງຈັນ ບໍ່ຍອມໃຫ້ເຈົ້າໜ້າທີ່ ເຮັດໂຄງການສ້າງລະບົບ ຊົລປະທານ ຜ່ານດິນນາ ຂອງພວກເຂົາເຈົ້າ ຍ້ອນຢ້ານບໍ່ມີ ດິນທໍາກິນ.
2021-12-20
ການປຸກສ້າງ ເຮືອນຢູ່ຖາວອນຈຳນວນ 700 ຫຼັງ ໃຫ້ກັບຜູ້ປະສົບພັຍ ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກ ເມືອງສະນາມໄຊ ແຂວງອັດຕະປື ບໍ່ສຳເຣັດ ທັນຕາມແຜນ ການໃນປີ 2021 ນີ້ ຊຶ່ງເຮັດໃຫ້ ຜູ້ໄດ້ຮັບຜົລກະທົບ ປະສົບບັນຫາ ຫຍຸ້ງຍາກຕື່ມ.
2021-12-20
ປະຊາຊົນ ຈຳນວນນຶ່ງໄດ້ ຮັບຄວາມເສັຍຫາຍຫຼາຍພໍສົມຄວນ ຄິດໄລ່ມູນຄ່າຄວາມເສັຽຫາຍ ປະມານ 40 ປາຍລ້ານກີບ ປັດຈຸບັນ ຊາວບ້ານຜູ້ທີ່ໄດ້ຮັບຜົລກະທົບ ຈາກເຫດການດັ່ງກ່າວນີ້ ຍັງຖ້າທາງການມາຊ່ອຍເຫຼືອຢູ່.
2021-12-17
ເວທີເສວະນາ ຫົວຂໍ້ວ່າ “ລ້ອມວົງຄົນແຄມຂອງ” ກ່ຽວກັບໂຄງການ ເຂື່ອນຊະນະຄາມ ໃນປະເທດລາວ ທີ່ຈະສ້າງ ໃສ່ແມ່ນ້ຳຂອງ ຢູ່ລະຫວ່າງ ເມືອງຊະນະຄາມ ຂອງລາວ ແລະ ແຂວງເລີຍ ປະເທດໄທຍ ເພື່ອສະທ້ອນ ຜົລກະທົບ ທີ່ຈະເກີດຂຶ້ນ ກັບຊາວບ້ານ ແລະສິ່ງແວດລ້ອມ.
2021-12-15
ທ້າວ ລິວທີຍີ ອາຍຸ 29 ປີ ເປັນຊາວຈີນ ທີ່ອາສັຍຢູ່ລາວ ຖືກເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເອີ້ນມາສຶກສາອົບຮົມ ຍ້ອນຊາວຈີນຄົນດັ່ງກ່າວນີ້ ໄດ້ລົງອອກຈາກຣົຖ ມາຖ່າຍເບົາໃສ່ຕີນຣົຖຢູ່ກາງຖນົນ ໃນຂະນະທີ່ຣົຖຂອງຂະເຈົ້າຈອດຕິດໄຟແດງຢູ່ ຍ້ອນການກະທໍາດັ່ງກ່າວ ເປັນການສ້າງພາບພົດບໍ່ດີ ແລະສ້າງຄວາມເປີິະເປື້ອນຕໍ່ສັງຄົມ ຊຶ່ງຜິດຕໍ່ປະມວນກົດໝາຍອາຍາ ມາດຕຣາ 258 ແຕ່ບໍ່ມີຣາຍງານວ່າ ໄດ້ມີການປັບໃໝ ຫຼືດໍາເນີນຄະດີເພີ່ມຕື່ມແຕ່ຢ່າງໃດ.
2021-12-14
ນັກລົງທືນຈີນ ໄດ້ສັມປະທານດິນ ຈາກທາງການລາວ ສຳລັບ ດຳເນີນໂຄງການ ພັທນາສວນອຸທິຍານ ບໍ່ນໍ້າຮ້ອນ ປຸ່ງເລາະ ເພື່ອໃຫ້ເປັນ ສະຖານທີ່ ທ່ອງທ່ຽວ ຢູ່ບ້ານປຸ່ງເລາະ ເມືອງເມິງ ແຂວງບໍ່ແກ້ວ ເປັນໄລຍະ ເວລາບໍ່ຕໍ່າກວ່າ 10 ປີ.
2021-12-13
ບໍຣິສັດຈີນ ໄດ້ຮັບສັມປະ ທານຂຸດຄົ້ນຫິນອ່ອນ ມາໂບລ໌ (Marble) ຈາກຣັຖບານລາວ ຢູ່ເມືອງ ຊໍາໃຕ້ ແຂວງ ຫົວພັນ ໂດຍມີພີທີ ເຊັນສັນຍາ ສັມປະທານ ໃນວັນທີ 6 ທັນວາ 2021 ແລະ ຈະເຣີ່ມ ທຳການຂຸດ ພາຍໃນ ທ້າຍປີ 2021 ນີ້ ເປັນຕົ້ນໄປ.
2021-12-08
ຄອບຄົວ ຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄງການຂຸດຄົ້ນ ບໍ່ແຮ່ ຣວມທັງ ດິນນາ ຍຸບເປັນຂຸມ ຊາວບ້ານ ໄດ້ຮ້ອງຮຽນ ໄປຍັງພາກສ່ວນ ທີ່ກ່ຽວຂ້ອງ ຫຼາຍເທື່ອແລ້ວ ແຕ່ມາຮອດປັດຈຸບັນນີ້ ກໍຍັງບໍ່ທັນ ໄດ້ຮັບການຊ່ອຍເຫຼືອ ແນວໃດເທື່ອ.
2021-12-06
ຄົນງານສວນໝາກໂມຈີນ ໃນບ້ານໜອງປະຈິດ, ເມືອງບໍ່ແຕນ ແຂວງໄຊຍະບູຣີ ຖິ້ມສິ່ງເສດເຫຼືອ ລົງໃສ່ຫ້ວຍນ້ຳ ທີ່ຊາວບ້ານຊົມໃຊ້ ເຮັດໃຫ້ນ້ຳໃນຫ້ວຍ ປົນເປື້ອນ ແລະ ຕັນ ບໍ່ເປັນຕາໃຊ້ດື່ມ ແລະ ອາບ. ຕໍ່ບັນຫາດັ່ງກ່າວນີ້ ພວກຊາວບ້ານ ກໍຢາກໃຫ້ອຳນາດ ການປົກຄອງບ້ານ ຊ່ອຍແກ້ໄຂບັນຫາໃຫ້ ເພາະຊາວບ້ານ ເດືອດຮ້ອນຫຼາຍ
2021-12-02
ປະຊາຊົນ ຜູ້ໄດ້ຮັບຜົລກະທົບ ຈາກໂຄງການ ເຂື່ອນໄຟຟ້າ ຫຼວງພຣະ ຈໍານວນນຶ່ງ ຕຣຽມໂຍກຍ້າຍອອກຈາກບ່ອນເກົ່າ ຕາມທີ່ທາງການ ຈັດສັນໃຫ້ ແຕ່ຍັງບໍ່ຮູ້ວ່າ ທາງການຈະໃຫ້ຍ້າຍໄປ ໃນມື້ໃດ.
2021-11-30
ຫຼາຍຝ່າຍ ກັງວົນເຣື່ອງຜົລກທົບ ດ້ານສິ່ງແວດລ້ອມ, ສັງຄົມ ແລະຄວາມບໍ່ປອດພັຍ ຈາກໂຄງການເຂື່ອນ ຊະນະຄາມ.
2021-11-25
ຊາວບ້ານທີ່ລັກລອບປູກຊາ ຢູ່ເຂດບ້ານອຸດົມໄຊ ເມືອງວຽງທອງ ຈໍານວນເກືອບ 10 ເຮັກຕ້າຣ໌ ໃນມື້ວັນທີ່ 23 ພຶສຈິກາ ທີ່ຜ່ານມາ ຖືວ່າການທໍາລາຍ ສວນກັນຊາ ທີ່ຊາວບ້ານ ລັກລອບປູກ ເທື່ອນີ້ ເປັນເທື່ອທີ່ 2 ຂອງປີ 2021.
2021-11-24
ເຣື່ອງການ ຕັດໄມ້ ທໍາລາຍປ່າ ເມືອງທ່າແຕງ ເປັນການ ບຸກລຸກ ພື້ນທີ່ປ່າໄມ້ ຂອງປະຊາຊົນ ເພື່ອທຳການກະເສດ ສ່ວນໄລຍະຜ່ານມາ ອາດມີນາຍທຶນ ຢູ່ເບື້ອງຫຼັງ ການຖາງປ່າ ຂອງຊາວບ້ານ.