ແຜ່ນດິນໄຫວ ໄຊຍະບູຣີ ເສັຽຫາຍ ຫຼາຍກວ່າຄາດ
2021.12.20

ເກີດເຫດແຜ່ນດິນໄຫວ ຢູ່ເມືອງໄຊສະຖານ ແຂວງໄຊຍະບູຣີ ໃນມື້ວັນທີ່ 20 ທັນວານີ້ ໂດຍຄວາມສັ່ນສະເທືອນຂອງແຜ່ນດິນໄຫວ ວັດແທກໄດ້ 5.8 ຣິກເຕີ້ ໃນເວລາ 4 ໂມງ 6 ນາທີ ຕາມເວລາທ້ອງຖິ່ນ ແລະ 3.5 ຣິກເຕີ້ ໃນເວລາ 04 ໂມງ 2 ນາທີ ຕາມເວລາທ້ອງຖິ່ນ ເຮັດໃຫ້ບໍຣິເວນບ້ານດອຍກາວ, ບ້ານສະລາ, ບ້ານສະແມດໃຫຍ່, ບ້ານພູຕຸຍ ແລະບ້ານສະມະ ໄດ້ຮັບຄວາມເສັຍຫາຍຫຼາຍພໍສົມຄວນ ຄິດໄລ່ມູນຄ່າຄວາມເສັຍຫາຍປະມານ 40 ປາຍລ້ານກີບ.
ໃນເບື້ອງຕົ້ນ ເຮືອນຂອງປະຊາຊົນພາຍໃນບໍຣິເວນບ້ານດັ່ງກ່າວ ເສັຍຫາຍປະມານ 10 ຫຼັງ ເຊິ່ງລະຫວ່າງທີ່ເກີດເຫດແຜ່ນດິນໄຫວນັ້ນ ຊາວບ້ານຈໍານວນນຶ່ງກໍຮູ້ສຶກໄດ້ ວ່າເກີດການສັ່ນສະເທືອນ ແລະຖືວ່າ ແຜ່ນດິນໄຫວໃນເທື່ອນີ້ ແຮງກວ່າປີທີ່ຜ່ານມາ, ອີງຕາມຄວາມເວົ້າ ຂອງຊາວບ້ານ ຢູ່ບ້ານດອຍກາວ ເມືອງໄຊສະຖານ ໃນວັນທີ່ 20 ທັນວາ ນີ້ວ່າ:
“ກໍຕົກໃຈຢູ່ ເພາະວ່າ ເທື່ອນີ້ມັນແຮງ ສ່ວນຫຼາຍແມ່ນເຮືອນກໍ່ເຮືອນຫຍັງ ຄືໄດ້ຮັບ (ຜົລກະທົບ) ເພາະວ່າເຂົາເຈົ້າເອົາດິນກໍ່ ດິນບ໊ອກ ດິນກໍ່ ດິນທີ່ກໍ່ ເຮືອນໄມ້ແລ້ວບໍ່ເປັນຫຍັງ.”
ນອກຈາກເຮືອນຊານ ຂອງປະຊາຊົນໄດ້ຮັບຄວາມເສັຍຫາຍແລ້ວນັ້ນ ຍັງມີຮູບປັ້ນອະດີດປະທານປະເທດ ທ່ານໄກສອນ ພົມວິຫານ ພ້ອມທັງອຸປະກອນເຄື່ອງໃຊ້ ປະເພດຄອມພິວເຕີ້, ໂຕ໊ະຕັ່ງ ແລະອື່ນໆ ຢູ່ຫ້ອງການກັມມະບານ ແລະຫ້ອງການແມ່ຍິງ ເມືອງໄຊສະຖານ ກໍຕົກລົງພືິ້ນເສັຍຫາຍນໍາດ້ວຍ.
ໃນຂະນະທີ່ ຢູ່ໂຮງຮຽນປະຖົມສະແມດໃຫຍ່ ສະແມດໃຫຍ່, ໂຮງຮຽນປະຖົມສະລາ ແລະໂຮງຮຽນປະຖົມພູຕຸຍ ເມືອງໄຊສະຖານ ກໍໄດ້ຮັບຄວາມເສັຍຫາຍ ຈາກເຫດການແຜ່ນດິນໄຫວນີ້ຫຼາຍຣາຍການ ເຊິ່ງຖືວ່າເຫດການແຜ່ນດິນໄຫວໃນຄັ້ງນີ້ ມີຄວາມຮຸນແຮງກວ່າປີທີ່ຜ່ານມາ ອີກທັງ ກ່ອນທີ່ຈະເກີດເຫດ ກໍບໍ່ມີສັນຍານເຕືອນພັຍແຕ່ຢ່າງໃດ, ດັ່ງຊາວບ້ານ ຢູ່ບ້ານສະແມດໃຫຍ່ ເມືອງໄຊສະຖານ ກ່າວວ່າ:
“ເສັຍຫາຍແມ່ນນີ້ແມ່ນເປັນຝາເນາະ ເປັນຝາຫຼຸ ເປັນຝາພັງນີ້ແຫຼະເນາະ ແລ້ວກໍຖັງນໍ້າ ທີ່ຖັງໃຫຍ່ໆຫັ້ນ ມັນະທຸບລົງ ມັນຈະເບບຈະໃຊ້ບໍ່ໄດ້ຫັ້ນນ່າ ເປັນຄອມຕັ້ງໂຕ໊ະ ຫຼືວ່າຄອມໂນ໊ດບຸ໊ກ ທີ່ວ່າມັນຕົກລົງມາເສັຍຫາຍຫັ້ນ ບາງຫ້ອງກໍ່ ຝາກໍເກືອບອອກເປັນດ້ານ ບາງຫ້ອງກໍເປັນດ້ານ ຈົນວ່າແຜ່ນໄຫວມາ ຈັ່ງຄ່ອຍຮູ້ວ່່າ ເອີ່ຄວາມຮຸນແຮງເທົ່ານັ້ນເທົ່ານີ້ ມັນບໍ່ມີສັນຍານເຕືອນພັຍອີ່ຫຍັງເລີຍ.”
ຍານາງກ່າວຕື່ມວ່າ ປັດຈຸບັນ ຜູ້ອໍານວຍການປະຈໍາໂຮງຮຽນແຕ່ລະແຫ່ງ ທີ່ໄດ້ຮັບຄວາມເສັຍຫາຍຈາກແຜ່ນດິນໄຫວໃນເທື່ອນີ້ນັ້ນ ໄດ້ຖ່າຍຮູບແລະພ້ອມທັງສົ່ງເອກສານທີ່ກ່ຽວຂ້ອງ ໄປໃຫ້ຫ້ອງການສຶກສາທິການແລະກິລາ ເພື່ອລໍຖ້າຜແນກສຶກສາທິການແລະກິລາແຂວງ ຫາທາງຊ່ອຍເຫຼືອ ກ່ຽວກັບຜົນເສັຍຫາຍດັ່ງກ່າວນີ້ຕໍ່ໄປ.
ສ່ວນສັດລ້ຽງຂອງຊາວບ້ານ ເປັນຕົ້ນ ໝູໂຕນ້ອຍ ທີ່ຢູ່ໃນບໍຣິເວນດັ່ງກ່າວ ກໍໄດ້ຖືກຕົ້ນໄມ້ລົ້ມທັບຕາຍ ຈໍານວນ 8 ໂຕ ປັດຈຸບັນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເມືອງໄຊສະຖານ ກໍໄດ້ຮິບໂຮມຂໍ້ມູນຄວາມເສັຍຫາຍທົ່ວເມືອງ ທັງໂຮງຮຽນ, ເຮືອນຊານປະຊາຊົນ, ຫ້ອງການເມືອງ ແລະສັດລ້ຽງຂອງປະຊາຊົນ ຕົກເປັນມູນຄ່າຄວາມເສັຍຫາຍປະມານ 40 ປາຍລ້ານກີບ ແລະຈະໄດ້ສົ່ງຂໍ້ມູນດັ່ງກ່າວນີ້ ໄປໃຫ້ແຂວງ ເພື່ອຫາທາງຊ່ອຍເຫຼືອຜູ້ທີ່ໄດ້ຮັບຜົລກະທົບ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງໄຊສະຖານ ກ່າວວ່າ:
“ເອົາຂໍ້ມູນນີ້ຣາຍງານຂັ້ນເທິງນີ້ແລ້ວ ຂໍຄວາມຊ່ວຍເຫຼືອ ທາງຂັ້ນເທິງຕື່ມເນາະ ແລ້ວກໍທາງເມືອງພວກເຮົາ ຊິຄົ້ນຄວ້າໄປຊ່ວຍຕື່ມ ຈໍານວນໃດຈໍານວນນຶ່ງເນາະ ພໍທີ່ວ່າສາມາດຊ່ວຍໄດ້ຫັ້ນນ່າ.”
ນອກຈາກນີ້ ແຮງສັ່ນສະເທືອນຂອງແຜ່ນດິນໄຫວ ຈາກເມືອງໄຊສະຖານ ແຂວງໄຊຍະບູຣີ ກໍຍັງສາມາດຮັບຮູ້ໄດ້ເຖິງ ນະຄອນຫຼວງວຽງຈັນ, ແຂວງຫຼວງພຣະບາງ ແລະເມືອງວັງວຽງ ແຂວງວຽງຈັນ ເຊິ່ງຊາວບ້ານສ່ວນໃຫຍ່ ທີ່ຢູ່ບໍຣິເວນດັ່ງກ່າວ ຈະບໍຮູ້ສຶກໂຕ ເຖິງແຮງສັ່ນສະເທືອນປານໃດ ພ້ອມທັງຢູ່ພາຍໃນບໍຣິເວນດັ່ງກ່າວ ກໍຍັງບໍ່ພົບການຣາຍງານຄວາມເສັຍຫາຍເທື່ອ, ດັ່ງຊາວບ້ານ ຢູ່ບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ກ່າວວ່າ:
“ບໍ່ຮູ້ສຶກ ວ່າມັນຈະມີແຜ່ນດິນໄຫວ ແຕ່ວ່າໄດ້ຍິນ ເຫັນໝູ່ໃນເຟສບຸ໊ກ ເຂົາເຈົ້າເວົ້າວ່າ ເອີ່ ຢູ່ບໍຣິເວນແຂວງຫຼວງພຣະບາງນີ້ແຫຼະ ໄດ້ຍິນເຂົາເຈົ້າເວົ້າວ່າ ໃນເຟສບຸ໊ກ ຢູ່ນະຄອນຫຼວງວຽງຈັນ ບໍ່ຮູ້ສຶກມີ ມີແຜ່ນດິນໄຫວ 4 ໂມງເຊົ້າ ອາຈຫຼັບຢູ່ ບໍ່ຮູ້ສຶກໄດ້.”
ຂະນະທີ່ ຊາວບ້ານຢູ່ເມືອງວັງວຽງ ກ່າວວ່າ ຜົນເສັຍຫາຍພາຍໃນເມືອງວັງວຽງ ຍັງບໍ່ທັນເຫັນເທື່ອ ອີກທັງແຮງສັ່ນສະເທືອນຂອງແຜ່ນໄຫວໃນເທື່ອນີ້ ບໍ່ໄດ້ເຮັດໃຫ້ໂຕເອງຮູ້ສຶກກັບໂຕເອງຄືກັນ, ດັ່ງທ່່ານກ່າວວ່າ:
“ໄດ້ຍິນເຂົາເຈົ້າເວົ້າຊື່ໆ ແຕ່ວ່າອັນນີ້ກໍບໍ່ຮູ້ກັບໂຕຄືກັນ ບໍ່ຮູ້ມື້ຄືນນີ້ຄືກັນ ມີຜົນແຕ່ເຮືອນໄຫວຊື່ໆດອກ ບໍ່ໄດ້ມີຫຍັງເສັຍຫາຍ.”
ເຫດການແຜ່ນດິນໄຫວ ທີ່ເກີດຂຶ້ນ ພາຍໃນເມືອງໄຊສະຖານຄັ້ງນີ້ ບໍ່ມີສັນຍານເຕືອນພັຍ ເນື່ອງຈາກພາຍໃນເມືອງ ບໍ່ມີເທັກໂນໂລຊີທີ່ຈະເຕືອນພັຍລ່ວງໜ້າ ມີແຕ່ຕິດຕາມຂ່າວສານ ຈາກກົມອຸຕຸນິຍົມແລະອຸທົກກະສາດເທົ່ານັ້ນ ເຊິ່ງກົມອຸຕຸນິຍົມແລະອຸທົກກະສາດ ກໍບໍ່ໄດ້ແຈ້ງເຕືອນພັຍລ່ວງໜ້າ ມີແຕ່ເກີດແຜ່ນດິນໄຫວແລ້ວ ເຖິງຈະມາແຈ້ງ ຈຶ່ງເຮັດໃຫ້ເກີດຄວາມເສັຍຫາຍດັ່ງກ່າວ ເຊິ່ງຄວາມເສັຍຫາຍທີ່ເກີດຂຶ້ນ ຍ້ອນແຜ່ນດິນໄຫວໃນເທື່ອນີ້ ຖືວ່າຮຸນແຮງກວ່າປີທີ່ຜ່ານມາ ແຕ່ບໍ່ໄດ້ຮຸນແຮງເທົ່າປີ 2019 ທີ່ເສັ້ນທາງຖືກຕັດຂາດ ອີກທັງ ພາກສ່ວນທີ່ກ່ຽວຂ້ອງ ກໍຍັງບໍ່ມີແຜນທີ່ຈະອົພຍົບຊາວບ້ານໃນບໍຣິເວນທີ່ຈະມີແຜ່ນດິນໄຫວນັ້ນເທື່ອ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງໄຊສະຖານ ກ່າວມ້ວນທ້າຍ.